ໄປທ່ອງທ່ຽວຫ້ວຍປາຜີ

​(vovworld) - ໂດຍ​ຫ່າງ​ຈາກ​ຮ່າ​ໂນ້ຍ​ ໄປ​ທາງ​ທິດ​ໃຕ້ປະມານກວ່າ 100 ​ກ.ມ, ​ແທງ​ຮ໋ວາ​ ແມ່ນ​ແຂວງ​ທີ່​ມີ​ທັດສະນີ​ຍະ​ພາບ​ທີ່​ລື​ຊື່​ໃນ​ທົ່ວ​ປະ​ເທດ​ຫຼາຍ​ແຫ່ງ. ຢູ່​ທີ່​ນີ້​ມີ​ຝັ່ງ​ທະ​ເລ​ຍາວ​ຢຽດ ດ້ວຍ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ, ພ້ອມ​ກັບ​ປູຊະນີຍະສະຖານ​ປະຫວັດສາດ​ບູຮານ​ຫຼາຍ​ແຫ່ງ. ສິ່ງ​ມະຫັດສະຈັນ​ຂອງ​ດິນ​ແດນ​ແຫ່ງ​ນີ້​​ສະ​ແດງ​ອອກ​​ໃນ​ສະຖານ​ທີ່​​ແຕ່ລະ​ແຫ່ງ, ​ໃນ​ນັ້ນ​ມີ​ບັນດາ​ປັດ​ໃຈ​​ແຫ່ງ​ເລື່ອງ​ລາວ​ທີ່ມີ​ຈິງ, ສັກສິດ. ​ແລະ ໜຶ່ງ​ໃນ​ບັນດາ​ສິ່ງ​ຈັບ​ອົກ​ຈັບ​ໃຈນັ້ນແມ່ນ​ຫ້ວຍ​ປາ​ຜີ ຢູ່​ໝູ່​ບ້ານມໍ໋ງອກ, ຕາ​ແສງ​ເກິມ​ເລືອ​ງ, ​​ເມືອງ ​ເກິມ​ຖູ​ຍ, ​ແຂວງ​ແທງ​ຮ໋ວາ.

ໄປທ່ອງທ່ຽວຫ້ວຍປາຜີ - ảnh 1

(ພາບ: google.com.vn)

