ໄປຢ້ຽມຢາມຫ້ອງຮຽນຢູ່ເກາະຊອງຕື


(vovworld) - ຕາ​ແສງ​ເກາະຊອງ​ຕືໄຕ (ຢູ່​ທິດ​ຕາ​ເວັນ​ຕົກ), ເມືອງ​ເຈື່ອງ​ຊາ, ແຂວງ​ແຄ໋ງ​ຮ່​ວາ, ຕັ້ງ​ຢູ່​ທິດ​ເໜືອ​ຂອງ​ໝູ່​ເກາະ​ເຈື່ອງ​ຊາ. ຜູ້​ໃດ​ມາ​ຢ້ຽມ​ຢາມ​ເກາະ​ຊອງ​ຕື​ໄຕ ກໍ່​ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຫ້ອງ​ຮຽນ​ນ້ອຍໆ​ໃຕ້​ຮົ່ມໄມ້​ຫູກວາງ, ພ້ອມ​ກັບ​ສຽງ​ຫັດ​ອ່ານ​ຂອງ​ນັກ​ຮຽນ ປະ​ສານ​ກັບ​ສຽງ​ຄື້ນ​ທະ​ເລທົບ​ໃສ່​ຝັ່ງ. ເຖິງວ່າ​ຫ້ອງ​ຮຽນ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ບັນ​ດາ​ຄູ​ສອນ​ຢູ່​ທີ່ນີ້​ຍັງ​​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ຂາດ​ເຂີນ​ຫຼາຍ​ຢ່າງ ເມື່ອ​ທຽບ​ໃສ່​​ເຂດດິນ​ຕໍ່​ແຜ່ນກໍ່​ຕາມ, ແຕ່​ເຂົາ​ເຈົ້າ​ພັດ​ມີ​ອຸ​ດົມ​ຄະ​ຕິ​ລວມ ນັ້ນ​ແມ່ນ​ນຳ​ເອົາ​ຄວາມ​ຮູ້​ມາ​ສິດ​ສອນ​ໃຫ້​ພວກ​ນ້ອງ​ນັກ​ຮຽນ​ຢູ່​ເມືອງ​ເກາະ ທີ່​ຫ່າງ​ໄກ ເພື່ອອະ​ນາ​ຄົດ​ທີ່​ສົດ​ໃສ​ຢູ່​ທີ່ນີ້.

ໄປຢ້ຽມຢາມຫ້ອງຮຽນຢູ່ເກາະຊອງຕື - ảnh 1

ຫ້ອງຮຽນຢູ່ເກາະຊອງຕືໄຕ
(ພາບ​ອິນ​ເຕີ​ແນດ)

        ຕາ​ແສງ​ທີ່​ມີ​ໂຮງ​ຮຽນ​ແຫ່ງ​ດຽວ ແລະ ໂຮງ​ຮຽນ​ທີ່​ມີ​ຫ້ອງ​ຮຽນໜຶ່ງ​ດຽວນັ້ນ​ແມ່ນ​ຈຸດ​ພິ​ເສດ​ເມື່ອ​ເຕື້ອງ​ເຖິງ​ໂຮງ​ຮຽນ​ຢູ່​ເກາະ​ຊອງ​ຕື​ໄຕ. ຫ້ອງ​ຮຽນ​ແມ່ນ​ຫ້ອງ​ການເຮັດ​ວຽກ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ, ໃນ​ຫ້ອງ​ຮຽນ​ມີ​ໂຕະ​ສອງໜ່ວຍ ຖືກ​ຈັດ​ວາງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ພ້ອມ​ກັບ​ກະ​ດານ​ນ້ອຍໆ. ຖັນ​ແຖວ​ຄູ​ສອນ​ຕົ້ນ​ຕໍ່​ແມ່ນ​ພະ​ນັກ​ງານ​ຕາ​ແສງ. ທັງ​ຕາ​ແສງ​ຊອງ​ຕື​ໄຕ ມີ​ນັກ​ຮຽນ​ທັງ​ໝົດ 7 ຄົນ​ ຖືກ​ແບ່ງ​ເປັນ 5 ຫ້ອງ (ແຕ່​ຫ້ອງປໍ 1 ເຖິງ​ຫ້ອງ​ປໍ 5). ຄູ​ສອນ ດ່​ວານກວກ​ທ໋າຍ, ບ້ານ​ເກີດ​ຢູ່​ເມືອງ​ນິງ​ຮ່​ວາ, ແຂວງ​ແຄ໋ງ​ຮ່​ວາ, ສະ​ມັກ​ໃຈ​ໄປ​ປະ​ຕິ​ບັດ​ງານ​ຢູ່​ເກາະ​ຊອງ​ຕື​ໄຕ ​ນັບ​ແຕ່​ປີ 2008 ຕາມ​ຄຳ​ຮຽກ​ຮ້ອງ​ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ກໍ່​ສ້າງ​ທະ​ເລ​ເກາະ​ຂອງ​ບ້ານ​ເກີດ​ເມືອງນອນ. ຫວນ​ຄື​ຊຸມ​ວັນ​ທຳ​ອິດ​ເມື່ອ​ຮັບ​ໜ້າ​ທີ່​ສອນ​ນັກ​ຮຽນ​ຢູ່​ທີ່ນີ້. ອ້າຍ​ຄູ ດ່​ວານກວກ​ທ໋າຍ, ແບ່ງ​ປັນ​ວ່າ:

        “ປີ​ທຳ​ອິດ​ຂ້າ​ພະ​ເຈົ້າ​ສອນ​ນັກ​ຮຽນ​ຫ້ອງ​ປໍ 1, ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ເປັນ​ຄູ​ສອນ​ລຳ​ບາກ​ຄື​ແນວ​ນັ້ນ. ສອນ​ນັກ​ຮຽນ ປໍ 1 ຫັດ​ອ່ານ​ຍາກຫຼາຍ, ມີ​ບາງ​ບົດ​ຮຽນ​ສອນ​ໄປ​ສອນ​ມາຫຼາຍ​ເທື່ອ​ແລ້ວ ແຕ່​ນັກ​ຮຽນ​ກໍໍ່​ບໍ່​ເຂົ້າ​ໃຈ. ​ດັ່ງ​ນັ້ນ, ເມື່ອ​ເຫັນ​ນັກ​ຮຽນ​ຂອງ​ຕົນ​ອ່ານ​ອອກ​ຂຽນ​ເປັນ​ແລ້ວ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູມ​ໃຈທີ່​ສຸດ”.

ໄປຢ້ຽມຢາມຫ້ອງຮຽນຢູ່ເກາະຊອງຕື - ảnh 2

        ຫ້ອງ​ຮຽນ​​ລວມໃຫ້​ນັກ​ຮຽນ​ຢູ່​ທີ່ນີ້ກວ້າງ​ພຽງ 20 ຕາ​ລາງ​ແມັດ​ເທົ່າ​ນັ້ນ, ​​​ຄູ​ສອນ ແຕ່​ລະ​ຄົນ​ຕ້ອງ​ຮຽບ​ຮຽງ​ຕຳ​ລາຮຽນ​ແຕ່ 7 – 10 ວິ​ຊາ ແລະ ສິດ​ສອນ​​ໃຫ້​ນັກ​ຮຽນ​ແຕ່​ລະ​ຄົນ​ຢ່າງ​ລະ​ອຽດ. ພ້ອມ​ກັບ​ການ​ສອນ​ວັດ​ທະ​ນະ​ທຳ​ຢູ່​ຊັ້ນ​ປະ​ຖົມ​ແລ້ວ, ນັບ​ແຕ່​ປີ 2009, ອ້າຍ​ຄູ ເລິນ ຍັງ​ຮັບ​ຜິດ​ຊອບ​ສອນ​ໃຫ້​ເດັກ​ນ້ອຍອະ​ນຸ​ບານ​ອີກ​ດ້ວຍ.

        “ຫ້ອງ​ຮຽນ​ມີ​ນັກ​ຮຽນ​ບາງຄົນເທົ່າ​ນັ້ນ, ແຕ່​ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ແບ່ງ​ເປັນຫຼາຍ​ຫ້ອງ​ ແຕ່​ຫ້ອງ​ປໍ 1 ເຖິງ​ຫ້ອງ ປໍ 5 ນັບ​ທັງ​ຫ້ອງ​ອະ​ນຸ​ບານອີກ ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ສິດ​ສອນ ແລະ ໃຫ້​ພວກ​ນ້ອງ​ກຳ​ບົດ​ຮຽນ​ໄດ້​ດີກວ່າ. ນັບ​ແຕ່​ປີ 2009, ຂ້າ​ພະ​ເຈົ້າ​ຍັງຮັບ​ໜ້າ​ທີ່ສອນ​​ເດັກ​​ນ້ອຍອະ​ນຸ​ບານ​ຕື່ມ​ອີກ. ໃນ​ປີ​ທຳ​ອິດ​ເຫັນ​ວ່າ​ການ​ສິດ​ສອນ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ, ແຕ່​ຮອດ​ປີ​ທີ​ສອງ​ທີ​ສາມ, ​ດ້ວຍ​ການແນະ​ນຳ​ຂອງ​ຫ້ອງ​ອະ​ນຸ​ບານ ສັງ​ກັດ​ພະ​ແນກ​ສຶກ​ສາ ບຳ​ລຸງ​ສ້າງ​ແຂວງ​ແຄ໋ງ​ຮ່​ວາ, ຂ້າ​ພະ​ເຈົ້າ​ກໍ່​ມີ​ຄວາມ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວິ​ທີ​ສິດ​ສອນ​ເດັກ​ອະ​ນຸ​ບານ ”.

