ໄປຢ້ຽມຢາມວັດວາອາຮາມຢູ່ເຫ້ວ

(vovworld)- ກຸງ​ເກົ່າ ເຫ້ວ ບໍ່​ພຽງ​ແຕ່​ສ້າງ​ຄວາມ​ດູດ​ດື່ມ​​ນັກ​ທ່ອງ​ທ່ຽວ​ດ້ວຍ​ບັນ​ດາ​ສຸ​ສານ, ວັດ​ວາ​ອາ​ຮາມ, ວິ​ຫານ​ທີ່ເກົ່າ​ແກ່, .. ເທົ່າ​ນັ້ນ ຫາກ​ ນະ​ຄອນເຫ້ວ ຍັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ງາມ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງວັດ​ວາ​ອາ​ຮາມ​ຫລາຍ​ຫລັງ. ປະ​ຈຸ​ບັນ ຢູ່ ເຫ້ວ ມີວັດໃຫຍ່, ນ້ອຍ ກວ່າ 100 ຫລັງ, ​ໃນ​ນັ້ນ ມີວັດ​​ຫລາຍ​ແຫ່ງມີ​ອາ​ຍຸ​ຫລາຍກວ່າ​ໝູ່​ຄື: ວັດ ລີງ​ມູ້ ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1601, ວັດ ບ໋າ​ວກວກ​ ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1674, ວັດ ຕື​ດາມ ກໍ່​ສ້າງ​ເມື່ອ​ປີ 1683. ບັນ​ດາ​ວັດ​ວາ​ອາ​ຮາມ ຢູ່ ເຫ້ວ ລ້ວນ​ແຕ່​ແມ່ນ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ຖືກ​ຕັ້ງ​ໃນ​ບໍ​ລິ​ເວນ​ທີ່ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ​ປົກ​ຄຸມ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.
ໄປຢ້ຽມຢາມວັດວາອາຮາມຢູ່ເຫ້ວ - ảnh 1
ວັດ​ທຽນ​ມູ້
ພາບ:internet

        ໃນ​ໄລ​ຍະ​ພັນ​ປີ​ຜ່ານ​ມາ, ບັນ​ດາ​ວັດ​ວາ​ອາ​ຮາມ ຢູ່ ເຫ້ວ ລ້ວນ​ແຕ່​ແມ່ນ​ສະ​ຖາ​ນ​​ທີ່​ຊາວ ເຫ້ວ ກໍ​ຄື​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ ເຄີຍ​​ແວ່​ຢາມ ເພາະ​​ຄວາມ​ງາມດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ ​ກໍ​ຄື​ບັນ​ຍາ​ກາດ​ສະ​ຫງົບ​ງຽບ​​ຢູ່​ທີ່ນີ້ໄດ້ ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ສຶກ​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ. ອ້າຍ ຫງວຽນ​ແທງ​ກົງ, ຊ່າງ​ພາບ​ສະ​ໝັກ​ຫລິ້ນ ພວມ​ຢ້ຽມ​ຢາມ​ວັດ​ຢູ່​ເຫ້ວ ໃຫ້​ຮູ້​ວ່າ:

        “ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເຫ້ວ ຕາມ​ປົກ​ກະ​ຕິ​ແລ້ວ​ແມ່ນ​ຈະໄປ​ຢ້ຽມ​ຢາມ​ວັດ​ທີ່​ມີ​ຊື່​ສຽງ​ຄື: ວັດ​ທຽນ​ມູ້, ວັດ​ຕື​ດາມ. ເພາະ​ວ່າ ບັນ​ດາ​ວັດ​ວາ​ອາ​ຮາມນີ້​ແມ່ນ​ວັດ​ທີ່​ໃຫຍ່​ໂຕ, ມີ​ອາ​ຍຸ​ຫລາຍ​ຮ້ອຍ​ປີ ແລະ ຕິດ​ພັນ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ນະ​ຄອນ​ເຫ້ວ.”

