ແຂວງອຽນບ້ານ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດທາງທິດຕາເວັນຕົກພາກເໜືອ

ໂດຍ​ແມ່ນ​ແຂວງ​ເຂດ​ພູ​ດອຍ​ທາງ​ທິດ​ເໜືອ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາ​ດ​ຮົກ​ເຮື້ອ, ພູ​ຜາ​ປ່າ​ໄມ້​ສະຫຼັບ​ຊັບ​ຊ້ອນ, ອາ​ກາດ​ປອດ​ໂປ່ງ, ອຽນ​ບ້າຍ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ດູ​ດດື່ມ​ສຳ​ລັບ​ແຂກ​ທ່ອງທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ແຂວງ​ອຽນ​ບ້ານພວມ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ທາງ​ຄົມ​ມະ​ນາ​ຄົມ, ພ້ອມ​ທັງ​ດຳ​ເນີນ​ການສ້າງບັນ​ດາ​ສາຍ​ທ່ອງ​ທ່ຽວ​ຕິດ​ພັນ​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ.

 

ແຂວງອຽນບ້ານ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ເຂດທາງທິດຕາເວັນຕົກພາກເໜືອ - ảnh 1
ກີ່ວເຂົາ​ຟ້າ

      ແຂວງ​ອຽນ​ບ້ານຫ່າ​ງ​ຈາກ​ຮ່າ​ໂນ້ຍກວ່າ 200 ກມ ຊຶ່ງ​ປະ​ກອບ​ດ້ວຍຫຼາຍ​ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ, ອັ​ນ​ໄດ້​ນຳ​ມາ​ໃຫ້ດິນ​ແດນ​ແຫ່ງນີ້ ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ ແລະ ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ພິ​ເສດ​ສະ​ເພາະ. ສະ​ຖານ​ທີ່​ລື​ຊື່ກວ່າ​ໝູ່​ໃນແຂວງ​ອຽນ​ບ້ານ​ແມ່ນ​ນາ​ຂັ້ນ​ໄດ​ຢູ່​ເມ​ືອງ ໝູ່​ກັງ​ຈ່າຍ​ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຊຶ່ງ​ແຂກ​ທ່ອງ​ທ່ຽວ ແລະ ບັນ​ດາ​ນັກ​ຖ່າຍ​ຮູບ​ເຄີຍ​ເຄີຍ​ມາ​ຢ້ຽມ​ຢາມ​ໃນ​ຍາມ​ລະ​ດູ​ເຂົ້າ​ສຸກ​ເຫຼືອງ. ລາ​ປານ​ຕັນ ແລະ ເຈ​ກູ​ຍາ​ແມ່ນ 2 ຕາ​ແສງ​ຢູ່​ເມືອງ​ມູ່​ກັງ​ຈ່າຍມີ​ນາ​ຂັ້ນ​ໄດ​ທີ່​ສວຍ​ງາມ​ດັ່ງ​ໃນ​ຝັນໂດຍ​ສີ​ມື​ອັນ​ຄ່ອງ​ແຄ້ວ ແລະ ຄວາມ​ດຸ​ໝັ້ນ​ຂະ​ຫຍັນ​ພຽນ​ຂອງ​ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ມົ້ງ. ມຸ່ງ​ສາຍ​ຕາ​ສູ່​ທາງ​ໄກ ກໍ​ເຫັນ​ພວກ​ເດັກ​ນ້ອຍ​ພວມ​ແລ່ນໄລ່​ກັນບົນ​ເສັ້ນ​ທາງ ແລະ ໃບ​ໜ້າຍິ້ມ​ແຍ້ມ​ແຈ່ມ​ໃສ​ຂອງ​ພວກ​ນາງ​ສາວ​ເມື່ອ​ພົບ​ພໍ້​ກັບ​ແຂກ​ທ່ອງທ່ຽວ. ອ້າຍ​ຢ່າງມີ້​ຝື່ ຊາວ​ເຜົ່າມົ້ງ​ຢູ່​ມູ່​ກັງ​ຈ່າຍ ໃຫ້​ຮູ້​ວ່າ : 

