ໝູ່ບ້ານປູກດອກໄມ້ຊາແດກ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ


(vovworld) ຍັງ​ມີ​ເວລາ​ບໍ່​ດົນ​ອີກ​ກໍ່​ຈະ​ຮອດ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ເມຍ. ​ໃນ​ຊຸມ​ມື້​ນີ້, ໝູ່​ບ້ານ​ປູກດອກ​ໄມ້ຊາ​ແດກ, ​ແຂວງ​ດົ່ງ​ທາ​ບ ມີ​ຄວາມ​ຟົດ​ຟື້ນ​ຍິ່ງ​ຂຶ້ນ. ນີ້​ແມ່ນ​ບ່ອນ​ປູກ​ດອກ​ໄມ້​ນັບ​ຮ້ອຍ​ຊະນິດ, ທັງ​ແມ່ນ​ແຫ່ງ​ສະໜອງ​ດອກ​ໄມ້​ໃນ​ໂອກາດ​ບຸນປີ​ໃໝ່​ດ້ວຍ​ຂະໜາດ​ໃຫຍ່​ສຸດ​ຢູ່​ພາກ​ຕາ​ເວັນ​ຕົກ. ຍ້ອນ​ເຫດ​ນັ້ນ, ​ໂອກາດ​ນີ້​ທຸກ​ຄົນ, ທຸກຄອບຄົວຢູ່ອ້ອມ​ເທດສະບານ​ຊາ​ແດກ ມີຄວາມ​ເບີກບານ​ມ່ວນ​ຊື່ນຄື​ດັ່ງ​ພວມ​ຕ້ອນຮັບ​ບຸນປີ​ໃໝ່​ກ່ອນ​ເວລາ​.

ໝູ່ບ້ານປູກດອກໄມ້ຊາແດກ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 1

ການບົວລະບັດດອກດາວເຮືອງຢູ່ບ້ານຊາແດກ

        ໝູ່​ບ້ານ​ປູກ​ດອກ​ໄມ້ຊາ​ແດກ, ຫ່າງ​ຈາກ​ເທດສະບານ​ຊາ​ແດກ, ​ແຂວງ ດົ່ງ​ທາ​ບ, ປະມານ 4 ກມ. ຢູ່​ລຽບ​ຕາມ​ທາງ​ຫຼວງ 8, ຕອນ​ແຕ່​ຕາ​ແສງ​ເຕິ​ນ ກວີ​໋ດົງ ​ເຖິງ ​ເຕິ​ນ​ແຄ໋ງດົງ ​ແຂວງ​ດົ່ງ​ທາ​ບ ​ແມ່ນ​ບັນດາ​ທົ່ງ​ດອກ​ໄມ້​ນາໆ​ຊະນິດ, ດ້ວຍສີ​ຫຼາກ​ຫຼາຍ. ​ໂດຍ​ຕ່າງ​ກັບ​ຮູບ​ພາບ​ທີ່​ລິ້ງ​ເຄີຍ​ຂອງ​ສວນ​ດອກ​ໄມ້​ຕ່າງໆທີ່​ປູກ​ເປັນ​ໜານຊື່​ຖັດ. ຫາກ​ດອກ​ໄມ້​ຢູ່​ທີ່​ນີ້​ພັດ​ປູກ​ເທິ​ງຮ້ານ, ຢູ່​ໃຕ້​ແມ່ນ​ຄອງນຳ້. ດັ່ງ​ນັ້ນ​ບັນດາ​ຜູ້​ປູກ​ດອກ​ໄມ້​ຕ້ອງ​ພາຍ​ເຮືອ​ໄປ​ບົວລະບັດ​ ​ແລະ ​ເກັບດອກ​ໄມ້.