        ສະ​ຖານ​ທີ່ທຳ​ອິດ​ທີ່​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ໃນ​ລາຍ​ການ​ທ່ອ​ງ​ທ່ຽວ​​ຄົ້ນ​ຫານະ​​ຄອນ​ເຫ້ວ  ນັ້ນ​ແມ່ນ ວັດ ຕື​ດາມ. ວັດ​ຫລັງ​ນີ້ ຖືກ​ຕັ້ງ​ຢູ່​ ຕາ​ແສງ ເຈື່ອງ​ອານ  ນະ​ຄອນ​ເຫ້ວ ແລະ ໄດ້​ຮັບ​ການກໍ່​ສ້າງ​ໃນ​ທ້າຍ​ສັດ​ຕະ​ວັດ​ທີ 17. ວັດ ຕື​ດາມ ລ​ວມ​ມີ 3 ຫ້ອງ​ໃຫຍ່ ແລະ 2 ຫ້ອງ​ນ້ອຍຂ້າງ​ເຮືອນ. ຢູ່ 2 ເບື້ອງຂອງວັດ  ​ມີ ຫໍ​ລະ​ຄັງ ແລະ ຫໍ​ກອງ. ຢູ່​ກາງ​ເດີນວັດ ມ​ີ​ຮູບ​ປັ້ນ​ເຄິ່ງ​ໂຕ​ຂອງ ​ນັກ​ບວດ ເຕີ​ມ​ມີງ ຊື່ງ​ແມ່ນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຫລາຍ​ຢ່າງ​ຕໍ່​ວັດ ດ້ວຍ​ຂະ​ບວນ​ການ​ສ້າງ​ສາ​ ແລະ ພັດ​ທະ​ນາ​ພຸດ​ທະ​ສາດ​ສະ​ຫນາ ຈີນ -ຫວຽດ​ນາມ. ເອື້ອຍ ມາຍ​ແທງ​ເຮືອງ, ນັກ​ທ່ອງ​ທ່ຽວ ມາ​ຈາກ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ: ຖ້າ​ຫາກ​ຜູ້​ໃດ​ມາ​ຢ້ຽມ​ຢາມ ເຫ້ວ ຢາກ​ເຂົ້າ​ໃຈ​ຄຳ​ຖາມ​ທີ່​ວ່າ ເປັນ​ຫຍັງ​ນັກ​ທ່ອງ​ທ່ຽວ​ເຄີຍ​ເອີ້ນ​ນະ​ຄອນ ເຫ້ວ ແມ່ນ​ນະ​ຄອນ​ແຫ່ງວັດ​ວາ​ອາ​ຮາມ

        “ມາ​ຢ້ຽມ​ຢາມ ເຫ້ວ, ໂດຍ​ສະ​ເພາະ​ເມື່ອ​ມາ​ຢ້ຽມ​ຢາມ​ວັດ ຕື​ດາມ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຢູ່​ທີ່ນີ້ບັນ​ຍາ​ກາດ​ ສະ​ຫງົບ​ງຽບ​ທີ່​ສຸດ ເຮັດ​ໃຫ້ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ. ວັດ​ຫລັງ​ນີ້ ມີ​ຄວາມ​ງາມ​ພິ​ເສດ​ສະ​ເພາະ ແລະ ກໍ​ແມ່ນ​ສະ​ຖານ​ທີ່​ເລີ່ມ​ຕົ້ນ​ຂະ​ບວນ​ການ​ພຸດ​ທະ​ສາດ​ສະ​ຫນາ​ເພື່ອ​ຕ້ານ​ຄື​ນ​ລະ​ບອບ​ພະ​ເດັດ​ການ​ອາເມ​ເລິ​ກາ ແລະ​ ອຳ​ນາດ​ການ​ປົກ​ຄອງ​ໂງ​ດີງ​ຢ້ຽມ.”

