ໄປຢ້ຽມຢາມເກາະໂກ່ນກໍ

(vovworld) –  ​ເກາະ​ໂກ່ນ​ກໍ ນອນ​ຢູ່​ນອກ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ, ຫ່າງ​ຈາກເກືອ​ຕຸ່ງ, ຂຶ້ນ​ກັບ​ຕາ​ແສງ ວິ້ງ​ກວາງ, ​ເມືອງ ວິ້ງ​ລິງ, ​ແຂວງ ກວາງ​ຈີ້ ປະມານ 28 ກິ​ໂລ​ແມັດ. ​ເກາະ​ໂກ່ນ​ກໍ ບໍ່​ໃຫຍ່​ປານ​ໃດ, ມີ​ເນື້ອ​ທີ່ປະມານ 2,5 ຕາລາງ​ກິ​ໂລ​ແມັດ​ເທົ່າ​ນັ້ນ, ​ແຕ່​ພັດ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ລະບົບ​ເກາະ, ​ເກາະ​ທະ​ເລ, ​ເຂດ​ທະ​ເລ​ຫວຽດນາມ ​ແລະ ມີ​ບົດບາດ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​​ເຂດດິນຕໍ່​ແຜ່ນ ​ແລະ ​ເຂດ​ນ່ານທະ​ເລ. ​

ໄປຢ້ຽມຢາມເກາະໂກ່ນກໍ - ảnh 1

ເກາະໂກ່ນກໍ
(ພາບ: ອິນເຕີແນດ)

ຂ້າພະ​ເຈົ້າ​ມາ​ຢາມ​ໂກ່ນ​ກໍ ​ໃນຍາມຮຸ່ງ​ເຊົ້າ, ພາຍຫຼັງ​ຂີ່​ເຮືອ​ເປັນ​ເວລາເກືອບ 2 ຊົ່ວ​ໂມງ. ​ໂກ່ນ​ກໍ ປະກົດ​ອອກຢູ່​​ເບື້ອງໜ້າປຽບ​ເໝືອນ​ນະຄອນ​ບົນ​ທະ​ເລ, ​ໂຄມ​ໄຟ​ທະ​ເລ​ຍັງ​ແຈ້ງ​ສະຫວ່າງຢູ່. ​ໃນ​ຊຸ່ມ​ມື້​ອາກາດດີ, ຈາກ​ໂກ່ນ​ກໍ ​ຫຼຽວ​ໄປ​ຍັງ​ທິດຕາ​ເວັນ​ຕົກ​ທ່ານ​ຈະ​ເຫັນ​ສີຂຽວ​ອຸ່ມ​ທູ່​ມຂອງ​ປ່າ​ສົນ​ແຄມ​ທະ​ເລເກືອ​ຕຸ່ງ ​ແລະ ຫາດ​ຊາຍ​ທະ​ເລຂາ​ວລ້ວນຕໍ່ໜ້າ​ອ່າວ​ໂມກ, ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເກາະແມ່ນ​​ແມ່​ນ້ຳ​ເບັ໋ນຫາຍ, ຢູ່​ທາງ​ໄກ​ແມ່ນ​ສາຍພູ​ຫຼວງ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ. ພືດ​ສາ​ຊາດ​ໄມ້​ໃນ​ເກາະ​ແມ່ນ​ອຸດົ​ມສົມ​ບຸນ​​ພໍສົມຄວນ, ຢູ່​ເກາະ​ມີ​ຕົ້ນ​ໄມ້​ຫາ​ຍາກ​ບາງ​ປະ​ເພດ​ເຊິ່ງຢູ່​ເຂດ​ດິນ​ຕໍ່​ແຜ່ນ​ພັດ​ບໍ່​ມີ, ​ໃນ​ເກາະ​ຍັງ​ມີ​ປ່າ​ຫູກວາງ, ​ຮອດ​ລະດູ​ໃບ​ໄມ້​ຫຼົ່ນ, ​ໃບ​ໄມ້​ເຕັມ​ໄປ​ດ້ວຍ​ສີ​ແດງ​​​ໃນ​ທົ່ວ​ເຂດ, ​ເຮັດ​ໃຫ້​ຮູບ​ພາບ​ເກາະ​​ໂກ່ນ​ກໍມີ​ຄວາມ​ງົດງາມ​ກວ່າ​ອີກ. ​ໃນ​ເກາະ​ຍັງ​ມີ​ຕົ້ນ​ໄມ້​ໃຫ້​ໝາກບາງປະ​ເພດ​ອີກ​ຄື ໝາກ​ຮຸ່ງ, ໝາກ​ກ້ວຍ… ທັງ​​ເປັນ​ແຫຼ່ງທັນ​ຍາ​ຫານ​ ສະໜອງ​ໃຫ້​ແກ່​ທະຫານ ​ແລະ ປະຊາຊົນ​ໃນ​ເກາະ, ທັງ​​ເປັນທີ່​ອາ​ໄສ​ຂອງ​ນົກຫຼາຍ​ປະ​ເພດ.

