ໝີເຊີນ ມໍລະດົກວັດທະນະທຳຂອງມວນມະນຸດ


(vovworld)- ມໍລະດົກໝີ​ເຊີນ ຕັ້ງ​ຢູ່​ຮ່ອມ​ພູ​ທີ່​ມີ​ພູຜາ​ປ່າ​ໄມ້​ໃຫຍ່​ໂຕ​ມະ​ໂຫຖານ ຢູ່ ​ແຂວງ ກວ໋າງນາມ. ຢູ່​ທີ່​ນີ້ ມີວິຫານ​ທາດ​ 70 ​ແຫ່ງ​ດ້ວຍ​ຄຸນຄ່າ​ປະຫວັດສາດ, ວັດທະນະທຳ, ສະຖາປັດຕະຍະກຳ, ສິລະ​ປະ​ຂອງ​ພື້ນຖານ​ອະລິຍະ​ທຳ ຈຳປາ ຊື່​ງ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າທັດ​ທຽມ​ກັບ​ບັນດາ​ປູຊະນີຍະສະຖານ​ທີ່​ລື​ຊື່​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຄື: Borobudur ຂອງ​ອິນ​ໂດ​ເນ​ເຊຍ, Pagan ຂອງ​ມ້ຽນ​ມາ, Angkor Wat ຂອງ​ກຳປູ​ເຈຍ. ປູຊະນີຍະສະຖານ​​ແຫ່ງ​ນີ້​ໄດ້​ຮັບ​ການ​ຮັບຮອງ​ຈາກ ອົງການ​ວັດທະນະທຳ​ວິທະຍາສາດ​ສຶກສາ ສປຊ (UNESCO) ວ່າ ​ແມ່ນ​ມໍລະດົກ​ວັດທະນະທຳ​ໂລກ​​ເມື່ອປີ 1999. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ ທີ່​ພາດ​ຫົວ​ເລື່ອງ​ວ່າ: ໝີເຊີນ ມໍລະດົກວັດທະນະທຳຂອງມວນມະນຸດ.

        ໝີ​ເຊີນອາດ​ຈະ​​ໄດ້​ຮັບ​ການ​ກໍ່ສ້າງ​ເມື່ອ​ສັດຕະວັດ​ທີ 4. ນອກຈາກ​​​ເປັນສະຖານ​ດຳ​ເນີນພິທີ​, ຊ່ວຍ​ລາຊະວົງຕ່າງໆ​ສຳ​ພັດ​ກັບ​​ເທວະ​ດາຟ້າ​ແຖນ​ແລ້ວ​, ໝີ​ເຊີນ ຍັງ​ແມ່ນ​ສູນວັດທະນະທຳ ​ແລະ ​ການ​ເຫລື້​ອມ​ໃສ​ຂອງ​ບັນດາ​ລາຊະ​ວົງ​ຈຳປາ ທັງ​ແມ່ນ​ບ່ອນ​ປົງສົບບັນດາ​ເຈົ້າ​ຊີວິດ​, ນັກບວດ​ທີ່ມີສິດອຳນາດຫລາ​ຍອົງ. ທ່ານ Kazik  ຊື່ງແມ່ນນັກສະຖາປານີກຜູ້ປີຊາສາມາດ, ​ເຊິງ​ໄດ້ຕິດພັນກັບ ໝີເຊີນມາ​ເປັນ​ເວລາ​ຫຼາຍ​ປີໄດ້ເວົ້າວ່າ: ຊາວຈຳປາ ເດີມ ໃນຕະຫລອດ 9 ສັດຕະວັດ (ນັບແຕ່ສັດຕະວັດທີ IV ​ເຖິງສັດຕະວັດທີ XIII) ໄດ້ຝາກຝັງຈິດວິນຍານເຂົ້າທີ່ດິນ, ຫິນ ແລະ ຮູ້ຈັກອີງໃສ່ທຳມະຊາດເພື່ອສ້າງເປັນ ໝີເຊີນ ທີ່ໃຫຍ່ໂຕມະໂຫຖານ ​ແລະ​ສວຍງາມ. ຕາມທ່ານ Kazik ແລ້ວ, ໝີເຊີນ ແມ່ນຫໍພິພິດທະພັນ​ສະຖາ​ປັດຕະຍະ​ກຳ​ປະຕິມາ​ກຳ​ສິລະ​ປະ​ທີ່​ລຳ້​ຄ່າ​ຂອງ​ມວນ​ມະນຸດ.

