ໝູ່ບ້ານແກງເຢືອງ, ແຂວງກວາງບີງເຕັມໄປດ້ວຍສີສັນລະດູບານໃໝ່ ດ້ວຍຮູບແຕ້ມຕາມຝາເຮືອນ

(VOVWORLD) -ໃນຊຸມມື້ຕົ້ນລະດູບານໃໝ່ນີ້, ເມື່ອລົງຢ້ຽມຢາມຕາແສງແກງເຢືອງ, ເມືອງກວາງແຈກ, ແຂວງກວາງບີງ ຊຶ່ງແມ່ນຕາແສງແຄມທະເລທີ່ອຸດົມຮັ່ງມີ ພ້ອມກັບທິວທັດທຳມະຊາດສວຍສົດງົດງາມທີ່ເປັນໜ້າຈັບໃຈຢູ່ແຄມທາງຫຼວງ 1 A ນັ້ນ, ແຂກທ່ອງທ່ຽວຕ່າງກໍຕົກສະເງີ້ ເມື່ອເຫັນປະຈັກຕາບັນດາຮູບແຕ້ມ 3 D ເທິ່ງຝາເຮືອນ, ກຳແພງ ທີ່ເປັນເອກະລັກສະເພາະ. ຮູບແຕ້ມເຫຼົ່ານັ້ນໂດຍພະແນກທ່ອງທ່ຽວແຂວງກວາງນີງເຊື້ອເຊີນກຸ່ມຈິດຕະກອນມາແຕ້ມດ້ວຍຄວາມຫວັງສ້າງແຫ່ງນີ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈແຂກທ່ອງທ່ຽວສາລະທິດ
ໝູ່ບ້ານແກງເຢືອງ, ແຂວງກວາງບີງເຕັມໄປດ້ວຍສີສັນລະດູບານໃໝ່ ດ້ວຍຮູບແຕ້ມຕາມຝາເຮືອນ - ảnh 1 ນັກຈິດຕະກອນພວມແຕ້ມພາບໃສ່ຝາເຮືອນ

ຊຸມມື້ບຸນເຕັດທີ່ຜ່ານມາ, ປະຊາຊົນຢູ່ຕາແສງແກງເຢືອງມີຄວາມເບີກບານມ່ວນຊື່ນກ່ວາເພາະໝູ່ບ້ານໄດ້ປະກົດມີຫຼາຍຮູບແຕ້ມດ້ວຍສີສັນຫຼາກຫຼາຍຢູ່ຕາມເຮືອນ, ກຳແພງ ດ້ວຍເນື້ອໃນພັນລະນາກ່ຽວກັບເລື່ອງລາວຕ່າງໆໃນຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ມູນເຊື້ອອົງອາດກ້າແກ່ນໃນການຕໍ່ຕ້ານພ້ອມກັບບັນດາຄວາມງາມແບບລຽບງ່າຍຂອງຫມູ່ບ້ານແຄມທະເລທີ່ອຸດົມຮັ່ງມີນີ້. ບົນເສັ້ນທາງດ້ວຍຮູບແຕ້ມສວຍງາມເທິ່ງຝາເຮືອນນີ້, ແຂກທ່ອງທ່ຽວອາດຈະໄດ້ແວ່ຢາມບັນດາເຮືອນເກົ່າ, ບັນດາກຳແພງເກົ່າທີ່ເຮັດດ້ວຍຫີນປະກາລັງທີ່ເກົ່າແກ່ ພ້ອມທັງໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງຊາວບ້ານແຄມທະເລທີ່ອຸດົມຮັ່ງມີນີ້.

    ອ້າຍຫງວຽນຫງອກລີງ ຢູ່ຕາແສງແກງເຢືອງ ແບ່ງປັນວ່າ : ພາບແຕ້ມຢູ່ນີ້ໄດ້ພັນລະນາເຖິງການດຳລົງຊີວິດຢູ່ຫມູ່ບ້ານແຄມທະເລທີ່ອຸດົມຮັ່ງມີ ແລະ ບັນດາຮີດຄອງປະເພນີຂອງຊາວທ້ອງຖິ່ນ. ອາຍລີງໃຫ້ຮູ້ວ່າ : ນັບແຕ່ນີ້ເປັນຕົ້ນໄປ, ຊາວບ້ານແຫ່ງນີ້, ນອກຈາກການເດີນທະເລໄປຈັບຫາປານັ້ນ, ກໍຍັງມີວຽກເຮັດງານທຳໃໝ່ ນັ້ນແມ່ນເປັນຜູ້ນຳທ່ຽວໃຫ້ແກ່ແຂກທ່ອງທ່ຽວເມື່ອມາຢ້ຽມຢາມບ້ານຂອງຕົນ. ອ້າຍຫງວຽນຫງອກລີງ ເວົ້າວ່າ : 

    “ ໂສມໜ້າໃໝ່ຂອງ ຕາແສງແກງເຢືອງ ໄດ້ຮັບການສະໜັບສະຫນູນຈາກປະຊາຊົນ, ພວກຂ້າພະເຈົ້າຮູ້ສຶກວ່າ ໝູ່ບ້ານມີຄວາມສວຍສົດງົດງາມ ແລະ ຜາສຸກທີ່ສຸດ, ສະເພາະຄອບຄົວຂ້າພະເຈົ້າ ກໍສະໜັບສະຫນູນແຕ້ມພາບໜຶ່ງໃສ່ຝາເຮືອນທາງຫຼັງ ”

