ໄປຕະຫຼາດເຂດຊາຍແດນມ໋ອງກ໋າຍ

(vovworld) – ​ມ໋ອງກ໋າຍ ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຫວຽດນາມ. ມາ​ຢ້ຽມຢາມມ໋ອງກ໋າຍ, ນັກ​ທ່ອງ​ທ່ຽວ​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ທຳ​ມະ​ຊາດ, ​ໄດ້​ຍ່າງ​ໄປ​ຢູ່​ຕາມ​ຫາດ​ຊາຍ​ທະ​ເລ​ຈ່າ​ໂກ, ​ເຊິ່ງ​ແມ່ນ​ຫາດ​ຊາຍ​ທະ​ເລ​ຍາວ​ກວ່າ​ໝູ່​ຂອງ​ຫວຽດນາມ, ກໍ່​ຄື​ໄດ້​ແວ່ຢາມ​ບັນດາ​ສະຖານ​ທີ່​ທີ່​ລື​ຊື່​ຄື ​ແຫຼມ​ຊາ​ຫວີ, ສາລາ​ຈ່າ​ໂກ, ສາລາ​ຂົວ​ກາ​ລອງ… ​ແລະ ​ໄດ້​ຮັບ​ປະທານ​​ເຍື່ອງອາຫານ​ທະ​ເລ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງມ໋ອງກ໋າຍ. ພິ​ເສດ​ນັກ​ທ່ອງ​ທ່ຽວ​ຍັງ​ມີ​ໂອກາດ​ໄດ້​ໄປ​ຊື້​ເຄື່ອງ​ຂອງ​ຢູ່​ສູນ​ການ​ຄ້າມ໋ອງກ໋າຍ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດທີ່​ຄຶດ​​ໂຄມ​ໜາ​ແໜ້ນ​ຢູ່​ດ່ານ​ຊາຍ​ແດນຂອງ​ຫວຽດນາມ. ​

ໄປຕະຫຼາດເຂດຊາຍແດນມ໋ອງກ໋າຍ - ảnh 1

ຕະຫຼາດ​ໃຈ​ກາງ​ມ໋ອງ​ກ໋າຍ

ນັບ​ແຕ່​ຮຸ່ງ​ເຊົ້າ, ​ເມື່ອ​ບໍ່​ທັນ​​ເຫັນ​ແຈ້ງ​ໜ້າ​ຄົນ, ບ່ອນ​ຈອດ​ລົດ​ຂອງ​ສູນ​ການ​ຄ້າມ໋ອງກ໋າຍ ຫຼື​ເອື້​ນວ່າ​ຕະຫຼາດ​ໃຈກາງ​ມ໋ອງກ໋າຍ​ ​ໄດ້​ອຶກ​ກະ​ທຶກ​ນຶກ​ນັນ ດ້ວຍ​ລົດ​ຂົນ​ສົ່ງ​ສິນຄ້າ​ເຂົ້າ​ອອກ​ຫຼາຍ​ຄັນ. ສູນ​ການ​ຄ້າມ໋ອງກ໋າຍ ​ແມ່ນ​ຕຶກ​ຫຼັງ​ໃຫຍ່ ຖືກ​ກໍ່ສ້າງ​ຕາມ​ສະຖາປັດຕະຍະກຳ​ທີ່​ທັນ​ສະ​ໄໝ, ​ໃຫຍ່​ໂຕ​​ໂອ​ໂຖງ. ຜູ້​ຂາຍ​ເຄື່ອງ​ຂອງ​ຢູ່​ໃນ​ສູນ, ນອກຈາກ​ນັກທຸລະກິດ​ຫວຽດນາມ​ ແລ້ວ ຍັງ​ມີ​ນັກທຸ​ລະ​ກິດ​ຈີນ​ຫຼາຍ​ຄົນ, ​ເຂົາ​ເຈົ້າ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ແຂວງ ຕຸ​ງຮຶງ.