ໄປຢ້ຽມຢາມຫ້ອງຮຽນຢູ່ເກາະຊອງຕື - ảnh 3

ຫ້ອງຮຽນຢູ່ເກາະຊອງຕືໄຕ
(ພາບ​ອິນ​ເຕີ​ແນດ)

        ເຖິງວ່າ​ອຸ​ປະ​ກອນ​ ແລະ ເງື່ອນ​ໄຂ​ສິດ​ສອນ​ຍັງ​ຂາດ​ເຂີນ ເມື່ອ​ທຽບ​ໃສ່​ເຂດດິນ​ຕໍ່​ແຜ່ນ​ກໍ່​ຕາມ, ແຕ່​ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຄູ​ສອນ ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດຸ​ໝັ່ນ​ຮ່ຳ​ຮຽນ​, ພວກ​ນ້ອງ​ນັກ​ຮຽນ​ໃນ​ເກາະ​ໄດ້​ຮັບ​ເອົາ​ບົດ​ຮຽນ​ຢ່າງວ່ອງ​ໄວ ແລະ ເຂົ້າ​ໃຈ​ບົດ​ຮຽນ​ໄດ້​ດີ.

        ກ້​າວ​ເຂົ້າ​ສູ່​ສົກ​ຮຽນ​ໃໝ່, ພວກ​ນ້ອງ​ນັກ​ຮຽນ​ຈະ​ໄດ້​ຮຽນ​ພາ​ສາ​ອັງ​ກິດ​ຕື່ມ​ອີກ. ຄູ​ສອນ​ພາ​ສາ​ອັງ​ກິດ​ແມ່ນ​ທ່າ​ນໝໍ, ຮ້ອຍ​ໂທ ຫງວຽນ​ວັນ​ຕຸ່ງ. ຜູ້​ທີ່​ໄດ້​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ​ຮ່າ​ໂນຍ ແລະ ພະ​ອາ​ຈານ ທິກ​ແທ໋ງ​ແທ່ງ ຢູ່​ວັດ​ຊອງ​ຕື​ໄຕ. ພະ​ອາ​ຈານ ທິກ​ແທ໋ງ​ແທ່ງ ໃຫ້​ຮູ້​ວ່າ:

        “ພະ​ນັກ​ງານ​ຕາ​ແສງ​ໄດ້​ເຊີນ​ອັດ​ຕະ​ມາສອນ​ພາ​ສາ​ອັງ​ກິດ​ໃຫ້​ພວກຫຼານ ເພື່ອ​ໃຫ້​ພວກຫຼານ​ສາ​ມາດ​ຮຽນ​ຕໍ່​ຢູ່​ດິນ​ຕໍ່​ແຜ່ນ​ໄດ້. ວິ​ທີສອນ​ພາ​ສາ​ອັງ​ກິດ​​​ຂອງອັດ​ຕະ​ມາ​ວິ​ແມ່ນສອນໃນ​ທຸກ​ສະ​ຖາ​ນະ​ການ, ​ທຸກ​ເວ​ລາ, ເມື່ອ​ກິນ, ເມື່ອ​ລະຫຼິ້ນ, ເມື່ອ​ຮ້ອງ​ເພງ. ພວກ​ນ້ອງ​ນິ​ຍົມ​ທີ່​ສຸດ, ແຕ່​ລະ​ເທື່ອ​ເມື່ອ​ເຂົ້າ​ວັດ​ພວກ​ນ້ອງ​ມັກ​ລົມ​ກັນ​ຢ່າງ​ມ່ວນ​ຊື່ນ ”.

ໄປຢ້ຽມຢາມຫ້ອງຮຽນຢູ່ເກາະຊອງຕື - ảnh 4

ຫ້ອງຮຽນຢູ່ເກາະຊອງຕືໄຕ
(ພາບ​ອິນ​ເຕີ​ແນດ)

        ລາ​ອອກ​ຈາກ​ຊອງ​ຕື​ໄຕ​ ໃນ​ຍາມ​ສາ​ຍັນ. ແຕ່​​ເຫັນ​ວ່າໃນ​ຫ້ອງ​ຮຽນ, ພວກ​ນ້ອງ​ນັກ​ຮຽນ​ຍັງ​ເມົາ​ມົວ​ຫັດ​ອ່ານ, ຫັດ​ຂຽນ​ຢູ່. ໃນ​ເກາະ​ທີ່​ຫ່າງ​ໄກ, ​ເຖິງວ່າ​ຍັງຂາດ​ເຂີນ​ທັງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​​ກໍ່​ຕາມ, ແຕ່​ບໍ່​ສາ​ມາດ​ກີດ​ຂວາງ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ມັກ​​ຮ່ຳຮຽນ​ຂອງ​ນັກ​ຮຽນ​ໃນ​ເກາະ​ໄດ້. ສິ່ງ​ດັ່ງ​ກ່າວ​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ຕື່ມ​ອີກ​ຕໍ່​ພວກ​ນ້ອງ - ​ຜູ້​ສືບ​ທອດລຸ້ນ​ພໍ່​ລຸ້ນ​ອ້າຍ​​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ເກາະ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