ໄປວັດບູຮານແທັ່ງດົງໃນຍາມຕົ້ນລະດູບານໃໝ່

(VOVWORLD) -ເມື່ອລະດູບານໃໝ່ວຽນມາຊາວຫວຽດນາມເຄີຍໄປວັດເພື່ອພາວະນາໃຫ້ມີໂຊກມີລາບແລະຫວັງມີແຕ່ສິ່ງທີ່ດີງາມທີ່ສຸດໃນປີໃໝ່. ຕົ້ນລະດູບານໃໝ່ ຂໍເຊີນທ່ານໄປທ່ຽວຊົມຢູ່ວັດດົງເງາະທີ່ນະຄອນຫ໋າຍເຢືອງເຊິ່ງແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດຢູ່ດິນແດນແທັ່ງດົງ
ໄປວັດບູຮານແທັ່ງດົງໃນຍາມຕົ້ນລະດູບານໃໝ່ - ảnh 1ວັດດົງເງາະຕັ້ງຢູ່ບ້ານເກິບເຍິດຕາແສງ ຕ່ຽນຕ໊ຽນນະຄອນຫ໋າຍເຢືອງ

   ສຽງລະຄັງ ຢູ່ປະຕູໂຂງຕາມກວານ, ວັດດົງເງາະໄດ້ດັງຂຶ້ນ108 ບາດ ກໍ່ແມ່ນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກສິດທີ່ສຸດ. ບັນດາພະອາຈານກໍ່ໄດ້ດຳເນີນພິທີກຳພາວະນາໃຫ້ປະເທດຊາດມີສັນຕິພາບ ປະຊາຊົນຢູ່ເຢັນເປັນສຸກ ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ. ວັດດົງເງາະຕັ້ງຢູ່ບ້ານເກິບເຍິນຕາແສງ ຕ່ຽນຕ໊ຽນນະຄອນຫ໋າຍເຢືອງໄດ້ຮັບການກໍ່ສ້າງເມື່ອປີ 971 ຕາມພະລາຊະດຳລັດຂອງເຈົ້າຊີວິດດິງຕຽນຮວ່າງ. ວັດດົງເງາະໄດ້ຜ່ານການບູລະນະປະຕິສັງຂອນ ໃນສະໄໝລາດຊະວົງຕ່າງໆຄືລາດຊະວົງຫຼີ, ເຈິ່ນ, ເລ, ຫງວຽນແລະປັດຈຸບັນໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານປະຫວັສາດ - ວັດທະນະທຳລະດັບຊາດ.  ທາດ 7 ຊັ້ນລຽນຮວາ ມີອາຍຸຫຼາຍກວ່າ 320 ປີ ແມ່ນກິດຈະກຳສິລະປະກຳທີ່ມີຄຸນຄ່າແລະສ້າງມາແຕ່ດົນນານທີ່ສຸດຢູ່ວັດດົງເງາະ. ພະອາຈານທິກບ໋າວເຊີນຢູ່ວັດດົງເງາະໃຫ້ຮູ້ວ່າ:

   “ສິ່ງທີ່ພິເສດທີ່ສຸດໃນວັດດົງເງາະແມ່ນຍັງຮັກສາທາດ 9 ຊັ້ນລຽນຮວາເຊິ່ງແມ່ນກິດຈະກຳທີ່ໂດດເດັ່ນຂອງພຸດທະສາສະໜາຫວຽດນາມໄດ້ຮັບການຢັ້ງຢືນແມ່ນຂອງປະເສີດລະດັບຊາດ. ທາດ 9 ຊັ້ນລຽນຮວາ ສູງກວ່າ 5 ແມັດມີ 6 ດ້ານສະເໝີກັນ.ແຕ່ລະດ້ານມີພະພຸດທະຮູບ 3 ອົງດ້ວຍພະພຸດທະຮູບລວມທັງໝົດ 163 ອົງ. ຢູ່ວັດຍັງມີຕົ້ນໄມ້ໃຫຍ່ຕົ້ນໜຶ່ງຖືກປູກມາແຕ່ຕົ້ນສະຕະວັດທີ XIII ແລະຕົ້ນໝາກຈັນມີອາຍຸ 300 ປີ”.

