ໄປຢ້ຽມຢາມຫໍພິພິດທະພັນກວາງຈູງ - ບິ່ງດິ້ງ

(vovworld) – ຢູ່​​ແຂວງ​ບິ່ງດິ້ງ​ ທາງທິດ​ໃຕ້​ຂອງ​ພາກ​ກາງ, ມີ​ຫໍ​ພິ​ພິດ​ທະ​ພັນ​ທີ່​ໃສ່​ຊື່​ວິ​ລະ​ຊົນ​ຊາວ​ນາກວາງ​ຈູງ - ຫງວຽນ​ເຮ້, ຜູ້​ນຳ​ຂະ​ບວນ​ການ​ລຸກ​ຮຶ້​ຂຶ້ນ​ຂອງ​ຊາວ​ນາໄຕ​ເຊີນ​ໃນ​ສະ​ຕະ​ວັດ​ທີ 18. ຢູ່​ທີ່ນີ້​ຍັງ​ຮັກ​ສາ ແລະ ວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ສຳ​ຄັນທີ່​ກ່ຽວ​ຂ້ອງ​ເຖິງ​ຂະ​ບວນ​ການ​ໄຕ​ເຊີນ. ຫໍ​ພິ​ພິດ​ທະ​ພັນ​ກວາງ​ຈູງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່ ໄດ້​ສ້າງ​ຄວາມ​ດຶງ​ດູດ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ ແລະ ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເມື່ອ​ມາ​ຢ້ຽມ​ຢາມ​ບິ່ງ​ດິ້ງ.

ໄປຢ້ຽມຢາມຫໍພິພິດທະພັນກວາງຈູງ - ບິ່ງດິ້ງ - ảnh 1

                    ຫໍພິພິດທະພັນກວາງຈູງ - ບິ່ງດິ້ງ                 

ຈາກ​ນະ​ຄອນກວີ​ເຍີນ ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ກວ່າ 40 ກມ ຈະ​ໄປ​ຮອດ​ເທດ​ສະ​ບານ​ຟູ໋​ຈ້ອງ, ເມືອງ​ໄຕ​ເຊີນ, ເຊິ່ງ​ແມ່ນ​ບ້ານ​ເກີດ​ຂອງ 3 ອ້າຍ​ນ້ອງວິ​ລະ​ຊົນ​ແຫ່ງ​ຊາດ​ນັ້ນ​ແມ່ນ​ ຫງວຽນ​ຍາກ, ຫງວຽນເຮ້, ຫງວຽນ​ຫຼື. ຫໍ​ພິ​ພິດ​ທະ​ພັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1978. ນີ້​ແມ່ນຫໍ​ພິ​ພິດ​ທະ​ພັນຜູ້ທີ່​ມີ​ຊື່​ສຽງ​ໃຫ​ຍ່ກວ່າ​ໝູ່ ແລະ ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ ຫໍ​ພິ​ພິດ​ທະ​ພັນ​ທີ່ດຶງ​ດູດແຂກ​ມາ​ຢ້ຽມ​ຢາມ ແລະ ທ່ອງ​ທ່ຽວ​, ຮ່ຳ​ຮຽນຫຼາຍ​ທີ່​ສຸດ​ຂອງ​ຫວຽດ​ນາມ. ໃນ​ບໍ​ລິ​ເວນຫໍ​ພິ​ພິດ​ທະ​ພັນ, ​ຫໍ​ບູ​ຊາໄຕ​ເຊີນ​ແມ່ນ​ບ່ອນ​ທຳ​ອິດ​ທີ່​ແຂກ​ທ່ອງ​ທ່ຽວ​ເຄີຍມາ​ຈູດ​ທູບ​ທຽນ​ບູ​ຊາ ອາ​ໄລ​ຫາ​ເຖິງ​ບັນ​ດາ​ວິ​ລະ​ຊົນ​ຊາວ​ນາໃນ​ຂະ​ບວນ​ການ​ໄຕ​ເຊີນ. ທ່ານ​ເຈິ່ນງອກ​ມີ, ຜູ້​ດູ​ແລ​ຫໍ​ບູ​ຊາ, ໃຫ້​ຮູ້​ວ່າ:

ຫໍ​ບູ​ຊາ​ໄຕ​ເຊີນ ຖືກ​ກໍ່​ສ້າງ​ເທິງ​ພື້ນ​ເຮືອນ​ເກົ່າ​ຂອງ 3 ອ້າຍ​ນ້ອງວິ​ລະ​ຊົນ​ໃນ​ຂະ​ບວນ​ການໄຕ​ເຊີນ. ໃນ​ຫໍ​ບູ​ຊາ​ມີ​ແທ່ນບູ​ຊາ 10 ແທ່ນ. ຢູ່​ໃຈ​ກາງ​ຫໍແມ່ນ​ແທ່ນ​ບູ​ຊາ​​ລວມໃຫ້​ບັນ​ພະ​ບຸ​ລຸດ​ວົງ​ຕະ​ກຸນ​ຂອງ 3 ອ້າຍ​ນ້ອງ​ວິ​ລະ​ຊົນ. ສ່ວນ 3 ອ້າຍ​ນ້ອງ​​ວິ​ລະ​ຊົນ​ໄຕ​ເຊີນ​ ຖືກ​ບູ​ຊາ​ຢູ່​ໃຈກາງແທ່ນ​ຕົ້ນ​ຕໍ່ ເຊິ່ງ​ເອີ້ນ​ວ່າ ໄຕ​ເຊ​ີນ​ຕາມ​ກຽດ “ໝາຍ​ຄວາມ​ວ່າສາມ​ຄົນ​ດີ​ເດັ່ນ​ກວ່າ​ໝູ່​ໃນ​ຂະ​ບວນ​ການໄຕ​ເຊີນ” , ສ່ວນ​​ເບື້ອງ​ຂວາ ແລະ ເບື້ອງຊ້າຍ ແມ່ນ​ບູ​ຊາ​ນາຍ, ພົນ​ທະ​ຫານ​ອ້າຍ​ນ້ອງ​ໃນຂະ​ບວນ​ການ​ໄຕ​ເຊີນ.

ໄປຢ້ຽມຢາມຫໍພິພິດທະພັນກວາງຈູງ - ບິ່ງດິ້ງ - ảnh 2

ຫໍ​ບູ​ຊາ​ໄຕ​ເຊີນ
(ພາບ​ອິນ​ເຕີ​ແນດ)

ປະ​ຈຸ​ບັນ, ຢູ່ນອກ​ຫໍ​ບູ​ຊາຍັງ​ມີ​ຕົ້ນ​ຂາມ ແລະ ນ້ຳ​ສ້າງ​ທີ່​ມີ​ມາ​ກ່ອນນີ້​ເກືອບ 300 ປີ. ຕົ້ນ​ຂາມນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ດ້ານ​ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ, ແລະ ຖືກ​ຖື​ວ່າ​ເປັນສັນ​ຍາ​ລັກ​ແຫ່ງ​ພະ​ລັງ​ຊີ​ວິດ, ຄວາມ​ຍື່ນ​ຍົງ​ຂອງ​ຂະ​ບວນ​ການ​ໄຕ​ເຊີນ. ສ່ວນ​ນ້ຳ​ສ້າງນີ້​ຍັງ​ໃສ​ສະ​ອາດ​ຢູ່. ອ້າຍ​ ດັ້ງ​ກົງ​ເລິບ ພາ​ລະກອນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ກວາງ​ຈູງ, ໃຫ້​ຮູ້​ວ່າ:

ກ່ອນນີ້​ຊາວ​ໝູ່​ບ້ານ​ລ້ວນ​ແຕ່​ນຳ​ໃຊ້​ນ້ຳ​ໃນນ້ຳ​ສ້າງແຫ່ງນີ້. ຫີນ​ນຳ​ນໍ່​​ທີ່​​ກໍ່​ສ້າງ​ນ້ຳ​ສ້າງ​ແມ່ນ​ມີຫຼາຍ​ທີ່​ສຸດຢູ່​ທີ່ນີ້, ມັນ​ສາ​ມາດ​ກັ່ນ​ຕອງ​ນ້ຳ​ໄດ້ດີ, ເມື່ອ​ກໍ່​ສ້າງ​ລາດ​ຊະ​ວັງ​ເຂົາ​ເຈົ້າ​ກໍ່​ນຳ​ໃຊ້​ຫີນ​ນຳ​ນໍ່​ປະ​ເພດນີ້”.