     “ ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ໄປຫຼາຍ​ແຫ່ງ​ໃນ​ປະ​ເທດ​ຊາດ, ແຕ່​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ເນື້ອ​ທີ່​ນາ​ຢູ່​ບ້ານ​ເກີດ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ງາມຫຼາຍ. ການ​ປູກ​ເຂົ້າ​ບົນ​ນາ​ຂັ້ນ​ໄດ​ແມ່ນ​ລຳ​ບາກຫຼາຍ. ອາ​ກາດ​ຮ້ອນ​​ເຮ​ັດ​ໃຫ້​ນ້ຳ​ບົກ​ແຫ້ງ ແລະ ພາ​ໃຫ້​ຕົ້ນ​ເຂົ້າ​ບໍ່​ສາ​ມາດ​ເຕີບ​ໂຕ​ໄດ້ ”

      ຮອດ​ເດືອນກັນ​ຍາ, ເມື​່ອ​ແດດຮ້ອນ​ເອົ້າຖືກ​ທົດ​ແທນ​ໃຫ້​ອາ​ກາດ​ເຢັນ​ສະ​ບາຍ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ ແລະ ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ບັນ​ດາ​ເນື້ອ​ທີ່​ນາ​ຂັ້ນ​ໄດ​ຢູ່​ຕາ​ແສງ​ຕູ້​ເລະ​ກ້າວ​ເຂົ້າ​ສູ່​ລະ​ດູ​ເຂົ້າ​ສຸກ​ເຫຼືອງ. ໂດຍ​ແມ່ນ​ຮອມ​ພູ​ທີ່​ຂຶ້ນ​ກັບ​ເມືອງວັນ​ເຈີ້ນ, ແຂວງ​ອຽນ​ບ້ານ, ຕູ້​ເລະ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເນືອ​ທີ່​ນາ​ຂັ້ນ​ໄດ​​ຕິດ​ຕໍ່​ກັນທີ່​ສວຍ​ສົດງົດ​ງານທີ່​ສຸດ​ໃນ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ. ປະ​ຊາ​ຊົນ​ຢູ່​ແຫ່ງນີ້ ​ຕົ້ນ​ຕໍ່​ແມ່ນຊາວ​ເຜົ່າ​ຜູ້​ໄທ, ເຜົ່າ​ມົ້ງ​ທຳ​ການ​ປູກ​ເຂົ້າ​ຢູ່​ຕາມ​ຮອມ​ພູ. ພາຍຫຼັງ​ລະ​ດູ​ນ້ຳ​ຖ້ວມ, ເຂົາ​ເຈົ້າເລີ່ມ​ລົງ​ມື​ປັກ​ດຳ. ຍ້ອນ​ທຳ​ມະ​ຊາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ສີ​ມື​ອັນ​ຄ່ອງ​ແຄ້ວ ແລະ ຄວາມ​ດຸ​ໝັ້ນ​ຂະ​ຫຍັນ​ພຽນ​ຂອງ​ພໍ່​ແມ່​ພີ​ນ້ອງ​ຊາວ​ເຜົ່າ​ມົ້ງ, ເຂົາ​ເຈົ້າ​ໄດ້​ສ້າງ​ເປັນ​ທັດ​ສະ​ນີ​ຍະ​ພາບ​ສວຍ​ສົດ​ງົດ​ງາມ​ດັ່ງ​ໃນ​ຝັນ.

