“ໝູ່ບ້ານຢາງໂມ້-ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງຮ່ວາບີງ

(VOVWORLD) -ໂດຍນອນຢູ່ຫ່າງຈາກນະຄອນຮ່ວາບີງປະມານ 10 ກມ, ໝູ່ບ້ານຢາງໂມ້ທີ່ຕາແສງບີງແທງ, ເມືອງກາວຟອງ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ຄວາມງາມແບບທຳມະຊາດຂອງພູຜາປ່າໄມ້, ຂອງບັນດາເຮືອນຮ້ານທີ່ລຽບງ່າຍໄດ້ເຮັດໃຫ້ແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ບ້ານຢາງໂມ້ຕ່າງກໍຮູ້ສຶກໄດ້ເຖິງຊີວິດສະຫງົບສຸກ ແລະ ເຕັມໄປດ້ວຍຄວາມອົບອຸ່ນຂອງພໍ່ແມ່ພີນ້ອງຊາວເຜົ່າເມື່ອງຢູ່ແຫ່ງນີ້.

“ໝູ່ບ້ານຢາງໂມ້-ສະຖານທີ່ທ່ອງທ່ຽວທີ່ດູດດື່ມໃນແຂວງຮ່ວາບີງ  - ảnh 1 ໝູ່ບ້ານຢາງໂມ້ມີຄວາມງາມເປັນເອກະລັກດ້ວຍບັນດາເຮືອນຮ້ານຂອງຊາວເຜົ່າເມື່ອງ່

        ໝູ່ບ້ານຢາງໂມ້ນອນຢູ່ອ້ອມແອ້ມຮ່ອມພູ ແລະ ຢູ່ຕີນພູໂມ້ ຖືກອ້ອມຮອບໄປດ້ວຍສີຂຽວຂອງທົ່ງໄຮ່ທົ່ງນາ ແລະ ພູຜາປ່າໄມ້ຂອງແຂວງຮ່ວາບີງ. ຢາງໂມ້ແມ່ນໝູ່ບ້ານຂອງ 140 ຄອບຄົວຊາວເຜົ່າເມື່ອງ ດ້ວຍເຮືອນຮ້ານໄມ້ຫຼາຍຫຼັງຍັງຄົງສາມາດຮັກສາແບບດັ້ງເດີມ, ບັນດາສວນຕົ້ນໄມ້ກິນໝາກທີ່ພວມສຸກເຫຼືອງ. ເດີນຕາມເສັ້ນທາງຄົດງໍລຽບຕາມເນີນພູອ້ອມໝູ່ບ້ານ, ແຂກທ່ອງທ່ຽວຮູ້ສຶກໄດ້ເຖິງຊີວິດສະຫງົບສຸກຢູ່ເຂດພູຜາປ່າໄມ້ ແລະ ນີ້ແມ່ນໂອກາດເພື່ອຊອກຮູ້ບັນດາຮີດຄອງປະເພນີກໍຄືຊີວິດປະຈຳວັນຂອງຊາວເຜົ່າເມື່ອງອີກດ້ວຍ. ລຸງຫງວຽນວັນເຫົ້າ ຢູ່ຄຸ້ມບ້ານໂມ້ 2 ໃນໝູ່ບ້ານຢາງໂມ້ເປີດເຜີຍວ່າ : 

   “ໝູ່ບ້ານຢາງໂມ້ປະກອບດ້ວຍ 120 ຄອບຄົວ, ແຕ່ຖືກແບ່ງອອກເປັນຫຼາຍຄຸ້ມ ແລະ ຄຸ້ມບ້ານເຮັດທ່ອງທ່ຽວລວມມີ 46 ຄອບຄົວ. ໝູ່ບ້ານຢາງໂມ້ພວກຂ້າພະເຈົ້າ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມແຕ່ດົນນານມາແລ້ວ. ນັບແຕ່ຊຸມປີ 1979-1980 ຂະນະທີ່ດຳເນີນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຮ່ວາບີງນັ້ນ, ບັນດາຜູ້ຊ່ຽວຊານໂຊຫວຽດ ເຄີຍມາພັດຜ່ອນ ແລະ ທັດສະນະສຶກສາໃນມື້ທ້າຍອາທິດ. ຄອບຄົວຂ້າພະເຈົ້າເຮັດທ່ອງທ່ຽວນັບແຕ່ປີ 19997 ແລະ ຮອດປີ 2001 ກໍເປີດຮ້ານກິນດື່ມຮັບໃຊ້ແຂກທ່ອງທ່ຽວຕື່ມອີກ. ໃນຍາມລະດູການທ່ອງທ່ຽວ, ມີບາງມື້, ພວກຂ້າພະເຈົ້າ ກໍໄດ້ຕ້ອນຮັບ ແຂກທ່ອງທ່ຽວສາກົນແຕ່ 300-400 ເທື່ອຄົນ ”

