ໄປດ່າຫຼາດຊີມບັນດາຂອງກິນທີ່ແຊບນົວພິເສດ ເຊິ່ງປຸງແຕ່ງຈາກໝາກໂກ

(VOVWORLD) -ດ່າຫຼາດ ແມ່ນເຂດດິນສຳລັບຕົ້ນໄມ້ກິນໝາກຫຼາຍຊະນິດຢູ່ເຂດໜາວທີ່ເຕີບໂຕດີ, ໃນນັ້ນ ໝາກໂກ ດ່າຫຼາດ ແມ່ນໝາກໄມ້ຊະນິດພິເສດ ໄດ້ຮັບຄວາມນິຍົມບໍລິໂພກຈາກແຂກທ່ອງທ່ຽວ. ຈາກໝາກໄມ້ຊະນິດນີ້ ຊາວທ້ອງຖິ່ນໄດ້ປຸງແຕ່ງເປັນບັນດາຂອງກິນທີ່ແຊບນົວພິເສດພ້ອມທັງແທດເໝາະເພື່ອໃຫ້ແຂກທ່ອງທ່ຽວຊື້ເມືອເປັນຂອງຕ້ອນ
ໄປດ່າຫຼາດຊີມບັນດາຂອງກິນທີ່ແຊບນົວພິເສດ ເຊິ່ງປຸງແຕ່ງຈາກໝາກໂກ - ảnh 1ບັນດາຜະລິດຕະພັນໝາກໂກດ່າຫຼາດ

ໝາກໂກແມ່ນໝາກໄມ້ຊະນິດໜຶ່ງຢູ່ເຂດອຸ່ນ, ເພາະສະນັ້ນ ດ່າຫຼາດ ໄດ້ຮັບການຕີລາຄາວ່າ ແມ່ນແທດກັບກັບຕົ້ນ ໝາກໂກ ທີ່ເຕີບໂຕດີທີ່ສຸດ ຍ້ອນອາກາດເຢັນສະບາຍ. ໃນລະດູໝາກໂກສຸກ ກໍ່ແມ່ນຍາມເກີດຝົນຕົກຢູ່ ດ່າຫຼາດ ດັ່ງນັ້ນກໍ່ເອື້ອອຳນວຍຄວາມສະດວກໃຫ້ແກ່ຕົ້ນໝາກໂກເຕີບໂຕ. ເພາະສະນັ້ນ ຊາວສວນຜູ້ບົວລະບັດຕົ້ນໝາກໂກ ກໍ່ບໍ່ຕ້ອງການໃຊ້ກຳລັງເຫື່ອແຮງຫຼາຍເກີນໄປ ເພື່ອບົວລະບັດຕົ້ນໝາກໂກ ແຕ່ຕົ້ນໄມ້ຊະນິດນີ້ຍັງສາມາດໃຫ້ປະລິມານ ແລະ ຄຸນນະພາບດີທີ່ສຸດ. ໝາກໄມ້ຊະນິດນີ້ ກໍ່ບັນຈຸທາດນ້ຳຕານ, ວິຕາມິນ ແລະ ທາດທຳມະຊາດອື່ນໆທີ່ດີຕໍ່ສຸຂະພາບ. ລະດູການເກັບກູ້ໝາກໂກ ແມ່ນແຕ່ເດືອນ ກໍລະກົດ ຫາເດືອນ ພະຈິກ ໃນແຕ່ລະປີ. ໃນຊ່ວງເວລານີ້ບັນດາສວນໝາກໂກ ດ່າຫຼາດ ກໍ່ມີຫຼາຍແຫ່ງ ເພື່ອສະໜອງໃຫ້ຕະຫຼາດທົ່ວປະເທດ ແລະ ສົ່ງອອກຂາຍຢູ່ຕ່າງປະເທດອີກດ້ວຍ. ຈາກ ໝາກໂກ ດ່າຫຼາດ ຊາວທ້ອງຖິ່ນ ໄດ້ປຸງແຕ່ງໃຫ້ກາຍເປັນຂອງກິນທີ່ແຊບນົວຫຼາຍເຍື່ອງ.  ນອກຈາກຜະລິດຕະພັນໝາກໂກສົດແລ້ວ, ໝາກໂກ ຍັງຖືກປຸງແຕ່ງເປັນບັນດາຜະລິດຕະພັນພິເສດທີ່ມີເຄື່ອງໝາຍການຄ້າ ດ່າຫຼາດ ຄື ໝາກໂກອົບ, ໝາກໂກແຫ້ງ ທີ່ນຳໃຊ້ເຕັກໂນໂລຢີ ຍີ່ປຸ່ນ, ສ ເກົາຫຼີ. ທ່ານ ມາຍຊວນລອງ ຜູ້ອຳນວຍການສະຫະກອນບໍລິການສັງລວມ ເດິດລ່າງ ຢູ່ຕາແສງ ຊວນເຈື່ອງ ນະຄອນ ດ່າຫຼາດ ໃຫ້ຮູ້ວ່າ:

      “ເມື່ອໄດ້ມີກາໝາຍໝາກໂກ ດ່າຫຼາດ ກໍໄດ້ເປັນການສ້າງເຄື່ອງໝາຍການຄ້າໃຫ້ແກ່ໝາກໂກ. ຊາວສວນໄດ້ຍູ້ແຮງການບົວລະບັດສວນ ໝາກໂກ ເພື່ອຍົກສູງມູນຄ່າຂອງເຂດວັດຖຸດິບ ໝາກໂກ. ເມື່ອຊາວສວນເຂົ້າຮ່ວມລະບົບການຮ່ວມສຳພັນຜະລິດນັ້ນ, ການບົວລະບັດກໍ່ລ້ວນແຕ່ປະຕິບັດ ຖືກຕາມຂັ້ນຕອນດ້ານເຕັກນິກ ເພື່ອຍົກສູງມູນຄ່າໃຫ້ແກ່ ໝາກໂກ”.

       ນອກຈາກນະຄອນ ດ່າຫຼາດ ແລ້ວ ກາໝາຍສິນຄ້າ ໝາກໂກ ດ່າຫຼາດ ຍັງໄດ້ຮັບສິດນຳໃຊ້ກາໝາຍໃຫ້ແກ່ບັນດາສ່ວນບຸກຄົນ ວິສາຫະກິດທຳການຜະລິດ ດຳເນີນທຸລະກິດ ຄ້າຂາຍ ໝາກໂກ ຢູ່ບັນດາເມືອງຄື ຫຼາກເຢືອງ, ເດີນເຢືອງ ດ້ວຍຍອດເນື້ອທີ່ປູກໝາກໂກ ຫຼາຍກວ່າ 600 ເຮັກຕາ. ຕາມທ່ານ ເລມິງຕ໋ວນ ຢູ່ເທດສະບານ ເດິຣານ ເມືອງ ເດີນເຢືອງ  ໃຫ້ຮູ້ວ່າ ນັບແຕ່ມື້ໄດ້ຮັບກາໝາຍສິນຄ້າ ໝາກໂກ ດ່າຫຼາດນັ້ນ, ແຫຼ່ງລາຍຮັບຈາກສວນໝາກໂກ ຂອງທ່ານໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ. ທ່ານ ກ່າວວ່າ:

       “ລາຄາ ໝາກໂກ ກໍ່ໄດ້ຂຶ້ນທົບສອງເທົ່າ ຫຼື ສາມເທົ່າ ເມື່ອທຽບໃສ່ກ່ອນນີ້. ແຂກທ່ອງທ່ຽວອາດຈະມາຢ້ຽມຊົມຮູບແບບປູກ ໝາກໂກ ກໍ່ຄືການປຸງແຕ່ງຜະລິດຕະພັນຕ່າງໆຈາກ ໝາກໂກ. ພວກຂ້າພະເຈົ້າທຳການປູກໝາກໂກ ຕາມທິດອົງຄະທາດ, ດັ່ງນັ້ນ ບໍ່ໃຊ້ຢາເຄມີຂ້າຫຍ້າ, ພຽງແຕ່ຈ້າງຜູ້ມາຖາງຫຍ້າ ແລະ ນຳໃຊ້ຝຸ່ນອົງຄະທາດເທົ່ານັ້ນ”.

