ກຸ່ມ ດິ່ງລ່າງຫວຽດ ຕັ້ງໜ້າແຜ່ຂະຫຍາຍຄຸນຄ່າມໍລະດົກຫວຽດນາມ

(VOVWORLD) -ກຸ່ມ ດິ່ງລ່າງຫວຽດ ແມ່ນບ່ອນເພື່ອໃຫ້ບັນດາສະມາຊິກແບ່ງປັນຂໍ້ມູນຂ່າວສານ, ຄວາມຮູ້ກ່ຽວກັບສາລາບ້ານຄື: ສະຖາປັດຕະຍາກຳ, ການຄວັດແກະສະຫຼັກ, ປະດັບປະດາ...

ກຸ່ມ ດິ່ງລ່າງຫວຽດ ຕັ້ງໜ້າແຜ່ຂະຫຍາຍຄຸນຄ່າມໍລະດົກຫວຽດນາມ - ảnh 1ກຸ່ມ ດິ່ງລ່າງຫວຽດອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຂອງຊາດ

(ພາບປະກອບ)

ດິ່ງລ່າງຫວຽດ ແມ່ນກຸ່ມເຄື່ອນໄຫວອາສາສະໝັກ, ໂດຍນັກຄົ້ນຄວ້າວິຈິດສິນ ຫງວຽນດຶກບິ່ງ ກໍ່ຕັ້ງ, ເຊິ່ງສະຫງວນໃຫ້ຜູ້ທີ່ນິຍົມມໍລະດົກ, ວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ. ນຳໃຊ້ລັກສະນະເຊື່ອມຕໍ່, ແບ່ງປັນທາງສື່ສັງຄົມ Facebook, ກຸ່ມ ດິ່ງລ່າງຫວຽດ ໄດ້້ພ້ອມກັບປະຊາຄົມຮ່ວມແຮງຮ່ວມໃຈອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳຂອງຊາດ.

        ໂດຍໄດ້ຮັບການສ້າງຕັ້ງນັບແຕ່ປີ 2014, ກຸ່ມ ດິ່ງລ່າງຫວຽດ ແມ່ນບ່ອນເພື່ອໃຫ້ບັນດາສະມາຊິກແບ່ງປັນຂໍ້ມູນຂ່າວສານ, ຄວາມຮູ້ກ່ຽວກັບສາລາບ້ານຄື: ສະຖາປັດຕະຍາກຳ, ການແກະຄວັດສະຫຼັກ, ປະດັບປະດາ ແລະ ບັນດາຄວາມຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳຂອງສາລາບ້ານແຕ່ລະຫຼັງ. ໃນເບື້ອງຕົ້ນ, ມີສະມາຊິກ 2 – 3 ຮ້ອຍຄົນເທົ່ານັ້ນ, ມາຮອດປະຈຸບັນ, ກຸ່ມ ດິ່ງລ່າງຫວຽດ ໄດ້ຂະຫຍາຍສະມາຊິກຢ່າງວ່ອງໄວ ແລະ ມີສະມາຊິກວ່າ 16.000 ຄົນ. ເຂົາເຈົ້າແມ່ນຜູ້ທີ່ພວມດຳລົງຊີວິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ຂຶ້ນກັບຫຼາຍພາກສ່ວນໃນສັງຄົມ, ມີຄວາມນິຍົມຕໍ່ມໍລະດົກວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ພິເສດແມ່ນສາລາບ້ານ.

        ຈາກການໄປລົງຕົວຈິງສຳຫຼວດເປັນປະຈຳ, ບັນດາສະມາຊິກໃນກຸ່ມ ດິ່ງລ່າງຫວຽດ ໄດ້ມີກາລະໂອກາດສຳຜັດກັບມໍລະດົກໂດຍກົງ, ໄດ້ປຶກສາຫາລື, ຊອກຮູ້ກ່ຽວກັບຄຸນຄ່າສະຖາປັດຕະຍາກຳ, ວັດທະນະທຳ… ຈາກນັ້ນ, ກຸ່ມໄດ້ແຈ້ງໃຫ້ປະຊາຄົມຮັບຊາບກ່ຽວກັບບັນດາຄຸນຄ່າດ້ານວັດທະນະທຳ, ປະຫວັດສາດຂອງບັນດາມໍລະດົກ, ດ້ານອື່ນ, ແມ່ນກ່າວເຕືອນໄພຊຸດໂຊມກ່ຽວກັບເຂດປູຊະນີຍະສະຖານ, ເຮັດໃຫ້ປູຊະນີຍະສະຖານປ່ຽນແປງຮູບຮ່າງຍ້ອນທຳມະຊາດ ແລະ ມະນຸດ. ມີບັນດາອົງການທີ່ມີໜ້າທີ່ໄດ້ຂໍຄຳເຫັນປະກອບດ້ານວິຊາສະເພາະຈາກບັນດານັກຊ່ຽວຊານຂອງກຸ່ມ ດິ່ງລ່າງຫວຽດ ຄື: ເຮົາອຽນເທ໊, ເຈິ່ນຈ້ອງເຢືອງ, ຫງວຽນຮ່ວາຍນາມ... ກ່ຽວກັບການບູລະນະປະຕິສັງຂອນເຂດປູຊະນີຍະສະຖານຫຼາຍໂຄງການ. ທ່ານ ຫງວຽນດຶກບິ່ງ, ນັກຄຸ້ມຄອງ, ຜູ້ກໍ່ຕັ້ງຂອງກຸ່ມ ດິ່ງລ່າງຫວຽດ, ໃຫ້ຮູ້ວ່າ.

