ແຂວງ ບິ່ງຖ້ວນ ຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າປູຊະນີຍະສະຖານ ສາລາບ້ານ

(VOVWORLD) -ບັນດາສາລາບ້ານຢູ້ແຂວງ ບິ່ງຖ້ວນ ຕິດພັນກັບການອົບພະຍົບບຸກເບີກເນື້ອທີ່ດິນ ສ້າງຕັ້ງໝູ່ບ້ານ ອັນໄດ້ສ້າງຄວາມເປັນເອກະລັກສະເພາະ ທາງດ້ານວັດທະນະທຳປະຫວັດສາດ, ສະຖາປັດຕະຍາກຳຂອງດິນແດນແຫ່ງນີ້. ມາຢ້ຽມຊົມລະບົບສາລາບ້ານໃນແຂວງ ບິ່ງຖ້ວນ ແຂກທ່ອງທ່ຽວມີໂອກາດເຂົ້າໃຈຕື່ມອີກ ກ່ຽວກັບຄຸນຄ່າວັດທະນະທຳທີ່ເປັນເອກະລັກຂອງລະບົບປູຊະນີຍະສະຖານພິເສດນີ້
ແຂວງ ບິ່ງຖ້ວນ ຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າປູຊະນີຍະສະຖານ ສາລາບ້ານ - ảnh 1 ປະຕູໂຂງຂອງສາລາ ບິ່ງອານ

    ສາລາ ບິ່ງອານ ທີ່ຕາແສງ ບິ່ງແທັ້ງ ເມືອງ ຕຸຍຟອງ ແມ່ນປູຊະນີຍະສະຖານທີ່ມີມາກ່ອນໝູ່ ໃນຈຳນວນບັນດາສາລາບ້ານຢູ່ແຂວງ ບິ່ງຖ້ວນ ດ້ວຍບັນດາຄຸນຄ່າທີ່ພົ້ນເດັ່ນ ທາງດ້ານປະຫວັດສາດວັດທະນະທຳ ເປັນຕົວແທນໃຫ້ແກ່ບັນດາປະເພດສະຖາປັດຕະຍາກຳ ສິລະປະກຳພື້ນເມືອງ ໃນສະຕະວັດທີ XVIII - XIX ຢູ່ແຂວງ ບິ່ງຖ້ວນ. ດ້ວຍບັນດາຄຸນຄ່າທາງດ້ານປະຫວັດສາດ ວັດທະນະທຳ, ສະຖາປັດຕະຍາກຳ, ສິລະປະກຳ, ສາລາບ້ານ ບິ່ງອານ ໄດ້ຮັບການຢັ້ງຢືນຈາກກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແມ່ນປູຊະນີຍະສະຖານ ສະຖາປັດຕະຍາກຳ ສິລະປະກຳລະດັບຊາດ.

        ຜ່ານໄລຍະຄົງຕົວມາເປັນເວລາ 300 ປີ, ສາລາ ບິ່ງອານ ຍັງຄົງແມ່ນສູນດຳເນີນຊີວິດວັດທະນະທຳ ຈິດວິນຍານ, ການເຫຼື້ອມໃສທີ່ຂາດບໍ່ໄດ້ຂອງຊຸມຊົນເຂດແຄມທະເລຢູ່ແຫ່ງນີ້. ໃນແຕ່ລະປີຢູ່ແຫ່ງນີ້ ໄດ້ດຳເນີນງານບຸນໃຫຍ່ 2 ງານບຸນຄື ງານບຸນບູຊາລະດູບານໃໝ່ ແລະ ງານບຸນບູຊາລະດູໃບໄມ້ຫຼົ່ນ ໃນເດືອນ 2 ແລະ ເດືອນ 8 ໄລ່ຕາມຈັນທະປະຕິທິນ ພ້ອມກັບບັນດາການເຄື່ອນໄຫວດຳເນີນຊີວິດ ວັດທະນະທຳພື້ນເມືອງຄື ຂັບໂບ້ຍ, ຟ້ອນສິງໂຕ,… ນີ້ແມ່ນໂອກາດ ເພື່ອໃຫ້ຊາວທ້ອງຖິ່ນ ຝາກຝັງຄວາມເຊື່ອໝັ້ນຕໍ່ການດຳລົງຊີວິດ ທີ່ອີ່ມໜຳສຳລານ ແລະ ສົມບູນພູນສຸກ. ອ້າຍ ລືກວັກບ໋າວ ແຂກທ່ອງທ່ຽວ ມາຈາກແຂວງ ເລິ່ມດົ່ງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າພ້ອມກັບຄອບຄົວ ເຄີຍມາຢ້ຽມຢາມແຂວງ ບິ່ງຖ້ວນ ເພື່ອທ່ຽວຊົມກໍ່ຄືຢ້ຽມຢາມໝູ່ເພື່ອນ. ຢູ່ ຕຸຍຟອງ ຂ້າພະເຈົ້າເຄີຍໄປຫຼາຍຄັ້ງແລ້ວ ຂ້າພະເຈົ້າຊົມຊອບທີ່ສຸດທິວທັດທຳມະຊາດຢູ່ແຫ່ງນີ້ຄື ຫາດຫີນ 7 ສີ, ວັດໂກ໋ແທັກ, ເກາະຫ່ອນເກົ່າ ແລະ ສາລາບ້ານ ບິ່ງອານ.  ຂ້າພະເຈົ້າແວ່ຢາມແຫ່ງນີ້ ກໍ່ເພື່ອຈຸດປະສົງທາງດ້ານຈິດວິນຍານການເຫຼື້ອມໃສໜ້ອຍໜຶ່ງ. ຂ້າພະເຈົ້າພາວະນາໃຫ້ຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ ການທຳມາຫາກິນໄດ້ຮັບຜົນດີ”.