        ຈາກ​ເມືອງ​ເກິມ​ຖູ​ຍ (ທີ່ຫ່າງ​ຈາກ​ນະຄອນ​ແທງ​ຮ໋ວາ 70 ກ.ມ) ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ປະມານກວ່າ 10 ກ.ມ, ຂ້າມ​ຂົວ​ແຂວນເກິມເລືອງ, ນັກທ່ອງທ່ຽວຈະໄປຮອດ​ຫ້ວຍປາຜີ​ ຢູ່​ບ້ານ​ມໍ໋ງອກ ​ຂອງ​ຊາວ​ເຜົ່າ​ເມື່ອ​ງ. ຢູ່​ທີ່​ນີ້​ມີ​ຫ້ວຍ​ງາມ​ທີ່​ສຸດ, ດ້ວຍ​ປາ​ນັບ​ພັນ​ໂຕ​ຈົນ​ເຕັມ​ຫ້ວຍ​ນ້ຳ. ຊາວ​ທ້ອງ​ຖີ່​ນ​​ເວົ້າ​ວ່າ, ປາ​ຢູ່​ຫ້ວຍ​ງອກ​ມີ​ຮູບຮ່າງ​ຄ້າຍຄື​ກັນ​ກັບປາ​ກິນ​ຫຍ້າ, ​ແຕ່ຄີ ​ແລະ​ຫາງ​ປາພັດ​ມີ​ລາຍ​ສີ​ແດງ ​ແລະ ​ເຫຼື້ອມ​ແວວ​ວາວ​ພາຍ​ໃຕ້​ແສງຕາ​ເວັນ. ພິ​ເສດ​, ຖ້າ​ຫາກ​ນ້ຳ​ຫ້ວຍ​ປ່ຽນສີ, ປາ​ກໍ່ຈະ​ປ່ຽນ​ສີ​ໄປ​ນຳ. ​ເຖິງ​ວ່າ​ຫ້ວຍ​ບໍ່​ເລິກ, ​ແລະປາ​ມີ​ຫຼາຍກໍ່ຕາມ, ​ແຕ່​ເມື່ອ​ພວກ​ເຮົາ​ສຳ​ພັດ​​ໃສ່​ປາ​ກໍ່​ບໍ່​ລອຍ​ໄປ. ຫ້ວຍ​ງອກ​ ຍາວ​ພຽງ​ປະມານ 150 ມ, ກວ້າງ​ປະມານ 3 ມ ​ເທົ່າ​ນັ້ນ, ​ແຕ່​ນ້ຳສ່ອງ​ໃສ, ​ ດັ່ງ​ນັ້ນ​ນັກ​ທ່ອງ​ທ່ຽວສາມາດ​ເຫັນ​ແຈ້ງ​ປາ​ລອຍ​ນ້ຳ​​ແຕ່ລະ​ຝູງ. ຍິ່ງ​ຫຍັບ​ມໍ່​ເຂົ້າ​ກັບ​ຕີນ​ພູ​ເທົ່າ​​ໃດ, ຍິ່ງ​ມີ​ປາ​ໃຫຍ່​ຫຼາຍ​​ໂຕເທົ່າ​ນັ້ນ. ຢູ່​ປາກ​ຖ້ຳ​ມີ​ປາ​ນັບ​ພັນ​ໂຕ, ບາງ​ໂຕ​ໜັກ​ເຖິງ​ສິບ​ກິ​ໂລກຼາມ. ​ເຖິງ​ວ່າ, ປາ​ຢູ່​ນີ້​ຫຼາຍ​ເຕັມ​ຫ້ວຍ, ​ແຕ່​ສິ່ງ​ທີ່​ແປກ​ປະຫຼາດ​ນັ້ນ​ແມ່ນ ນ້ຳ​ຫ້ວຍ​ບໍ່​ມີ​ກິ່ນ​ຄາວ. ​ໃນ​ຍາມ​ກາງ​ເວັນ, ປາ​ຈາກ​ຖ້ຳ​ລອຍ​ອອກ​ນອກ, ສ່ວນ​ໃນ​ຍາມ​ກາງຄືນ​ປາ​ຈາກ​ທາງນອກ​ຈະ​ລອຍ​ເຂົ້າ​ຖ້ຳ​​ກ້ອງພູ. ຊາວ​ທ້ອງ​ຖີ່​ນຍັງ​ເວົ້າ​ວ່າ, ຝູງ​ປາ​ນີ້ໄດ້​ແຜ່ພັນ​ມາ​ເປັນ​ເວລາ​ນັບ​ຮ້ອຍ​ປີ​​ແລ້ວ, ​ແຕ່​ບໍ່​ມີ​ໃຜ​ກ້າ​ກິນ​ປາ​ຢູ່​ຫ້ວຍ​ນີ້​ເທື່ອ. ອ້າຍ Trieu Duc Phuc, ຊາວ​ທ້ອງ​ຖີ່​ນ, ​ເວົ້າ​ວ່າ

        ”ນີ້​ແມ່ນ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້, ຝູງ​ປາ​ມີ​ຄວາມ​​ໃກ້​ສິດສະໜິດສະໜົມ​ກັບ​ມະນຸດ, ​ເຖິງ​ວ່າ​ນັກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​ກໍ່​ໃຫ້​ປາ​ກິນ​ເຫຍື່ອ, ​ແຕ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຝູງ​ປາ​ເທື່ອ, ປາ​ຍັງ​ຄົງ​ລອຍ​ນ້ຳ​ທຳ​ມະ​ດາ, ສະ​ແດງ​ຄວາມ​ໃກ້​ສິດ​ສະໜິດສະໜົມ​ກັບ​ມະນຸດ”.

ໄປທ່ອງທ່ຽວຫ້ວຍປາຜີ - ảnh 2

(ພາບ: google.com.vn)