ໄປຢ້ຽມຢາມວັດວາອາຮາມຢູ່ເຫ້ວ - ảnh 2
ວັດ​ຕື​ຮຽວ
ພາບ:vnexpress.net

        ຖ້າ​ຫາກ ວັດ​ຕື​ດາມ​ແມ່​ນສະ​ຖານ​ທີ່ຮັກ​ສາບັນ​ດາ​ເຫດ​ການ​ແຫ່ງ​ການ​ຕໍ່​ສູ້​ ແຕ່ບໍ່​ໃຊ້​ຄວາ​ມ​ຮຸນ​ແຮງຂອງ​ຂະ​ບວນ​ການ​ພຸດ​ທະ​ສາດ​ສະ​ຫນາ, ສ່ວນ ວັດ ຕື​ຮຽວ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ຮັກ​ສາ​ດ້ານ ​ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ຂອງ​ກຸງ​ເກົ່າ​ເຫ້ວ. ວັດ​ຕື​ຮຽວ ຖືກ​ຕັ້ງ​ຢູ່ ຕາ​ແສງ ຖູຍ​ຊວນ ນະ​ຄອນ​ເຫ້ວ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ວັດ​ບູ​ຮານ​ໃຫຍ່ ແລະ ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ແຫ່ງນີ້ ບໍ່​ແມ່ນ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ ຫາກ​ແມ່ນ​ບັນ​ດາ​ສຸ​ສານ ແລະ ເຂດ​ບູ​ຊາ​ນາຍ​ພົນ​ເຮືອ ເລ​ວັນ​ຢ​ວຽດ ແລະ ສຸ​ສານເສ​ນາ​ອາ​ມາດໃນ​ບໍ​ລິ​ເວນ​ວັດ. ຊ່າງ​ພາບ ແທ່ງ​ກົງ ໃຫ້​ຮູ້​ວ່າ:

        “ວັດ ຕື​ຮຽວ ແມ່ນ​ວັດ​ທີ່​ມີ​ຊື່​ສຽງ. ໃນ​ປະ​ຫວັດ​ຄວາມ​ເປັນ​ມາ ວັດ​ຕື​ຮຽວ ແມ່ນ​ສະ​ຫງວນ​ໃຫ້​ແກ່​ເສ​ນາ​ອາ​ມາດດຳ​ລົງ​ຊີ​ວິດ ​ພາຍ​ຫລັງ​ອອກ​ຈາກ​ພະ​ລາ​ຊະ​ວັງ. ປະ​ຈຸ​ບັນ ມີພຽງ​ແຕ່​ນັກ​ບວດ ແລະ ຜູ້​ເຝົ້າຮັກ​ສາວັດ, ພິ​ເສດ ແມ່ນ​ບັນ​ດາ​ນັກ​ບວດ​ຫນຸ່ມ​ເຂົ້າ​ວັດ ເພື່ອ​ຝືກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ. ​ສະ​ນັ້ນ ເມື່ອ​ທ່ານ​ມານີ້ ຈະ​ພົບ​ເຫັນ​ນັກ​ບວດ​ຫນຸ່ມ​ຫລາຍ​ຄົນ. ​ແລະ​ຈຸ​ດ​ພິ​ເສດ ນັກ​ບວດຢູ່​ວັດ​ນີ້ ເຄີຍ​ຫລິ້ນ​ກິ​ລາ, ເຕະ​ບານ, ເຕະດອກ​ຂົນ​ໄກ່. ສະນັ້ນ​​ບັນ​ຍາ​ກາດ​ຢູ່​ທີ່ນີ້​ແມ່ນ​ຟົດ​ຟື້ນກວ່າ ວັດ​ອື່ນ.”