ຕະຫຼາດ​ມ໋ອງກ໋າຍ​ ແມ່ນ​ແດນ​ສະຫວັນ​ທີ່​ສະຫງວນ​ໃຫ້​ແກ່​ຜູ້​ນິຍົມ​ຊື້​ເຄື່ອງ​ຂອງ, ຢູ່​ທີ່​ນີ້​ລວມມີ​ສິນຄ້າ​ຫຼາຍ​ປະ​ເພດທີ່​ອຸດົມສົມ​ບຸນ. ສິນຄ້າ​ສ່ວນ​ຫຼາຍ​ແມ່ນ​ມາ​ຈາກ​ຈີນ​ຄື​ໝໍ້ inox, ໝໍ້​ຕົ້ມ​ປາ​ດ້ວຍ​ໄຟຟ້າ, ​​​ຜ້າ, ໂສ້ງ​ເສື້ອ, ກະ​ເປົາ, ​ເຄື່ອງ​ເອ​ເລກ​ໂຕ​ນິກ…. ​ເຈົ້າ​ຂອງ​ຮ້ານ​ສິນຄ້າ 533, ຢູ່​ຊັ້ນ 3, ຕະຫຼາດ​ໃຈກາງ​ມ໋ອງກ໋າຍ, ​ໃຫ້​ຮູ້​ວ່າ:

“ພວກ​ເຮົາ​ຂາຍ​ສິນຄ້າ​ໂດຍ​ບໍ່​ຕ້ອງ​ຜ່ານ​ຄົນ​ກາງດັ່ງ​ນັ້ນ​ລາຄາ​ກໍ່​ຖືກ​ກວ່າ, ຊື້​ອັນ​ໃດ​ຢູ່​ທີ່​ນີ້​ກໍ່​ຖືກ​ກວ່າ​ຢູ່​ບ່ອນ​ອື່ນ. ນັກ​ທ່ອງ​ທ່ຽວ​ໄປ​ຕະຫຼາດຊື້​ເຄື່ອງ​ຂອງ​ເພື່ອ​ເປັນ​ຂອງຂວັນ ​ແລະ ​ເປັນ​ທີ່​ລະນຶກ​ການທ່ອງທ່ຽວມ໋ອງກ໋າຍ“.

ໄປຕະຫຼາດເຂດຊາຍແດນມ໋ອງກ໋າຍ - ảnh 2

ຕະຫຼາດ​ໃຈ​ກາງ​ມ໋ອງ​ກ໋າຍ

ສູນ​ການ​ຄ້າ​ມ໋ອງ​ກ໋າຍ​ ກ່ອນນີ້​ພຽງ​ແຕ່ແມ່ນ​ຕະຫຼາດ​ຂາຍ​​ຍົກ​ເທົ່າ​ນັ້ນ, ແຕ່​ພາຍຫຼັງ​ໄດ້​ຮັບ​ການ​ກໍ່​ສ້າງ​ຄືນ​ໃໝ່, ​​ຕະຫຼາດ​ເລີ່ມ​ຂາຍ​ຍ່ອຍ​ເພື່ອ​ຮັບ​ໃຊ້ໃຫ້​ແກ່​ລູກ​ຄ້າ, ໃນ​ນັ້ນ​ສ່ວນຫຼາຍ​ແມ່ນ​ນັກ​ທ່ອງ​ທ່ຽວ.

ຢູ່​ສູນ​ການ​ຄ້າ​ມ໋ອງ​ກ໋າຍ, ເຈົ້າ​ຂອງ​ຮ້ານ​​ສິນ​ຄ້າ​​ສ່ວນຫຼາຍແມ່ນ​ຄົນ​ຈີນ, ກວມ​ເຖິງ 90%. ດັ່ງ​ນັ້ນ​ແຕ່​ລະ​ຮ້ານ​ເຄີຍ​​ມີຜູ້​ຂາຍ​ເຄື່ອງ​ 2 ຄົນ, ​ແມ່ນຄົນ​ຫວຽດ​ ແລະ ຄົນ​ຈີນ. ບັນ​ດາ​ເຈົ້າ​ຂອງ​ຮ້ານ​ສິນ​ຄ້າ​ທັງ​ຊັບ​ຊ້ອນ​ສິນ​ຄ້າ, ທັງ​ເຊື້ອ​ເຊີນ​ລູກ​ຄ້າ​ເປັນ​ພາ​ສາ​ຫວຽດ​ ແລະ ພາ​ສາ​ຈີນ. ລູກ​ຄ້າ​ສາ​ມາດ​ໃຊ້​ເງິນ​ດົ່ງ​ຂອງ​ຫວຽດ​ນາມ ຫຼື​ເງິນຢວນ​ຂອງ​ຈີນ​ກໍ່​ໄດ້. ອ້າຍ ຮ່​ວາງ​ເລິມ, ນັກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ​ໃຫ້​ຮູ້​ວ່າ:​

