ຕູ້ປຶ້ມ ດັ້ງຖູ່ຍເຈີມ ທຳອິດ ຢູ່ ຮ່າໂນ້ຍ

(VOVWORLD) -ຕູ້ປຶ້ມ ດັ້ງຖູ່ຍເຈີມ ໄດ້ເປີດປະຕູຢ່າງເປັນທາງການໃນທ້າຍປີ 2023 ຢູ່ ຫໍວັດທະນະທຳ ບ້ານ ເຄງວ໋າຍ 3, ຕາແສງ ວັນເຄ ເມືອງ ເມລິງ ຮ່າໂນ້ຍ. ນີ້ແມ່ນ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທີ 7 ໃນທົ່ວປະເທດ ແລະ ແມ່ນ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທຳອິດ ຢູ່ ນະຄອນຫລວງ ຮ່າໂນ້ຍ.

ຕູ້ປຶ້ມ ດັ້ງຖູ່ຍເຈີມ ທຳອິດ ຢູ່ ຮ່າໂນ້ຍ - ảnh 1“ຕູ້ປຶ້ມ ດັ້ງຖູ່ຍເຈີມ”ຢູ່ຫໍວັດທະນະທຳຂອງ ບ້ານ ເຄງວ້າຍ 3, ຕາແສງ ວັນເຄ. ພາບ:VOV

ທ່ານໝໍ, ນັກຮົບເສຍສະຫລະຊີວິດເພື່ອຊາດ ດັ້ງຖູ່ຍເຈີມ ເກີດປີ 1942 ໃນຄອບຄົວປັນຍາຊົນ ດ້ວຍມູນເຊື້ອຂະແຫນງການແພດ ຢູ່ນະຄອນ ເຫວະ ແຕ່ເຕີບໃຫຍ່ແມ່ນຢູ່ ຮ່າໂນ້ຍ. ທ່ານນາງ ເສຍສະຫລະຊີວິດເພື່ອຊາດ ເມື່ອວັນທີ 22 ມິຖຸນາ ປີ 1970 ຢູ່ ສະຫນາມຮົບ ເມືອງ ດຶກໂຝ ແຂວງ ກວ໊າງຫງາຍ ໃນການຕໍ່ຕ້ານຍາດເອົາເອກະລາດຂອງຊາດ ເມື່ອທ່ານຫາກໍ່ມີອາຍຸ 28 ປີ. ປຶ້ມບັນທຶກ ດັ້ງຖູ່ຍເຈີມ ໄດ້ພິມຈຳຫນ່າຍແຕ່ປີ 2005 ແລະ ມີກຳລັງແຜ່ຂະຫຍາຍຢ່າງແຮງເຖິງຜູ້ອ່ານຢູ່ພາຍໃນ ແລະຕ່າງປະເທດ ເປັນຈຳນວນຫລວງຫລາຍ.