​ເດືອນ 4/2005, ​ເມືອງ​ເກາະ​ໂກ່ນ​ກໍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ ​ແລະ ປະຈຸ​ບັນ ຢູ່​ເກາະ​ມີ​ປະຊາຊົນນັບ​ສິບ​ຄອບຄົວ, ​ດຳລົງ​ຊີວິດດ້ວຍ​ອາຊີບ​ກໍ່ສ້າງ​ກິດຈະກຳ​ຢູ່​ເກາະ, ຫາ​ປາ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ອົງການ, ຫົວໜ່ວຍ​ຂອງ​ເມືອງ​ເປັນ​ຕົ້ນ​ຕໍ່. ​ເອື້ອຍ ຫງວຽນ​ທິລານ, ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຊາວ​ໜຸ່ມ​ຕະລຸມ​ບ່ອນ 40 ຄົນ ທີ່​ໄປ​ສ້າງ​ຊີວິດ​ໃໝ່​ຢູ່ໂກນ​ກໍ ນັບ​ແຕ່​ປີ 2004, ​ໃຫ້​ຮູ້​ວ່າ​ ເມື່ອຫາ​ກໍ່​ໄປຍັງເກາະ​ແຫ່ງ​ນີ້, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ໄດ້​ຊ່ວຍ​ເຫຼືອ​​​ຄອບຄົວ​ເອື້ອຍ​ກ່ຽວ​ກັບເຮືອນ​ຢູ່, ​ໄຟຟ້າ, ນຳ້​ສະອາດ​. ອຳນາດ​ການ​ປົກຄອງ ​ແລະ ກຳລັງ​ຕ່າງໆ​ກໍ່​ມາ​ຢ້ຽມຢາມ, ຊອກ​ຮູ້​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ທີ່​ນີ້​ເປັນ​ປະຈຳ. ​ເມື່ອ​ເປັນ​ພະຍາດ, ​​ເສນາ​ລັກ​ໃນ​ເກາະ​ກໍ່​ກ​ວດ ​ແລະ ​ໃຫ້​ຢາ​ປິ່ນປົວ​ພະຍາດ

        “​ຕອບ​ສະ​ໜອງຂະ​ບວນການ​ໄປ​ກໍ່​ສ້າງ​ຊີວິດ​ໃໝ່​ຢູ່ເກາະ ໂດຍ​ສູນ​ກາງ​ຊາວ​ໜຸ່ມ​ປຸກ​ລະ​ດົມ, ຂ້າ​ພະ​ເຈົ້າ​ໄດ້​​​ສະ​ໝັກ​ໃຈ​ໄປ ແລະ ຢູ່​ເກາະ​ແຫ່ງນີ້​ເລີຍ. ເຖິງວ່າ​ເງື່ອນ​ໄຂ​ໄປ​ມາ ແລະ ອາ​ກາດ​ຈະຮ້າຍ​ແຮງ​ກໍ່​ຕາມ, ແຕ່​ຍາມ​ໃດ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ພະ​ຍາ​ຍາມ. ຄອບ​ຄົວ​ຂ້າ​ພະ​ເຈົ້າ​ມີ​ລູກ​ສອງ​ຄົນ​ພວມ​ໄປ​ຮຽນ. ໃນ​ຊຸ່ມມື້​ທຳ​ອິດ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ຂາດ​ເຂີນຫຼາຍ​ຢ່າງ, ແຕ່​ປະ​ຈຸ​ບັນ, ເຮືອນ​ຊານ​ບ້ານ​ຊ່ອງ​ແລະ ທາງ​ຄົມ​ມະ​ນາ​ຄົມ​ໄປ​ມາ​ກໍ່ກວ້າງ​ໃຫ​ຍ່, ສວຍ​ງາມ ແລະ ສະ​ດວກ​ສະ​ບາຍກວ່າ”.

ໄປຢ້ຽມຢາມເກາະໂກ່ນກໍ - ảnh 2

ເກາະໂກ່ນກໍ
(ພາບ: ອິນເຕີແນດ)

        ທ່ານ​ ເລກວາງ​ແລງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ເມືອງ​ເກາະ​ໂກ່ນ​ກໍ, ໃຫ້​ຮູ້​ວ່າ, ໃນ​ປີນີ້, ທະ​ຫານ ແລະ ປະ​ຊາ​ຊົນ​ເມືອງ​ເກາະ​ໂກ່ນ​ກໍ ສືບ​ຕໍ່​ຜັນ​ຂະ​ຫ​ຍາຍ​ການ​ລົງ​ທຶນ​ກໍ່​ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ ແລະ ສະ​ເໜີ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​​ແກ່ປະ​ຊາ​ຊົນ. ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ການ​ບຳ​ລຸງ​ສ້າງ, ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ເກາະ. ດ້ວຍ​ທິດ​ພັດ​ທະ​ນາ​ໃຫ້​ເປັນ​ເກາະ​ແຫ່ງ​ການ​ທ່ອງ​ທ່ຽວ, ປະ​ຊາ​ຊົນ​ຢູ່​ທີ່ນີ້​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ​ກ່ຽວ​ກັບ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ ​ແລະ ໄດ້​ຮັບ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ຕິ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​ຂອງ​ທະ​ເລ​ເກາະ​ແຫ່ງນີ້.

