ໝູ່ບ້ານປູກຕົ້ນໄມ້ປະດັບວິເຄ

(vovworld) – ​ຕາມ​ພົງສາວະດານ​ແລ້ວ, ໝູ່​ບ້ານ​ປູກຕົ້ນ​ໄມ້​ປະດັບ​ວິ​ເຄ ທີ່​ຂຶ້ນ​ກັບ​ຕາ​ແສງ​ດ່ຽນສ໋າ, ​ເມືອງ​ນາມ​ຈຶກ, ​ແຂວງ​ນາມ​ດິ້ນ, ຫ່າງ​ຈາກຮ່າ​ໂນ້ຍ​ ໄປ​ທາງ​ທິດ​ໃຕ້​ປະມານ 100 ກມ ​ແມ່ນ​ມີ​ມາ​ກ່ອນ​ນີ້ 700 ກວ່າ​ປີ​ແລ້ວ. ຜ່ານ​ການ​ຫັນປ່ຽນ​ຂອງ​ປະຫວັດສາດ, ປະຈຸ​ບັນ, ອາຊີບ​ປູກ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ​ຢູ່​ວິ​ເຄ ​ໄດ້​ຮັບ​ການ​ພັດທະນາ​ທີ່​ສຸດ, ​ເຮັດ​ໃຫ້​ວິ​ເຄ ກາຍ​ເປັນ​ໝູ່​ບ້ານ​ຊີວະ​ພາບ​​ຕ້ອນຮັບ​ນັກ​ທ່ອງ​ທ່ຽວຈາກ​ທຸກ​ສາລະ​ທິດ​ມາ​ຢ້ຽມຢາມ. ​ໃນ​ລາຍການ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ ພາກ​ນີ້, ​ພວກ​ເຮົາ​ຂໍ​ແນະນຳ​ໝູ່​ບ້ານປູກ​ຕົ້ນ​ໄມ້​ປະດັບ​ທີ່​ມີ​ມາ​ກ່ອນໝູ່​ຢູ່​ຫວຽດນາມ.

ໝູ່ບ້ານປູກຕົ້ນໄມ້ປະດັບວິເຄ - ảnh 1

ພາບ: ອິນເຕີແນດ

ຈາກ​ນະຄອນ​ນາມ​ດິ້ນ ຂ້າມ​ຂົວ​ດໍ່ກວານ, ລຽບ​ຕາມ​ຄັນ​ຄູ​ແມ່​ນ້ຳ​ແດງ ປະມານ 3 ກມ, ນັກ​ທ່ອງ​ທ່ຽວ​ຈະ​ພົບ​ເຫັນ​ເຂດ​ຫາດດິນ​ແຄມ​ແມ່​ນ້ຳ​ທີ່​ມີ​ຕົ້ນ​ໄມ້​ຂຽວ​ສົດ​ຕະຫຼອດ 4 ລະດູ, ນັ້ນ​ແມ່ນ​ໝູ່​ບ້ານ​ວິ​ເຄ. ກ່ອນ​ນີ້ 1000 ກວ່າ​ປີ, ປະຊາຊົນ​ຢູ່​ທີ່​ນີ້​ໄດ້​ຫັນຫາດດິນ​ຈະ​ເລີ​ນພັນໂດຍ​ທຳ​ມະ​ຊາດ​ບັນດານ​ໃຫ້​ຢູ່​ແຄມ​ແມ່​ນ້ຳ​ແດງ ​​ເປັນ​ໝູ່​ບ້ານ​ປູກ​ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ. ​ໂດຍ​ອີງ​ໃສ່​ເອກະສານ​ບູຮານ​ແລ້ວ. ໝູ່​ບ້ານ​ວິ​ເຄ ​ໄດ້​ມີ​ມາ​​ແຕ່​ສະຕະວັດ​ທີ 10. ປະຈຸ​ບັນ, ​ໃນ​ໝູ່​ບ້ານ​ຍັງ​ຄົງ​ຮັກສາ​ປູຊະນີຍະສະຖານ 2 ​ແຫ່ງ​ໄວ້​ໄດ້​ເຊັ່ນ: ວັດ ​ແລະ ສາລາ​ບ້ານ​ເດີມ, ອັນ​ໄດ້​ສ່ອງ​ແສງ​ຢ່າງ​ຈະ​ແຈ້ງ ​ເຖິງ​ປະຫວັດ​ແຫ່ງ​ການ​ພັດທະນາ​ຂອງ​ໝູ່​ບ້ານ​ຫັດຖະກຳ. ສາລາ​ບ້ານ​ວິ​ເຄ ບູຊາອໍລະຫັນ 2 ອົງ, ນັ້ນ​ແມ່ນ​ນາຍ​ພົນ ຫງວຽນ​ກົງ​ແທ່ງ, ​ເຊິ່ງ​ແມ່ນ​ຜູ້​ກໍ່​ຕັ້ງ​ໝູ່​ບ້ານ ​ແລະ ອາດຍາ​ເຈົ້າ​ນາຍ ​ໂຕ​ຈູງ​ເຕື. ພໍ່​ຕູ້ ຫງວຽນ​ວັນ​ຕູ໋, ຜູ້​​ເຝົ້າ​ສາລາ​ບ້ານ​ວິ​ເຄ, ​ໃຫ້​ຮູ້​ວ່າ:

​”ໃນ​ປື້​ມບັນ​ຊີ​ວົງ​ຕະກຸນ​ສາລາ​ບ້ານ​ວິ​ເຄ ​ເຊິ່ງຮຽບຮຽງ​ແຕ່​ສະ​ໄມ​ເຈົ້າ​ຊີວິດ ​ເລ​ຈາງ​ຕົງ (ປີ 1572) ​ໄດ້​ເວົ້າ​ເຖິງ​ປະຫວັດ​ຫຍໍ້ ​ແລະ ຄຸນງາມຄວາມດີ​ຂອງນາຍ​ພົນ ຫງວຽນ​ກົງ​ແທ່ງ, ຜູ້​ທີ່​ໄດ້​ຮັບ​ການ​ກຳ​ເນີ​ດ​ເມື່ອ​ປີ 917, ພາຍຫຼັງ​ຕີ​ເອົາ​ສະ​ນະ​ສັດຕູ, ​ໄດ້​ກັບ​ມາ​ແຫ່ງ​ນີ້​ສ້າງ​ເປັນ​ຟາ​ມທີ່​ມີ​ຊື່ວ່າ ຫງວຽນ​ຢາ​ຈູງ ແລະ ອາດຍາ​ເຈົ້າ​ນາຍ ​ໂຕ​ຈູງ​ເຕື, ຜູ້​ທີ່​ມາ​ແຫ່ງ​ນີ້​ສອນ​ປະຊາຊົນ​ວິທີ​ປູກ​ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ​​ເມື່ອ​ປີ 1211, ນັບ​ແຕ່​ນັ້ນ​ໝູ່​ບ້ານ​ຫັດຖະກຳນີ້​ໄດ້​ຮັບ​ການ​ພັດທະນາ​ມາ​ຮອດ​ປະຈຸ​ບັນ”.