“ທ່າ​ທີຮັບ​ໃຊ້​ລູກ​ຄ້າຂອງ​ຜູ້​ຂາຍ​ເຄື່ອງ​ແມ່ນ​ສຸ​ພາບ​ຄ່ຽມ​ຄົມ. ຖ້າ​ລູກ​ຄ້າ​ຈະ​ຊື້ຫຼື​ບໍ່​ຊື້​ສິນ​ຄ້າ​​ເຂົາ​ເຈົ້າ​​ກໍ່​​ດີໃຈຢູ. ນີ້​ແມ່ນ​ຕະຫຼາດ​ໃຈ​ກາງ, ຂາຍ​ຍົກ​ແມ່ນ​ຕົ້ນ​ຕໍ່ ດັ່ງ​ນັ້ນ​ບໍ່​ຕ້ອງ​ຕໍ່​ລາ​ຄາຫຼາຍ”.

ຢູ່​ຊັ້ນ 3 ຂອງ​ຕະ​ຫຼາດ ຍັງ​ມີ​ບັນ​ດາ​ຮ້ານ​ຢາ​ພື້ນ​ເມືອງ, ທັງ​ຂາຍ​ຢາ, ທັງ​ມີ​ບັນ​ດາ​ໝໍຢາ​ພື້ນ​ເມືອງ​ ເປັນ​ຄົນ​ຫວຽດ ຫຼື​ຄົນ​ຈີນ​ນັ່ງຈັບ​ເບິ່ງ​ຊີບ​ພະ​ຈອນ, ບົ່ງ​ມະ​ຕິ​ພະ​ຍາດ ແລະ ໃຫ້​ຢາ. ສິ່ງ​ດັ່ງ​ກ່າວ​ສ້າງ​ເປັນ​ຈຸດ​ພິ​ເສດ​ສະ​ເພາະ​​ໃຫ້ຕະຫຼາດດ່ານ​ຊາຍ​ແດນ​ມ໋ອງ​ກ໋າຍ ນີ້.

ໄປຕະຫຼາດເຂດຊາຍແດນມ໋ອງກ໋າຍ - ảnh 3

(ພາບ​ປະ​ກອບ)

ພາຍຫຼັງ​ໄດ້​ຮັບ​ຄຳ​ແນະ​ນຳ​ຢ່າງ​ລະ​ອຽດ​ຈາກ​ເຈົ້າ​ຂອງ​ຮ້ານ​ຢາ​ພື້ນ​ເມືອງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ຊື້ກາລະບູນ 10 ແກ້ວ ເພື່ອມອບ​ໃຫ້​ພໍ່​ເຖົ້າ​ແມ່​ເຖົ້າ, ເພາະ​ວ່າ​ພໍ່​ຕູ້ ຮ່​ວາງວັນ​ອານ ເຈົ້າ​ຂອງ​ຮ້ານ​ຢາ​ພື້ນ​ເມືອງ ຮ່​ວາງ​ເລິມ​ດົ່ງ ໄດ້​​ແນະ​ນຳ​ວ່າກາລະບູນ ນີ້​ແມ່ນ​​ດີທີ່​ສຸດ​ໃຫ້​​ແກ່ຜູ້​ເຖົ້າ. ເມື່ອ​ໂອ້​ລົມ​ກັບ​ພວກ​ເຮົາ, ​ພໍ່​ຕູ້ ອານ ໃຫ້​ຮູ້​ວ່າ, ປີນີ້​​ພໍ່​ຕູ້​ມີ​ອາ​ຍຸ​ເກືອບ 80 ປີ ແລະ​ ໄດ້ຕິດ​ພັນ​ກັບ​ສູນ​ການ​ຄ້ານີ້ ນັບ​ແຕ່​ຊຸມ​ປີ​ຕົ້ນ​ແຫ່ງ​ການ​ສ້າງ​ຕັ້ງ.