        ຊາວ​ທ້ອງ​ຖີ່​ນ​ໃຫ້​ຮູ້​ວ່າ, ​ໃນ​ຖ້ຳ​​ແຫ່ງ​ນີ້​ມີໜອງ​ທີ່​ກວ້າງໃຫຍ່, ​ເຂົາ​ເຈົ້າ​ຖື​ວ່າ, ນີ້​ແມ່ນ​ແຫ່ງ​ສະໜອງ​ອາຫານ​ຕົ້ນ​ຕໍ່ໃຫ້​ປາ, ດັ່ງ​ນັ້ນ​ເຖິງ​ວ່າ​ຈະ​ມີ​ປາ​ຫຼາຍ​​ໂຕຄື​​ແນວ​ນັ້ນ, ​ແຕ່​ມັນ​ຍັງ​ຍືນ​ຍົງຄົງ​ຕົວ ​ແລະ ​ແຜ່ພັນ​​ເປັນ​ຈຳນວນ​ຫຼວງ​ຫຼາຍຢູ່. ສຳ​ຫຼັບ​ປະຊາຊົນ​ຢູ່​ໝູ່​ບ້ານ​ງອກ, ປາ​​ແຫ່ງນີ້​ໄດ້​ກາຍ​ເປັນ​ສັດ​ມົງຄຸນ​, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເອີ້ນ​ວ່າ​ປາ​ຜີ. ປະຊາຊົນ​ຢູ່​ທີ່​ນີ້​ເຄົາລົບ​ນັບຖື​ປາຢູ່​ຫ້ວຍ​ງອກ ​ແລະ​ເລົ່າ​ຂານ​ກັນ​ມາ​ເລື່ອງ​ລາວ​ກ່ຽວ​ກັບ​​ຕົ້ນກຳ​ເນີ​ດຂອງ​ປາປະ​ເພດ​ນີ້. ​ແມ່​ເຖົ້າ Ha Thi Xau, ຜູ້​ອາຍຸ​ສູງ​ໃນ​ໝູ່​ບ້ານ, ​ໃຫ້​ຮູ້​ວ່າ

        ”ປາ​ຢູ່​ທີ່​ນີ້​ແມ່ນ​ປາ​ຜີ. ດັ່ງ​ນັ້ນ​, ​ເຖິງ​ວ່າ​ຈະ​ມີ​ປາ​ເຕັມ​ຫ້ວຍ​ກໍ່ຕາມ, ​ແຕ່ບໍ່​ມີ​ໃຜ​ກ້າ​ກິນ​ເທື່ອ”.

ໄປທ່ອງທ່ຽວຫ້ວຍປາຜີ - ảnh 3

(ພາບ: google.com.vn)

        ຕາມ​ການ​ເວລາ, ປະຊາຊົນ​ໃນ​ທ້ອງ​ຖີ່​ນ​ໄດ້ຖືປາ​ໃນ​ຫ້ວຍ​ງອກ ​ແມ່ນ​ສັດ​ມົງຄຸນ. ຊາວ​ທ້ອງ​ຖີ່​ນ​ເວົ້າ​ວ່າ, ຜູ້​ໃດ​ໂຊກ​ດີ​ຈະເຫັນ​ປາ​ໂຕ​ໃຫຍ່ທີ່​ໜັກ​ເຖິງ 40 ກິ​ໂລກຼາມລອຍ​ນ້ຳ​ພ້ອມ​ກັບ​ຝູງ​ປາ​ນ້ອຍ​ອີກ. ສຳ​ຫຼັບ​ທ້ອງ​ຖີ່​ນທີ່​ມີ​ພູຜາ​ປ່າ​ໄມ້, ​ແມ່​ນ້ຳ​ລຳ​ເຊ​ທີ່ສວຍ​ງາມ​, ດ້ວຍບັນດາ​​​​ເລື່ອງ​ລາວ​ອັນ​ມະຫັດສະຈັນ​ກ່ຽວ​ກັບ​ຝູງ​ປາ​ໃນ​ຫ້ວຍ​ງອກນັ້ນ. ປະຈຸ​ບັນ, ຫ້ວຍ​ປາ​ຜີ ​ເກິມ​ເລືອ​ງ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ຂອງ​ແຂວງ​ແທງ​ຮ໋ວາ. ນອກຈາກ​ຫ້ວຍ​ປາ​ຜີ​ແລ້ວ, ​ເມືອງ​ເກິມ​ເລືອ​ງ ​ໃນ​ປະຈຸ​ບັນ​ຍັງ​ຄົງ​ຮັກສາ​ລະບົບ​ປ່າດົງ​ດິບ​ ດ້ວຍ​ສັດສາ​ວາ​ສິ່ງ, ພື​ກສາສາດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ຮ້ອນ, ບັນດາ​ຖ້ຳ​ທີ່​ເລິກ​ລັບ, ມະ​ຫັດສະ​ຈັນ, ຢູ່​ຕີນ​ພູ​ແມ່ນ​ໝູ່​ບ້ານ​ຂອງຊາວ​ເຜົ່າ​ເມື່ອ​ງ, ດ້ວຍ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຄື: ຕ່ຳ​ຜ້າ​ພື້ນ​ເມືອງ, ກິນ​ເຫຼົ້າ​ໄຫ, ນັ້ນ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຫ້ວຍ​ປາ​ຜີ​ອັນ​ມະຫັດສະຈັນ​ນັບ​ມື້​ນັບ​ຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