ແບ່ງປັນເຂົ້າສານແຫ່ງສາຍຈິດມິດໃຈ


(vovworld) - ໂດຍ​ໄດ້​ຮັບ​ຂ່າວ​ວ່າ​ປະ​ຊາ​ຊົນບັນ​ດາ​ແຂວງ​​ທາງທິດ​ເໜືອຂອງ​ພາກ​ກາງ​ປະ​ສົບ​ກັບ​ຄວາມເສຍ​ຫາຍ​ ຍ້ອນ​ຝົນ​ຕົກ​ນ້ຳ​ແກ່ງ​ຖ້ວມເມື່ອ​ທ້າຍ​ເດືອນ 8 ຕົ້ນ​ເດືອນ 9 ​ຜ່ານ​ມາ, ທ່ານ Tran Thanh Long (ຢູ່​ເຮືອນ​ເລກ 56 ຖະ​ໜົນ ຫວູ​ຟ້າມ​ຮ່າມ, ຈູງ​ຮ່​ວາ, ເມືອງ​ເກົ່​າ​​ໄຢ໋, ຮ່າ​ໂນ້ຍ) ໄດ້​ສະ​ໜັບ​ສະ​ໜູນ​ເຂົ້າ​ສານ 10 ໂຕນ ເພື່ອຊ່ວຍ​ເຫຼືອ​ພໍ່​ແມ່​ປະ​ຊາ​ຊົນ​​ໃນເຂດ​ດັ່ງ​ກ່າວ​. ດ້ວຍ​ນ້ຳໃຈ “ຮັກ​ແພງຊ່ວຍ​ເຫຼືອ​ມະ​ນຸດ​ດ້ວຍກັນ” - ນີ້​ແມ່ນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາວ​ຫວຽດ​ນາມ​. ​ນັບ​ແຕ່​ສິບ​ປີ​ມານີ້, ທ່ານ Tran Thanh Long ເຄີຍ​ມີ​ການ​ກະ​ທຳ​ຄື​ດັ່ງ​ກ່າວ, ເພື່ອ​ປະ​ກອບ​ສ່ວນແບ່ງ​ປັນ​ຄວາມ​ທຸກຍາກ​ກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ.

ແບ່ງປັນເຂົ້າສານແຫ່ງສາຍຈິດມິດໃຈ - ảnh 1


ທ່ານ Trần Thành Long ມອບເຂົ້າສານສະໜັບສະໜູນ

ໃຫ້ສູນກາງສະພາກາແດງຫວຽດນາມ  (ພາບ: An ninh thủ đô)

        ແຕ່​ລະ​ເທື່ອ​ເມື່ອ​ໄດ້​ຮັບ​ຂ່າວ​ພາ​ຍຸ​ພັດ​ເຂົ້າ​ບັນ​ດາ​ແຂວງ​ພາກ​ກາງ​ຫວຽດ​ນາມ​, ທ່ານ Tran Thanh Long ກໍ່ຮູ້​ສຶກ​ສະ​ເທືອນ​ໃຈຫຼາຍ. ປີ​ໃດ​ພາ​ຍຸ​ນ້ຳ​ຖ້ວມກໍ່​​ເກີດ​ຂຶ້ນ​ຢູ່ບັນ​ດາ​ແຂວງ​ທາງ​ພາກ​ກາງ​ຫວຽດ​ນາມ, ສິ່ງ​​ດັ່ງ​ກ່າວ​ພາ​ໃຫ້​ທ່ານ​ບໍ່ສາ​ມາດ​ອຸ່ນ​ອ່ຽນ​ໃຈ​ໄດ້. ໂດຍ​ແມ່ນ​ຜູ້​ໜຶ່ງທີ່​ໄດ້​ຮັບ​ການ​ກຳ​ເນີດ ແລະ ເຕີບ​ໃຫ​ຍ່​ຢູ່​ເຂດພາກ​ກາງ, ທ່ານ Tran Thanh Long ຈຶ່ງ​ມີ​ຄວາມ​ເຂົ້າໃຈ​​ຢ່າງ​ເລິກ​ເຊິ່ງ​​ເຖິງຄວາມ​ຫ​ຍຸ້ງ​ຍາກຂອງພໍ່​ແມ່​ປະ​ຊາ​ຊົນ​ຢູ່​ທີ່ນີ້. ​ເຖິງວ່າເຂົາ​ເຈົ້າຈະ​ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ​ຄື​ແນວ​ໃດ​ກໍ່​ບໍ່​ສາ​ມາດ​ສ້າງ​ຄວາມ​ຮັ່ງ​ມີ​ໄດ້ ຍ້ອນ​​​ຕ້ອງ​ດຳ​ລົງຊີ​ວິດ​ຮ່ວມ​ກັບ​ພາ​ຍຸ​ນ້ຳ​ຖ້ວມ. ເມື່ອ​ເຫັນຮູບ​ພາບ​ປະ​ຊາ​ຊົນ​​ຕ້ອງທຸ້ມ​ເຫື່ອ​ເທ​ແຮງຮັບ​ມື​ກັບ​ນ້ຳ​ແກ່ງ​ນ້ຳຖ້ວມ​, ເຮືອນ​ຊານ​ຖືກ​ເປ່​ເພ, ​​​​ຂາດເຄື່ອງກິນ​ຂອງ​​ໃຊ້, ທ່ານ Tran Thanh Long ບໍ່​ສາ​ມາດ​ເບິ່ງ​ລ້າໆ​ໄດ້.