“ຂ້າ​ພະ​ເຈົ້າ​ຂາຍ​ເຄື່ອງ​ຢູ່​ທີ່ນີ້​ມາ​ເປັນ​ເວ​ລາ 24 ປີແລ້ວ ແລະ ເຫັນ​ວ່າ​ຕະຫຼາດນີ້​ນັບ​ມື້​ນັບ​ພັດ​ທະ​ນາ. ກ່ອນນີ້​ມັນ​ພຽງ​ແຕ່​ແມ່ນ​ຕະຫຼາດ​ຊັ້ນ​ດຽວ​ເທົ່າ​ນັ້ນ, ແຕ່​ປະ​ຈຸ​ບັນ​ໄດ້​ກາຍ​ເປັນ​ຕະຫຼາດ 5 ຊັ້ນ. ຊັ້ນ 1 ຂາຍ​ເຄື່ອງ​ອາ​ໄຫຼ່​ກົນ​ຈັກຕ່າງໆ​ເຊັ່ນ​ເຄື່ອງ​ອາ​ໄຫຼ່​ລົດ​ໃຫ​ຍ່, ກ່ຳປັ່ນ​, ຈັກກ່ຽວ​ເຂົ້າ.... ຊັ້ນ 2 ຂາຍ​ໂສ້ງ​ເສື້ອ, ຊັ້ນ 3 ຂາຍສິນ​ຄ້າ​ທຸກ​ຢ່າງ​”.

ພໍ່​ຕູ້ ອານ ໃຫ້​ຮູ້​ຕື່ມ​ອີກວ່າ:

“ຈຸດ​ພິ​ເສດ​ຂອງ​ຕະຫຼາດ​ ແມ່ນ​ພຽງ​ຂາຍ​ເຄື່ອງ​ແຕ່ເວ​ລາ 7 – 12 ໂມງ​ເທົ່າ​ນັ້ນ, ນີ້​ແມ່ນ​ຕະຫຼາດ​ຂາຍ​ຍົກ​ເປັນ​ຕົ້ນ​ຕໍ່. ຕະຫຼາດ​ເລີກ​ໄວ​ຄື​ແນວ​ນັ້ນ​ຍ້ອນວ່າ, ຕອນ​ເຊົ້າ​ລູກ​ຄ້າ​​ທີ່​ມາ​ຈາກ​ທຸກ​ແຫ່ງໄດ້​ມາ​ຊື້​ເຄື່ອງ​ຂອງ, ພາຍຫຼັງ​​ຂາຍສິນ​ຄ້າ​​ໝົດ​ແລ້ວ, ບັນ​ດາ​ເຈົ້າ​ຂອງ​ຄົນ​ຈີນ​ກໍ່​ກັບ​ເມືອ​ເລີຍ​ບໍ່​​ຢູ່ຕະຫຼາດ​ອີກ”.

ການ​ໂອ້​ລົມ​ລະ​ຫວ່າງ​ພວກ​ຂ້າ​ພະ​ເຈົ້າ​ກັບ​ພໍ່​ຕູ້ ຮ່​ວາງວັນ​ອານ ສິ້ນ​ສຸດ​ລົງ ກົງ​ກັບ​ເວ​ລາ​ທີ່​ບັນ​ດາ​ເຈົ້າ​ຂອງ​ຮ້ານ​ສິນ​​ຄ້າ​ພວມ​ເກັບ​ມ້ຽນ​ເຄື່ອງ​ຂອງໄວ້. ຖ້າ​ຫາກ​ຜູ້​ໃດ​​ໄດ້ມາ​ຢ້ຽມ​ຢາມ​ມ໋ອງ​ກ໋າຍ, ໄປ​ຢ້ຽມ​ຢາມ​ເຂດ​ຕະຫຼາດ​ແຫ່ງນີ້​ກໍ່​ຢາກ​ກັບ​ມາ​​ອີກ ເພາະ​ວ່າ​ໃນ​ເວ​ລາ​ສັ້ນໆພຽງ​​ຕອນ​ເຊົ້າ​ເທົ່າ​ນັ້ນ ຈະ​ບໍ່ສາ​ມາດ​ຄົ້ນ​ຫາ​ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ​ຕື່ມ​ອີກ​ຢູ່​ແຫ່ງນີ້​ໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