ໝູ່ບ້ານປູກຕົ້ນໄມ້ປະດັບວິເຄ - ảnh 2

ພາບ: ອິນເຕີແນດ

ສາລາ​ບ້ານ​ວິ​ເຄ ບໍ່​ພຽງ​ແຕ່​ບູຊາ ອໍລະຫັນ​ສອງ​ອົງ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ເຄີຍດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ການ​ເຫຼື້ອມ​ໄສ​ຂອງ​ປະຊາຊົນ​ອີກ​ດ້ວຍ. ​ໃນ​ແຕ່ລະ​ປີ, ​ເມື່ອ​ຮອດ​ວັນ​ທີ 4, ທີ 5 ​ເດືອນ​ຈຽງ, ພາຍຫຼັງ​ພິທີ​ງານ​ບຸນ​ຂອງ​ໝູ່​ບ້ານ​ແລ້ວ, ຢູ່​ທີ່​ນີ້​ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປະ​ເພນີ​ທີ່​ຂາດ​ບໍ່​ໄດ້, ນັ້ນ​ແມ່ນ​ງານ​ປະ​ກວດ​ຕົ້ນ​ໄມ້​ປະດັບ​ຂອງ​ບັນດາ​ຄອບຄົວ, ວົງ​ຕະກຸນ​ໃນ​ໝູ່​ບ້ານ. ປະຊາຊົນ​​ໄດ້​ນຳ​ເອົາ​ຕົ້ນ​ໄມ້​ປະດັບ​​ສວຍ​ງາມທີ່​ສຸດ​ມາ​ວາງສະ​ແດງ, ​ເພື່ອ​ສຶກສາ​ກ່ຽວ​ກັບມູນ​ເຊື້ອ​ຂອງ​ໝູ່​ບ້ານ​ຫັດຖະກຳ. ກ່ອນ​ນີ້, ວິ​ເຄ ມີ​ຊື່​ສຽງ​ດ້ວຍ​ການ​ປູກ​ຕົ້ນ ໝາກ​ກ້ຽງ​ນ້ອຍ ​ໃນ​ໂອກາດ​ບຸນປີ​ໃໝ່. ​ແຕ່​ປະຈຸ​ບັນ, ​ເພື່ອ​ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ນັບ​ມື້​ນັບ​ພັດທະນາ​ຂອງ​ປະຊາຊົນນັ້ນ, ວິ​ເຄ ​ໄດ້ຫັນ​ມາ​ປູກ​ຕົ້ນ​ໄມ້​ປະດັບ​ເປັ​ນຕົ້ນ​ຕໍ່ ​ເພື່ອ​ຮັບ​ໃຊ້​ການ​ປະດັບ​ປາ​ດາ​ຢູ່​ໂຮງ​ແຮມ, ບັນດາ​ຕຶກ​ອາຄານ​ໃຫຍ່​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອ​ສົ່ງ​ອອກ​ອີກ​ດ້ວຍ. ​ໃນ​ໝູ່​ບ້ານ, ຄອບຄົວ​ໃດ​ກໍ່​ປູກ​ຕົ້ນ​ໄມ້​ປະດັບ, ​ໃນ​ນັ້ນ​ຫຼາຍ​ກວ່າ​ໝູ່​ແມ່ນ​ຕົ້ນ: ​ຕົ້ນໄຮ, ຕົ້ນສົນ, ຕົ້ນ​ພັນ​ປີ, ຕົ້ນ​ໝາກ…. ທີ່​​ໄດ້​ຮັບ​ການ​ບົວລະບັດ ​ແລະ ​ດັດ​ເປັນ​ຫຼາຍ​ຮູບ​ຄື​ຮູບ​ທາດ​ເອບ​ແຟນຂອງຝລັ່ງ, ຮູບ​ນົກ​ອີນຊີ, ນົກຍຸງ, ນົກ​ຟ້າ. ໜຶ່ງ​ໃນ​ບັນດາ​ມາດຖານ​ໃນ​ອາຊີບ​ປູກ​ຕົ້ນ​ໄມ້​ປະດັບ ​ແມ່ນ​ຕ້ອງ​ຮູ້ດັດຕົ້ນ​ໄມ້​ຄື​ແນວ​ໃດ​ໃຫ້​ສວຍ​ງາມ. ທ່ານ ຫງວຽນ​ວັນ​ຈ໋ຽນ, ປະທານ​ສະມາຄົມ  ສັດ​ ​ແລະ ພືດປະດັບ ໝູ່​ບ້ານ​ວິ​ເຄ, ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

”ອາຊີບ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສ້າງ​ຄວາມ​ສວຍ​ງາມ​ໃຫ້​ແກ່​ຊີວິດ, ຢາກ​ສ້າງ​ຄວາມງາມ​ໃຫ້​ໄດ້, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ມີ​ແບບ​ແຜນ​ດຳລົງ​ຊີວິດ​ທີ່​ດີ. ​ໃນ​ໝູ່​ບ້ານ​ປະຊາຊົນ​ບໍ່​​ເຄີຍ​ເວົ້າ​ຄຳ​ຫຍາບ, ຮ້າຍ​ດ່າ​ກັນ, ບໍ່​ເມົາ​ເຫຼົ້າ, ​ເຂົາ​ເຈົ້າ​ພົວພັນ​​ກັນດ້ວຍ​ຄວາມ​ຮັກ​ແພງ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ. ພຽງ​ແຕ່​ມີ​ການ​ແກ່ງ​ແຍ້​ງກັນ​ຢ່າງຕັ້ງໜ້າ​ໃນ​ການ​ປູກ​ຕົ້ນ​ໄມ້​ປະດັບ​ເທົ່າ​ນັ້ນ ​ເພື່ອ​ປຸກລຸກ​ໃຫ້​ມີ​ຫົວຄິດ​ປະດິດ​ສ້າງ, ສ້າງ​ເປັນ​ຜະລິດ​ຕະພັນ​ທີ່​ສວຍ​ງາມ, ຍົກ​ສູງ​ມູນ​ຄ່າ, ຫາກ​ບໍ່​ແມ່ນ​ແກ່ງ​ແຍ້​ງ​ເພື່ອ​ທຳຮ້າຍ​ກັນ. ​ຍາມ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ຮັກສາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຂອງຫວຽດນາມ ​ໄວ້ ”.