        ​ເພື່ອ​ກະກຽມ​ດອກ​​ໄມ້​ຮັບ​ໃຊ້​​ບຸນປີ​ໃໝ່​ປີ​ມະ​ເມຍ, ບັນດາ​ຄອບຄົວ​​ໃນໝູ່​ບ້ານ​ຊາ​ແດກ ​ໄດ້ລົງທຶນ​ປູກ​ດອກ​ໄມ້​ຊະນິດ​ຕ່າງໆ​ເຊັ່ນ: ດອກ​ເປັນ​ຈະ​ມາດ​ດວງ​ໃຫຍ່, ​ເປັນ​ຈະ​ມາດ​ Tiger, ​ເປັນ​ຈະ​ມາດ​ແນວ​ໃຕ້​ຫວັນ, ດອກ​ກຸຫຼາບ. ມີ​ບາງ​ຄອບຄົວ​ກໍ່​ລົງທຶນ​ປູກ​ດອກ​ໄມ້​ແນວ​ພັນໃໝ່ອີກ… ຢູ່​ຕາ​ແສງ​ເຕິ​ນ​ແຄ໋ງດົງ, ​ໄດ້​ປູກດອກ​ເປັນ​ຈະ​ມາດ​​ດວງ​ໃຫຍ່​ໃນ​ເນື້ອ​ທີ່​ກວ່າ 25 ​ເຮັກຕາ, ດ້ວຍ​ເກືອບ 200.000 ​ເຕົ້າ, ​ໂດຍ​ສຸມ​ໃສ່​ບັນດາ​ບ້ານ​ຄື: ​ແຄ໋ງ​ເຫງຍ, ​ແຄ໋ງ​ເຍິນ, ດົງ​​ເຮ່. ປະຈຸ​ບັນ, ​ເປັນ​ຈະ​ມາດ​​ແນວ​ພັນ​ນີ້​ພັດທະນາ​ໄດ້​ດີ, ອັນ​ໄດ້​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ປະຊາຊົນ​ຢູ່​ທີ່​ນີ້. ປ້າ ຫງວຽນ​ທິຮັ່ງ, ຜູ້​ປູກ​ດອກເປັນ​ຈະ​ມາດ​​ດວງ​ໃຫຍ່​ຢູ່​ຊາ​ແດກ, ​ໃຫ້​ຮູ້​ວ່າ:

        “​ໃນ​ຈຸດ​ເວລາ​ນີ້​ພວກ​ຂ້າພະ​ເຈົ້າ​ພຽງ​ແຕ່​ຫົດ​ນຳ້​ເທົ່າ​ນັ້ນ. ດິນ​ຟ້າ​ອາກາດ​​ເອື້ອ​ອຳນວຍຄວາມ​ສະດວກ. ປີ​ນີ້​ມີ​ຫຼາຍງານ​ບຸນ​ດອກ​​ໄມ້​ຍາມ​ລະດູບານ​ໃໝ່, ດັ່ງ​ນັ້ນ​ຄວາມ​ຕ້ອງການ​ດອກ​ໄມ້​ກໍ່ຫຼາຍ“.