        “ໃນ​ໄລ​ຍະ​ນີ້, ຂ້າ​ພະ​ເຈົ້າ​ເອງ​ກໍ່​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ​ຢ່າງ, ແຕ່​ຍັງ​ມີ​ເງື່ອນ​ໄຂ​ດີກວ່າຫຼາຍ​ຄົນ, ມີ​ບາງ​ຄົນ​ເຮືອນ​ຊານ​ຖືກ​ນ້ຳ​ພັດໄປ ຕ້ອງນອນ​ກາງ​ດິນ​ກິນ​ກາງ​ຫ​ຍ້າ, ບໍ່​ມີ​ເຄື່ອງ​​ນຸ່ງຂອງ​ກິນ. ຂ້າ​ພະ​ເຈົ້າ​ເຫັນ​ອົກ​ເຫັນ​ໃຈກັບ​ຄວາມ ​ຫ​ຍຸ້ງ​ຍາກ​ຂອງ​ເຂົາ​ເຈົ້າທີ່​ສຸດ. ​ດັ່ງ​ນັ້ນເມື່ອ​ໄດ້​ຮັບ​ຂ່າວ​ວ່າ​ປະ​ຊາ​ຊົນ​ພາກ​ກາງ​ຖືກ​ພາ​ຍຸນ້ຳ​ຖ້ວມ, ຂ້າ​ພະ​ເຈົ້າ​ກໍ່​​ສະ​ໜັບ​ສະ​ໜູນ​ເຂົ້າ​ສານ 10 ໂຕນ​ໃຫ້​ແກ່​ເຂົາ​ເຈົ້າ.ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ຍັງ​​ສະ​ໜັບ​ສະ​ໜູນໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ໄຕ​ບັກ​ອີກ​ດ້ວຍ, ນີ້​ແມ່ນນ້ຳໃຈ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍ”.

        ໂດຍ​ແມ່ນ​ຊາວ​ຫວຽດ​ນາມຜູ້​ໜຶ່ງ, ບໍ່​ມີ​ໃຜ​ສາ​ມາດ​ເມີນ​ເສີຍ​ຕໍ່​ສະ​ພາບ​ຫ​ຍຸ້ງ​ຍາກ​ຂອງ​ຊາວ​ພາກ​ກາງ ເມື່ອ​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ, ເພື່ອ​ກອບ​ກູ້ເອົາ​ຊີ​ວິດ​ໄດ້. ດັ່ງ​ນັ້ນ, ​ທ່ານ Long ຈຶ່ງ​ສະ​ໜັບ​ສະ​ໜູນເຂົ້າ​ສານ​ໃຫ້​ເຂົາ​ເຈົ້າ​ເພື່ອ​ຜ່ານ​ຜ່າ​ນ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ. ຮັບ​ຮູ້​ນ້ຳ​ໃຈກຸ​ສົນ​ຂອງ​ທ່ານ Long ທີ່​ສະ​ຫງວນ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ໄພ​ທຳ​ມະ​ຊາດ. ທ່ານ Doan Van Thai, ເລ​ຂາ​ທິ​ການ​ໃຫ​ຍ່​ສະ​ພາ​ກາ​ແດງ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ອ້າຍ Long ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ເພື່ອ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ທີ່​ປະ​ສົບ​ກັບ​ໄພ​ນ້ຳ​ຖ້ວມ, ໄພ​ທຳ​ມະ​ຊາດ​ຢູ່ທຸກ​ແຖບ​ຖີ່ນ​ຂອງ​ປະ​ເທດ. ບາງ​ຄັ້ງ​ອ້າຍ Long ໄດ້ໄປ​ມອບ​ຂອງ​ຂວັນ​​ໂດຍ​ກົງ, ບາງ​ເທື່ອ​​ກໍ່ຜ່ານ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ​ເພື່ອມອບ​ຂອງ​ຂວັ​ນ​ໃຫ້​ແກ່​ເຂົາ​ເຈົ້າ.”.

