ແມ່ນ້ຳແດງ - ລຳນ້ຳສາຍແມ່

(vovworld) - ​ເມື່ອ​ເຕື້ອງ​ເຖິງ​ທັງ​ລອງ - ຮ່າ​ໂນ້ຍ, ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ຄິດ​ເຖິງ​ໜອງ​ໂຮ່​ໄຕ, ໜອງ​ໂຮ່​ເກື່ອ​ມ ​ເທົ່າ​ນັ້ນ, ຫາກ​ຍັງ​ຄິດ​ເຖິງ​ແມ່​ນ້ຳ​ຮົ່ງ (​ແມ່​ນ້ຳ​ແດງ) ທີ່​ໄຫຼ​ຜ່ານບັນດາ​ແຂວງ​ພາກ​ເໜືອ ​ແລະ ​ທິດຕາ​ເວັນ​ອອກ​ຂອງ​ນະຄອນຫຼວງ​ອີກ​ດ້ວຍ. ສຳ​ຫຼັບ​ຊາວ​ຮ່າ​ໂນ້ຍ​ແລ້ວ, ​ແມ່​ນ້ຳ​ແດງ​ແມ່ນຂອງຂວັນ​ໂດຍ​ທຳ​ມະ​ຊາດ​ບັນດານ​ໃຫ້, ​ແມ່ນ​ແມ່​ນ້ຳ​ທີ່​ມີ​ຄວາມ​ໃກ້​ສິດ ​ແລະ ສະໜິດສະໜົມ. ຜ່ານ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ”ແມ່​ນ້ຳ​ແດງ - ລຳ​ນ້ຳ​ສາຍແມ່”, ນັກ​ຂ່າວ Le Phuong ຈະ​ຊ່ວຍ​ໃຫ້​ທ່ານ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ແມ່​ນ້ຳ​ທີ່​ມີ​ຊື່​ສຽງລຳ​ນີ້.

ແມ່ນ້ຳແດງ - ລຳນ້ຳສາຍແມ່ - ảnh 1

(ພາບ: google.com.vn)

        ​ແມ່​ນ້ຳ​ແດງ​, ຕອນໄຫຼ​ຜ່ານ​ບໍລິ​ເວນ​ນະຄອນ​ຮ່າ​ໂນ້ຍ ມີ​ຄວາມ​ຍາວ 163 ກ.ມ, ດ້ວຍ​ຂົວ​ກ່າຍ​ຂ້າມ 5 ​ແຫ​່ງ, ລວມມີ: ຂົວ​ທັງ​ລອງ, ຂົວ​ລອງ​ບຽນ, ຂົວ​ເຈືອງ​ເຢືອງ, ຂົວ​ວິ້ງ​ຕູຍ ​ແລະ ຂົວ​ແທງ​ຈີ່. ​ແມ່​ນ້ຳ​ແດງ​ຕອນ​ໄຫຼ​ຜ່ານ​ຮ່າ​ໂນ້ຍ ມີ​ລັກສະນະ​ສະ​ເພາະ​ຂອງ​ແຕ່​ລະ​ລະດູ: ມີ​ຍາມ​ນ້ຳ​ໃສ, ຍາມ​ນ້ຳ​ຂຸ່ນ. ​ໃນ​ຍາມ​ນ້ຳ​ແກ່ງ​ແມ່​ນ້ຳ​​ມີ​ສີແດງ, ຍາມ​ລະດູ​ໃບ​ໄມ້​ຫຼົ່ນ​​ແມ່​ນ້ຳ​ມີສີ​ບົວ, ບາງ​ເທື່ອ​ກໍ່​ມີ​ສີ​ເຫຼືອງ​. ​ໃນ​ຍາມ​ລະດູບານ​ໃໝ່​​ແມ່​ນ້ຳ​ພັດ​ມີ​ສີແດງ​ສ່ອງໃສປຽບ​ເໝືອນ​ແກ້ມ​ແດງ​ຂອງຍິງ​ສາວ.