   ນອກຈາກບັນດາວັດຖຸພັນທີ່ມີຄຸນຄ່າທາງດ້ານຈິດວິນຍານ, ວັດດົງເງາະຍັງມີຊື່ສຽງແມ່ນຫໍພິພິທະພັນລວມມີບັນດາວັດຖຸພັນເຮັດດ້ວຍຫີນ. ເມື່ອກ້າວເຂົ້າວັດຜ່ານປະຕູໂຂງແຂກທ່ອງທ່ຽວຈະພົບເຫັນໜອງດອກບົວນ້ອຍຖືກປະດັບປະດາດ້ວຍບັນດາໂຄກຫີນອັນໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ວັດ. ພິເສດແມ່ນແຜນທີ່ຫວຽດນາມມີຄວາມຍາວ 30  ແມັດ, ກວ້າງ 10 ແມັດຖືກວາງດ້ວຍໂຄກຫີນປະມານ 300 ໜ່ວຍໃນບໍລິເວນວັດ. ນັກຄົ້ນຄ້ວາປະຫວັດສາດ ຕັງບ໊າແຮັງ ໃຫ້ຮູ້ວ່າ:

   “ພ້ອມກັບບັນດາວັດຖຸບູຮານ, ວັດດົງເງາະຍັງມີບັນດາຊຸດເຄື່ອງປັ້ນດິນເຜົາ ໃນນັ້ນມີໂຖປັກທູບຖືກຜະລິດໃນປີ 619, ທັງເປັນຂອງປະເສີດຂອງວັດທາງສາມາດຢັ້ງຢືນອາຊີບເຮັດເຄື່ອງປັ້ນດິນເຜົາຂອງໝູ່ບ້ານເກິ໊ຍ; ນອກຈາກນັ້ນກໍ່ຍັງມີພະພຸດທະຮູບ 48 ອົງແລະບັນດາວັດຖຸບູຮານທີີ່ມີຄຸນຄ່າ”.

  ທັດຊະນີຍະພາບວັດດົງເງາະແມ່ນສະຫງົບສຸກເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຂດບ້ານນາທົ່ງພຽງພາກເໜືອ. ບັນດາພະອາຈານໃນວັດດົງເງາະໄດ້ປູກກດອກໄມ້ປະດັບປະດາໃຫ້ສວຍງາມ ອັນໄດ້ສ້າງທິວທັດຕິດພັນກັບສະຖາປັດຕະຍາກຳພຸດທະສາສະໜາອັນໄດ້ເຮັດໃຫ້ຜູ້ໄປວັດຮູ້ສຶກມີ ຄວາມສະຫງົບສຸກ.ມີບາງຄົນໄປວັດດົງເງາະເປີດເຜີຍວ່າ:

   “ພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຄອບຄົວຂ້າພະເຈົ້າເຄີຍໄປ ວັດດົງເງາະເພື່ອຈູດທູບໄຕ້ທຽນພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ. ຢູ່ແຫ່ງນີ້ກໍ່ແມ່ນ ປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດ, ນີ້ກໍ່ແມ່ນວິທີເພື່ອໃຫ້ຄອບຄົວຂອງຂ້າພະເຈົ້າມາຖ່າຍທອດໃຫ້ກັນກ່ຽວກັບມູນເຊື້ອວັດທະນະທຳຂອງໝູ່ບ້ານ, ບ້ານເກີດເມືອງນອນຂອງຕົນ”.

    “ໃນຍາມຕົ້ນປີໃໝ່ທຸກໆປີ, ຄອບຄົວຂ້າພະເຈົ້າໄດ້ພາກັນໄປວັດເພື່ອພາວະນາໃຫ້ມີຄວາມໂຊກດີ.ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ໄປ ວັດດົງເງາະເມື່ອເຫັນທັດຊະນີຍະພາບສະຫງົບສຸກ, ຕົ້ນໄມ້ໃບຫຍ້າພາກັນແຕກດອກອອກໜໍ່. ຫວັງວ່າປີໃໝ່ ວຽກງານທຸກຢ່າງຈະດຳເນີນດ້ວຍດີ ໂລກລະບາດຈະຖືກຍູ້ໃຫ້ຖອຍໄປ ການດຳລົງຊີວິດຂອງປະຊາຊົນກັບຄືນສູ່ປົກກະຕິ”.

   ມາຮັບຊົມທິວທັດຢູ່ວັດດົງເງາະຍາມຕົ້ນລະດູບ່ນໃໝ່, ແຂກຈາກສາລະທິດຈະໄດ້ຮັບຊົມຄວາມງາມຂອງວັດທີ່ເກົ່າແກ່, ໄດ້ເຊື່ອມຕົວເຂົ້າກັບບັນຍາກາດງຽບສະງັດເຊິ່ງເປັນການຜ່ອນຄາຍຄວາມເປັນຫວ່ງເປັນໃຍໃນປີເພື່ອຈະລົງມືປະຕິບັດວຽກງານຂອງແຕ່ລະຄົນໃນປີໃໝ່. 

ຕອບກັບ

ຂ່າວ/ບົດ​ອື່ນ