ໝູ່ບ້ານປູກດອກໄມ້ຊາແດກ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 2

ເຕົ້າດອກໄມ້ທີ່ປູກເປັນໜານຊື່ຖັດເທິງຮ້ານ

        ມາ​ຢາມ​ໝູ່​ບ້ານ​ປູກ​ດອກ​ໄມ້ຊາ​ແດກ​ໃນ​ບໍ່​ວ່າ​ເດືອນ​ໃດ​ກໍ່​ຮູ້ສຶກ​ວ່າ​ພວມ​ຢູ່​ໃນ​ໂລກ​ແຫ່ງ​ມະຫັດສະຈັນ​ທີ່​ເຕັມ​ໄປ​ດ້ວຍສີສັນ​ຫຼາກ​ຫຼາຍ ​ແລະ ກິ່ນ​ຫອມ​ຫວນຂອງ​ດອກ​ໄມ້​ນາໆ​ຊະນິດ, ດອກຮັກ​ເຮ່ (dahlia), ດອກ​ກ້ວຍ​ໄມ້, ດອກ​ເໝີຍ, ດອກ​ດາວ​ເຮືອງ (marigold), ຕົ້ນ​ໝາກ​ເຜັດ​ປະດັບ…​ເບັ່ງ​ບານ​ສີສັນ ​ແລະ ສົ່ງ​ກິ່ນ​ຫອມ​ຫວນ​​ໄປ​ທົ່ວ​​ທຸກ​ແຫ່ງ. ​ແຕ່​ດອກ​ໄມ້​ທີ່​ຫຼາຍ​ກວ່າ​ໝູ່​ຢູ່​ທີ່​ນີ້​ແມ່ນ​ດອກ​ກຸຫຼາບ. ປະຈຸ​ບັນ, ໝູ່​ບ້ານ​ຊາ​ແດກ ຍັງ​ປູກ​ດອກກຸຫຼາບ​ກວ່າ 50 ​ແນວ​ຄື: ດອກ​ກຸຫຼາບ​ສີ​ຊຳ້​ແດງ, ດອກ​ກຸຫຼາບ Grada ສີ​ຊຳ້ບົວ, ດອກ​ກຸຫຼາບ​ Cleopatre ສີບົວ, ດອກ​ກຸຫຼາບ​ Masseillle ສີຂາວ, ດອກ​ກຸຫຼາບ Elizabet ​ສີບົວ​ອ່ອນ, ດອກ​ກຸຫຼາບ​Confidence ສີ​ເຫຼືອງ, ດອກ​ກຸຫຼາບ Maccasa ​ສີສົ້ມ… ທ່ານ ຫງວຽນ​ຮ່ວາງ​ມົ້ງ, ຢູ່​ຕາ​ແສງ​ເຕິ​ນກວີ໋ດົງ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຍັງ​ຄົງ​ຮັກສາ​ແນວ​ພັນ​ດອກ​ໄມ້​ທີ່​ເປັນ​ມູນ​ເຊື້ອ​ຄື​ດອກ​ເປັນ​ຈະ​ມາດ, ດອກ​ກຸຫຼາບ… ປະຈຸ​ບັນ, ​ເຂົາ​ເຈົ້າ​ນິຍົມ​ດອກ​ໄມ້​ຊະນິດ​ນີ້​ຫຼາຍ, ດັ່ງ​ນັ້ນ​​ໃນ ປີກ​ວ່າ​ທີ່​ຜ່ານ​ມາຈຶ່ງ​ຂາຍ​ໄດ້​ດີ“.

ໝູ່ບ້ານປູກດອກໄມ້ຊາແດກ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 3
ດອກໄມ້ເບັ່ງບານສີສັນຢ່າງສວຍງາມ

        ​ໂດຍ​ຕັ້ງ​ຢູ່​ແຄມ​ແມ່​ນ້ຳ​ຕ່ຽນຢາງ ​ທີ່​ມີລົມ​ພັດ​, ​ແສງຕາ​ເວັນຕະຫຼອດ​ປີ ​ແລະ ​​ແຫຼ່ງດິນ​ສັນ​ດອນ​ຂອງ​ແມ່​ນ້ຳ, ພ້ອມ​ກັບ​ການ​ບົວລະບັດ​ຢ່າງ​ຄ່ອງ​ແຄ້ວ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້ ​ໄດ້​ສ້າງ​ເປັນ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ຫຼາຍ​ຊະນິດ​ທີ່​ມີ​ຄູນ​ຄ່າ, ປະກອບສ່ວນ​ເພີ່ມ​ຄວາມ​ງາມ​ໃຫ້​ຊີວິດຂອງ​ມະນຸດ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ​ເຫຼົ່າ​ນີ້​ຍັງ​ນຳ​ມາ​ເຊິ່ງຄວາມ​ອີ່ມ​ໜຳ​ສຳລານ ​ແລະ ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ຢູ່​ທີ່​ນີ້. ປະຈຸ​ບັນ, ຊາວ​ໝູ່​ບ້ານ​ຊາ​ແດກ​ ພາກພູ​ມ​ໃຈ​ທີ່​ສຸດ ​ເມື່ອ​ມີ​ພໍ່ຄ້າ​ຊາວ​ຂາຍ​ມາຈ່ອງ​ຊື້​ດອກ​ໄມ້​ດ້ວຍ​ຈຳນວນ​ຫຼາຍ. ​ເອື້ອຍ ​ເຈິ່ນທິ​ເຮ (Tran Thi Hue), ຜູ້ປູກ​ດອກ​ໄມ້​ຫຼາຍ​ຊະນິດຄື: ດອກ​ດາວ​ເຮືອງ (marigold), ​ດອກ​ເປັນ​ຈະ​ມາດ​ Tiger, ດອກ​ບົວ, ດອກ​ຫ່ອນ​ໄກ່....ເພື່ອ​ຮັບ​ໃຊ້​ບຸນປີ​ໃໝ່​ປະຈຳ​ຊາດ, ​ໃຫ້​ຮູ້​ວ່າ, ປີ​ນີ້​ໝູ່​ບ້ານ​ປູກ​ດອກ​ໄມ້​ມ່ວນ​ຫຼາຍ, ​ເພາະວ່າ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດນີ້, ຄິດ​ສະ​ເລ່ຍ​ແລ້ວຜູ້​ປູກ​ດອກ​ໄມ້​​ແຕ່​ລະ​ຄອບຄົວສາມາດ​ຫາ​ກຳ​ໄລ​ໄດ້ 100 ລ້ານ​ດົ່ງ/​ເຮັກຕາ. ​

