ໂກນເຊີນ - ເກັບບາກ: ດິນແດນທີ່ສັກສິດ ໃຫ້ກຳເນີດບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ

(VOVWORLD) -    ເຂດປູຊະນີຍະສະຖານລະດັບຊາດພິເສດ ໂກນເຊີນ - ເກັບບາກ ດ້ວຍປູຊະນີຍະສະຖານນັບຮ້ອຍແຫ່ງ ນອນລຽບຕາມເນື້ອທີ່ດິນຫຼາຍກວ່າ 8.000 ເຮັກຕາ ຂຶ້ນກັບ 8 ຕາແສງ ທີ່ນະຄອນ ຈີ໊ລິງ ແຂວງ ຫ໋າຍເຢືອງ. ດິນແດນແຫ່ງນີ້ ຕິດພັນກັບໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງປະເທດຂາດ ແລະ ຊີວິດພາລະກິດ ຂອງບັນດານັກວິລະຊົນແຫ່ງຊາດ ເຊິ່ງພົ້ນເດັ່ນຂຶ້ນແມ່ນນາຍພົນ  ເຈິ່ນກວັກຕ໊ວນ ແລະ ນັກວັດທະນະທຳໂລກ ຫງວຽນຈ໊າຍ
ໂກນເຊີນ - ເກັບບາກ: ດິນແດນທີ່ສັກສິດ ໃຫ້ກຳເນີດບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ - ảnh 1ເຂດປູຊະນີຍະສະຖານລະດັບຊາດພິເສດ ໂກນເຊີນ - ເກັບບາກ ນອນລຽບຕາມເນື້ອທີ່ດິນຫຼາຍກວ່າ 8.000 ເຮັກຕາ ຂຶ້ນກັບ 8 ຕາແສງ ທີ່ນະຄອນ ຈີ໊ລິງ ແຂວງ ຫ໋າຍເຢືອງ

     ທ່າເຮືອ ວ້ານກຽບ, ແມ່ນ້ຳ ລຸກເດົາ ແມ່ນບັນດາສະຖານທີ່ທີ່ລືຊື່ ຕິດພັນກັບຊີວິດພາລະກິດຂອງນາຍພົນ ເຈິ່ນກວັກຕ໊ວນ ເຊິ່ງແມ່ນບຸກຄົນໄດ້ຮັບການມອບໝາຍຈາກບັນດາເຈົົ້າຊີວິດ ໃນສະໄໝລາດຊະວົງ ເຈິ່ນ ເປັນຜູ້ບັນຊາການສູງສຸດຂອງກອງທັບ ເຊິ່ງໄດ້ຕີເອົາຊະນະພວກທະຫານ ມົງໂກນ ເຂົ້າມາຮຸກຮານ 3 ຄັ້ງ ໃນປີ 1258, 1285 ແລະ 1288 ເພື່ອປົກປັກຮັກສາດິນແດນ ຫວຽດນາມ. ນັກຄົ້ນຄວ້າວິທະຍາສາດ ຕັງບ໊າແຮັ່ວງ ໃຫ້ຮູ້ວ່າ:

      “ພາຍຫຼັງການຕໍ່ຕ້ານ ຕ້ານພວກທະຫານ ມົງໂກນ ຄັ້ງທີໜຶ່ງ ນາຍພົນ ເຈິ່ນຮຶງດ້າວ ໄດ້ກັບເມືອ ເກັບບາກຕັ້ງຖານທີ່ໝັ້ນຢູ່ແຫ່ງນີ້ ເພາະວ່າ ເພິ່ນຮັບຮູ້ໄດ້ວ່າ ນີ້ແມ່ນແຫ່ງທີ່ສັດຕູມາຈາກທິດເໜືອເຕົ້າໂຮມກຳລັງຢູ່ທີ່ນີ້ ເພື່ອບຸກໂຈມຕີກຸງ ທັງລອງ.ເກັບບາກ ຢູ່ໃກ້ກັບຈຸດ 6 ແຍກຂອງ 6 ສາຂາແມ່ນ້ຳ ຢູ່ສະຖານທີ່ແຫ່ງນີ້ ກໍ່ສາມາດຂຶ້ນເຂດທາງທິດເໜືອ ກັບຄືນສູ່ກຸງ ທັງລອງ ສາມາດກັບຄືນເຂດທົ່ງພຽງ ແລະ ອອກສູ່ທະເລໄດ້ຢ່າງສະດວກສະບາຍ. ພິເສດການຕໍ່ຕ້ານ ຕ້ານພວກທະຫານ ມົງໂກນ ຄັ້ງທີສອງ ຄັ້ງທີສາມນັ້ນ ເກັບບາກ ບໍ່ພຽງແຕ່ແມ່ນແຫ່ງທີ່ສັດຕູ ເຕົ້າໂຮມເທົ່ານັ້ນ ຫາກຍັງແມ່ນແຫ່ງເກີດມີບັນດາການສູ້ຮົບ ທີ່ອົງອາດກ້າຫານ ແລະ ສິ້ນສຸດສົງຄາມ.”

