ໝົກເຈົາ - ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າຂອງໂລກ

(VOVWORLD) -ເຂດທ່ອງທ່ຽວລະດັບຊາດໝົກເຈົານອນຢູ່ແຂວງເຊີນລາ ມີທິວທັດທຳມະຊາດສວຍສົດງົດງາມອາກາດມີສີ່ລະດູແຕ່ລະລະດູກໍ່ລ້ວນແຕ່ມີດອກໄມ້ສວຍງາມຫຼາຍຊະນິດເຮັດໃຫ້ຜູ້ຄົນທັງຫຼາຍຫຼົງໄຫຼ. ປີ 2022 ໝົກເຈົາໄດ້ຮັບການເຊີດຊູຈາກອົງການລາງວັນທ່ອງທ່ຽວໂລກ ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າຢູ່ພາກພື້ນອາຊີແລະເປັນສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າຂອງໂລກ
ໝົກເຈົາ - ສະຖານທີ່ທ່ອງທ່ຽວທຳມະຊາດແຖວໜ້າຂອງໂລກ - ảnh 1ປ່າແປກບ້ານອ໋າງ

      ການວາງແຜນຜັງກໍ່ສ້າງເຂດທ່ອງທ່ຽວລະດັບຊາດ ໝົກເຈົາແຂວງເຊີນລາເຖິງປີ 2030 ໄດ້ຮັບການອະນຸມັດຜ່ານຈາກນາຍົກລັດຖະມົນເມື່ອວັນທີ 5 ມັງກອນປີ 2019. ຕາມນັ້ນແລ້ວເຂດທ່ອງທ່ຽວລະດັບຊາດໝົກເຈົາຖືກວາງແຜນກຳນົດໃນບໍລິເວນສອງເມືອງໝົກເຈົາ ແລະ ເວິນໂຮ່ ມີຍອດເນື້ອທີ່ທຳມະຊາດຫຼາຍກວ່າ 206.000 ເຮັກຕາ. ນີ້ແມ່ນໜຶ່ງໃນບັນດາເຂດທ່ອງທ່ຽວທີ່ສຳຄັນທີ່ສຸດຢູ່ແລວທ່ອງທ່ຽວຜ່ານເຂດເຕິຍບັກ.

      ເຂດທ່ອງທ່ຽວລະດັບຊາດໝົກເຈົາລວມມີສູນທ່ອງທ່ຽວຈຸດສຸມສາມແຫ່ງນັ້ນແມ່ນສູນຕາກອາກາດໝົກເຈົາ, ສູນທ່ອງທ່ຽວທຳມະຊາດໝົກເຈົາແລະສູນບັນເທີງລະຫຼິ້ນໝົກເຈົາ. ທ່ານເລຈ້ອງບິ່ງປະທານຄະນະກຳມະການປະຊົນເມືອງໝົກເຈົາໃຫ້ຮູ້ວ່າ:

     “ເພື່ອສາມາດຮັກສານາມມະຍົດແມ່ນສະຖານທີ່ທ່ອງທ່ຽວທຳມະຊາດຂອງໂລກ, ປັດຈຸບັນເມືອງໝົກເຈົາໄດ້ວາງແຜນຜັງອະນຸລັກສຳລັບເນື້ອທີ່ປູກຊາ, ທົ່ງຫຍ້າ. ເນື້ອທີ່ປ່າໄດ້ຮັບການລ້ອມເຂດເພື່ອປົກປັກຮັກສາທັດຊະນີຍະພາບທຳມະຊາດໃນບໍລິເວນເມືອງໝົກເຈົາ. ໃນການການພັດທະນາການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວຕິດພັນກັບນິຄົມກະເສດຕິດພັນກັບທຳມະຊາດ, ພວກຂ້າພະເຈົ້າໄດ້ກຳນົດທິດຊຸມໃສ່ນຳໃຊ້ບັນດາວັດສະດຸເປັນມິດກັບສິ່ງແວດລ້ອມຕິດພັນກັບສີສັນວັດທະນະທຳບັນດາເຜົ່າ, ຮັດແນວໃດເພື່ອເຮັດໃຫ້ບັນດາຈຸດທີ່ເປປັນເອກະລັກສະເພາະເມືອງໝົກເຈົາພົ້ນເດັ່ນຂຶ້ນ”.

       ໂດຍແມ່ນເຂດພູພຽງຫີນປູນ, ໝົກເຈົາຖືກທຳມະຊາດດົນບັນດານດ້ວຍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານເຊິ່ງລວມມີຍອດພູຜາຫຼວງທີ່ໃຫຍ່ໂຕມະໂຫຖານນ້ຳຕົກຕາດຢ໋າຍຫຽມ ທີ່ເປັນໜ້າຈັບໃຈ, ຖ້ຳເຢີຍດ້ວຍລະບົບນົມຜາຫີນທຳມະຊາດທີ່ງົດງາມ, ສວນດອກຄາຍທົ່ງຫຍ້າລ້ຽງງົວພັນນົມ... ໝົກເຈົາ ຍັງມີຄວາມດູດດື່ມສຳລັບແຂກທ່ອງທ່ຽວ ຍ້ອນສີສັນວັດທະນະທຳຫຼາຍຮູບຫຼາຍແບບຂອງບັນດາເຜົ່າສ່ວນໜ້ອຍໃນບໍລິເວນ. ນາງ ມາຍາລູ ແຂກທ່ອງທ່ຽວມາຈາກອາເມລິກາແບ່ງປັນວ່າ:

      “ຂ້າພະເຈົ້າໄດ້ມາຢາມໝົກເຈົາຫຼາຍເທື່ອແລ້ວ  ການທ່ອງທ່ຽວຢູ່ນີ້ ນັບມື້ນັບຂະຫຍາຍຕົວ ພື້ນຖານໂຄງລ່າງນັບມື້ໄດ້ຮັບການປົວແປງ ໂຮງແຮມພັດຕະຄານກໍ່ດີທີ່ສຸດ ແລະ ອາຫານການກິນຢູ່ ໝົກເຈົາກໍ່ມີຫຼາຍເຍື່ອງ ພິເສດຂ້າພະເຈົ້າກໍ່ຮູ້ສຶກມີຄວາມສຸກເມື່ອມາທ່ຽວຢູ່ທີ່ນີ້”.

     ໝົກເຈົາໃນຍາມນີ້ຍິ່ງມີຄວາມດູດດື່ມສຳລັບແຂກທ່ອງທ່ຽວຍ້ອນບັນດາເນື້ອທີ່ດອກໝັ້ນຂາວສວຍງາມ. ນາງຫງວຽນບິກຮວ່າ ແຂກທ່ອງທ່ຽວມາຈາກຮ່າໂນ້ຍໃຫ້ຮູ້ວ່າ

       “ຢູ່ໝົກເຈົາແມ່ນສວຍງາມທີ່ສຸດ ອາກາດກໍ່ປອດໂປ່ງ ຂ້າພະເຈົ້າມັກມານີ້ ເພາະວ່າຢູ່ນະຄອນ, ຕົວເມືອງກໍ່ມີຂີ້ຝຸ່ນຫຼາຍ ອາກາດກໍ່ປອດໂປ່ງຄືຢູ່ນີ້. ພາຍຫຼັງທຸກໆຄົນໃນຫ້ອງໄດ້ປະຊຸມກັນ ແລ້ວກໍ່ໄດ້ຕົກລົງໄປທ່ຽວຢູ່ ໝົກເຈົາແຂວງເຊີນລາ ຍ້ອນວ່າທິວທັດທຳມະຊາດຢູ່ທີ່ນີ້ງົດງາມທີ່ສຸດ ມີຫ້ວຍມີພູເປັນໜ້າຈັບໃຈອີ່ຫຼີ”.

    ໝົກເຈົາດ້ວຍບັນດາຜະລິດຕະພັນທ່ອງທ່ຽວຄືໝົກເຈົາ IsLand - ເຂດບັນເທີງລະຫຼິ້ນ ຕາກອາກາດປະສົມ ດ້ວຍຂົວແກ້ວແບັກລອງບັນລຸຫຼາຍສະຖີຕິໂລກ; ບັນດາລາຍການລະຫຼິ້ນບັນເທີງໃນເຂດທ່ອງທ່ຽວປ່າແປກບ້ານອ໊າງ; ບັນດາໝູ່ບ້ານທ່ອງທ່ຽວຊຸມຊົນໄດ້ຕ້ອນຮັບແຂກຫຼາຍກວ່າ 1,5 ລ້ານເທື່ອຄົນ, ລາຍຮັບຈາກການເຄື່ອນໄຫວທ່ອງທ່ຽວບັນລຸ 1.720 ຕື້ດົ່ງເກືອບ 73 ລ້ານ USD ໃນປີ 2022. ທ່ານ ຮວ່າງແມັ້ງຢຸຍ ຫົວໜ້າພະແນກທຸລະກິດໝົກເຈົາ IsLand ໃຫ້ຮູ້ວ່າ:

     “ໝົກເຈົາ IsLand ໄດ້ກຳນົດການຮັກສາທັດຊະນີຍະພາບ ແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດເພື່ອໃຫ້ເຂດທ່ອງທ່ຽວລະດັບຊາດໝົກເຈົາ ນັບມື້ນັບສວຍງາມກວ່າເກົ່າ ແລະ ມີແຂກທ່ອງທ່ຽວຫຼາຍຄົນບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງມີຊາວຕ່າງປະເທດຈະຊອກຫາມາທ່ຽວຢູ່ໝົກເຈົາ ໃນນັ້ນມີໝົົກເຈົາ IsLand ອີກດ້ວຍ”.

     ປັດຈຸບັນເມືອງໝົກເຈົາພວມເພີ່ມທະວີການສົ່ງເສີມດຶງດູດເງິນລົງທຶນເຂົ້າໃນຂົງເຂດທ່ອງທ່ຽວ ເປັນຕົ້ນແມ່ນໂຄງການລະດັບສູງຮັບປະກັນພື້ນຖານດ້ານວັດຖຸ ໂຄງລ່າງທ່ອງທ່ຽວຄົບຊຸດມີຄວາມກົມກຽວກັບທັດຊະນີຍະພາບ ປະກອບສ່ວນດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນແລະສາກົນໃຫ້ນັບມື້ນັບຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