ໝູ່ບ້ານປູກຕົ້ນໄມ້ປະດັບວິເຄ - ảnh 3

ພາບ: ອິນເຕີແນດ

ຊາວບ້ານ​ວິ​ເຄ ບໍ່​ພຽງ​ແຕ່​ຮັກສາ​ອາຊີບ​ໄວ້​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ເຈົ້າ​ການ​ສອນ​ວິທີ​ປູກ​ຕົ້ນ​ໄມ້​ປະດັບ​ໃຫ້​ແກ່​ປະຊາຊົນ​ບັນດາ​ຕາ​ແສງ​ຢູ້ອ້ອມ​ຂ້າງ​ອີກ​ດ້ວຍ. ຍ້ອນ​ເຫດ​ນັ້ນ, ຢູ່​ເມືອງ​ນາມ​ຈຶກ ​ໄດ້​ສ້າງ​ເປັນ​ບັນດາ​ຕາ​ແສງ​ປູກ​ສະ​ເພາະດອກ​ໄມ້, ຕົ້ນ​ໄມ້​ປະດັບ ດ້ວຍ​ຂອບ​ຂະໜາດ​ໃຫຍ່, ມີ​ມູນ​ຄ່າ​ເສດຖະກິດ​ສູງ. ຍ້ອນ​ມີ​ອາຊີບ​ນີ້, ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝູ່​ບ້ານ​ວິ​ເຄ ຈຶ່ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ ​ເກືອບ 3 ປີ ມາ​ນີ້, ຍອດ​ລາຍ​ຮັບ​ສະ​ເລ່ຍ​ຈາກການ​ປູກ​ດອກ​ໄມ້ ​ແລະ ຕົ້ນ​ໄມ້​ປະດັບ​ຂອງ​ຕາ​ແສງ​ດ່ຽນສ໋າ ບັນລຸ​ໄດ້​ກວ່າ 43 – 45 ຕື້​ດົ່ງ​/ປີ, ສະ​ເພາະ​ໝູ່​ບ້ານ​ວິ​ເຄ ກວມ​ປະມານ 30 – 35 ຕື້​ດົ່ງ. ມູນ​ຄ່າ​ຜະລິດ​ສະ​ເລ່ຍຢູ່​ວິ​ເຄ ບັນລຸ 200 ລ້າງ​ດົ່ງ/​ເຮັກຕາ, ສູງ​ກວ່າ 50 ກວ່າ​ເທົ່າ ​ເມື່ອ​ທຽບ​ໃສ່​ປູກ​ເຂົ້າ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຕົ້ນ​ໄມ້​ປະດັບ​ຂອງ​ໝູ່​ບ້ານ​ວິ​ເຄ ກໍ່​ໄດ້​ສົ່ງ​ໄປ​ຂາຍ​ຢູ່​ຕະຫຼາດ​ໂລກ. ​ແຕ່ລະ​ປີ​ໝູ່​ບ້ານ​ອາຊີບ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​​ຈາກ​ຫຼາຍ​ປະ​ເທດ​ຄື: ອັງກິດ, ຝລັ່ງ, ​ເຢຍລະ​ມັນ, ອາ​ເມ​ລິ​ກາ, ຍີ່​ປຸ່ນຫຼາຍ​ຄະນະມາ​ຢ້ຽມຢາມ ​ແລະ ​ແລະ ​ສັ່ງ​ຊື້​ຕົ້ນ​ໄມ້.

ໝູ່ບ້ານປູກຕົ້ນໄມ້ປະດັບວິເຄ - ảnh 4
ພາບ: ອິນເຕີແນດ

ບັນດາ​ສິລະ​ປະກອນ​ປູກ​ຕົ້ນ​ໄມ້​ປະດັບ​ໃນ​ໝູ່​ບ້ານ​ວິ​ເຄ ຍາມ​ໃດ​ກໍ່​ສຶກສາ​ໃຫ້​ລູກ​ຫຼານ​ຂອງ​ຕົນ​ວ່າ ສາຍ​ໃຈ​ລະຫວ່າງ​ຄົນ​ກັບ​ຄົນ​ຈຶ່ງ​ແມ່ນ​ດອກ​ໄມ້​ທີ່​ສວຍ​ງາມ​ກວ່າ​ໝູ່. ບາງ​ເທື່ອສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ແຫ່ງ​ນີ້​​ເພື່ອຊອກ​ຮູ້ ​ແລະ ມີ​ຄວາມ​ຮັກ​ຕື່ມ​ອີກ​ຕໍ່​ຄວາມ​ງາມ​ຂອງ​ໝູ່​ບ້ານ​ຫັດຖະກຳ​​ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