        “ໃນກຸ່ມຂອງພວກຂ້າພະເຈົ້າ ມີນັກຄົ້ນຄວ້າບາງຄົນ, ໃນນັ້ນມີນັກຄຸ້ມຄອງ 2 ຄົນແມ່ນ ເຈິ່ນເຮົາອຽນເທ໊ ແລະ ເຈິ່ນຈູງຮ໊ຽວ. ນັກສະຖາປະນິກ ເຈິ່ນຈູງຮ໊ຽວ ພວມສົມທົບກັບບັນດານັກຄົ້ນຄວ້າຜູ້ອື່ນໆເພື່ອຈັດພິມປື້ມຫຼາຍຫົວກ່ຽວກັບສາລາບ້ານ, ກ່ຽວກັບພຸດທະສາສະໜາ, ລວດລາຍສັນຍາລັກ. ສ່ວນ ເຈິ່ນເຮົາອຽນເທ໊, ໃນປີຜ່ານມາກໍ່ໄດ້ຈັດພິມປື້ມບາງຫົວ. ອ້າຍແມ່ນນັກຄົ້ນຄວ້າສະເພາະກ່ຽວກັບສັດມຸງຄຸນ ແລະ ສ້ອມແປງສັດມຸງຄຸນທີ່ເປ່ເພເຊິ່ງເປັນວັດທະນະທຳຂອງຫວຽດນາມຂຶ້ນມາໃໝ່. ປີນີ້, ແມ່ນປີສະເຫຼີມສະຫຼອງ 1010 ປີແຫ່ງວັນ ທັງລອງ - ຮ່າໂນ້ຍ, ພວກຂ້າພະເຈົ້າຈະເປີດຕົວປື້ມວິຈິດສິນທັງລອງ - ຮ່າໂນ້ຍ ໂດຍໂຮງພິມຈຳໜ່າຍ ຮ່າໂນ້ຍ ເປັນຜູ້ຈັດພິມ. ພວກຂ້າພະເຈົ້າກໍ່ໄດ້ຂຶ້ນແຜນເປີດຕົວຊຸດປື້ມ ດິ່ງລ່າງຫວຽດ ໃນປີ 2020”.

        ໂດຍບໍ່ຢຸດຢູ່ທີ່ການອະນຸລັກຮັກສາບັນດາສາລາບ້ານເທົ່ານັ້ນ, ກຸ່ມ ດິ່ງລ່າງຫວຽດ ກໍ່ໄດ້ເຂົ້າຮ່ວມການອະນຸລັກຮັກສາບັນດາມໍລະດົກຄື: ຂັບເຊິມ, ຂັບຊວານ, ເດີ່ນກາຕ່າຍຕື… ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວຂອງກຸ່ມ ດິ່ງລ່າງຫວຽດ ໄດ້ຮັບການຕີລາຄາສູງຈາກສັງຄົມຄື: ງານວາງສະແດງສາລາບ້ານຫວຽດນາມ; ກອງປະຊຸມປຶກສາຫາລື, ການໂອ້ລົມສົນທະນາກ່ຽວກັບການອະນຸລັກຮັກສາບັນດາເຂດປູຊະນີຍະສະຖານ; ຈັດຕັ້ງບັນດາການໄປຢ້ຽມຢາມເຂດປູຊະນີຍະສະຖານໃຫ້ແກ່ນັກຮຽນ, ນັກສຶກສາ; ວາດພາບງານບຸນໄຫວ້ພະຈັນທີ່ເປັນມູນເຊື້ອ, ບຸນເຕັດ ໃນເມື່ອກ່ອນຢູ່ບັນດາຫໍພິພິທະພັນ, ສາລາບ້ານ ຫຼື ບັນດາເຂດປູຊະນີຍະສະຖານ. ທ່ານນາງ ເຈິ່ນທິຖຸ໊ຍລານ, ຮອງຫົວໜ້າຄະນະຄຸ້ມຄອງຄຸ້ມເມືອງເກົ່າຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ກຸ່ມ ດິ່ງລ່າງຫວຽດ ໄດ້ສົມທົບກັບຄະນະຄຸ້ມຄອງເຂດຄຸ້ມເມືອງເກົ່າຮ່າໂນ້ຍ ຈັດຫຼາຍເຫດການ, ບໍ່ພຽງແຕ່ຢູ່ບັນດາເຂດ ຄຸ້ມເມືອງເກົ່າຮ່າໂນ້ຍ ເທົ່ານັ້ນ, ຫາກຍັງຢູ່ເຂດໜອງ ຮ່ວານກ໊ຽມ ອີກດ້ວຍ. ໃນ 2 – 3 ປີມໍ່ໆມານີ້, ກຸ່ມ ດິ່ງລ່າງຫວຽດ ກໍ່ໄດ້ໜູນຊ່ວຍພວກຂ້າພະເຈົ້າຈັດຕັ້ງງານບຸນວິຫານເຈົ້າຊີວິດ ເລ. ການເຄື່ອນໄຫວພົ້ນເດັ່ນຂອງກຸ່ມ ດິ່ງລ່າງຫວຽດ ແມ່ນການອະນຸລັກຮັກສາຊຸດເສື້ອຍາວເພດຊາຍ ແລະ ສະແດງຊຸດເສື້ອຍາວເພດຊາຍ. ໃນໄລຍະຈະມາເຖິງ, ຄະນະຄຸ້ມຄອງເຂດຄຸ້ມເມືອງເກົ່າຮ່າໂນ້ຍ ແລະ ກຸ່ມ ດິ່ງລ່າງຫວຽດ ຈະມີບັນດາການເຄື່ອນໄຫວ, ວຽກງານອະນຸລັກຮັກສາມໍລະດົກວັດທະນະທຳ, ອະນຸລັກຮັກສາຄວາມງາມທີ່ເປັນມູນເຊື້ອຂອງລຸ້ນປູ່ລຸ້ນພໍ່ໃນເມື່ອກ່ອນໄວ້”.

