ໄປຢາມບ້ານເກີດເມືອງນອນຂອງຈ້າງບຸ່ງຮ່າໂນ້ຍ

(vovworld)- ​​ບ້ານ​ບຸ່ງ​ ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ປະ​ມານ 30 ກມ, ນີ້​ແມ່ນ​ໝູ່​​ບ້ານ​ບູ​ຮານ​ທີ່​ຂຶ້ນ​ກັບ​ຕາ​ແສງ​ຟຸ່ງ​ສ໋າ, ເມືອງ​ແທກ​ເທິດ, ນະ​ຄອນ​ຮ່າ​ໂນ້ຍ. ໃນ​ປະ​ຫວັດ​ສາດ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ດິນ​ແດນ​ທີ່​ປະ​ກອບ​ດ້ວຍຫຼາຍອາ​ຊີບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ້ານ​ເກີດ​​ເມືອງນອນຂອງ​​ຜູ້​​ທີ່ມີ​ຊື່​ສຽງຫຼາຍ​ຄົນອີກ​ດ້ວຍ, ໃນ​ນັ້ນ​​ເດັ່ນ​ກວ່າ​ໝູ່​ແມ່ນ​ບຸ​ລຸດ​ຜູ້​ມີ​ຊື່​ສຽງ​ດ້ານ​ວັດ​ທະ​ນະ​ທຳ ຟຸ່ງ​ຄັກ​ຄວານ, ​ຜູ້​ທີ່ປະ​ຊາ​ຊົນ​​ໄດ້ເຊີດ​ຊູ​ວ່າ​ແມ່ນ “ຈ້າງ​ບຸ່ງ” ໝາຍ​ເຖິງ​ປະ​ລິ​ຍາ​ເອກ​ບຸ່ງ.

ໄປຢາມບ້ານເກີດເມືອງນອນຂອງຈ້າງບຸ່ງຮ່າໂນ້ຍ - ảnh 1

ປະ​ຕູ​ໂຂງ​ເຂົ້າ​ບ້ານ​ບຸ່ງ

(ພາບ: ອິນ​ເຕີ​ແນດ)

        ບ້ານ​ບຸ່ງ​ ໃນ​ປະ​ຈຸ​ບັນ​ຢູ່​ໃກ້​ກັບ​ເສັ້ນ​ທາງ​ທີ່​ທັນ​ສະ​ໄໝ ແລະ ສວຍ​ງາມກວ່າ​ໝູ່​ຢູ່​ຫວຽດ​ນາມ, ແຕ່ຍັ​ງ​ຄົງ​ຮັກ​ສາ​ຮູບເດີມຂອງ​ໝູ່​ບ້ານ​​ບູ​ຮານ​ຫວຽດ​ນາມ, ດ້ວຍ​​ຕົ້ນໄຮ, ທ່ານ້ຳ, ເດີນ​ສາ​ລາ​ບ້ານ. ​ເຖິງວ່າຜ່ານ​ປະ​ຫວັດ​ແຫ່ງ​ຄວາມ​ເປັນ​ມາ​ນັບ​ສິບ​ສະ​ຕະ​ວັດ​ແລ້ວ​ກໍ່​ຕາມ, ແຕ່ນັກ​ທ່ອງ​ທ່ຽວ​ຍັງ​ຄົງ​ຮູ້​ສຶກວ່າ, ​ແບບ​ແຜນ​ດຳ​ລົງຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້​ຍັງ​ຄົງ​ຮັກ​ສາ​ໄວ້​ຄື​ເກົ່າ. ມາ​ຢ້ຽມ​ຢາມ​ບ້ານ​ບຸ່ງ, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ເຫັນ​ສີ​ສັນ​ຂອງ​ເຂດ​ບ້ານ​ນາ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ, ຊອກ​ຮູ້​ບັນ​ດາ​ງານ​ບຸນ​ເກົ່າ​ຄື: ງານ​ບຸນ​ນັບ​ຖື​ບູ​ຊາ​ເທວະ​ດາ​ຟ້າ​ແຖນຂອງ​ຊາວ​ກະ​ສີ​ກອນ ຫຼື​ງານ​ບຸນ​ເຊີດ​ຊູ, ອາ​ໄລ​ຫາ​ບັນ​ດາ​ວິ​ລະ​ຊົນ, ຜູ້​ມີຄຸນງາມ​ຄວາມ​ດີຕໍ່​ປະ​ເທດ​ຊາດ. ປະ​ຈຸ​ບັນ, ຢູ່​ບ້ານ​ບຸ່ງ ຍັງ​ຄົງ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຫຼາຍ​ແຫ່ງ. ທ່ານ ຟຸ່ງ​ຄັກ​ເສົ໋າ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ປູ​ຊະ​ນີ​ຍະ​ສະ​ຖານ​ບ້ານ​ບຸ່ງ, ຕາ​ແສງ​ຟຸ່ງ​ສ໋າ, ເມືອງ​ແທກ​ເທິດ, ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