ໝີເຊີນ ມໍລະດົກວັດທະນະທຳຂອງມວນມະນຸດ - ảnh 1
ໝີ​ເຊີນອາດ​ຈະ​​ໄດ້​ຮັບ​ການ​ກໍ່ສ້າງ​ເມື່ອ​ສັດຕະວັດ​ທີ IV
photo:internet

        ​ໃນ​ຮ່ອມ​ພູມີ​​ເສັ້ນລັດສະ​ຫມີ​ປະມານ 2 ກິ​ໂລ​ແມັດ, ບັນດາ​ວິຫານ​ທາດ, ສຸສານ​ຢູ່ໝີ​ເຊີນ​ມີຮູບ​ແບບ​​ທີ່ແຕກ​ຕ່າງ​ກັນ ​ແລະ ຖືກ​ຜົນ​ສະທ້ອນ​ຈາກ​ຮູບ​ແບບ​ສະຖາປັດຕະຍະກຳ ​ແລະ ສາດສະຫນາ​ຮີນ​ດູ. ຢູ່​ທີ່​ນີ້ ມີ​ຫຼາຍ​ກຸ່ມ​ທາດ, ​​ແຕ່​ລະ​ກຸ່ມ​ທາດ​ລ້ວນ​ແຕ່​ມີ​ທາດ​​ໃຫຍ່​ຕັ້ງ​ຢູ່​ໃຈກາງ ​ແລະ ບັນດາທາດ​ສຳຮອງ​ຢູ່​ອ້ອມ​ຮອບ. ​ເບື້ອງ​ຫນ້າ​ຂອງ​ແຕ່​ລະ​ກຸ່ມ​ທາດ​ແມ່ນ​ບ່ອນ​ວາງເຄື່ອງຂອງ​ບູຊາ ​ແລະ ທຳ​ພິທີ​. ບັນດາ​ທາດ​​ເຫລົ່າ​ນັ້ນລ້ວນ​ແຕ່​​ເປັນ​ຮູບຈວຍ. ປະຕູຂອງ​ທາດ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ເພື່ອ​ຮັບ​ແສງຕາ​ເວັນ. ທາດ​ຫລາຍ​ແຫ່ງ​ມີ​ສະຖາປັດຕະຍະກຳ​ສວຍ​ງາມ ດ້ວຍ​ຮູບພາບ​ບັນດາ​ເທວະ​ດາ​ທີ່ໄດ້​ຮັບ​ການ​ປະ​ດັບປະດາດ້ວຍ​ລວດລາຍ​ຫລາຍ​ປະ​ເພດ. ​ໃນ​ບັນດາ​ກຸ່ມ​ທາດ​ນັ້ນ ຍັງ​ມີ​ບັນດາ​ວິຫານ​ນ້ອຍ​ທີ່​ເຄິ່ງຄຽງ​ກັນເພື່ອ​ບູຊາ​ເທວະ​ດາ​ບອກທິດ.

        ວິ​ຫານ​ທາດ​ ​ແລະ ບັນດາ​ກິດຈະກຳ​ສຳຮອງສ່ວນ​ຫລາຍ​ໃນ​ເຂດ​ປູຊະນີຍະສະຖານ ໝີ​ເຊີນ ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ດິນ​ຈີ່ ດ້ວຍເຕັກນິກ​ຢ່າງລະອຽດຄ່ອງ​​ແຄ້ວ. ບັນດາ​ລວດລາຍ​ທີ່​ປະດັບ​ປະດາ​ຢູ່​ເທິງ​ເສົາ​ຫິນ​ພ້ອມ​ກັບ​ຮູບ​ປັ້ນ​ຕ່າງໆ​ລ້ວນ​ແຕ່​ໄດ້​ຮັບ​ການ​ຄວັດ​​ແກະສະຫລັກ​ຕາມ​ເລື່ອງ​ລາວ​ຕ່າງໆ​ໃນ​ເທບ​ນິຍາຍ​ສາດສະຫນາ​ຮີນ​ດູ. ການ​ປະສົມ​ປະສານ​ຢ່າງ​ກົມກຽວ​ດ້ວຍ​ການ​ຄວັດ​ແກະສະຫລັກຢ່າງລະອຽດ​ຄ່ອງ​ແຄ້ວ​ຢູ່​ເທິງ​​ຝາ​ຜະໜັງດິນ​ຈີ່​ໄດ້​ສ້າງ​ເປັນ​ກຸ່ມ​ວິຫານ​ທາດ ໝີ​ເຊີນ ທີ່​ສວຍ​ງາມ​, ມີ​ຊີວິດ​ຊີວາ ​ແລະ ມີ​ລັກສະນະ​ພິ​ເສດສະ​ເພາະ​ຂອງ​ຮູບ​ແບບ​ສິລະ​ປະຈຳ​ປາ. ທ່ານ ດາ​ດຈື, ຊາວ​ເຜົ່າ​ຈຳ ຢູ່ ນີງທ້ວນ ​ໃຫ້​ຮູ້​ວ່າ:

        “​ເມື່​ອ​ເວົ້າ​ເຖິງ​ວັດທະນະທຳ​ຈຳ ​ແມ່ນ​ເວົ້າ​ເຖິງ​ຄວາມ​ອຸດົມ​ສົມບູນ, ຫລາຍ​ຮູບ​ຫລາຍ​ແບບ​ ​ແລະ ເລິກ​ເຊິ່ງ. ສິ່ງ​ທີ່​ເລິກ​ລັບ​ໃນ​ທາດ, ​ໃນ​ສິລະ​ປະ​ສະຖາປັດຕະຍະກຳ ໝີ​ເຊີນ ​ຄ່ອຍ​ໆ​ໄດ້​ຮັບ​ການ​​ເປີດ​ເຜີຍ​, ນັ້ນ​ແມ່ນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ນິຍົມທີ່​ສຸດ. ບໍ່​ສະ​ເພາະ​ຂ້າພະ​ເຈົ້າ​ເທົ່າ​ນັ້ນ ຫາກ​ບັນດາ​ຊາວ​ເຜົ່າ​ຈຳ ຢູ່ ນີງທ້ວນ ກໍ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈອີກ​ດ​້ວຍ.”