     ບໍ່ພຽງແຕ່ໄດ້ຄົ້ນຫາທາງດ້ານວັດທະນະທຳທີ່ເປັນເອກະລັກເທ່ົານັ້ນ, ແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ໝູ່ບ້ານຢາງໂມ້ ຍັງໄດ້ຊິມລົດຊາດພິເສດຂອງບັນດາເຍື່ອງອາຫານໂດຍຊາວທ້ອງຖິ່ນປຸງແຕ່ງເຊັ່ນ: ເຂົ້າໜຽວ, ຊີ້ນໝູ, ຊີ້ນຄວາຍ, ໄກ່, ໜໍ່ໄມ້, ປາ, ເຫຼົ້າໄຫ… ລຸງຫງວຽນວັນເຫົ້າ ໃຫ້ຮູ້ຕື່ມອີກວ່າ : 

     “ແຂກທ່ອງທ່ຽວເມື່ອມາຢ້ຽມຢາມ ໝູ່ບ້ານຢາງໂມ້ມັກຮັບປະທານເຍື່ອງອາຫານແໜມຈືນ. ເຂົາເຈົ້າເວົ້າວ່າ ຢູ່ນະຄອນອື່ນໆ, ພວກເຂົາກໍໄດ້ກິນອາຫານເຍື່ອງນີ້, ແຕ່ບໍ່ຫອມ ແລະ ແຊບຄືຢູ່ນີ້. ພ້ອມກັບບັນດາເຍື່ອງອາຫານ, ພວກຂ້າພະເຈົ້າຍັງແນະນຳໃຫ້ແຂກທ່ອງທ່ຽວຮັບຊົມບັນດາລາຍການສະແດງສິລະປະ, ໃນນັ້ນມີ ບັນດາວາດຟ້ອນຂອງຊາວເຜົ່າເມື່ອງ, ການສະແດງເຄື່ອງດົນຕີຄ້ອງ ”

     ຈຸດທີ່ພົ້ນເດັ່ນເພື່ອສ້າງຄວາມດູດດື່ມໃຫ້ແກ່ ໝູ່ບ້ານຢາງໂມ້, ນັ້ນແມ່ນບັນດາເຮືອນຮ້ານເກົ່າທີ່ມີຮູບເຕົ່າຂອງ ຊາວເຜົ່າເມື່ອງ. ເຮືອນຮ້ານຕິດພັນກັບບັນດາຮີດຄອງປະເພນີ, ການດຳເນີນຊີວິດປະຈຳວັນຂອງ ຊາວເຜົ່າເມື່ອງ, ຖືກອີງຫຼັງໃສ່ພູຜາເພື່ອຮັບເອົາອາກາດຈາກທຳມະຊາດ ແລະ ກໍແມ່ນເງື່ອນໄຂທີ່ດີເພື່ອລາເນື້ອ, ເກັບກູ້ເຄື່ອງປ່າຂອງດົງ. ແມ່ຍິງເຜົ່າເມື່ອງຢູ່ນີ້ ກໍມີສີມຶດີໃນການຫຍິບປັກຖັກແສ່ວ, ຕ່ຳຜ້າ, ແລະ ເຮັດເຄື່ອງຈັກສານ. ນາງ Jaelle ແຂກທ່ອງທ່ຽວຊາວຝະລັ່ງ ເປີດເຜີຍວ່າ : 