    ແຂວງກວາງບີງໄດ້ເລືອກເອົາທ່ອງທ່ຽວເປັນຂະແໜງເສດຖະກິດປາຍແຫຼມ ແລະ ຕາແສງແກງເຢືອງຖືກວາງແຜນຜັງກໍ່ສ້າງເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນສາຍທ່ອງທ່ຽວໃໝ່ທີ່ຫາກໍສ້າງຂຶ້ນ, ພ້ອມກັບສຸສານຂອງທ່ານພົນເອກ ວໍ້ງວຽນຢາບຢູ່ວຸ້ງຈົວ-ເກາະອ້ຽນ. ທ່ານກວາງກຸ້ຍຮ່າ ຮອງປະທານຄະນະກຳມະການປະຊາຊົນ ຕາແສງແກງເຢືອງ ໃຫ້ຮູ້ວ່າ : 

    “ ມີພາບແຕ້ມ 16 ພາບຖືກແຕ້ມຕາມສາຍທ່ອງທ່ຽວ ໄດ້ວາດພາບເຖິງການຜະລິດ ແລະ ຊີວິດການເປັນຢູ່ຂອງຊາວທ້ອງຖິ່ນ. ໂຄສະນາຂົນຂວາຍປະຊາຊົນກ່ຽວກັບຫມູ່ບ້ານທ່ອງທ່ຽວ ເຮັດໃຫ້ຫັນປ່ຽນລະດັບຄວາມຮັບຮູ້ຂອງສາມັນຊົນມາເປັນຜູ້ເຮັດທ່ອງທ່ຽວ. ຜ່ານການແລກປ່ຽນກັບບັນດາຄອບຄົວທີ່ມີຝາເຮືອນຖືກແຕ້ມດ້ວຍພາບຕ່າງໆນັ້ນ ກໍເຫັນວ່າ ຊາວບ້ານສະໜັບສະໜູນຢ່າງສຸດໃຈ ”

    ໝູ່ບ້ານ ແຄມທະເລແກງເຢືອງ ແມ່ນໜຶ່ງໃນຈຳນວນ 8 ໝູ່ບ້ານທີ່ລື່ຊື່ນັບແຕ່ປາງກອ່ນຂອງແຂວງກວາງບີງ ຊຶ່ງໄດ້ສ້າງຕັ້ງມາກ່ອນນີ້ເກືອບ 400 ປີ ດ້ວຍເງື່ອນໄຂຢ່າງພຽງພໍເພື່ອກາຍເປັນສະຖານທີ່ທ່ອງທ່ຽວຊຸມຊົນແຄມທະເລ. ທ່ານ ໂຮ່ອານຟອງ, ຫົວໜ້າພະແນກທ່ອງທ່ຽວແຂວງກວາງບີງໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາ, ມີຫຼາຍຄອບຄົວຢູ່ຕາແສງແກງເຢືອງ ໄດ້ຖືກຍົກຍ້າຍໄປ ຟອງຍາແກບາງ ເພື່ອຮຽນວິທີເຮັດການບໍລິການເຮືອນພັກຮັບໃຊ້ແຂກທ່ອງທ່ຽວ. ປະຈຸບັນ, ທາງພະແນກ ໄດ້ຈ້າງຜູ້ຊ່ຽວຊານຕາງປະເທດມາປະຕິບັດການວາງແຜນຜັງເຂດທ່ອງທ່ຽວຢູ່ຫມູ່ບ້ານ ແກງເຢືອງ ແຄມທະເລ. ທ່ານ ໂຮ່ອານຟອງ, ຫົວໜ້າພະແນກທ່ອງທ່ຽວແຂວງກວາງບີງກ່າວວ່າ :

    “ໝູ່ບ້ານແກງເຢືອງ ໄດ້ຮັບການສ້າງຕັ້ງມາກ່ອນນີ້ເກືອບ 400 ປີ ດ້ວຍເງື່ອນໄຂຢ່າງພຽງພໍເພື່ອກາຍເປັນສະຖານທີ່ທ່ອງທ່ຽວຊຸມຊົນແຄມທະເລ. ທາງດ້ານພາສາເວົ້າ ກໍມີຄວາມແຕກຕ່າງກັບເຂດອື່ນໆ ແລະ ຢູ່ແກງເຢືອງ ຍັງຮັກສາປະເພນີໄຫວ້ບູຊາປາວານ  ”

    ມາຢ້ຽມຢາມ ໝູ່ບ້ານ ແຄມທະເລແກງເຢືອງໃນໂອກາດນີ້, ນອກນາກໄດ້ຮັບຊົມບັນດາພາບແຕ້ມຢູ່ຕາມຝາເຮືອນນັ້ນ, ແຂກທ່ອງທ່ຽວຍັງມີໂອກາດໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ສິລະປະທີ່ເປັນເອກະລັກສະເພາະຂອງ ໝູ່ບ້ານ ແຄມທະເລທາງພາກກາງ. ຕາແສງແກງເຢືອງ ກໍພວມກະກຽມກໍ່ສ້າງເຂດວາງສະແດງບັນດາຊາກກະດູກຂອງປາວານເພື່ອໃຫ້ແຂກທ່ອງທ່ຽວໄດ້ຮັບຊົມ 2 ຊາກກະດູກປາວານໃຫຍ່ສຸດ ແລະ ມີມາແຕ່ດົນນານທີ່ສຸດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