ໄປຢ້ຽມຢາມຫໍພິພິດທະພັນກວາງຈູງ - ບິ່ງດິ້ງ - ảnh 3

ນ້ຳ​ສ້າງໃນ​ຫໍ​ພິ​ພິດ​ທະ​ພັນ

(ພາບ​ອິນ​ເຕີ​ແນດ)​

ຫໍ​ພິ​ພິດ​ທະ​ພັນ​ໄດ້​ວາງ​ສະ​ແດງ ເອ​ກະ​ສານ, ວັດ​ຖຸ​ພັນບູ​ຮານ​ 11.000 ສິນ​ ແລະ ວັດ​ຖຸ​ພັນ​ທີ່​ໄດ້​ຮັບ​ການ​ຟື້ນ​ຟູ​ນັບ​ຮ້ອຍ​ສິນ​​ໃນໄລ​ຍະດຳ​ເນີນຂະ​ບວນ​ການ​ໄຕ​ເຊີນ​ຄື​ກອງ​ເຮັດ​ດ້ວຍ​ໜັງ​ຊ້າງ​ຂອງ​ຊາວ​ເຜົ່າ​ໄຕ​ງວຽນ ​ທີ່ໃຊ້​ໃນ​ຂະ​ບວນ​ການ​ໄຕ​ເຊີນ, ກາ​ຈ້ຳ, ລະ​ຄັງ​ທອງ, ສີ​ລາ​... ມາ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນ, ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ໄລ​ຍະ​ອັນ​ສະ​ຫງ່າ​ອົງ​ອາດ ແລະ ບັນ​ດາ​ເຈົ້າ​ຊີ​ວິດ ຜູ້ທີ່ໄດ້​ຮັບ​ຄວາມ​ນິ​ຍົມນັບ​ຖື​​ຈາກ​ປະ​ຊາ​ຊົນໃນ​ປ​ະ​ຫວັດສາດ​ຂອງ​ຫວຽດ​ນາມອ້າຍ ເລິບ ແນະ​ນຳ​ວ່າ:

ນີ້​ແມ່ນ​ສີ​ລາ​ສຸ​ສານພໍ່​ປູ່​ຂອງ 3 ອ້າຍ​ນ້ອງວິ​ລະ​ຊົນ​ໃນ​ຂະ​ບວນ​ການ​ໄຕ​ເຊີນ. ປີ 1990 ເມື່ອ​ເຮັດ​ທາງຢູ່​​ຟູ໋​ລາກ, ເຊິ່ງ​ແມ່ນບ້ານແມ່ຂອງ 3 ອ້າຍ​ນ້ອງ​ທີ່​ຫ່າງ​ຈາກ​ຫໍ​ພິ​ພິດ​ທະ​ພັນ 3 ກມ,  ປະ​ຊາ​ຊົນ​ໄດ້​ພົບ​ເຫັນ​ສີ​ລາ​ແຜ່ນ​ນີ. ໃນ​ແຜ່ນ​ມີ​ຮູບ​ມັງ​ກອນເຝົ້າ”.

ໄປຢ້ຽມຢາມຫໍພິພິດທະພັນກວາງຈູງ - ບິ່ງດິ້ງ - ảnh 4

ສີ​ລາ​ສຸ​ສານພໍ່​ປູ່​ຂອງ 3 ອ້າຍ​ນ້ອງວິ​ລະ​ຊົນ​ໃນ​ຂະ​ບວນ​ການ​ໄຕ​ເຊີນ
(ພາບ​ອິນ​ເຕີ​ແນດ)

ການ​ສະ​ແດງມວຍ​ສິ​ລະ​ປະ ແລະ ຕີ​ກອງ​​ສູ້​ຮົບ​ກວາງ​ຈູງ ໄດ້​ຮັບ​ຖື​ວ່າ​ແມ່ນ​ມໍ​ລະ​ດົກ​ບໍ່​ມີ​ຮູບ​ຮ່າງ​ຂອງ​ຂະ​ບວນ​ການ​ໄຕ​ເຊີນ ແລະ ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ດັ່ງ​ນັ້ນ​ເມື່ອ​ມາ​ຢ້ຽມ​​ຢາມຫໍ​ພິ​ພິດ​ທະ​ພັນກວາງ​ຈູງ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຟັງ​ສຽງ​ກອງ​​ສູ້​ຮົບ. ປ້າ ຫວໍ​ທິ​ທ້ວນ, ນັກ​ສິ​ລະ​ປິນ​ຜູ້​ທີ່​​ສ້າງ​ຄວາມ​ສະ​ເທືອນ​ໃຈ​ໃຫ້ແກ່​ຜູ້​ຟັງ​ຈຳ​ນວນຫຼວງຫຼາຍ ​ດ້ວຍ​ສິ​ລະ​ປະ​ໃນການ​ຕີ​ກອງ 12 ໜ່ວຍ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ກວາງ​ຈູງ ແລະ ຫຼາຍ​ແຫ່ງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ແມ່ນ​ຜູ້​ສືບ​ທອດ​ມູນ​ເຊື້ອ​ຂອງ​ຄອບ​ຄົວ​​ທີ່​ມີ 9 ເຊັ່ນ​ຄົນຕີ​ກອງ​ສູ້​ຮົບ​ກວາງ​ຈູງ, ໃຫ້​ຮູ້​ວ່າ:

ສຽງ​ກອງ​ມີ 3 ຕອນ, ຕອນ​ທຳ​ອິດ​ ສຽງ​ກອງ​ຊັກ​ຊ້າ, ເພື່ອເຕົ້າ​ໂຮມ​ກຳ​ລັງ​ທະ​ຫານ​​ກຽມພ້ອມເດີນ​ທາງ​ສູ້​ຮົບ, ຕອນ​ທີ 2 ສຽງ​ກອງວ່ອງ​ໄວ​ແຮງ​ກ້າ ເພື່ອ​ປຸກ​ລະ​ດົມ​ກຳ​ລັງ​ໃຈ​ນັກ​ຮົບ​ຕໍ່ສູ້​ຕ້ານ​ສັດ​ຕູ ແລະ ຕອນ​ທີ 3 ​ສຽງ​ກອງ​ຟົດ​ຟື້ນ​ມ່ວນ​ຊື່ນ​ເພື່ອ​ຊົມ​ເຊີຍ​ໄຊ​ຊະ​ນະ,

ໄປຢ້ຽມຢາມຫໍພິພິດທະພັນກວາງຈູງ - ບິ່ງດິ້ງ - ảnh 5

ຕີ​ກອງ​​ສູ້​ຮົບ​ກວາງ​ຈູງ
(ພາບ​ອິນ​ເຕີ​ແນດ)

ນັກ​ວິ​ລະ​ຊົນ​ກວາງ​ຈູງ - ຫງວຽນ​ເຮ້, ໄດ້ເຮັດ​ໃຫ້ຂະ​ບວນ​ການລຸກ​ຮຶ້​ຂຶ້ນຂອງ​ຊາວ​ນາໄຕ​ເຊີນ, ​ກາຍ​ເປັນ​ຂະ​ບວນ​ການ​ປົດ​ປ່ອຍ​ຊາດ, ຂັບ​ໄລ​ເສິກຕ່າງ​ດ້າວໄທ 50 000 ​ຄົນ ແລະ thanh 290 000 ຄົນມາ​ຮຸກ​ຮານ​ຫວຽດ​ນາມ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ​ແຫ່ງ​ຊາດ​ໃນ​ຊຸມ​ປີ 1788-1802. ທ່ານ ຫງວຽນ​ຈີ໋​ດຶກ, ຢູ່​ເມືອງ​ເກິມ​ຊວຽນ, ແຂວງ​ຮ່າ​ຕິ້ງ, ຜູ້​ມາ​ຢາມ​ຫໍ​ພິ​ພິດ​ທະ​ພັນ​ກວາງ​ຈູງ, ໃຫ້​ຮູ້​ວ່າ:

ກ່ອນນີ້​ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຮູ້​ຂະ​ບວນ​ການນີ້ຜ່ານ​ປື້ມ​ໜັງ​ສື​ເທົ່າ​ນັ້ນ. ແຕ່​ມາ​ແຫ່ງນີ້​ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ຢ່າງ​ລະ​ອຽກວ່າກ່ຽວ​ກັບ​ກົກ​ເຄົ້າ ແລະ ການ​ພັດ​ທະ​ນາ​ຂອງຂະ​ບວນ​ການກວາງ​ຈູງ​ ກໍ່​ຄື​ມູນ​ເຊື້ອ​ຂອງ​ຊາດ​ຫວຽດ​ນາມ”.

ຫໍ​ພິ​ພິດ​ທະ​ພັນ​ກວາງ​ຈູງ​ ບໍ່​ພຽງ​ແຕ່​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ, ປະ​ຫວດ​ສາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ຂອງ​ບິ່ງ​ດິ້ງ ອີກ​ດ້ວຍ. ມາ​ແຫ່ງນີ້, ນັກ​ທ່ອງ​ທ່ຽວ​ຄື​ໄດ້​ກັບ​ຄືນ​ສູ່​ໄລ​ຍະ​ປະ​ຫວັດ​ສາດ ໄດ້ດຳ​ລົງ​ຊີ​ວິດ​ດ້ວຍ​ຈິດ​ໃຈນິ​ຍົມ​ມວຍ, ວິ​ລະ​ຊົນ, ສ​ະຫງ່າຜ່າ​ເຜີຍ, ເຈດ​ຈຳ​ນົງ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ​ໃນ​ປະ​ຫວັດ​ສາດ​ອັນ​ພິ​ລະ​ອາດ​ຫານ​ຂອງ​ຂະ​ບວນ​ການ​ລຸກ​ຮຶ້​ຂຶ້ນ​ໄຕ​ເຊີນ ແລະ ໄຊ​ຊະ​ນະດົງ​ດັງ​ຂອງກວາງ​ຈູງ - ຫງວຽນ​ເຮ້.

ຕອບກັບ

ຂ່າວ/ບົດ​ອື່ນ