    ຈາກ​ເຂົາ​ຟ້າ, ເສັ້ນ​ທາງ​ຄົດ​ງໍ​ປຽບ​ເໝືອນ​ແຖບ​ຜ້າ​ໄໝ​ປູອ້ອມ​ບັນ​ດາ​ເນື້ອ​ທີ່​ນາ​ຂັ້ນ​ໄດ, ອັນ​ໄດ້​ພາ​ແຂກ​ທ່ອງ​ທ່ຽວ​ໄປ​ຍັງ​ໝູ່​ບ້ານ​ລິມ​ເຜົ່າ​ມົ້ງ, ລິມ​ເຜົ່າ​ຜູ້​ໄທ​, ຂະ​ນະ​ທີ່​ປະ​ຊາ​ຊົນ​ຢູ່​ແຫ່ງນີ້​ເລີ່ມ​ກ້າວ​ເຂົ້າ​ສູ່​ລະ​ດູ​ເຮັ​ດ​ເຂົ້າ​ເໝົ້າ. ລຸງ ລໍ່​ວັນ​ອ​ວາ, ຢູ່​ບ້ານ​ລິມ​ເຜົ່າ​ມົ້ງ ເວົ້າ​ວ່າ : 

    “ ໝູ່​ບ້ານ​ແຫ່ງນີ້ ທຳ​ການ​ຜະ​ລິດ​ເຂົ້າ​ເໝົ້າ​ມາ​ແຕ່​ດົນ​ນານ​ແລ້ວ, ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ ທັງ​ໝູ່​ບ້ານ​ກໍ​ຜະ​ລິດ​ເຂົ້າ​ເໝົ້າ. ລະ​ດູ​ປີນີ້, ພວກ​ຂ້າ​ພະ​ເຈົ້າ​ເຮັດຫຼາຍກວ່າ​ເພາະ​ແຂກ​ທ່ອງ​ທ່ຽວເຂົ້າ​ມາ​ຊື້ຫຼາຍ​ທີ່​ສຸດ. ລຽບ​ຕາມ​ເສັ້ນ​ທາງ​ເຂົ້າ​ໝູ່​ບ້ານ, ຄອບ​ຄົວ​ໃດ​ກໍ​ເຮັດ​ເຂົ້າ​ເໝົ້າ ”

     ມີ​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ອຽນ​ບ້າຍ, ນັ້ນ​ແມ່ນ​ກີ່ວເຂົາ​ຟ້າ. ດ້ວຍ​ຄວາມຍາວກວ່າ 30 ກມ, ເຊື່ອມ​ຕໍ່​ລະ​ຫວ່າງ​ເມືອງວັນ​ເຈີ້ນ ແລະ ເມືອງ​ໝູ່​ກັງ​ຈ້າຍ, ເຂົາ​ຟ້າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສາຍ​ທາງ​ອ້ອມ​ພູ​ລະ​ອິດ​ລະ​ອ້ຽວ​ທີ່​ສຸດ​ຢູ່​ຫວຽດ​ນາມ. ກີ່ວ​ເຂົາ​ຟ້າ​ກໍ​ຜ່ານ​ສະ​ຖານ​ທີ່​ລື​ຊື່ຫຼາຍ​ແຫ່ງ​ໃນ​ແຂວງ​ອຽນ​ບ້າຍ​ເຊັ່ນ: ລາ​ປານ​ຕັນ, ໝູ່​ກັງ​ຈ້າຍ, ຕູ້​ເລະ, ເຈ້​ກູ​ຍາ…ດ້ວຍ​ເສັ້ນ​ທາງ​ຄົດ​ງໍ​ໃນ​ທ່າມ​ກາງ​ປ່າ​ດົງ​ດິບ​ຮົກ​ເຮື້ອວ່​າງ​ເປົາ ແລະ ນາ​ຂັ້ນ​ໄດ​ຂອງ​ເຜົ່າ​ມົ້ງ, ເຜົ່າ​ຜູ້​ໄທ ແລະ ຜ່ານ​ຈອມ​ພູ​ເຂົາ​ຟ້າ ຊຶ່ງ​ແມ່ນ​ພູ​ທີີ່​ມີ​ຄວາມສູງສຸດ​ໃນ​ເຂດ​ມູ່​ກັງ​ຈ້າຍ. ໂດຍ​ຖືກ​ຕັ້ງ​ຢູ່​ຄວາມ​ສູງກວ່າ 1200 ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ດັ່ງ​ນັ້ນ​ອາ​ກາດ​ຢູ່​ເຂົາ​ຟ້າ​ເຢັນ​ສະ​ບາຍ​ຕະຫຼອດ​ປີ. ນາງ​ຮ່ວ​າງມີ້​ແຫ້ງ, ແຂກ​ທ່ອງ​ທ່ຽວ​ຢູ່​ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