        ວັດ​ຕື​ຮຽວ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຮູບ​ແບບ​ເດີມ ດ້ວຍ 3 ຫ້ອງ​ໃຫຍ່ ແລະ 2 ຫ້ອງ​ນ້ອຍ. ດ້ານ​ຫນ້າ​ຂອງວັດ ແມ່ນ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ, ​ດ້ານ​ຫລັງ ແມ່ນ​ບູ​ຊາ​ບັນ​ພະ​ບູ​ລຸດ. ຢູ່​ຕໍ່​ຫນ້າປະ​ຕູ​ເຂົ້າ​ວັດ ມີ​ທາດ​ 3 ຊັ້ນ ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1896. ປ​ະ​ຕູ​ເຂົ້າ​ວັດ​ແມ່ນກໍ່​ສ້າງ​ຕາມ​ຮູບ​ກົ່ງ​ມີສອງ​ສັ້ນ ມີ​ຫລັງ​ຄາມຸງ ແລະ ຢູ​່ຕໍ່​ຫນ້າ​ເສັ້ນ​ທາງ​ປູ​ດ້​ວຍ​ດີ​ຈີ່​ເມື່ອ​ເຂົ້າ​ຫໍ​ໂຮງ ມີ​ຫນອງ​  ລ້ຽງ​ປາ​ໂຊ ແລະ ປູກ ດອກ​ບົວ. ດ້ວຍ​ທີ່​ຕັ້ງສະ​ດວກ, ສະ​ຫງົບ​ງຽບ ແລະ ບໍ່​ຫ່າງ​ໄກ​ກັບ​ນະ​ຄອນ​ເຫ້ວ ປານ​ໃດ ສະ​ນັ້ນ ຢູ່​ທີ່ນີ້ ແມ່ນ​ບ່ອນ​ເຕົ້າ​   ໂຮ​ມ ​ຂອງ​ຊາວ​ຫນຸ່ມ ເຫ້ວ ໃນ​ຊຸມມື້​ພັກ​ຮຽນ, ພັກ​ການ. ວັດ​ຕື​ຮຽວ ແມ່ນ​ຫນຶ່ງ​ໃນ​ບັນ​ດາວັດ​ບູ​ຮານ ທີ່​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ​ຢ້ຽມ​ຢາມ​ຫລາຍ​ກວ່າ​ໝູ່. ທ່ານ​ນາງ ຕວຽດ​ມາຍ ນັກ​ທ່ອງ​ທ່ຽວ ມາ​ຈາກ ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ສຳ​ລັບ​ຜູ້​ອາ​ຍຸ​ສູງ​ຄື​ພວກ​ຂ້າ​ພະ​ເຈົ້າ ມາ​ຢ້ຽມ​ຢາມ​ວັດ ເພື່ອ​ໃຫ້​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ. ດ້ວຍ​ຄວາມ​ສະ​ຫງົບ​ງຽບ​ຢູ່​ທີ່ນີ້ ກໍ​ຊ່ວຍ​ບັນ​ເທົາ​ຄວາມ​ອິດ​ເມື່ອຍ​ຍ້ອນ​ວຽກ​ງານ​ໃນ​ຊີ​ວິດ​ປະ​ຈຳ​ວັນ ແລະ ເຮັດ​ໃຫ້​ຄວາມ​ສັບ​ສົນ​ວ​ຸ້ນ​ວາຍ, ຄວາ​ມ​ເປັນ​ຫ່ວງ​ເປັນ​ໄຍ​ໃນ​ຄອບ​ຄົວ ແລະ ສັງ​ຄົມ​ສູນ​ຫາຍ​ໄປ.”

ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ເປັນ​ເອ​ກະ​ລັກ​ສະ​ເພາະ ຍ້ອນ​ມີ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພະ​ລາ​ຊະ​ວັງ ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ພື້ນ​ເມືອງ ພ້ອມ​ກັບ​ບັນ​ຍາ​ກາດ​ສະ​ຫງົບ​ງຽບ, ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ສະ​ນັ້ນ ບັນ​ດາ​ວັດ​ວາ​ອາ​ຮາມ​ຢູ່ ເຫ້ວ ​ຍາມ​ໃດ​ກໍແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນັບ​ມື້​ນັບ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