        ​ແມ່​ນ້ຳ​ແດງ, ຫຼືເອີ້ນ​ວ່າ​ແມ່​ນ້ຳ​ກ້າຍ (ໝາຍ​ຄວາມ​ວ່າ​ລຳນ້ຳສາຍ​ແມ່). ນັບ​ແຕ່​ພັນ​ປີ​ມາ​ນີ້, ​ ແມ່​ນ້ຳ​ລຳ​ນີ້​ໄດ້​ນຳ​ເອົາ​ຄວາມ​ອຸດົມສົມ​ບຸນ ​ແລະ ດິນ​ສັນ​ດອນຈະ​ເລີ​ນພັນງອກ​ງາມມາ​ໃຫ້​ທົ່ງ​ນາ​ຢູ່​ພາກ​ເໜືອ, ພາຍຫຼັງ​ມື້​ວັນ​ເພັງ​ເດືອນ 7 ​, ​ເມື່ອ​ນ້ຳລົດ​ລົງ, ທັງ​ສອງ​ຟ​າກ​ຝັ່ງ​ແມ່​ນ້ຳ​ລ້ວນ​ແຕ່​ໄດ້​ປ້ານດິນ​ສັນ​ດອນຕື່ມ​ອີກ. ຍ້ອນ​ເຫດ​ນັ້ນ, ບັນດາ​ເຂດ​ດິນ​​ແຫ່ງທີ່​ແມ່​ນ້ຳ​​ແດງໄຫຼ​ຜ່ານ ລ້ວນ​ແຕ່​ແມ່ນ​ອູ່​ເຂົ້າອູ່​ປາ​ທີ່​ມີ​ຊື່​ສຽງ​ຄື: ​ເຂົ້າຕ໋າມຫາຍ​ເຫົ້າ, ​ເຂົ້າ​ບັກ​ເຮືອງ… ອັນ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ເຂດ​ດິນ​ສັນ​ດອນ​ແມ່​ນ້ຳ​ແດງ​ກາຍ​ເປັນ​ໜຶ່ງ​ໃນຈຳນວນອູ່​ເຂົ້າ​ໃຫຍ່​ 2 ​ແຫ່ງຂອງ​ທົ່ວ​ປະ​ເທດ. ​​ເລາະ​ລຽບ​ຕາມສອງຟາກ​ຝັ່ງ​ແມ່​ນ້ຳ​ແດງ, ຍັງ​​ເຫັນ​ສວນສາລີ​, ໜານ​ມັນ​ດາງ, ທົ່ງ​ໝາກທົ່ວ​ດິນທີ່​ຂຽວອຸ່ມ​ທຸ່ມ. ປ້າ Le Thi Du , ຊາວ​ກະ​ສີກ​ອນຕາ​ແສງ​ຈູງ​ເມົ່າ, ຢາ​ເລິ​ມ, ​ໃຫ້​ຮູ້​ວ່າ:

        ”ດິນ​ສັນ​ດອນ​ຂອງ​ແມ່​ນ້ຳ​ແດງ​ແມ່ນ​ອຸດົມສົມບູນຫຼາຍ. ດັ່ງ​ນັ້ນ, ຜັກ, ພືດ​ປູກ​ຢູ່​ຫາດ​ດິນ​ສັນ​ດອນນີ້ລ້ວນ​ແຕ່​ຂຽວ​ສົດ ​ແລະ ຮັບ​ຜົນ​ດີ. ຢູ່​ທີ່​ນີ້, ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ປູກ​ຜັກ​ດ້ວຍ​ດິນ​ສັນ​ດອນ​ຂອງ​ແມ່​ນ້ຳ, ນ້ຳ​ຫົດ​ກໍ່​ເອົາ​ມາ​ຈາກ​ແມ່​ນ້ຳ​ລຳ​ນີ້, ດັ່ງ​ນັ້ນ, ພັກ, ມັນ, ໝາກ​ໄມ້​ລ້ວນ​ແຕ່​ສະອາດ ​ແລະ​ ແຊບດີ. ​ແມ່​ນ້ຳ​ແດງ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳ​ຫຼັບ​ຊາວ​ກະ​ສີກ​ອນຄື​ພວກ​ຂ້າພະ​ເຈົ້າ”.

ແມ່ນ້ຳແດງ - ລຳນ້ຳສາຍແມ່ - ảnh 2

ແມ່ນ້ຳແດງໃນຍາມນ້ຳແກ່ງ

(ພາບ: google.com.vn)

        ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ປະຊາຊົນ​ຢູ່​ສອງ​ຟາກ​ຝັ່ງ​ແມ່​ນ້ຳ ​ໄດ້​ນຳ​ໃຊ້​ແມ່​ນ້ຳ​ລຳ​ນີ້​ເພື່ອ​ເປັນ​ທາງ​ໄປ​ມາ​ຄ້າຂາຍ​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ ກໍ່​ຄື​ກັບ​ຕ່າງປະ​ເທດ. ປະຈຸ​ບັນ, ​ເຖິງ​ວ່າ​ທາງ​ຄົມມະນາຄົມ​ໄດ້​ຮັບ​ການ​ພັດທະນາ​ດ້ວຍ​ສາຍ​ທາງ​ລົດ​ໄຟ, ທາງບົກ​​ແລ້ວ​ກໍ່ຕາມ, ​ແຕ່​ລູກ​ຄ້າ​ຫຼາຍ​ຄົນ​ຍັງ​ເລືອກ​ເອົາ​ແມ່​ນ້ຳ​ແດງ​ເປັນ​ເສັ້ນທາງ​ແລກປ່ຽນ​ຄ້າຂາຍ.

ແມ່ນ້ຳແດງ - ລຳນ້ຳສາຍແມ່ - ảnh 3
ລ່ອງເຮືອທ່ອງທ່ຽວແມ່ນ້ຳແດງ
(ພາບ: google.com.vn)

        ​ເມື່ອ​ເຕື້ອງ​ເຖິງ​ແມ່​ນ້ຳ​ແດງ, ​ເຂົາ​ເຈົ້າ​ຍັງ​ຄົງ​ຈົດຈຳ​ພື້ນຖານ​ອະລິຍະ​ທຳ​ທີ່​ມີ​ມາ​ກ່ອນ​ນີ້​ນັບ​ພັນ​ປີ. ຍ້ອນ​ມີ​ແມ່​ນ້ຳ​ແດງ​ຈຶ່ງ​ມີ​ເຂດ​ດິນ​ສັນ​ດອນ​ແມ່​ນ້ຳ​ແດງ ​ແລະ ມີ​ພື້ນຖານ​ອະລິຍະ​ທຳ​ແມ່​ນ້ຳ​ແດງ. ຍ້ອນ​ເຫດ​ນັ້ນ, ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ແລະ ຈິດ​ວິນຍານ​ຂອງ​ປະຊາຊົນ​ຈຶ່ງ​ນັບ​ມື້​ນັບ​ພັດທະນາ, ມີ​ຫຼາຍ​ງານ​ບຸນ​​ປະ​ເພນີ, ບັນດາ​ຮີດຄອງ​ປະ​ເພນີ​ໃນ​ເມື່ອ​ກ່ອນ​ຍັງ​ຄົງ​ໄດ້​ຮັບ​ການ​ສືບ​ທອດ ​ແລະ ​ພັດທະນາຈົນ​ເຖິງ​ປະຈຸ​ບັນ. ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ທຳ​ມະ​ຊາດ ​ແລະ​ ພາວະນາຂໍ​ໃຫ້​ດິນ​ຟ້າ​ອາກາດ​​ເອື້ອອຳນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້ການ​ປູກຝັງ​ໄດ້​ຮັບ​ຜົນ​ດີ, ​ຂໍ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ ​ແລະ ປະຊາຊົນ​ຢູ່​ເຢັນ​ເປັນ​ສຸກນັ້ນ, ປະຊາຊົນ​ຢູ່​ບັນດາ​ທ້ອງ​ຖີ່​ນ​ແຄມ​ແມ່​ນ້ຳ​ເຄີຍ​ຈັດ​ຕັ້ງ​ພິທີ​ແຫ່​ນ້ຳ​ຈາກ​ແມ່​ນ້ຳ​ຕາມ​ຮີດຄອງປະ​ເພນີຂອງ​ບັນພະບຸລຸດ. ປ້າ Nguyen Thi Oanh, ຊາວບ້ານ​ເຍິດ​ເຕີນ, ​ເມືອງ​ບາ​ດິ່ງ, ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        ”5 ປີ​​ໃດເທື່ອ​ໜຶ່ງ, ໝູ່​ບ້ານ​ຂອງ​ຂ້າພະ​ເຈົ້າ​ກໍ່​ຈັດ​ພິທີ​ແຫ່​ນ້ຳ​ຈາກແມ່​ນ້ຳ​ແດງມາ​ສາລາ​ເພື່ອ​ບູຊາ. ນ້ຳ​ຕ້ອງ​ນຳ​ມາ​ຈາກ​ປາກແມ່​ນ້ຳ​ແດງ​ບ່ອນ​ທີ່​ແມ່​ນ້ຳສາມສາຍ​ໄຫຼ​ປ່ອງ​ໃສ່​ກັນ, ​ໂດຍ​ເຈົ້າ​ຂອງ​ພິທີ​ບູຊາ​ລ່ອງ​ເຮືອ​ໄປ​ຕັກ​ເອົາ​ເອງ. ​ແລະ ​ນ້ຳ​ທີ່​ຕັກ​ເອົາ​ມາ​ນັ້ນ​ຈະ​ຖືກ​ຮັກສາ​ໄວ້​​ໃນ​ສາລາ​ເປັນ​ເວລາ 5 ປີ​ຈົນ​ເຖິງ​ພິທີ​ບູຊາ​ຄັ້ງ​ຕໍ່​ໄປ”.