    “ ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມຫວຽດນາມ, ແຕ່ຮູ້ສຶກພາກພູມໃຈ ແລະ ສະຫວາດສະເຫວີຍ. ຂ້າພະເຈົ້າຮູ້ສຶກໄດ້ເຖິງຈິດໃຈຮັກແພງແຂກຂອງຊາວຫວຽດນາມ. ຢູ່ແຫ່ງນີ້ ມີຫຼາຍຈຸດວັດທະນະທຳທີ່ແຕກຕ່າງກັບຝະລັ່ງ. ໝູ່ບ້ານຢາງໂມ້ ມີຄວາມເປັນເອກະລັກສະເພາະ ດ້ວຍບັນດາເຮືອນຮ້ານ, ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າ ”

     ພໍ່ແມ່ພີນ້ອງເຜົ່າເມື່ອງຢູ່ ໝູ່ບ້ານຢາງໂມ້ ແຕ່ດົນນານມາແລ້ວ ໄດ້ມີຊື່ສຽງແມ່ນມີຈິດໃຈຮັກແພງແຂກ. ເມື່ອ ແຂກທ່ອງທ່ຽວມາຢ້ຽມຢາມ ໝູ່ບ້ານຢາງໂມ້ ຕ່າງກໍສາມາດແວ່ຢາມເຮືອນຫຼັງໃດກໍໄດ້. ຖ້າຫາກເຈົ້າຂອງເຮືອນຢູ່ເຮືອນ, ເຂົາຈະມີຄວາມເຕັມໃຈເຊື້ອເຊີນແຂກເຂົ້າມາຫຼິ້ນເຮືອນ, ພ້ອມກັນດື່ມນ້ຳຊາຫອມ ແລະ ເຫຼົ້າໄຫ. ທ້າວ Patrich Buat Thenard ແຂກທ່ອງທ່ຽວມາຈາກຝະລັ່ງ ໃຫ້ຮູ້ວ່າ : 

    “ ເມື່ອຫາກໍລົງລົດ, ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມສະໜິດສະໜົມ, ຈິດໃຈຮັກແພງແຂກຂອງຊາວບ້ານ. ໝູ່ບ້ານຢາງໂມ້ມີຄວາມແຕກຕ່າງກັບຝະລັ່ງ ຈາກທັດສະນີຍະພາບ ຕະຫຼອດຮອດສະຖາປັດຕະຍະກຳຂອງເຮືອນຢູ່. ກ່ອນທີ່ຈະມາທ່ອງທ່ຽວຢູ່ແຫ່ງນີ້, ຂ້າພະເຈົ້າໄດ້ຊອກຮູ້ຫຼາຍຢ່າງກ່ຽວກັບຫວຽດນາມຜ່ານປື້ມອ່ານ, ໜັງສືພິມ, ວາລະສານ. ຂ້າພະເຈົ້າມີຍາດພີນ້ອງ ແລະ ໝູ່ເພື່ອນຫຼາຍຄົນໄດ້ເຂົ້າຮ່ວມບັ້ນຮົບດ້ຽນບຽນຝູ, ດັ່ງນັ້ນ ຂ້າພະເຈົ້າໄດ້ຊອກຮູ້ໂດຍລະອຽດກ່ຽວກັບຮີດຄອງປະເພນີຂອງຊາວຫວຽດນາມ ຈາກບັນດາເຜົ່າສ່ວນໜ້ອຍຕະຫຼອດຮອດບັນດາສະຖານທີ່ທ່ອງທ່ຽວ”

     ກົງກັນຂ້າມກັບສະພາບລົດຕິດ, ມົນລະມິດສິ່ງແວດລ້ອມຢູ່ເຂດຕົວເມືອງ, ຄວາມງາມແບບທຳມະຊາດຂອງ ໝູ່ບ້ານຢາງໂມ້ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວທັງຫຼາຍ. ມາຢ້ຽມຢາມ ໝູ່ບ້ານຢາງໂມ້, ແຂກທ່ອງທ່ຽວອາດຈະໄດ້ແວ່ຢາມສະຖານທີ່ທ່ອງທ່ຽວອື່ນໆອີກຫຼາຍແຫ່ງເຊັ່ນ: ຫໍພິພິທະພັນວັດທະນະທຳເຜົ່າເມື່ອງ, ເຂດທ່ອງທ່ຽວອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກຮ່ວາບີງຫຼືໄປຢ້ຽມຊົມບັນດາເຂດສວນໝາກກ້ຽງພວມສຸກເຫຼືອງໃນເທດສະບານເມືອງກາວຟອງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