     ນາຍພົນ ເຈິ່ນກວັກຕ໊ວນ ເຖິງແກ່ມໍລະນະກຳ ເມື່ອວັນທີ 20 ເດືອນ 8 ປີ ຊວດ ປີ 1300. ປະຊາຊົນ ຫວຽດນາມ ໄດ້ເຊີດຊູທ່ານເປັນພະອໍລະຫັນ ແລະ ໄດ້ປຸກສ້າງວິຫານບູຊາ ອາໄລຫາຄຸນງາມຄວາມດີຂອງທ່ານ. ໃນແນວຄິດຈິດໃຈຂອງຊາວ ຫວຽດນາມ, ນາຍພົນ ເຈິ່ນກວັກຕ໊ວນ ແມ່ນພະອໍລະຫັນທີ່ສັກສິດ. ຖ້າຫາກວ່າ ເກັບບາກ ແມ່ນເວົ້າເຖິງພາລະກິດຕີເອົາພວກສັດຕູ ມົງໂກນ ຂອງ ເຈິ່ນຮຶງດ້າວ ນັ້ນ ເຂດປູຊະນີຍະສະຖານປະຫວັດສາດ ໂກນເຊີນ ເປັນທີ່ຮູ້ຈັກກັນດີ ແມ່ນສູນພຸດທະສາສະໜາຂອງສາສະໜາພຸດ ນິກາຍ ຈຸກເລິມ. ທ່ານ ຫງວຽນວັນເກື່ອງ ຮອງຫົວໜ້າຄະນະຄຸ້ມຄອງ ປູຊະນີຍິສະຖານປະຫວັດສາດ ໂກນເຊີນ - ເກັບບາກ ແບ່ງປັນວ່າ:

      “ມາຮອດປັດຈຸບັນ ວັດໂກນເຊີນ ຍັງເກັບຮັກສາແຜ່ນສີລາຈາລຶກ 16 ແຜ່ນ ເຊິ່ງມີມາແຕ່ດົນນານທີ່ສຸດ ຈາກສະໄໝເຈົ້າຊີວິດ ເຈິ່ນເຢະຕົງ  ແລະ ແຜ່ນສີລານີ້ ໄດ້ຮັບການຢັ້ງຢືນແມ່ນຂອງປະເສີດລະດັບຊາດ ເມື່ອປີ 2015; ແຜ່ນສີລາ 12 ແຜ່ນໃນສະໄໝ ລາດຊະວົງ ເລ  ຈາກຕົ້ນສະຕະວັດ XVII ຫາທ້າຍສະຕະວັດ XVIII ແລະ ແຜ່ນສີລາ 3 ແຜ່ນໃນສະໄໝລາດຊະວົງ ຫງວຽນ. ແຜ່ນສີລາທັງໝົດເຫຼົ່ານັ້ນ ໄດ້ສະແດງໃຫ້ເຫັນບັນດາຄຸນຄ່າທາງດ້ານວັດທະນະທຳ ຂອງເຂດປູຊະນີຍະສະຖານ ໂກນເຊີນ. ບັນດາເຈົ້າຊີວິດ ເສນາອາມາດ ກໍ່ລ້ວນແຕ່ຖືກ ໂກນເຊີນ ແມ່ນສະຖານທີ່ນະມັດສະການ ແລະ ຢູ່ແຫ່ງນີ້ໃນແຕ່ລະປີ ເຄີຍຈັດຕັ້ງພິທີພາວະນາ ໃຫ້ປະເທດຊາດມີສັນຕິພາບ ປະຊາຊົນມີຄວາມຢູ່ເຢັນເປັນສຸກ ລະດູການຜະລິດໄດ້ຮັບຜົນດີ”.

