ໂນນ A1 ແລະ ບັ້ນໂຈມຕີທີ່ດຸເດືອດໃນເມື່ອກ່ອນ

(vovworld)- ປູຊະນີ​ຍະສະ​ຖານ​ປະຫວັດສາດ​ໂນນ​ A1 ​ແມ່ນ​ໂນ​ນມີ​ຄວາມ​ສູງ 32 ​ແມັດ​ເມື່ອ​ທຽບ​ໃສ່​ຫນ້າ​ທາງ, ດ້ວຍ​ເນື້ອ​ທີ່ 82.000 ຕາລາງ​ແມັດ, ຫ່າງ​ຈາກ​ຂຸມ​ບັນຊາ​ກຸ່ມ​ຖານທີ່​ໝັ້ນ​ໃຫຍ່​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝລ່ັງ​ ຢູ່ ດ້ຽນບຽນ​ຝູ ໄປທາງ​ທິດຕາ​ເວັນ​ຕົກ​ 500 ​ແມັດ. ບໍລິ​ເວນ​ນີ້​ແມ່ນ​​ເປົ້າໝາຍ​ເພື່ອ​ຕີ​ຢືດຄອງ​ເປັນ​ເວລາຍາວ​ນານ​ລະຫວ່າງ​ທະຫານຫວຽດນາມ ​ແລະ ທະຫານ ຝລັ່ງ ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູປີ 1954.​

                             

ໂນນ A1 ແລະ ບັ້ນໂຈມຕີທີ່ດຸເດືອດໃນເມື່ອກ່ອນ - ảnh 1

        ໂນນ​ A1 ພ້ອມ​ກັບ​ບັນດາສາຍໂນນ​ທາງ​ທິດຕາ​ເວັນ​ອອກຄື: C1,D2,E1,E2 ​ໄດ້ສ້າງ​ເປັນ​ກຳ​ແພງ​ອັນ​ໝັ້ນ​​ແກ່ນ​ເພື່ອ​ປ້ອງກັນ​ໃຫ້​ເຂດ​ໃຈກາງ, ​ໃນ​ນັ້ນ ມີ​ຂຸມບັນຊາ De Castries. ຈາກ​​ໂນນ​ A1 ທ່ານສາມ​າດສັງ​ເກດ​​ເຫັນທັງ​ໝົດ​ເຂດ​ໃຈກາງ​ຂອງ​ນະ​ຄອນ ດ້ຽນບຽນ​ຝູ ຄື​ເຂດ​ໝໍ້​ຂາງ, ໂນນ​ D1,C1,C2,E1, E2, ຂຸມບັນຊາ De Castries, ສະຫນາມ​ບິນ ​ເມື່ອ​ງ​ແທງ, ທົ່ງ​ນາ A1, ​ເຂດສຸສານ A1 ຢູ່​​ຕີນ​ໂນນ​. ຖານ​ທີ່​ໝັ້ນ​ນີ້​ຊື່​ງ ທະ​ຫານຝລັ່ງ ຖື​ວ່າ​ແມ່ນ​ແຜ່ນ​ບັງ​ເຫລັກ​ເພ່ືອປ້ອງ​ກັນ​​ຂຸມບັນຊາ​ຂອງ De Castries. ສຳລັບ​ທະຫານຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ນີ້​ແມ່ນ​ຖານ​ທີ່​ໝັ້ນ​ຍາກ​ທີ່ີຢືດຄອງ​ໄດ້. ບັ້ນ​ຮົບ​ດ້ຽນບຽນ​ຝູ ​ແກ່ຍາວ​ໃນ​ເວລາ 56 ວັນ ​ແລະ​ຄືນ, ທະຫານຫວຽດນາມ ຕ້ອງ​ສູ້​ຮົບ​ໃນ​ຕະຫລອດ 39 ວັນ ​ແລະ ຄືນ, ​ນັກຮົບ​​ຖືກເສຍສະຫລະ​ຊີວິດ​ກວ່າ 2000 ຄົນ ຈຶ່ງ​ສາມາດຢືດຄອງທີ່​ຕັ້ງ​ນີ້​ໄດ້.

        ​ເສັ້ນທາງຂຶ້ນ​​ໂນນ​ A1 ຕ້ອງ​ຍ່າງ​ຕາມ​ຂັ້ນ​ໄດ​ຫິນ. ຢືນ​ຢູ່ເທິງໂນນ​ A1 ທ່ານສາມາດ​ເຫັນ​ລະບົບ​ຂຸມຄອງ​ລຳລຽງ​ຂົນ​ສົ່ງ​ຂອງ​ກອງທັບ​ ຝລັ່ງ ຂຶ້ນ​ຖານ​ທີ​່ໝັ້ນ​ໃຫຍ່ A1 ​ໃນ​ເມື່ອ​ກ່ອນ. ນັກຮົບ​ເກົ່າ ຟ້າ​ມບາ​ມ່ຽວ, ອາຍຸ 84 ປີ ຢູ່ ນະຄອນ ດ້ຽນບຽນ​ໃຫ້​ຮູ້​ວ່າ:

        “ກອງທະຫານ​ຂ້າພະ​ເຈົ້າ​ສູ້​ຮົບ​ຢູ່​ໂນນ​ A1 ນັບ​ແຕ່​ໄລຍະ​ຫົວ​ທີ​ຈົນ​ເຖິງ​​ເມື່ອ​ສິ້ນ​ສຸດບັ້ນ​ຮົບ. ບັນດາບັ້ນ​ໂຈມ​ຕີ​ໃນ​ຕະຫລອດ​ບັ້ນ​ຮົບ​ບໍ່​ນັບ​​ວັນ, ​ແລະຄືນ. ບາງ​ເທື່ອ​ຂາດ​ແຄນ​ອາຫານ, ບໍ່​ໄດ້​ນອນ ​ແຕ່​ສຸມ​ກຳລັງ​ເພື່ອ​ຕີ​ສັດ​ຕູ, ສູ້​ຮົບ​ແທນ​​ໃຫ້ບັນດາສະຫນາມຮົບ​ອື່ນ​ຂອງ​​ເພື່ອນ​ຮ່ວມ​ກົມ​ກອງ​ຕົນ. ພວກ​ຂ້າພະ​ເຈົ້າ​​ລະ​ເບີດ​ໃຫ້​ໄດ້​​ຢູ່​ໂນນ A1 ກໍ່​ບໍ່​ແມ່ນ​ງ່າຍ. ​ການ​ຢືດຄອງ​ເອົາ​ທີ່​ດິນ​ແຕ່ລະ​ແມັດ​ຢູ່​ໂນນ​ A1 ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ. ພວກ​ຂ້າພະ​ເຈົ້າ​ຕ້ອງ​ຂຸດລະບົບ​ຂຸມ​ຄອງ​ຈາກ ຕາ​ແລ່ງ​ເຖິງ​​ໂນນ​ A1. ພວກ​ຂ້າພະ​ເຈົ້າ​ຕ້ອງຢືດຄອງ​ສະຫນາມຮົບ​ກັບ​ສັດຕູ​ ​ໃນແຕ່ລະມື້ ແລະ ຢາກເປີດ​ເສັ້ນທາງ​ທີ່​ສຳຄັນ ຕ້ອງ​ທຳລາຍ​ລົດ​ຖັງ 2 ຄັນ, ປ້ອມ​ໝັ້ນ​ນ້ອຍຫລາຍແຫ່ງ ​.”

ໂນນ A1 ແລະ ບັ້ນໂຈມຕີທີ່ດຸເດືອດໃນເມື່ອກ່ອນ - ảnh 2

        ປະຈຸ​ບັນ ຮ່ອງຮອຍ​ກ່ຽວ​ກັບ​ບັນດາ​ບັ້ນ​ໂຈມຕີທີ່​ນອງ​ເລືອດ​ໃນ​ເມື່ອ​ກ່ອນຢູ່​ບໍລິ​ເວນ​ໂນນ A1 ຍັງ​ຄົງ​ໄດ້ຮັບການຮັກສາໄວ້ຄື​ເກົ່າ. ​ເອື້ອຍ ຫລໍ່ທິຊີງ, ຜູ້ນຳ​ທ່ຽວ​ ສັງກັດຫໍພິພິດທະພັນ​ປະຫວັດສາດ ດ້ຽນບຽນ​ຝູ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ຫນຶ່ງ​ໃນ​ຈຳນວນລົດ​ຖັນ 2 ຄັນ ຊື່​ງທະຫານ​ຝລັ່ງນຳ​ໃຊ້​ເພື່ອ​ຕ່າວ​ຕີ​ທະຫານ ຫວຽດນາມ ຖືກ​ກອງຮ້ອຍ 600 ຂອງ​ສະຫາຍ ລື​ວຫວຽດຫື​ວ ນຳ​​ໃຊ້​ປືນ bagioco ຍິງ​ທຳລາຍ​ໃນ​ຮຸ່ງ​ເຊົ້າ​ວັນ​ທີ 1/4/1954. ຢູ່ຄຽງ​ຂ້າງ​ແມ່ນ​ຂຸມຝັງ​ສົບ​ຂອງ​ໝູ່​ນັກຮົບ 4 ຄົນ​ທີ່​ຖືກ​ເສຍສະຫລະ​ຊີວິດ​ເມ​ື່ອຍິງ​ທຳລາຍ​ລົດ​ຖັງ.”

