ໝູ່ບ້ານວັດທະນະທຳ ທ່ອງທ່ຽວ ບັນດາເຜົ່າຫວຽດນາມ- ສະຖານທີ່ທ່ອງທ່ຽວ ທີ່ດູດດື່ມ

(vovworld)-ໝູ່​ບ້ານ​ວັດ​ທະ​ນະ​ທຳ​- ທ່ອງ​ທ່ຽວ ບັນ​ດາ​ເຜົ່າ​ຫວຽດ​ນາມ ຢູ່ ດົງ​ໂມ, ເທດ​ສະ​ບານ ເຊີນ​ໄຕ, ຮ່າ​ໂນ້ຍ ແມ່ນ​ສະ​ຖານ​ທີ່​ວາດ​ພາບ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະລັກ​ສະ​ເພາະ​ຂອງ 54 ຊົນ​ເຜົ່າ​ຫວຽດ​ນາມ ເພື່ອ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ. ໂດຍ​ໄດ້​ນຳ​ເຂົ້າ​ເຄື່ອນ​ໄຫວ​ແຕ່​ປີ 2010, ມາ​ຮອດ​ປະ​ຈຸ​ບັນ, ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ ແມ​່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ດູ​ດ​ດື່ມ ແລະ ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ວຍ​ຜະລິດ​ຕະ​ພັນ​ທ່ອງ​ທ່ຽວ ຫລາ​ຍ​ຢ່າງ​ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ແລະ ມີຫລາຍ​ຮູບ​ຫລາຍ​ແບບ.ບົດ​ຂຽນ​ຂອງ​ນັກ​ຂ່າວ ອຽນ​ຫງອກ.

ໝູ່ບ້ານວັດທະນະທຳ ທ່ອງທ່ຽວ ບັນດາເຜົ່າຫວຽດນາມ- ສະຖານທີ່ທ່ອງທ່ຽວ ທີ່ດູດດື່ມ - ảnh 1
ເຮືອນຣົງຂອງບັນດາເຜົ່າໄຕງວຽນ
ພາບ:vtv.vn

        ໃນ​ໄລ​ຍະ​ເກືອບ 5 ປີ​ຜ່ານ​ມາ, ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ ດຶງ​ດູດ​ແຂກ ປະ​ມານ 900 ເທື່ອ​ຄົນ ມາຢ້ຽມ​ຊົມ, ຄົ້ນ​ຄ້​ວາ ແລະ ຊອກ​ຮູ້. ບັນ​ດາ​ການ​ເຄື່ອນ​ໄຫວ​ວາດ​ພາບ​ງານ​ບຸນ​ຕ່າງໆ​ຄື: ບຸນ​ແຂ່ງ​ງົວ ໄບ​ນູຍ ແຂວງ ອານ​ຢາງ, ຕະ​ຫລາດ​ແຫ່ງ​ຄວາມ​ຮັກ ເຄົາ​ວາຍ ແຂວງ ຮ່າ​ຢາງ, ງານ​ບຸນ ອອກ​ອອ​ມບອກ, ຕະ​ຫລາດນ້ຳ ພາກ​ໃຕ້, ຕະ​ຫລາດ​ນັດ​ເຂດ​ພູ​ສູງ​ພາກ​ເຫ​ນືອ… ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່ດຶງ​ດູດ​ແຂກ​ມາ​ຊົມ​ເຖິງ 10.000 ເທື່ອ​ຄົ​ນ/ ມື້. ທ່ານ ຫງວຽນ​ວັນ​ຕວນ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ກວ໋າງ​ນີງ ໃຫ້​ຮູ້​ວ່າ:

“ສະ​ຖາ​ນ​ທີ່​ທ່ອງ​ທ່ຽວ​ນີ້​ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຫລາຍ​ຢ່າງ​ໃຫ້​ແກ່​ປະ​ຊາ​ຊົນ,  ມີ​ຫລາຍ​ຄົນ​ຢາກ​ມາ​ຢ້ຽມ​ຊົມ ​ ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ເອງ​ກໍ​ເຫັນ​ວ່າ ໝູ່​ບ້ານ​ວັດ​ທ​ະ​ນະ​ທຳ​ນີ້​ງາມ​ຫລາຍ ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ. ເຂດ​ຂອງ​ຊົນ​ເຜົ່າ ຂ​ະ​ແມ ໄດ້​ຮັບ​ການກໍ່​ສ້າງ​ສວຍ​ງາມ ແລະ ໃຫ​ຍ່​ໂຕ.”

        ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ແລະ​ສ້າງ​ຄວາມ​ປະ​ທັບ​ໃຈ, ບັນ​ດາ​ເຫດ​ການ​ຢູ່ ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ

ໄດ້​ເຮັດໃຫ້​​ນັກ​ທ່ອງ​ທ່ຽວມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ດູດ​ດື່ມຂອງ​ບັນດາ​ເຜົ່າ​. ຢູ່​ທີ່ນີ້ ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ​ໄດ້​ພ​ົບ​ປະ​ແລກ​ປ່ຽນ, ຊອກ​ຮູ້ ແລະ ເຂົ້າ​ຮ່ວມ​ງານ​ບຸນ, ຮີດ​ຄອງ​ປະ​ເພ​ນີຕ່າງໆ ດ້ວຍ​ສີ​ສັນ​ສະ​ເພາະ ຊື່ງບໍ່​ແມ່ນ​ຜູ້​ໃດ​ກໍ​ມີ​ໂອ​ກາດ​ໄດ້​ຮັບ​ຊົມ. ຈາກ​ພິ​ທີ​ພາ​ວະ​ນາ​ຂໍ​ໃຫ້​ມີຄວາມ​ຢູ່​ເຢັນ​ເປັນ​ສຸກ, ​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ ຂອງ​ຊາວ​ເຜົ່າ ໂລ​ໂລ​ຢູ່ ແຂວງ​ຮ່າ​ຢາງ, ພິ​ທີ​ປູ​ກ​ເຂົ້າ​ຂອງ​ຊາວ​ເຜົ່າ ເບີ​ເຣົາ ຢູ່ ແຂວງ ກອນ​ຕູມ ຕະ​ຫລອດ​ຮອດ​ບຸນ​ແຂ່ງ​ມ້າ​ຂອງ​ຊາວ​ເຜົ່າ​ມົ້ງ ຢູ່ ບັກ​ຮ່າ ແລະ​ອື່ນໆ. ທັງ​ໝົດ​ເຫຼົ່າ​ນັ້ນ​ລ້ວນ​ແຕ່ຖືກ​ວາດ​ພາບຢ່າງ​ມີ​ຊີ​ວິດ​ຊີ​ວາ ແລະ ດູດ​ດື່ມ. ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນັ້ນ ໄດ້​ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ມີ​ລັກ​ສະ​ນະ​ສະ​ເພາະ​ຂອງ ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ. ເມື່ອ​ເຕື້ອງ​ເຖິງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ພັດ​ທະ​ນາ​ທ່ອງ​ທ່ຽວ, ທ່ານ ເລີມ​ວັນ​ຄາງ, ຮອງ​ຫົວ​ຫ​ນ້າ​ຄະ​ນະ​ຄຸ້ມ​ຄອງ ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ກ່ຽວ​ກັບ​ດ້ານ​ທ່ອງ​ທ່ຽວ, ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ ມີ​ບັນ​ດາ​ທ່າ​ໄດ້​ປຽບ​ຄື: ຫ່າງ​ຈາກ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ພຽງ 40 ກິ​ໂລ​ແມັດ ແລະ ຂີ່​ລົດ​ໂອ​ໂຕ​ເສຍ​ເວ​ລາ​ພຽງ 30 ນາ​ທີ. ໝູ່​ບ້ານ​ວັດ​ທະ​ນະ​​ທຳ​ແຫ​່ງນີ້ ມີ​ເນື້ອ​ທີ່ 1500 ເຮັກ​ຕາ, ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ໃນ​ນັ້ນ 900 ເຮັກ​ຕາ​ແມ່ນ​ຫນອງນຳ້, ສ່ວນ​ຍັງ​ເຫລືອ​ແມ່ນ​ເຂດ​ປ່າ​ໄມ້,ໂນ​ນ​ພູ. ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ ຍັງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ລະ​ບົບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ ຮ່າ​ໂນ້ຍ. ​ປັດ​ໄຈ​ ທັງ​ໝົດເຫຼົ່າ​ນັ້ນ ໄດ້​ສ້າງ​ທ່າ​ໄດ້​ປຽບ​ເພື່ອ​ຂຸດ​ຄົ້ນ​ການ​ທ່ອງ​ທ່ຽວ ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ.”

ໝູ່ບ້ານວັດທະນະທຳ ທ່ອງທ່ຽວ ບັນດາເຜົ່າຫວຽດນາມ- ສະຖານທີ່ທ່ອງທ່ຽວ ທີ່ດູດດື່ມ - ảnh 2
ໝູ່ບ້ານວັດທະນະທຳໄດ້ດຶງດູດນັກທ່ອງທ່ຽວເຂົ້າຊົມເປັນຈຳນວນຫລາຍ
ພາບ:vtc.vn

        ດ້ວຍ​ທີ່​ຕັ້ງ​ສະ​ດວກ, ສວຍ​ງາມ ແລະ ທິດ​ທາງສຸ​ມ​ໃສ່​ຂຸດ​ຄົ້ນ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ ພວມ​ຄ່ອຍໆ​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ. ຕາມ​ທ່ານ ເຈີນ​ຫືວ​ເຊີນ, ຫົວ​ຫ​ນ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ລາວ​ກາຍ​ແລ້ວ, ເພື່ອ​ລະ​ດົມ​ປະ​ຊາ​ຄົມ​ເຂົ້າ​ຮ່ວມບັນ​ດາ​ເຫດ​ການ​ຢ່າ​ງ​ສຸດ​ຂີດ​ ຄວນ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ໃຫ້​ເຂົາ​ເຈົ້າ ແລະ ຄວນ​ເພີ່ມ​ທະ​ວີ​ບັນ​ດາ​ແຫລ່ງ​ລາຍ​ຮັບ​ອື່ນ.