        ບໍ່​ພຽງ​ແຕ່​ແມ່ນ​ລຳ​ແມ່​ນ້ຳ​ທີ່​ຕິດ​ພັນ​ກັບ​ຊາວ​ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ ​ແລະ​ປະຊາຊົນ​ບັນດາ​ແຂວງ​ທາງ​ພາກ​ເໜືອ​ເວົ້າ​ລວມ​ເທົ່າ​ນັ້ນ, ​ແມ່​ນ້ຳ​​ແດງ​ຍັງ​ແມ່ນ​ແຫ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ໄດ້​ມາ​ຢ້ຽມຊົມ​ແມ່​ນ້ຳລ​ຳນີ້​ອີກ​ດ້ວຍ. ນັກ​ທ່ອງ​ທ່ຽວ​ຊາວ​ອົດ​ສະ​ຕາ​ລີ​ຜູ້​ໜຶ່ງ​ໄດ້​ເວົ້າ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ແມ່​ນ້ຳ​ແດງ​ວ່າ:

        ”ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ແມ່​ນ້ຳ​ລຳ​ນີ້​ທີ່​ສຸດ. ຢູ່​ລຽບ​ຕາມ​ສອງ​ຟາກ​ຝັ່ງ​ແມ່​ນ້ຳ​ແດງ​ແມ່ນບັນດາ​ໝູ່​ບ້ານ, ພື້ນຖານ​ວັດທະນະທຳ ​ແລະ​ ບັນດາ​ຮ່ອງຮອຍ​ປະຫວັດສາດ. ຖ້າ​ມີ​ໂອກາດ​ກັບ​ມາ​ຢ້ຽມຢາມ​ແຫ່ງ​ນີ້, ຂ້າພະ​ເຈົ້າ​ຈະ​ເຊື້ອ​ເຊີນ​ເພື່ອນ​ມິດ​ຂອງ​ຕົນ​ໄປ​ທ່ອງ​ທ່ຽວ​ລຽບ​ຕາມ​ສອງ​ຟາກຝັ່ງ​ແມ່​ນ້ຳ​ແດງ​ດ້ວຍ​ລົດຖີບ ​ເພື່ອ​ຊອກ​ຮູ້​ຕື່ມ​ກ່ຽວ​ກັບ​ແມ່​ນ້ຳ​ລຳ​ນີ້”

        ນັບ​ແຕ່​ພັນ​ປີ​ມາ​ນີ້, ​ແມ່​ນ້ຳ​​ແດງໄດ້​ກາຍ​ເປັນ​ພາກສ່ວນ​ທີ່​ຂາດ​ບໍ່​ໄດ້​ຂອງ​ປະຫວັດສາດ​ຫວຽດນາມ​ຢ່າງ​ເດັດຂາດ, ​ໃນ​ນັ້ນ​ມີ​ປະຫວັດສາດ​ນັບ​ພັນ​ປີ​ຂອງ​ນະຄອນຫຼວງ. ​ເຖິງ​ວ່າການ​ເວລາ​ຈະ​ລ່ວງ​ເລີຍ​ໄປ​​ກໍ່ຕາມ, ​ແຕ່​ນະຄອນ​ນັບ​ມື້​ນັບ​ພັດທະນາ ​​ແລະ ແມ່​ນ້ຳ​ແດງ​ຍັງ​ຄົງ​ນຳ​ເອົາ​ດິນ​ສັນ​ດອນ​ມາ​ໃຫ້​ສອງ​ຟາກ​ຝັ່ງ, ​ແລະ ​ເປັນ​ພິຍານ​ຫຼັກ​ຖານ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ​ນະຄອນຫຼວງ, ​ແມ່ນ​ລຳ​ແມ່​ນ້ຳ​ສາຍແມ່​ທີ່​ຫຼໍ່ລ້ຽງດິນ​ແດນ ບ່ອນ​ທີ່​ມັນ​ໄຫຼ​ຜ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