        ມາຮອດປະຈຸບັນ, ກຸ່ມ ດິ່ງລ່າງຫວຽດ ໄດ້ເຕົ້າໂຮມນັກຄົ້ນຄວ້າວັດທະນະທຳພື້ນເມືອງ, ນັກຖ່າຍຮູບ, ນັກສະຖາປະນິກ, ນັກແຕ້ມຮູບ… ຫຼາຍຄົນ. ເຂົາເຈົ້າມີຄວາມສົນໃຈອັນດຽວກັນ, ປາດຖະໜາຢາກຊອກຮູ້, ຮ່ຳຮຽນກ່ຽວກັບຄຸນຄ່າວັດທະນະທຳຂອງ ສາລາບ້ານ - ເຊິ່ງເປັນມໍລະດົກທີ່ໃກ້ຊິດສະໜິດສະໜົມໃນຈິດສຳນຶກຂອງຊາວຫວຽດນາມ ແຕ່ລະຄົນ. ນັກເສບດົນຕີ, ນັກຄົ້ນຄວ້າວັດທະນະທຳ ເຈິ່ນດ່ວານເລິມ, ສະມາຊິກກຸ່ມ ດິ່ງລ່າງຫວຽດ, ໄດ້ເລົ່າສູ່ຟັງວ່າ.

        “ບຸນເຕັດ ປີກຸນ, ກຸ່ມ ດິ່ງລ່າງຫວຽດ ໄດ້ເຂົ້າຮ່ວມການສ້າງຕົ້ນກະຖິນຢູ່ສາລາບ້ານ ເລະເມິດ. ໃນຈຸດເວລາທີ່ສັກກະລະບູຊາຂອງບຸນເຕັດ ນັ້ນ, ເມື່ອສຽງຄ້ອງ, ສຽງກອງດັງຂຶ້ນ ທຸກຄົນກໍ່ພ້ອມກັນພາວະນາ ສະນັ້ນທຸກໆຄົນລ້ວນແຕ່ມີຄວາມຮູ້ສຶກທີ່ພິເສດ, ມີຄວາມສະໜິດຕິດພັນ, ແບ່ງປັນສີສັນວັດທະນະທຳຂອງຊາດ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ທຸກຄົນມີທ່າອ່ຽງຟື້ນຟູວັດທະນະທຳໃນເມື່ອກ່ອນ, ຕົວຢ່າງຄື ສ້າງຕົ້ນກະຖິນ, ນຸ່ງຊຸດເສື້ອຍາວເຂົ້າຮ່ວມງານບຸນ”.

        ບັນດານັກຄຸ້ມຄອງ ແລະ ນັກວິຊາການໄດ້ຖືກບັນດາການເຄື່ອນໄຫວແທດຈິງເພື່ອສັງຄົມຂອງກຸ່ມ ດິ່ງລ່າງຫວຽດ ແມ່ນ “ຊ່ອງຂໍ້ມູນຂ່າວສານ” ຢ່າງວ່ອງໄວ ແລະ ເປັນປະໂຫຍດເພື່ອຮັບຮູ້ໄດ້ສະພາບການຕົວຈິງຂອງເຂດປູຊະນີຍະສະຖານສາລາບ້ານ ຢູ່ທົ່ວທຸກແຖບຖິ່ນຂອງປະເທດຊາດ. ກຸ່ມ ດິ່ງລ່າງຫວຽດ ໄດ້ປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າອັນດີງາມຂອງມໍລະດົກວັດທະນະທຳ ທີ່ຕິດພັນກັບຂົງເຂດວັດທະນະທຳສາລາບ້ານ, ຂົງເຂດວັດທະນະທຳທີ່ເປັນມູນເຊື້ອຂອງຊາວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