“ພວກ​ເຮົາ​ຄວນ​ມີ​ກົນ​ໄກ​ຫ​ນຶ່ງ ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ໃຫ​້​ປະ​ຊາ​ຊົນ​ທັງຮັບ​ຜົນ​ປະ​ໂຫ​ດ ທັງ​ຫັນ​ບັນ​ດາ​ເຫດ​ການ​​ສັງ​ຄົມ​ໂດຍ​ໄວ. ບັນ​ດາ​ເຫດ​ການນ​ັ້ນ ຕ້ອງ​ມີ​ນັກ​ອຸ​ປະ​ຖຳ​ລາຍໃຫ​ຍ່ ແລະ ຕ້ອງເຮັດ​ແນວ​ໃດ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ບັນ​ດາ​ງານ​ບຸນ​ທີ່​ຈັດ​ຂຶ້ນ ຕ້ອງ​ຂາຍ​ປີ້​ໃຫ້​ຜູ້​ຢາກ​ເຂົ້າ​ຊົມ ເພື່ອ​​ເອົາ​ເງິນ​ຮັບ​ຮັບ​ໃຊ້​ໃຫ້ເຫດ​ການ​ອື່ນ.”

        ຄ​ຽງ​ຄູ່​ກັນ​ນັ້ນ ເພື່ອ​ພັດ​ທ​ະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນການ​ທ່ອງ​ທ່ຽວ, ທ່ານ ລືວ​ເຍີນ​ວີງ, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຫຸ້ນ​ສ່ວນ​ຫວຽດ​ນາມ ຍົກ​ຄຳ​ເຫັນ​ວ່າ:

“ນອກ​ຈາກ​ບັນ​ດາ​ເຫດ​ການ​ຊື່ງ​ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ຂຶ້ນດ້ວຍ​ຂອບ​ຂະ​ຫ​ນາດ​ໃຫ​ຍ່, ສ້າງ​ອິດ​ທີ​ພົນ​ຊື່​ສຽງ ແລະ ​ເຄື່ອງ​ໝາຍ ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ ​ແລ້ວ ​ແມ່ນຕ້ອງ​ມີ​ການ​ຮ່ວ​ມື​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ, ສ້າງ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ. ໃນ​ໝູ່​ບ້ານ​ວັດ​ທະ​ນະ​ທຳ ຕ້ອງ​ມີ​ພາກ​ສ່ວນ​ສະ​ເພາະ​ກິດ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວເຫດ​ການ, ກອງ​ປະ​ຊຸມ, ການ​ສຳ​ມະ​ນາ. ຄວາມ​ຮັບ​ຜິກ​ຊອບ​ຂອງ​ພາກ​ສ່ວນນີ້ ແມ່ນ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ຄົບ​ຖ້ວນ​ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ເພື່ອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​​ນຳ​ເຂົ້າ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​. ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ ມີ​ບົດ​ບາດ​ເປັນ​ຂົວ​ຕໍ່​ກັບ​ນັກ​ທ່ອງ​ທ່ຽວ​ດ້ວຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ໝູ່​ບ້ານ​ວັດ​ທະ​ນະ​ທຳ.”

        ນັບ​ແຕ່​ເມື່ອ​ນຳ​ເຂົ້າ​ເຄື່ອນ​ໄຫວ​ມາ​ຮອດ​ປະ​ຈຸ​ບັນ, ໝູ່​ບ້ານ​ວັດ​ທະ​ນະ​ທຳ-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມໄດ້​ຕອບ​ສະ​ຫນອງ​ບັນ​ດາ​ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ຊີ​ວິ​ດ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ຈິດ​ໃຈ, ການ​ລະ​ຫລິ້ນ​ບັນ​ເທິງ, ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ຍົກ​ສູ​ງ​ຄວາມ​ຮັບ​ຮູ້​ຂອງ​ວົງ​ຄະ​ນາ​ຍາດ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫ​ຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ ທັງ​ແມ່ນ​​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ ປະ​ກອບ​ສ່ວນ​ອະ​ນຸ​ລັກຮັກສາ, ເສີມ​ຂະ​ຫ​ຍາ​ຍ​ຄຸນ​ຄ່າ ແລະ ເຊີດ​ຊູ​ວັດ​ທະ​ນະ​ທຳ​ຂອງ 54 ຊົນ​ເຜົ່າ​ຫວຽດ​ນາມ.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