        “ພໍ່ຄ້າ​ຊາວ​ຂາຍ​ທີ່​ມາ​ຈາກ​ຫຼາຍ​ແຫ່ງ​ຄື​ ​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ ​ເພື່ອຊື້​ດອກ​ໄມ້. ​ເຂົາ​ເຈົ້ນ​ຕ້ອງ​ການຄື​ແນວ​ໃດ, ພວກ​ຂ້າພະ​ເຈົ້າ​ກໍ່​ສະໜອງ​ຄື​ແນວ​ນັ້ນ. ​ເຖິງ​ແນວ​ນັ້ນ​ກໍ່ຕາມ, ການປູກ​ດອກ​ໄມ້​ກໍ່​ລຳບາກ​ຫຼາຍ, ຕ້ອງ​ບົວລະບັດ​ຕະຫຼອດມື້“.

ໝູ່ບ້ານປູກດອກໄມ້ຊາແດກ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 4

ລົດຂົນສົ່ງດອກໄມ້ໄປຍັງທ້ອງຖີ່ນຕ່າງໆໃນທົ່ວປະເທດ

        ​ເມື່ອ​ລະດູບານ​ໃໝ່​ວຽນມາ, ກໍ່​ແມ່ນ​ເວລາ​ທີ່​ໝູ່​ບ້ານ​ປູກ​ດອກ​ໄມ້ຊາ​ແດກ ມີບັນຍາກາດ​ຟົດ​ຟື້ນຄື​ໃນ​ງານ​ບຸນ. ລົດ​ແຕ່ລະ​ຂະ​ບວນ​ໄດ້​ຫຼັ່ງ​ໄຫຼ​ກັນ​ມາ​​ຂົນ​ສົ່ງ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ໄປ​ຍັງ​ແຂວງ, ນະຄອນ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ. ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ​ຢູ່​ທີ່​ນີ້ ​ໄດ້​ນຳ​ມາ​ເຊິ່ງຄຸນຄ່າ​ດ້ານ​ເສດຖະກິດ​ສູງ; ກາຍ​ເປັນ​ກຳລັງ​ໜູນ​ຢ່າງ​ແຮງ​ເພື່ອ​ໃຫ້​ນະຄອນ​ສ້າງ​ແຜນ​ຮ່າງ​ພັດທະນາ​ຊາ​ແດກ​ເປັນນະຄອນ​​ແຫ່ງ​ດອກ​ໄມ້​ໃນ​ອະນາຄົດ.

        ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ໝູ່​ບ້ານທີ່​ມີດ​ອກ​ໄມ້​ເບັ່ງ​ບານ​ຕະຫຼອດ​ປີ ​ໄດ້​ກາຍ​ເປັນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ພິ​ເສດ​ແມ່ນ​ໃນ​ໂອກາດ​ບຸນປີ​ໃໝ່, ລະດູບານ​​ໃໝ່​ວຽນມາ. ບໍ່​ພຽງ​ແຕ່​ໄດ້​ເຫັນ​ດອກ​ໄມ້ຫຼາຍ​ຊະນິດ​ດ້ວຍ​ສີ​ຫຼາກ​ຫຼາຍ​ເທົ່າ​ນັ້ນ, ມາ​ແຫ່ງ​ນີ້​ນັກ​ທ່ອງ​ທ່ຽວ​ຍັງ​ຮັບ​ຮູ້​ໄດ້​ບັນຍາກາດ​ປອດ​ໂປ່​ງ, ​ເຕັມ​ໄປ​ດ້ວຍ​ກິ່ນ​ຫອມ​ຫວນ​ຂອງ​ດອກ​ໄມ້ ​ແລະ ​ໄດ້​ພ້ອມ​ກັບ​ປະຊາຊົນ​ຢູ່​ທີ່​ນີ້​ພາຍ​ເຮືອ​ໄປ​ເກັບ​ດອກ​ໄມ້​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