“ປະ​ຈຸ​ບັນ, ຢູ່​ບ້ານ​ບຸ່ງ​ ຍັງ​ມີ ກຸ່ມປູ​ຊະ​ນີ​ຍະ​ສະ​ຖານ 4 ​ແຫ່ງໄດ້​ຮັບ​ການ​ຮັບ​ຮອງວ່າ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ, ນັ້ນ​ແມ່ນ: ສາ​ລາ​ຟຸ່ງ​ໂທນ, ວັດ​ກິມ​ລຽນ, ວິ​ຫານ​ບູ​ຊາ ແລະ ສຸ​ສານ​ຈ້າງ​ບຸ່ງ. ນອກ​ຈາກ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ແລ້ວ, ບ້ານ​ບຸ່ງ​ຍັງ​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ບູ​ຮານ​ອີກຫຼາຍ​ແຫ່ງ. ພ້ອມ​ກັບ​ປູ​ຊະ​ນີ​ຍະ​ສະ​ຖານ​ດັ່ງ​ກ່າວ, ບັນ​ດາ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບ້ານຍັງ​ຄົງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຈົນ​ຮອດ​ປະ​ຈຸ​ບັນ. ​ໃນ​ຍາມ​ລະ​ດູ​ບານ​ໃໝ່, ບ້ານ​ບຸ່ງ ເຄີຍ​ຈັດ​ງານ​ບຸນ​ຕ່າງໆ ເພື່ອ​ໃຫ້​ປະ​ຊາ​ຊົນ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່ເປັນ​ມູນ​ເຊື້ອ​ອັນດີ​ງາມ​​ຂອງ​ຕົນໄວ້ ”​.

ໄປຢາມບ້ານເກີດເມືອງນອນຂອງຈ້າງບຸ່ງຮ່າໂນ້ຍ - ảnh 2

ສຸ​ສານ​ຈ້າງ​ບຸ່ງ ຟຸ່ງ​ຄັກ​ຄວານ

(ພາບ: ອິນ​ເຕີ​ແນດ)

ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ຢູ່​ບ້ານ​ບຸ່ງ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນີ້​ແມ່ນ​ບ້ານ​ເກີດ​ເມືອງນອນ​ຂອງ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດຫຼາຍ​ທ່ານ, ນັບ​ທັງ​ດ້ານ​ການ​ທະ​ຫານ ແລະ ວັດ​ທະ​ນະ​ທຳ. ໃນ​ນັ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ບຸ​ລຸດ​ຜູ້​ມີ​ຊື່​ສຽງ​ດ້ານ​ວັດ​ທະ​ນະ​ທຳ “ຈ້າງ​ບຸ່ງ” ຟຸ່ງ​ຄັກ​ຄວານ. ຕາມ​ເອ​ກະ​ສານ​ທີ່​ຍັງ​ຮັກ​ສາ​ໄວ້​ຢູ່​ບ້ານ​ແລ້ວ, ຈ້າງ​ບຸ່ງ ຟຸ່ງ​ຄັກ​ຄວານ​ ມີ​ຄວາມ​ສາ​ມາດ​​ດ້ານ​ວັນ​ນະ​ຄະ​ດີ, ກາບກອນ ແລະ ໂຕ້​ຕອບ​ທີ່​ສຸດ. ນອກ​ຈາກ​ເຂົ້າ​ຮ່ວມ​ວຽກ​ງານ​ການ​ເມືອງ​ແລ້ວ, ທ່ານ​ຍັງ​ແມ່ນ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ກໍ່​ສ້າງ​ໝູ່​ບ້ານ. ທ່ານ​ແມ່ນ​ຜູ້​ທີ່​ໄດ້​ສິດສອນ​​ໃຫ້​ປະ​ຊາ​ຊົນວິ​ທີ​ຂຸດ​ຄອງ​ເໝືອງ​ເຮັດ​ຊົນ​ລະ​ປະ​ທານ, ສອນ​ອາ​ຊີບ​ຕ່ຳ​ຫຸກ, ຕີ​ເຫຼັກ... ພາຍຫຼັງ​ທ່ານ​ລ່ວງ​ລັບ​ໄປແລ້ວ, ປະ​ຊາ​ຊົນ​ໄດ້​ສ້າງ​ວິ​ຫານ​ບູ​ຊາ ແລະ ເຊີດ​ຊູ​ທ່ານ​ແມ່ນ “ຈ້າງ​ບຸ່ງ”. ຊື່​ສຽງ​ຮຽງ​ນາມ, ບຸນ​ຄູນ ແລະ ພາ​ລະ​ກິດ​ຂອງ​ພໍ່​ຕູ່ ຈ້າງ​ບຸ່ງ ຟູ່ງ​ຄັກ​ຄວານ ຖືກ​ຈາ​ລຶກ​ໄວ້​ໃນ​ແຜ່ນ​ສີ​ລາ​ຢູ່ ວັນ​ມ໋ຽວກວົກ​ຕື​ຢ໋າມ (ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ) ຢູ່​ຮ່າ​ໂນ້ຍ. ​ຮອງ​ສາ​ສະ​ດາ​ຈານ, ດ​ຣ​. ເຈິ່ນງອກ​ເວືອງ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

“ຟຸ່ງ​ຄັກ​ຄວານ ແມ່ນ​ນັກ​ຮຽນ​ຮູ້ດີ​ເດັ່ນ​ທີ່​ສຸດ​​ບໍ່​ພ​ຽງ​ແຕ່ໃນ​ສະ​ໄໝຂອງ​ທ່ານ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ລຸ້ນ​ຫຼັງ​ອີກ​ດ້ວຍ, ຍາມ​ໃດ​ທ່ານ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ ແລະ ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ. ນັ້ນ​ແມ່ນ​ຈຸດ​ທີ່​ພົ້ນ​ເດັ່ນໃນ​ພາ​ລະ​ກິດ​ຂອງ​ທ່ານ”.

ວິ​ຫານ​ບູ​ຊາ​ບຸ​ລຸດ​ຜູ້​ມີ​ຊື່​ສຽງ ຟຸ່ງ​ຄັກ​ຄວານ ແມ່ນ​ກິດ​ຈະ​ກຳ​ທີ່​ກໍ່​ສ້າງ​ດ້ວຍ​ຫີນນຳ​ນໍ່. ຜ່ານ 400 ປີ, ວິ​ຫານ​ດັ່ງ​ກ່າວ​ຍັງ​ຕັ້ງ​ຢູ່​ໃຈ​ກາງ​ບ້ານ​ຄື​ເກົ່າ. ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບ​ນັບ​ຖື​ຂອງ​ລຸ້ນຫຼັງ​ທີ່​ມີ​ຕໍ່​ບຸ​ລຸດ​ຜູ້​ມີ​ຊື່​ສຽງ​ຂອງ​ປະ​ເທດ. ທ່ານ​ຟຸ່ງ​ຄັກ​ແທ່ງ, ແມ່ນ​ເຊັ່ນ​ລູກ​ເຊັ່ນ​ຫຼານລຸ້ນ​ທີ 21 ຂອງ​​ວົງຕະ​ກຸນ​ ຟຸ່ງ, ​ເປັນ​ຜູ້​ເບິ່ງ​ແຍງວິ​ຫານ, ໃຫ້​ຮູ້​ວ່າ:

“ວິ​ຫານ​ໄດ້​ຮັບ​ການ​ກໍ່​ສ້າງ​ເທິງພື້ນ​ເຮືອນ​​ເກົ່າຂອງ​ພໍ່​ຕູ້ ຟຸ່ງ​ຄັກ​ຄວານ. ພາຍຫຼັງ​ພໍ່​ຕູ້ເສັງ​ໄດ້​ປະ​ລິ​ຍາ​ເອກ, ປະ​ຊາ​ຊົນ ແລະ ວົງ​​ຕະ​ກຸນ​ໄດ້​ກໍ່​ສ້າງວິ​ຫານ ແລະ ເຊີດ​ຊູ​ທ່ານ​ແມ່ນ​ບັນ​ພະ​ບຸ​ລຸດ​ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ ແລະ ບ້ານ​ເກີດ​ເມືອງນອນ. ປະ​ຈຸ​ບັນ, ໃນ​ວິ​ຫານຍັງ​ມີ​ພາບ​ແຕ້ມ​ຮູບ​ພໍ່​ຕູ້ ຟຸ່ງ​ຄັກ​ຄວານ, ​ເຊິ່ງ​ແຕ້ມ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ໝີງ​ ເວ​ລາພໍ່​ຕູ້​ໄປ​ປະ​ຕິ​ບັດ​ງານ​ຢູ່​ຈີນ (ປີ 1591). ປູ​ຊະ​ນີ​ຍະ​ສະ​ຖານ​ວິ​ຫານ​ບູ​ຊາ ແລະ ສຸ​ສານ​ພໍ່​ຕູ້ ຟຸ່ງ​ຄັກ​ຄວານ​ ໃນ​ບ້ານ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ລັດ​ວ່າ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ນັບ​ແຕ່​ປີ 1990”.

ໄປຢາມບ້ານເກີດເມືອງນອນຂອງຈ້າງບຸ່ງຮ່າໂນ້ຍ - ảnh 3

ວິ​ຫານ​ບູ​ຊາ​ຈ້າງ​ບຸ່ງ​ຟຸ່ງ​ຄັກ​ຄວານ

(ພາບ: ອິນ​ເຕີ​ແນດ)

ໂດຍ​ສືບ​ທອດ​ມູນ​ເຊື້ອ​ຂອງ​ບ້ານ​ບຸ່ງ, ​ເຊັ່ນ​ລູກ, ເຊັ່ນຫຼານ​ຂອງ​ວົງ​ຕະ​ກຸນ​ຟຸ່ງ ແລະ ວົງ​ຕະ​ກຸນ​ອື່ນໆ​ຢູ່​ໃນ​ບ້ານ​ ສືບ​ຕໍ່​ສ້າງ​ຊື່​ສຽງ​ຮຽງ​ນາມ​ໃຫ້​ແກ່​ແກ່​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ, ສືບ​ຕໍ່ອຸ​ທິດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ເຊິ່ງ​ແມ່ນ​ນາຍ​ພົນ, ນັກ​ວິ​ທະ​ຍາ​ສາດ, ນັກ​ຄົ້ນ​ຄ້​ວາ​ທີ່​ດີ​ເດັ່ນ​ໃນຫຼາຍ​ຂົງ​ເຂດ​ໃຫ້​ແກ່​ປະ​ເທດ​ຊາດ. ບ້ານ​ບຸ່ງ​ໃນ​ປະ​ຈຸ​ບັນ​ຍັງ​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ກິ​ລາ​ປະ​ເພດມວຍປ້ຳ. ໃນ​ບ້ານ​ມີ​ບັນ​ດາ​ນັກ​ມວຍ​ປ້ຳ​ທີ່​ມີ​ຊື່​ສຽງ ແລະ ໄດ້​ຮັບ​​ຄວາມ​ນັບ​ຖື​ຈາກ​ໝູ່​ບ້ານມວຍ​ປ້ຳ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ປະ​ຈຸ​ບັນ, ເຊັ່ນ​ລູກ​ເຊັ່ນຫຼານ​ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ຈ້າງ​ບຸ່ງ ຟຸ່ງ​ຄັກ​ຄວານ​ ພວມພ້ອມ​ກັນ​ຮັກ​ສາ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ແລະ ເສີມ​ຂະ​ຫ​ຍາຍ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