      ທ່ານ ເລກວາງຖັງ ຮອງຫົວໜ້າຄະນະຄຸ້ມຄອງປູຊະນີຍະສະຖານສາລາ ບິ່ງອານ ໃຫ້ຮູ້ວ່າ ແຂກທ່ອງທ່ຽວມານີ້ກໍ່ເພື່ອພັກຜ່ອນ ພ້ອມກັບການເຂົ້າຮ່ວມດຳເນີນຊີວິດຕົວຈິງກັບຊາວທ້ອງຖິ່ນ.  ແຕ່ລະປີມີແຂກທ່ອງທ່ຽວປະມານ 400.000 ເທື່ອຄົນມາຢ້ຽມຊົມ ພັກຜ່ອນບຳລຸງສຸຂະພາບ. ທົ່ວແຂວງ ບິ່ງຖ້ວນ ໃນປັດຈຸບັນມີ 54 ສາລາບ້ານ ໃນນັ້ນມີ 10 ສາລາບ້ານທີ່ພົ້ນເດັ່ນ ໄດ້ຮັບການຢັ້ງຢືນ ແມ່ນປູຊະນີຍະສະຖານລະດັບຊາດ. ເຖິງວ່າໄດ້ມີບັນດາຄຸນຄ່າອັນເປັນເອກະລັກທາງດ້ານວັດທະນະທຳເປັນວັດຖຸ ແລະ ວັດທະນະທຳບໍ່ເປັນວັດຖຸກໍ່ຕາມ ແຕ່ສາລາບ້ານໃນແຂວງ ບິ່ງຖ້ວນ ຍັງບໍ່ທັນສາມາດດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍເທື່ອ. ທ່ານ ຫວໍແທັ່ງຮຸຍ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງຖ້ວນ ໃຫ້ຮູ້ວ່າ: ໃນໄລຍະທີ່ຈະມາເຖິງ ຈະຍູ້ແຮງການປະຕິບັດບັນດາວິທີການແກ້ໄຂ ອະນຸລັກສຳລັບປະເພດມໍລະດົກພື້ນເມືອງເວົ້າລວມ ແລະ ສາລາບ້ານເວົ້າສະເພາະ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການ ທາງດ້ານການດຳເນີນຊີວິດ ວັດທະນະທຳຈິດໃຈຂອງຊຸມຊົນ, ວຽກງານຄົ້ນຄວ້າວິທະຍາສາດ ແລະ ເພີ່ມຄວາມດູດດື່ມຢູ່ບັນດາສະຖານທີ່ຮັບໃຊ້ແຂກທ່ອງທ່ຽວ. ທ່ານ ຮຸຍ ເວົ້າວ່າ:

     “ໃນໄລຍະດຳເນີນການກໍ່ສ້າງ, ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວ, ສາຍທ່ອງທ່ຽວຢູ່ທ້ອງຖິ່ນ ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຈະມີແຜນຂຸດຄົ້ນບັນດາຮູບການທ່ອງທ່ຽວ ທັດສະນະຢ້ຽມຊົມປູຊະນີຍະສະຖານ ແລະ ງານບຸນວັດທະນະທຳພື້ເມືອງຢູ່ບັນດາສາລາບ້ານທີ່ພົ້ນເດັ່ນ ໂດຍຕິດພັນກັບບັນດາສະຖານທີ່ທ່ອງທ່ຽວວັດທະນະທຳ ແລະ ການເຫຼື້ອມໃສຈິດວິນຍານທີ່ລືຊື່ໃນແຂວງ ຢ່າງມີປະສິດທິຜົນ ແລະ ຖືວ່ານີ້ແມ່ນຜະລິດຕະພັນທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ”.

     ທ່ານ ຫວໍແທັ່ງຮຸຍ ຍັງຢືນຢັນວ່າ ນອກຈາກບັນດາລາຍການທ່ອງທ່ຽວ ໄປຢ້ຽມຊົມທັດສະນະສຶກສາຢູ່ ຕຸຍຟອງ, ຕິດພັນກັບບັນດາການເຄື່ອນໄຫວເຫຼື້ອມໃສສາສະໜາ ເພື່ອດຶງດູດແຂກທ່ອງທ່ຽວຄື ສາລາບ້ານ ບິ່ງອານ - ສຸສານ ອົງນາມຫາຍ - ວັດໂກແທັກ - ຫາດຫີນ 7 ສີ - ເກາະຫ່ອນເກົ່າ… ສ່ວນຢູ່ນະຄອນ ຟານທຽດ ກໍ່ຈະອາດເຊື່ອມຕໍ່ບັນດາສະຖານທີ່ຕ່າງໆຄື ໂຮງຮຽນ ຢຸກແທັງ - ສາລາບ້ານ ຕູ໊ລວງ - ວາລາບ້ານ ດຶກຖັງ - ວັດບ່າດຶກແຊັງ… ບັນດາລາຍການທ່ອງທ່ຽວດັ່ງກ່າວ ກໍ່ອາດສາມາດເປັນໄປ ຍ້ອນວ່າ ຖືກນອນຢູ່ໃນບັນດາສະຖານທີ່ສະດວກທາງດ້ານຄົມມະນາຄົມ. ຖ້າຫາກໄດ້ຮັບການຜັນຂະຫຍາຍ ປະຕິບັດຢ່າງມີປະສິດທິດຜົນນັ້ນ, ຈະປະກອບສ່ວນເຂົ້າໃນການຮັກສາ ແລະ ເສີມຂະຫຍາຍຄຸນຄ່າປູຊະນີຍະສະຖານສາລາບ້ານໃນແຂວງ ບິ່ງຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