ໂຄງການ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ໄດ້ປຸກລະດົມແຕ່ຕົ້ນປີກາຍ, ໂດຍສະມາຄົມວົງຕະກຸນ ດັ້ງ ຢູ່ ຫວຽດນາມ ສົມທົບກັບອົງການ “ຫົວໃຈຂອງນາຍທະຫານ" ວາລະສານ ສິ່ງແວດລ້ອມ ແລະ ຕົວເມືອງ ຫວຽດນາມ, ສະໂມສອນ “ອາຍຸ 20 ປີຕະຫລອດໄປ” ແລະ ຫໍພິພິທະພັນແມ່ຍິງ ຫວຽດນາມ ສົມທົບກັນປະຕິບັດ. ນີ້ແມ່ນໂຄງການມີລັກສະນະວົງປະຊາຄົມສັງຄົມຢ່າງເລິກເຊິ່ງ, ປະກອບສ່ວນຫນູນຊ່ວຍການສິດສອນຮ່ຳຮຽນໃນໂຮງຮຽນ, ຊຸກຍູ້ວັດທະນະທຳການອ່ານ. ພັນເອກ, ນັກປະພັນ ດັ້ງເວືອງຮຶງ, ປະທານ ອົງການ “ຫົວໃຈນາຍທະຫານ”, ຜູ້ລິເລີ່ມສ້າງໂຄງການ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າບໍ່ພຽງແຕ່ຢາກແຜ່ຂະຫຍາຍວັດທະນະທຳການອ່ານເທົ່ານັ້ນ ຫາກຢາກແຜ່ຂະຫຍາຍຈິດໃຈ ອາຍຸ 20 ປີຕະຫລອດໄປຂອງທ່ານໝໍ, ນັກຮົບເສຍສະຫລະຊີວິດເພື່ອຊາດ ດັ້ງຖູ່ຍເຈີມ ເຊິ່ງແມ່ນແບບຢ່າງທີ່ມີຜົນສະທ້ອນໃຫຍ່ຫລວງເຖິງເພື່ອນຫນຸ່ມ ຫວຽດນາມ. ເຖິງວ່າ ຫາກໍ່ປະຕິບັດທົດລອງກໍຕາມ ແຕ່ 6 “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ກໍ່ໄດ້ມອບໃຫ້ບັນດາໂຮງຮຽນ ຢູ່ ແຂວງ ບັກນິງ, ບັກຢາງ, ລ້າງເຊິນ, ຈ່າວິງ, ນິງບິ່ງ ແລະ ນະຄອນ ໂຮ່ຈິມີນ. ຄັ້ງນີ້ແມ່ນ“ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທີ 7ແລ້ວ”.

 “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ທີ 7 ແມ່ນວາງຢູ່ຫໍວັດທະນະທຳຂອງ ບ້ານ ເຄງວ້າຍ 3, ຕາແສງ ວັນເຄ ລວມມີປຶ້ມກວ່າ 100 ຫົວ ພ້ອມກັບອຸປະກອນການຮຽນອື່ນອີກ. ອ້າຍຄູ ຫງວຽນວັນທ່ວນ, ອຳນວຍການ ໂຮງຮຽນມັດທະຍົມຕອນຕົ້ນ ວັນເຄ ໃຫ້ຮູ້ວ່າ:         

“ນັບແຕ່ເມື່ອມີແນວຄວາມຄິດປະຕິບັດ ຕູ້ປຶ້ມ ດັ້ງຖູ່ຍເຈີມ, ຂ້າພະເຈົ້າກໍ່ຕົກລົງຈະຮ່ວມເດີນທາງພ້ອມກັບການນຳ ຕາແສງ ວັນເຄ, ເລືອກເອົາປຶ້ມ, ໃຫ້ຄຳປຶກສາໃນການຄັດເລືອກປຶ້ມຕ່າງໆເພື່ອຮັບໃຊ້ປະຊາຊົນ, ນັກຮຽນ. ປຶ້ມີຄວາມໝາຍຕໍ່ປະຊາຊົນ, ນັກຮຽນທີ່ສຸດ. ພໍ່ແມ່ປະຊາຊົນມີເວລາຫວ່າງ ສາມາດມານີ້ຄົ້ນຄ້ວາປຶ້ມກ່ຽວກັບວັດທະນະທຳ, ສັງຄົມ, ປະຫວັດສາດ... ຂອງປະເທດຊາດ. ພວກນ້ອງນັກຮຽນ ເວລາຫວ່າງກໍ່ມາທີ່ນີ້ໄດ້ເພື່ອຮ່ຳຮຽນຕື່ມ”.

ຮູບແບບ “ຕູ້ປຶ້ມ ດັ້ງຖູ່ຍເຈີມ” ໄດ້ປຸກລຸກຄວາມຮັກບ້ານເກີດເມືອງນອນ, ຮັກປະເທດຊາດໃນໃຈພວກນ້ອງນັກຮຽນ, ເພື່ອໃຫ້ພວກນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊີວິດຂອງທ່ານໝໍ ດັ້ງຖູ່ຍເຈີມ. ນ້ອງ ເຈີນທິທູເຟືອງ, ນັກຮຽນ ໂຮງຮຽນມັດທະຍົມຕອນຕົ້ນ ວັນເຄ ແບ່ງປັນວ່າ:

          ຕູ້ປຶ້ມ ດັ້ງຖູ່ຍເຈີມ ມີປຶ້ມຫລາຍຫົວມ່ວນ ແຕ່ຫລານມີຄວາມປະທັບໃຈທີ່ສຸດແມ່ນປຶ້ມກ່ຽວກັບສົງຄາມຢູ່ຫວຽດນາມ. ບັນດາປຶ້ມນີ້ ໄດ້ຊ່ວຍໃຫ້ຫລານເຂົ້າໃຈກ່ຽວກັບສົງຄາມຢູ່ ຫວຽດນາມ ໄດ້ເກີດຂຶ້ນຄືແນວໃດ ແລະ ສະແດງຄວາມຮູ້ບຸນຄຸນເຖິງນັກົບວິລະຊົນທີ່ເສຍສະຫລະຊີວິດເພື່ອຊາດກວ່າອີກ, ໃນນັ້ນ ມີນັກຮົບເສຍສະຫລະຊີວິດເພື່ອຊາດ ທ່ານນາງ ດັ້ງຖູ່ຍເຈີມ. ຫລາມີຄວາມປະທັບໃຈຕໍ່ປຶ້ມກ່ຽວກັບ ນັກຮົບເສຍສະຫລະຊີວິດເພື່ອຊາດ ດັ້ງຖູ່ຍເຈີມ.”

ຕູ້ປຶ້ມ ດັ້ງຖູ່ຍເຈີມ ກໍ່ນຳມາໃຫ້ພວກນ້ອງນັກຮຽນ ເຊິ່ງໂອກາດໄດ້ເຂົ້າເຖິງບັນດາປຶ້ມທີ່ມີເນື້ອໃນມ່ວນ,  ມີຄຸນຄ່າ ແລະ ມີຄວາມໝາຍ. ພ້ອມກັນນັ້ນ ກໍ່ເປັນການສົ່ງເສີມ, ແຜ່ຂະຫຍາຍຂະບວນການອ່ານ, ຍົກສູງພູມປັນຍາ, ປະກອບສ່ວນສ້າງວັດທະນະທຳການອ່ານໃຫ້ແກ່ພວກນ້ອງນັກຮຽນ.

ຕູ້ປຶ້ມ ດັ້ງຖູ່ຍເຈີມ ທຳອິດ ຢູ່ ຮ່າໂນ້ຍ - ảnh 2ພິທີມອບຮອບຕູ້ປຶ້ມ ດັ້ງຖຸ້ຍເຈິມ. ພາບ: VOV

ໂຄງການ ຕູ້ປຶ້ມ ດັ້ງຖູ່ຍເຈີມ” ໄດ້ວາງຄາດໝາຍ ໃນໄລຍະ 3 ປີ (2023 -2025) ຈະເປີດຢ່າງຫນ້ອຍສຸດ 15 ຕູ້ປຶ້ມ. ແຕ່ລະຕູ້ປຶ້ມ ມີມູນຄ່າ ແຕ່ 100 ລ້ານຫາ 150 ລ້ານດົ່ງ (ກວ່າ 4.100 – 6.200 USD) ດ້ວຍແຫລ່ງເງິນຊ່ວຍເຫລືອຈາກສັງຄົມມອບໃຫ້ບັນດາໂຮງຮຽນ, ຫໍວັດທະນະທຳ, ໂຮງໝໍ... ຢູ່ສາມພາກຂອງປະເທດຊາດ. ສຳລັບບັນດາໂຮງຮຽນ, ຫໍວັດທະນະທຳ, ໂຮງໝໍທີ່ມີຫໍສະຫມຸດ ຫລື ຕູ້ປຶ້ມແຕ່ກ່ອນແລ້ວ,  ຖ້າຫາກມີຄວາມຕ້ອງການ  ເພີ່ມປຶ້ມ, ຄະນະຈັດຕັ້ງກໍ່ຈະສົ່ງປຶ້ມໄປໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