        ດ້ວຍຄວາມມານະພະຍາຍາມຂອງອຳນາດການປົກຄອງ ວິສາຫະກິດ ແລະ ຊາວກະສິກອນ, ກາໝາຍ ໝາກໂກ ດ່າຫຼາດ ໄດ້ຖືກສ້າງຂຶ້ນຢ່າງສຳເລັດຜົນ ແລະ ພວມພັດທະນາເທື່ອລະກ້າວ. ຕາມທ່ານ ຫງວຽນວັນເຊີນ ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າຫຼາດ ແລ້ວ ເພື່ອໃຫ້ເຄື່ອງໝາຍການຄ້າໝາກໂກ ດ່າຫຼາດ ໄດ້ຮັບການຮັກສາ ແລະ ພັດທະນາເປັນປົກກະຕິ, ທາງນະຄອນພວມສ້າງຍຸດທະສາດພັດທະນາ ບັນດາຜະລິດຕະພັນຈາກ ໝາກໂກ ເພື່ອນຳມາເຊິ່ງມູນຄ່າການສົ່ງອອກ ກໍ່ຄືດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ.ທ່ານ ຫງວຽນວັນເຊີນ ກ່າວວ່າ:

       “ນະຄອນ ດ່າຫຼາດ ມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ ເພື່ອຊ່ວຍໜູນວິສາຫະກິດ, ສະຫະກອນ, ບັນດາຄອບຄົວຊາວກະສິກອນ ເພື່ອນຳໃຊ້ຢ່າງຖືກຕ້ອງຕາມຈຸດປະສົງ ແລະ ຖືກຕ້ອງຕາມກາໝາຍສິນຄ້າ ແລະ ປົກປ້ອງໃຫ້ຜະລິດຕະພັນຂອງຕົນ ເມື່ອສົ່ງອອກຂາຍສູ່ທ້ອງຕະຫຼາດ, ຮັບປະກັນຍົກສູງຄຸນນະພາບ ກໍ່ຄືອິດທິພົນຊື່ສຽງຂອງເຄື່ອງໝາຍການຄ້າໝາກໂກ ດ່າຫຼາດ. ພວກຂ້າພະເຈົ້າຍັງຈະມີບັນດາໂຄງການຊ່ວຍໜູນປັບປຸງທາງດ້ານແນວພັນ, ຊ່ວຍໜູນດ້ານທັກສະເຕັກນິກ ປຸງແຕ່ງຜະລິດຕະພັນ, ຮັກສາ ຫຸ້ມຫໍ່ ເພື່ອນຳໄປຂາຍສູ່ທ້ອງຕະຫຼາດ”.

      ການສ້າງ ແລະ ປົກປ້ອງກາໝາຍສິນຄ້າ ໝາກໂກ ດ່າຫຼາດ ກໍ່ແມ່ນທິດກ້າວເດີນທີ່ສຳຄັນ ເຊິ່ງ ດ່າຫຼາດ - ເລິມດົ່ງ ໄດ້ແລະພວມມານະພະຍາຍາມຜັນຂະຫຍາຍປະຕິບັດ. ດ້ວຍຄວາມເອົາໃຈໃສ່ ແລະ ຊ່ວຍໜູນຢ່າງຕັ້ງໜ້າຈາກບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ຜະລິດຕະພັນ ໝາກໂກ ດ່າຫຼາດ ໄດ້ ແລະ ພວມມີຈຸດຢືນໃນທ້ອງຕະຫຼາດ ພາຍໃນປະເທດ ແລະ ສົ່ງອອກຂາຍຢູ່ຕ່າງປະເທດ. ບັນດາຟາມປູກ ໝາກໂກ ກໍ່ຄືໂຮງຈັກປຸງແຕ່ງບັນດາຜະລິດຕະພັນຈາກ ໝາກໂກ ດ່າຫຼາດ ກໍ່ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດີ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