ໝີເຊີນ ມໍລະດົກວັດທະນະທຳຂອງມວນມະນຸດ - ảnh 2
ມໍລະດົກໝີ​ເຊີນມີວິຫານ​ທາດ​ 70 ​ແຫ່ງ
ພາບ:vietnamtouris

        ​ເຖິງ​ວ່າ​ຈະແມ່ນ​ບັນດາ​ກິດຈະກຳ​ກໍ່ສ້າງ​ທີ່ມີ​ຂະຫນາດ​ກາງ ​ແລະ ນ້ອຍກໍ່ຕາມ, ​ແຕ່ບັນດາ​ສະ​ຖາ​ປັດຕະຍະ​ກຳ​ຂອງ ໝີ​ເຊີນ ພັດ​ລວບ​ລວມບັນດາ​ສິ່ງທີ່​ຍອດ​ຢ້ຽມ, ​ແມ່ນການ​ປະສານ​ສົມທົບ​ລະຫວ່າງ​ສະຖາປັດຕະຍະກຳ ​ແລະ ສິລະ​ປະ​​ແຫ່ງ​ການປະດັບ​ປະດາ​ຂອງ​ຊາວ​ເຜົ່າ​ຈຳປາ​ໃນ​ເມື່ອ​ກ່ອນ ​ເພື່ອ​ສ້າງ​ເປັນ​ບັນດາວິຫານ​ທາດ​ທີ່​ເຄັ່ງ​ຂຶມ ​ແລະ ​ເລິກ​ລັບ. ນັກ​ທ່ອງ​ທ່ຽວ​ຜູ້​ຫ​ນຶ່ງມາ​ຈາກ​ ຈີນ ພາຍຫລັງ​ໄປ​ຢ້ຽມຢາມ​ບັນດາ​ວິຫານ​ທາດ​ຢູ່ ​ໝີ​ເຊີນ ​ໃຫ້​ຮູ້​ວ່າ:

        “ພາຍຫຼັງ​ໄປ​ຢ້ຽມຢາມ ​ເຫ້ວ, ດາ​ຫນັງ ​ຂ້າພະ​ເຈົ້າສືບ​ຕໍ່​ໄປ​ຢ້ຽມຢາມ ​ໂຮ້ຍອານ ​ແລະ ໝີ​ເຊີນ, ​ເພາະວ່າ ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ​ໜ້ອຍ​ບັນດາມໍລະດົກ​ວັດທະນະທຳ​ໂລກ​​ທີ່​ຍັງ​ເຫລືອ​. ຂ້າພະ​ເຈົ້າ​ກໍ​ໄປ​ຢ້ຽມຢາມ​ຫລາຍ​ປະ​ເທດ​ແລ້ວ, ​ແລະ ​ເຫັນ​ວ່າ ຢູ່​ທີ່​ນີ້ ຍັງ​ຄົງ​ຮັກສາ​ໄດ້​ຄວາມ​ງາມ​ທີ່ມີ​ມາ​ແຕ່​ດົນ​ນານ​ຂອງ​ມໍລະດົກ.”

        ​ຕາມ​ການ​ເວລາ, ​ເຂດ​ປູ​ຊະນີ​ຍະສະ​ຖານ ໝີ​ເຊີນ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສາງ​ວັດທະນະທຳ​ທີ່​ອຸດົມສົມບູນ​ຂອງ​ຊາວ​ເຜົ່າ​ຈຳປາ​ເດີມ, ​ແມ່ນ​ຫໍພິພິດ​ທະ​ພັນ​ສະຖາປັດຕະຍະກຳ​ທີ່​ມີ​ຊີວິດ​ຊີວາ, ມີ​ຄຸນ​ຄ່າ​ດ້ານ ​ສິລະ​ປະ​​ຄວາມ​ງາມຂອງ​ມວນ​ມະນຸດ. ​ໄລຍະ​ເວລາ ​ແລະ ສົງ​ຄາມ​ໄດ້​ທຳລາຍ​ປູ​ຊະນີ​ຍະສະ​ຖານ​ຢ່າງ​ຫນັກຫນ່ວງ ​ແຕ່ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຕົວ​ຢູ່​ທີ່​ນີ້ ​ຍັງ​ມີ​ບົດບາດ​ສຳຄັນ​ໃນ​ຈຳນວນມໍລະດົກ​ວັດທະນະທ​ຳ​ໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