        ໂດຍ​ແມ່ນ​ຜູ້​ທີ່​ເຄີຍ​ຜ່ານ​ຊີ​ວິດ​ທີ່​​ຫ​ຍຸ້ງຍາກ, ລຳ​ບາກ, ​ທ່ານ​ຈຶ່ງ​ເຂົ້າ​ໃຈ​ໄດ້​ຄວາມ​ທຸກ​ຈົນ​ດັ່ງ​ກ່າວ. ພາຍຫຼັງ​ອອກ​ຈາກກອງ​ທັບ, ດ້ວຍ​ສອງ​ຝາ​ມື​ເປົ່າ, Tran Thanh Long ຕ້ອງເຮັດ​ວຽກ​ງານຫຼາຍ​ຢ່າງ​​ເພື່ອ​ຫາ​ເງິນລ້ຽງ​ຊີບ​ຄື​: ເປັນ​ຊ່າງ​ໄມ້, ຊ່າງ​ຈອດ, ຊ່າງ​ຂຸດ​ໜອງ, ຂຸດນ້ຳ​ສ້າງ… ດ້ວຍ​ຄວາມ​ດຸ​ໝັ່ນ​ຂະ​ຫ​ຍັນ​ພຽນ, ​ຊີ​ວິດ​ຂອງ​ທ່ານ​ກໍ່​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ແຕ່​ທ່ານ​ບໍ່​ສາ​ມາດ​ລືມ​ໄລ​ຍະ​ເວ​ລາ​ທີ່​ທຸກ​ຍາກ​ລຳ​ບາກ​ຂອງ​ຕົນໄດ້. ​ດັ່ງ​ນັ້ນ, ຍາມ​ໃດ​ທ່ານ​ກໍ່​ກຽມ​ພ້ອມ​ຊ່ວຍ​ເຫຼືອ​ໃຫ້​ຜູ້​ທີ່​ທຸກ​ຍາກ. ທ່ານ Tran Huu Nhung ຢູ່​ແຂວງ​ດັກ​ລັກ ແມ່ນ​ຜູ້​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ເມຍ​ເຄີຍ​ເປັນ​ຄົນ​ເຈບ, ທີ່​ດິນ​ໄຮ່​ນາ​ຂອງ​ຄອບ​ຄົວ​ນ້ອຍໆ​ບໍ່​​ຮັບ​ປະ​ກັນ​ໃຫ້​ລູກ 5 ຄົນ ໄປ​ຮຽນ​ໄດ້. ທ່ານ Tran Thanh Long ໄດ້ຊ່ວຍຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ອ້າຍ​ຢູ່​ຮ່າ​ໂນ້ຍ ແລະ ປະ​ຈຸ​ບັນ, ຊີ​ວິດ​ຂອງ​ຄອບ​ຄົວ​ອ້າຍ Nhung ກໍ່​ໄດ້​ດີກວ່າ​ເກົ່າແລ້ວ. ເມື່ອ​ເວົ້າ​ເຖິງ​ການ​ກະ​ທຳ​ຂອງ​ທ່ານ Long ອ້າຍ Nhung ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

          “ອ້າຍ Long ໄດ້​ຊ່ວຍ​ນ້ອງ​ຫາ​ວຽກ​ເຮັດ​ງານ​ທຳ ແລະ ເຊົ່າບ່ອນ​ກິນ​ບ່ອນ​ຢູ່, ອ້າຍໄດ້​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກຫຼາຍ​ຄົນ, ອ້າຍ Long ແມ່ນ​ຄົນ​ໃຈ​ບຸນ, ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຮ່ຳ​ຮຽນ​ຕາມ​ແບບ​ຢ່າງ​ຂອງ​ລາວ​ໃນ​ການ​​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​​ຜູ້ທຸກຍາກ”.

          ທ່ານ Long ຄິດ​ວ່າ​ວຽກ​ງານ​ກຸ​ສົນ​ແມ່ນ​ມາ​ຈາກ​ສາຍ​ຈິດ​ມິດ​ໃຈ, ບໍ່​ແມ່ນ​ວ່າ​​ເປັນຜູ້​ຮັ່ງ​ມີ​ຈຶ່ງ​ສາ​ມາດ​ເຮັດ​ໄດ້. ສຳ​ລັບ​ທ່ານ​ແລ້ວ         ​​ເຮັດວຽກ​ງານ​ກຸ​ສົນ​ແມ່ນ​ປະ​ກອບ​ສ່ວນແບ່ງ​ປັນຄວາມ​ເສຍ​ຫາຍ, ຊ່ວຍ​ເຫຼືອ​​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