    “ ເມື່ອ​ໄປ​ຜ່ານ​ເຂົາ​ຟ້າ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ເປັນ​ໜ້າ​ຈັບ​ໃຈ​ອີຫຼີ. ເມື່ອ​ມຸ່ງ​ໄປ​ສາຍ​ຕາ​ໄປ​ທາງ​ໄກ ກໍ​ເຫັນ​ສາຍ​ພູ​ສະຫຼັບ​ຊັບ​ຊ້ອນ, ເຮືອນຫຼັງ​ຕ່າງໆ​ບາດ​ລັບ​ລີ້, ບາດ​ປະ​ກົດ​ຕົວ​ໃນ​ທ່າມ​ກາງ​ກຸ່ມ​ເມກ​ເລ​ືອນ​ລອຍ, ເຫັນ​ນາ​ຂັ້ນ​ໄດ​ພວມ​ສຸກ​ເຫຼືອງ​ອາ​ຮາມ. ຄວາມ​ຮູ້​ສຶກ​ເມື່ອ​ໄດ້​ຂີ່​ລົດ​ຈັກ​ບົນ​ທາງ​ກີ່ວ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ, ໄດ້​ສູບ​ເອົາ​ອາ​ກາດ​ທີ່​ປອດ​ໂປ່ງ, ໄດ້​ຟັງ​ສຽງ​ນົກ​ຮ້ອງ​ທີ່​ໜ້າ​ມ່ວນ​ຫູ, ກໍ​ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ທຽບ​ເທົ່າ​ໄດ້ ”

    ໂດຍ​ມີ 30 ຊົນ​ເຜົ່າ​ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ, ອັນ​ໄດ້​ນຳ​ມາ​ເຊິ່ງ​ແຂວງ​ອຽນ​ບ້າຍສ​າງວັດ​ທະ​ນະ​ທຳ​ອັນ​ໃຫຍ່ຫຼວງ, ບັນ​ດາ​ງານ​ບຸນ​ອັນ​ເປັນ​ປະ​ເພ​ນີ​ຂອງ​ບັນ​ດາ​ເຜົ່າ​ຊຶ່ງ​ແຂກ​ທ່ອງ​ທ່ຽວ​ສາ​ມາດ​ຄົ້ນ​ຫາ​ເຊັ່ນ: ງານ​ບຸນ​ນາ​ຂັ້ນ​ໄດ ໝູ່​ກັງ​ຈ້າຍ, ງານ​ບຸນ​ພະ​ວິ​ຫານ​ເຈົ້າ​ແມ່ ທາກ​ບາ, ງານ​ບຸນ​ລົງ​ນາ, ງານ​ບຸນດອກ​ບານ,  ງານ​ບຸນ​ພາວ​ະ​ນາໃຫ້​ຟ້າ​ຝົນ…

      ປີ 2016 ທີ່​ຜ່ານ​ມາ, ແຂວງ​ອຽນ​ບ້າຍ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວກວ່າ 500.000 ເທື່​ອູ​ຄົນ​ເຂົ້າ​ມາ​ທ່ອງ​ທ່ຽວ, ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽ​ວ​ສາ​ກົນ 20.000 ເທື່ອ​ຄົນ. ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ທາງ​ແຂວງ​ພວມ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເຜີຍ​ແຜ່; ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ໃໝ່. ພິ​ເສດ​ແມ່ນ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ສະ​ເພາະ​ໃຫ້​ແກ່​ຂະ​ແໜງ​ທ່ອງ​ທ່ຽວອຽນ​ບ້າຍ​ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ 2017.

ຕອບກັບ

ຂ່າວ/ບົດ​ອື່ນ