        “ປະ​ຈຸ​ບັນ, ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ຢູ່​ທີນີ້​ບໍ່​ເປັນ​ປົກ​ກະ​ຕິ. ແຕ່​ພວກ​ຂ້າ​ພະ​ເຈົ້າ​ຈະ​ບຳ​ລຸງ​ສ້າງ, ສອນ​ວິ​ຊາ​ຊີບ ເພື່ອ​ຮັບ​​ເຂົາ​ເຈົ້າ​ມາ​ເຮັດ​ວຽກ​ຢູ່​ບັນ​ດາ​ອົງ​ການ​, ​ກິດ​ຈະ​ກຳ​ກໍ່​ສ້າງໃນ​ເກາະ ກໍ່​ຄື​ເຄື່ອນ​ໄຫວ​ການ​ບໍ​ລິ​ການ, ດຳ​ເນີນ​ທຸ​ລະ​ກິດ​ໃນ​ເກາະ. ພວກ​ຂ້າ​ພະ​ເຈົ້າ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເກາະ​ຕິດ​ພັນ​ກັບ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ”.

ໄປຢ້ຽມຢາມເກາະໂກ່ນກໍ - ảnh 3

ເກາະໂກ່ນກໍ
(ພາບ: ອິນເຕີແນດ)

        ເກາະ​ໂກ່ນ​ກໍ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການພັ​ດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ, ແມ່ນ​ແຫ່ງ​ເຕົ້າ​ໂຮມ​ຊີ​ວະ​ນາໆ​ພັນ​ພິ​ເສດ​ສະ​ເພາະຂອງ​ທະ​ເລ​ເຂດ​ຮ້ອນ, ໃນ​ນັ້ນ​ມີ​ລະ​ບົບ​ຊີ​ວະ​ພາບ​ຫີນ​ປະ​ກາ​ລັງ, ແມ່ນ​ເຂດ​ເຕົ້າ​ໂຮມ​ຂອງ​ສິນ​ທະ​ເລ​ທີ່​ຫາ​ຍາກ, ມີ​ມູນ​ຄ່າ​ເສດ​ຖະ​ກິດ​ສູງຫຼາຍ​ປະ​ເພດ, ດ້ວຍ​​ປ່າ​ກວມ​ເກືອບ 80% ເນື້ອ​ທີ່​ທັງ​ໝົດ​ໃນ​ເກາະ. ຄຽງ​ຂ້າງ​ຄູນ​ຄ່າ​ຊີ​ວະ​ນາໆ​ພັນ, ເຂດ​ທະ​ເລ​ເກາະ​ໂກ່ນ​ກໍ ​ຍັງ​ມີ​ຄູນ​ຄ່າ​ດ້ານ​ທັດ​ສະ​ນີ​ຍະ​ພາບ, ວັດ​ທະ​ນະ​ທຳ​, ປະ​ຫວັດ​ສາດ​ອີກ​ດ້ວຍ. ທ່ານ ເລກວາງ​ແລງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ເກາະ​ໂກ​່ນ​ກໍ, ໃຫ້​ຮູ້​ວ່າ:

        “ໂກ່ນ​ກໍ​ ມີ​ທ່າ​ແຮງຫຼາຍ​ຢ່າງ​ເພື່ອ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ໃນ​ນັ້ນ​ມີ​ການ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ທະ​ເລ​ເກາະ, ຢູ່ທ້ອງ​ທະ​ເລ​ມີ​ ”ປ່າ​ຫີນ​ປະ​ກາ​ລັງ” ທີ່​ສວຍ​ງາມ… ເໝາະ​ສົມ​ກັບ​ການ​ທ່ອງ​ທ່ຽວ​ດຳ​ນ້ຳພະ​ຈົນ​ໄພ ແລະ ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ. ນອກ​ນັ້ນ, ເມືອງ​ເກາະ​ກໍ່​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ປະ​ຫວັດ​ສາດ, ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ”.

        ປະ​ຈຸ​ບັນ, ໂກ່ນ​ກໍ ນັບ​ມື້​ນັບ​ພັດ​ທະ​ນາ. ໂດຍ​ໝູນ​ໃຊ້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ເກາະ, ຂອງ​ເສດ​ຖະ​ກິດ​ທະ​ເລ, ປະ​ຊາ​ຊົນ​ແຫ່ງນີ້​ພວມ​ປົກ​ປັກ​ຮັກ​ສາ, ກໍ່​ສ້າງ ເພື່ອ​ໃຫ້​ໂກນ​ກໍ ​ກາຍ​ເປັນ​ເກາະ​ແຫ່ງ​ການ​ທ່ອງ​ທ່ຽວ, ສັນ​ຕິ​ພາບ ແລະ ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