       ປັດຈຸບັນ ໂກນເຊີນ - ເກັບບາກ ຍັງມີປູຊະນີຍະສະຖານປະຫວັດສາດວັດທະນະທຳ - ທິວທັດທຳມະຊາດທີ່ລືຊື່ຫຼາຍແຫ່ງອື່ນຄື ພູຫງູຍາກ, ວິຫານ ເໝົາຊິງ, ວິຫານ ແທັ໊ງຮວ໊າ, ວິຫານ ນາມຕ່າວ - ບັກເດົ່າ, ວັດແທັງມາຍ... ຕິດພັນກັບບັນດາເຫດການປະຫວັດສາດຂອງຊາດ. ປັດຈຸບັນເອກະສານ ເພື່ອຢື່ນສະເໜີຕໍ່ ອົງການ Unesco ຢັ້ງຢືນກຸ່ມປູຊະນີຍະສະຖານ ໂກນເຊີນ - ເກັບບາກ ແລະ ອຽນຕື໋ ແມ່ນມໍລະດົກວັດທະນະທຳໂລກ ພວມຖືກແຂວງ ຫ໋າຍເຢືອງ, ກວ໋າງນິງ, ບັກຢາງ ສົມທົບກັນຜັນຂະຫຍາຍ. ທ່ານ ຈ້ຽວເຖຮຸ່ງ  ປະທານຄະນະກຳມະການປະຊາຊົນ ແຂວງ ຫ໋າຍເຢືອງ ໃຫ້ຮູ້ວ່າ:

       “ຊື່ຂອງເອກະສານ ຂອງແຂວງ ຫ໋າຍເຢືອງ ທີ່ຢື່ນສະເໜີນັ້ນແມ່ນ “ເຂດປູຊະນີຍະສະຖານ ທິວທັດທຳມະຊາດ ອຽນຕື໋ ແລະ ໂກນເຊີນ - ເກັບບາກ” ຕັ້ງຊື່ເຊັ່ນນັ້ນຈຶ່ງມີສອງຄຸນຄ່າທີ່ຄົບຖ້ວນ ກ່ຽວກັບວັດທະນະທຳໃນສະໄໝລາດຊະວົງ ເຈິ່ນ ແລະ ວັດທະນະທຳແນວຄິດຂອງເຈົ້າຊີວິດພະພຸດ ເຈິ່ນເຍິນຕົງ ໃນນິກາຍ ຈຸກເລິມ ແລະ ຮັບປະກັນການຄົ້ນຄວ້າລະຫວ່າງເຂດ ແລະ ຮັບປະກັນລັກສະນະຄົບຖ້ວນຂອງເຂດວັດທະນະທຳ ຂະນະທີ່ເຮົາຢື່ນສະເໜີເອກະສານຕໍ່ Unesco”.

      ໂກນເຊີນ - ເກັບບາກ ມີຄວາມສະຫງົບງຽບໃນທ່າມກາງປ່າແປກທີ່ມີອາຍຸນັບພັນປີ ພ້ອມກັບວັດວາອາຮາມທີ່ມີມາແຕ່ດົນນນານ. ບໍ່ໃຫຍ່ມະໂຫຖານ ແຕ່ຄວາມງາມຊ້ອນແຝງ ສິສັນວັດທະນະທຳພາໃຫ້ ໂກນເຊີນ - ເກັບບາກ ຍາມໃດກໍ່ມີຄວາມດູດດື່ມ ກາຍເປັນເຂດທ່ອງທ່ຽວັດທະນະທຳຈິດວິນຍານພິເສດ,  ສະຖານທີ່ທ່ອງທ່ຽວທີ່ຂາດບໍ່ໄດ້ໃນການເດີນອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍຂອງຊາວ ຫວຽດນາມ ແລະ ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.

ຕອບກັບ

ຂ່າວ/ບົດ​ອື່ນ