        ​ເພື່ອຢືດຄອງ​ໃຫ້​ໄດ້​ຖານ​ທີ່​ໝັ້ນ A1, ຊື່​ງ​ແມ່ນ​ຖານ​ທີ່​ໝັ້ນ​ປອດ​ໄພ​ທີ່​ສຸດ​ຂອງ​ກຸ່ມຖານ​ທີ່​ໝັ້ນ​ດ້ຽນບຽນ​ຝູ, ທະຫານ​ຂອງ ພົນ​​ເອກ ຫວໍ​ງວຽນ​ຢາ​ບ ​ໄດ້​ປະຕິບັດ​ວິທີ​ການ​ທີ່​ສະຫລາດ​ສະຫລຽວ ​ແລະ ກ້າຫານ ນັ້ນ​ແມ່ນ​ ຂຸດ​ທາງໃຕ້​ດິນ, ວາງ​​ລະ​ເບີດ​ໃຫຍ່ ​ເພື່ອ​ທຳລາຍ​ຂຸມ​ບັນຊາ​ຂອງ​ຖານ​ທີ່​ໝັ້ນ A1. ​ເອື້ອຍ ຫລໍ່​ທິຊີງ ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ເລື່ອງ​ຂຸດ​ທາງ​ໃຕ​້ດິນ​ແມ່ນ​ມອບ​​ໃຫ້​ນັກຮົບ 25 ຄົນ. ​ເມື່ອ​ຂຸດ​ເຂົ້າ​ເລິກ​ຍິ່ງ​ຂາດ​ອົກຊີ​ແຢນ, ຕ້ອງມີ​ຜູ້​ຢືນ​ຕາມ​ຫລັງ​ວີ​ໃຫ້​ຜູ້​ເຂົ້າ​ກ່ອນ. ດິນ​ທີ່​ຂຸດ​ມາ​ໄດ້​ຕ້ອງ​​ເອົາ​ໃສ່​ຖົງຈ້ອງ, ຂົນ​ອອກ​ນອກ ​ແລະ ​ເພື່ອ​ປ້ານ​ຕື່ມ​ໃສ່​ລະບົບ​ຂຸມ​ຄອງ. ​ໃນ​ເວລາ 15 ວັນ, ​ເສັ້ນທາງ​​ໃຕ້​ດິນ​ມີ​ຄວາມ​ຍາວ 47 ​ແມັດ ​ໄດ້ຮັບການຂຸດສຳ​ເລັດ. ກົງ​ກັບ​ເວລາ 20 ​ໂມງ 30 ນາທີ ຂອງ​ວັນ​ທີ 6/5/1954, ບັນດາ​ນັກຮົບ​ໄດ້​ຮັບ​ຄຳ​ສັ່ງ​ທຳ​ລະ​ເບ​ີດມີ​ນຳ້ຫນັກ 1 ​ໂຕນ​​ແຕກໃນ​ຂຸມ. ສຽງ​ລະ​ເບີດ​​​ສັ່ນ​ສະ​ເທື່ອ​ນທົ່ວ​​ເຂດໂນນ​, ດັບ​ສູນ​ກອງຮ້ອຍ​ຫນຶ່ງ​ຂອງ​ສັດຕູ, ​ເຮັດ​ໃຫ້​ສັດຕູ​ຢູ່​ໃນ​ຂຸມ​ຈັ້ງ​ໝັ້ນ, ຕົກ​ສະທ້ານ​ຢ້ານ​ກົວທີ່ສຸດ. ໂດຍກຳ​ໄດ້​ກາລະ​ໂອກາດ​ນັ້ນ, ພວກ​ເຮົາ​ຢືດຄອງ​ໄດ້​ຖານ​ທີ່​ໝັ້ນ A1, ດັບ​ສູນ​ສັດຕູ 850 ​ຄົນ, ປັດ​ເຂ່ຍ 4 ກອງພັນ​ນ້ອຍ​ຊຳນານ​ຮົບ​ຂອງຝລ່ັງ. ”

        ບ່ອນ​ທີ່​ລ​ະ​ເບີດ​ແຕກ​ໃນ​ເມື່ອ​ກ່ອນ ​ໄດ້​ຮັບ​ການ​ບູລະນະ​ປະຕິ​ສັງ​ຂອນ​ເມື່ອ​ປີ 2004, ດ້ວຍຄວາມ​ເລິກ 13 ​ແມັດ, ກວ້າງ 18 ​ແມັດ, ຄື​ດັ່ງຮ່ອງຮອຍ​       ປ​ະຫວັດ​ສາດ​ອັນ​ສະຫງ່າ​ລາສີ. ຂຸມ​ຈັ້ງ​ໝັ້ນ​ຂອງ​ກອງບັນຊາ​ໂນນ​ A1 ຍັງ​ຄົງ​ຮັກສາ​ໄວ້​ໄດ້. ລະບົບ​ຮົ້ວເຫລັກປ້ອງກັນ, ປ້ອມ​ໝັ້ນ10 ແຫ່ງໃນຈຳນວນ 37 ແຫ່ງຂອງທະຫານ ຝລັ່ງ ​ແລະ ຮ່ອງຮອຍ​ອື່ນ​ຢູ່ ​ໂນນ​ພູ A1 ປະຈຸ​ບັນ​ຍັງ​ສະ​ແດງ​ໃຫ້​ເຫັນ​ໄລຍະ​ທີ່​ລຳບາກ​ກາກ​ກຳ​ເປັນ​ເວລາ“56 ວັນ​​ແລະ​ຄືນ​​​ເພື່ອ​​ໃຫ້​ມີ​ໄຊຊະນະ ດ້ຽນບຽນ​ຝູ​ ທີ່​ສະຫງ່າ​ລາສີ.

ຕອບກັບ

ຂ່າວ/ບົດ​ອື່ນ