ແບັກດັງ-ເລື່ອງລາວກ່ຽວກັບແມ່ນ້ຳປະຫວັດສາດ

(VOVWORLD) -ແມ່ນ້ຳແບັກດັງ ແມ່ນແມ່ນ້ຳທີ່ເປັນພະຍານຫຼັກຖານຢັ້ງຢືນ 3 ວິລະກຳທີ່ລືຊາຜາກົດໃນປະຫວັດສາດຕ້ານສັດຕູພາຍນອກເຂົ້າມາຮຸກຮານຂອງຊາດຫວຽດ ນາມ. ປີ 938 ໂງກວຽນ ໄດ້ຕີເອົາໄຊຊະນະຕໍ່ພວກທະຫານຈາກທາງທິດເໜືອເຂົ້າມາຮຸກຮານ, ປີ 981 ເຈົ້າຊີວິດ ເລດ້າຍແຮ່ງ   ໄດ້ທັບມ້າງພວກທະຫານຕົ໋ງນັບແສນຄົນຈາກທາງທິດເໜືອເຂົ້າມາຮຸກຮານ ແລະ ຮອດປີ 1288, ນາຍພົນເຈິ່ນ ກ໋ວກຕ໋ວນ ໄດ້ຕີເອົາໄຊຊະນະກອງກຳລັງທະຫານມົງໂກນບົນລຳແມ່ນ້ຳປະຫວັດສາດສາຍນີ້. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປູ່ຍ່າຕາຍາຍ, ພິທີໄຫ້ວບູຊາພົນທະຫານຢູ່ແມ່ນ້ຳແບັກດັງໄດ້ຖືກຈັດຂື້ນຢູ່ພະວິຫານເຈິ່ນກ໋ວກຕ໋ວນຢູ່ຕາແສງອຽນຢາງ, ແຂວງ ກວາງນິງ. ນີ້ແມ່ນເຫດການທີ່ພົ້ນເດັ່ນຂອງປີທ່ອງທ່ຽວແຫ່ງຊາດ 2018 ໂດຍແຂວງກວາງນິງເປັນເຈົ້າພາບຈັດຂຶ້ນ
ແບັກດັງ-ເລື່ອງລາວກ່ຽວກັບແມ່ນ້ຳປະຫວັດສາດ - ảnh 1ບໍລິເວນປາກແມ່ນ້ຳແບັກດັງ 

ລຽບຕາມແມ່ນ້ຳແບັກດັງຍັງຄົງຕົວຢູ່ນັ້ນບັນດາຮ່ອງຮອຍສະຖານຂອງ ບັນດາການສູ້ຮົບບົນແມ່ນ້ຳກ່ອນນີ້ນັບພັນປີ. ນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ຍອດສູງທາງດ້ານສິລະປະການທະຫານຂອງປູ່ຍ່າຕາຍາຍ, ເປັນການຕັກເຕືອນໃຫ້ຊາວຫວຽດນາມແຕ່ລະຄົນກ່ຽວກັບມູນເຊື້ອອົງອາດກ້າແກ່ນຕ້ານພວກສັດຕູເຂົ້າມາຮຸກຮານ, ກ່ຽວກັບນ້ຳໃຈຮັກຊາດຂອງຊາດຫວຽດນາມ. ເພື່ອເປັນການຮັບຮູ້ຄຸນຄ່າປະຫວັດສາດອັນໃຫ່ຍຫຼວງຂອງກຸ່ມປູຊະນີຍະສະຖານໄຊ ຊະນະບົນແມ່ນ້ຳແບັກດັງ,  ປີ 2012,  ລັດຖະບານຫວຽດນາມໄດ້ຮັບຮອງກຸ່ມປູຊະນີຍະສະຖານແບັກດັງແມ່ນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ. ເຂດປູຊະນີຍະສະຖານປະຫວັດສາດແບັກດັງແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວເຂົ້າມາຢ້ຽມຊົມຢ່າງຫຼວງຫຼາຍ. ທ່ານ ບຸຍວັນຈຸຍ ຢູ່ນະຄອນຮະລອງໃຫ້ຮູ້ວ່າ: 

    ”ເຖິງວ່າຂ້ອງຄາກັບວຽກງານຄືແນວໃດກໍ່ຕາມ, ພວກຂ້າພະເຈົ້າກໍ່ຍັງພະຍາຍາມຊັບຊ້ອນເວລາມານີ້ເພື່ອຢ້ຽມຊົມທັດສະນະສຶກສາ, ເພາະຢູ່ແຫ່ງນີ້ໄດ້ຈາລຶກບັນດາວິລະກຳປະຫວັດສາດຂອງປູ່ຍ່າຕາຍາຍພວກເຮົາຢູ່ແມ່ນ້ຳແບັກດັງ, ຢູ່ແຫ່ງນີ້ ທັດສະນີຍະພາບແມ່ນສວຍງາມທີ່ສຸດ, ອາກາດກໍ່ປອດໂປ່ງ. ແຂກທ່ອງທ່ຽວຈາກສາລະທິດມານີ້ ກໍ່ເພື່ອເຫັນປະຈັກຕາບັນດາຜົນງານ, ບັນດາຄຸນງາມຄວາມດີຂອງປູ່ຍ່າຕາຍາຍພວກເຮົາໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

    ບໍລິເວັນປາກແມ່ນ້ຳແບັກດັງຢູ່ເທດສະບານກວາງອຽນ, ແຂວງກວາງນິງຊຶ່ງແມ່ນແຫ່ງໄດ້ເກີດມີການສູ້ຮົບບົນແມ່ນ້ຳ, ປະຈຸບັນໄດ້ກາຍເປັນລຳແມ່ນ້ຳທີ່ມີຄວາມສະຫງົບສຸກ, ມີການແລກປ່ຽນຄ້າຂາຍຢ່າງໜາແໜ້ນ. ພ້ອມກັບບັນດາປູຊະນີຍະສະຖານປະຫວັດສາດ, ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຄື ງານບຸນແຫ່ຕຽນກົງ, ງານບຸນພາວະນາໃຫ້ການເດີນເຮືອຫາປາໄດ້ຮັບຜົນດີ, ງານບຸນລົງນາ...ຍັງຄົງໄດ້ຮັບການຮັກສາໄວ້, ອັນໄດ້ຊ່ວຍເທດສະບານກວາງອຽນມີເງື່ອນໄຂພັດທະນາການທ່ອງທ່ຽວ, ພິເສດແມ່ນສາມາດຕອບສະໜອງຄວາມຕ້ອງການທ່ອງທ່ຽວດ້ານຈິດວິນຍານຂອງປະຊາຊົນ. ປັດຈຸບັນ, ໃນບໍລິເວນເທດສະບານກວາງອຽນມີ 24 ວັດ ແລະ ສາລາ, ພະວິຫານດ້ວຍສະຖາປັດຕະຍະກຳທີ່ເກົ່າແກ່ເຂັ້ມຂົ້ນໄປດ້ວຍຈຸດພິເສດສະເພາະຂອງວັດທະນະທຳເຂດທົ່ງພຽງພາກເໜືອ. ພະອາຈານທິກແທງຫຼິກ, ຮອງຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງກວາງນິງ, ເຈົ້າອະທິການວັດດົງຟຸກ, ເທດສະບານກວາງອຽນໃຫ້ຮູ້ວ່າ: 

   “ສະມາຄົມພຸດທະສາສະໜາມີຄວາມຫວັງຢ່າງຍິ່ງວ່າ ພວກເຮົາມີບັນດາສິ່ງທີ່ໂຄສະນາຢ່າງກວ້າງເລິກກວ່າອີກເພື່ອໃຫ້ແຂກທ່ອງທ່ຽວມາຈາກສາລະທິດ ຮູ້ຈັກກ່ຽວກັບເຂດແບັກດັງປະຫວັດສາດ. ໃນນັ້ນມີບັນດາວັດວາອາຮາມໄດ້ຕິດພັນກັບວິລະກຳທີ່ລືຊາຜາກົດໃນສະໄໝລາດຊະວົງເຈິ່ນ”.   

     ການພັດທະນາການທ່ອງທ່ຽວໂດຍອີງບົນມໍລະດົກວັດທະນະທຳພິເສດ ແມ່ນທິດກ້າວເດີນຖືກເທດສະບານກວາງອຽນຜັນຂະຫຍາຍເພາະວ່າ ນີ້ບໍ່ພຽງແຕ່ແມ່ນວິທີສ້າງເສດຖະກິດເທົ່ານັ້ນ, ຫາກຍັງແມ່ນວິທີເພື່ອໃຫ້ຂົງເຂດວັດທະນະທຳປະຫວັດສາດສາມາດຮັບໃຊ້ແຂກທ່ອງທ່ຽວ ແລະ ເພື່ອນມິດສາກົນ. ທ່ານໂງດິ້ງຢຸງ, ຮອງຫົວໜ້າຂະແໜງວັດທະນະທຳເທດສະບານກວາງອຽນ, ແຂວງກວາງນິງໃຫ້ຮູ້ວ່າ: 

   “ພວກຂ້າພະເຈົ້າມີຄວາມຫວັງຢາກເຮັດການທ່ອງທ່ຽວ, ເພື່ອໃຫ້ບັນດາປູຊະນີຍະສະຖານກໍ່ຄືບັນດາສະຖານທີ່ທ່ອງທ່ຽວນັບມື້ນັບດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຫຼາຍຂຶ້ນ. ແຕ່ກໍ່ຕ້ອງມີແຜນການລະອຽດເພື່ອສາມາດຕອບສະໜອງ ແລະ ເຮັດໃຫ້ແຂກທ່ອງທ່ຽວພໍໃຈ ແລະ ນັບມື້ນັບມາທ່ອງທ່ຽວແຫ່ງນີ້ ຫຼາຍຂຶ້ນ”.

    ພິທີໄຫ້ວບູຊາພົນທະຫານບົນແມ່ນ້ຳແບັກດັງໄດ້ກາຍເປັນໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນຂອງປີທ່ອງທ່ຽວລະດັບຊາດກວາງນິງປີ 2018 ຊຶ່ງຖືກຈັດຂຶ້ນດ້ວຍການເຄື່ອນໄຫວຫຼາຍຢ່າງເຊິ່ງດຳເນີນແຕ່ວັນທີ 7 ຫາ 9 ເດືອນ 3 ໄລ່ຕາມຈັນທະປະຕິທິນໃນແຕ່ລະປີ ເພື່ອແນໃສ່ອາໄລຫານັກວິລະຊົນແຫ່ງຊາດ. ທ່ານວູວັນຕິງ ຢູ່ຕາແສງກວາງອຽນເທດສະບານກວາງອຽນເປີດເຜີຍວ່າ: 

    “ນີ້ແມ່ນງານບຸນຖືກຈັດຂື້ນໃນແຕ່ລະປີເພື່ອແນໃສ່ລະນຶກໄຊຊະນະແບັກດັງປີ 1288. ມື້ນີ້ແຂກທ່ອງທ່ຽວຈາກສາລະທິດມານີ້ຢ່າງຫຼວງຫຼາຍ. ນີ້ກໍ່ແມ່ນມູນເຊື້ອຮູ້ບຸນຄຸນຕໍໍ່ບັນດາປູ່ຍາຕາຍາຍ, ມູນເຊື້ອສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ,   ຂອງບັນພະບູລຸດທີ່ໄດ້ສ້າງວິລະກຳທີ່ລືຊາຜາກົດຕີຂັບໄລ່ພວກສັດຕູຈາກທາງທິດເໜືອເຂົ້າມາຮຸກຮານ ໃຫ້ອອກຈາກປະເທດຫວຽດນາມ”

     ດ້ວຍແຜນການລົງທຶນຢ່າງລະອຽດ, ພ້ອມກັບບັນດາລັດຖະນະໂຍບາຍປ່ຽນແປງໃໝ່, ເທດສະບານກວາງອຽນຈະມີບັນດາບາດກ່າວເດີນຫັນປ່ຽນຢ່າງແຂງແຮງຈາກຂົງເຂດທ່ອງທ່ຽວວັດທະນະທຳຈິດວິນຍານ,      ອະນຸລັກຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຕິດພັນກັບລຳແມ່ນ້ຳແບັກດັງປະຫວັດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