ບັນດາເອື້ອຍຄູຢູ່ເຂດທົ່ງພຽງຕິດພັນກັບເຂດພູສູງ ປາອູ໊ ແຂວງ ລາຍເຈົາ

(VOVWORLD) -ໃນຊຸມປີຜ່ານມາ, ມີພະນັກງານ, ຄູອາຈານຫລາຍລຸ້ນຄົນ ຈາກເຂດທົ່ງພຽງ ໄດ້ຂຶ້ນໄປປະຕິບັດງານຢູ່ຕາແສງ ປາອູ໊ ຊື່ງແມ່ນຕາແສງ ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຢູ່ ເມືອງເມື່ອງແຕ່ ແຂວງ ລາຍເຈົາ. ໂດຍຢູ່ຫ່າງໄກຈາກຄອບຄົວ, ບ້ານເກີດເມືອງນອນ, ບັນດາອ້າຍຄູເອື້ອຍຄູ ໄດ້ອຸທິດຊີວິດໄວໜຸ່ມຂອງຕົນເພື່ອນຳເອົາກາລະໂອກາດຮ່ຳຮຽນມາໃຫ້ເດັກນອ້ຍຢູ່ເຂດພູສູງ.

ບັນດາເອື້ອຍຄູຢູ່ເຂດທົ່ງພຽງຕິດພັນກັບເຂດພູສູງ ປາອູ໊ ແຂວງ ລາຍເຈົາ - ảnh 1 ເອື້ອຍຄູ ໂງທິຫ່າ ເບິ່ງແຍງດູແລ ເດັກນ້ອຍ ຊາວຊົນເຜົ່າ. (ພາບ:  VOV)

ຕາແສງ ປາອູ໊ ຊື່ງແມ່ນແຫ່ງທີ່ປະຊາຊົນເຜົ່າ ລາຫູ໋ ດຳລົງຊີວິດຢູ່ເປັນສ່ວນຫລາຍ, ອັດຕາສ່ວນຄອບຄົວທຸກຍາກແມ່ນຢູ່ໃນລະດັບສູງກວ່າ 80%. ກ່ອນນີ້ ເມື່ອຮອດລະດູເຮັດໄຮ່, ປະຊາຊົນເຜົ່າ ລາຫູ໋ ທີ່ໄປເຮັດໄຮ່ນັ້ນ ລ້ວນແຕ່ຕ້ອງເອົາລູກໄປນຳ. ບາງເທື່ອ ຄູອາຈານຂຶ້ນຫ້ອງ ນັ່ງລໍຖ້ານັກຮຽນມາ ແຕ່ບໍ່ເຫັນ, ພວກອ້າຍເອື້ອຍຄູຕ້ອງຂຶ້ນພູລົງຫ້ວຍໄປຊອກຫານັກຮຽນ. ເອື້ອຍຄູ ໂງທິຫ່າ, ຄອບຄົວຢູ່ແຂວງ ຟູເທາະ ຫ່າງຈາກ ປາອູ໊ ກວ່າ 700 ກິໂລແມັດ, ທຸກວຽກງານໃນຄອບຄົວຂອງເອື້ອຍຄູ ລ້ວນແຕ່ໄດ້ຮັບການແບ່ງປັນ ແລະ ຄວາມຮັກແພງສຸດໃຈຈາກຄົນໃນຄອບຄົວ. ສິ່ງນັ້ນໄດ້ເພີ່ມກຳລັງແຮງເພື່ອໃຫ້ເອື້ອຍຄູ ມີຄວາມອຸ່ນອ່ຽນໃຈຕິດພັນກັບໂຮງຮຽນອະນຸບານ ປາອູ໊.

 “ ບຸນເຕັດ ພວກຂ້າພະເຈົ້າ ໄດ້ພັກແຕ່ອາທິດດຽວເພື່ອກັບໄປຕ້ອນຮັບບຸນເຕັດຢູ່ບ້ານພ້ອມກັບຄອບຄົວ. ທຸກວຽກງານຢູ່ເຮືອນ ນັບແຕ່ການຮ່ຳການຮຽນຂອງລູກເຕົ້າ ລ້ວນແຕ່ແມ່ນຜົວຮັບຜິດຊອບ ຖ້າບໍ່ມີຜູ້ຊ່ວຍນັ້ນ ຂ້າພະເຈົ້າບໍ່ກໍ່ອຸ່ນອ່ຽນໃຈໃນການສິດສອນນັກຮຽນ້”

ໂດຍໄດ້ດຳລົງຊີວິດພ້ອມກັບພໍ່ແມ່ປະຊາຊົນຊົນເຜົ່າ ລາຫູ ມາໄດ້ຫລາຍປີ, ເອື້ອຍຄູດິງທິທາຍ ໄດ້ລຶ້ງເຄີຍກັບຮີດຄອງປະເພນີ ແລະ ສາມາດເຂົ້າໃຈພາສາຊົນເຜົ່າອີກດ້ວຍ. ໂຮງຮຽນ ຍູມາ ຊື່ງ ເອື້ອຍຄູ ດິງທິທາຍ ສອນຢູ່ນັ້ນ ມີນັກຮຽນທັງໝົດກວ່າ 30 ຄົນ. ເພື່ອໃຫ້ພໍ່ແມ່ພວກຫລານມີຄວາມອຸ່ນອ່ຽນໃຈສົ່ງລູກຂອງຕົນໄປຮຽນເປັນປະຈຳ ເອຶ້ື້ອຍຄູ ແລະ ເພື່ອນຮ່ວມງານຕ້ອງຈັດກັນໄປໂຄສະນາ, ຂົນຂວາຍເປັນປະຈຳ.

ກ່ອນນີ້ ເກືອບ 30 ປີ, ເອື້ອຍຄູ ດິງທິທາຍ ຊາວເຜົ່າເມື່ອງ ຢູ່ ແຂວງ ຮ່ວາບິ່ງ ໄດ້ຮຽນຈົບແລ້ວມາເປັນຄູສອນນັກຮຽນ ຢູ່ ຕາແສງ ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງ ເມືອງເມື່ອງແຕ່ ແຂວງ ລາຍເຈົາ. ຊຸມປີກ່ອນນີ້ ຢູ່ຕາແສງຄື ປາອູ໊, ກາລັງ, ທູຫລູມ, ຮາກຖ້ານດ້ານວັດຖຸແມ່ນຂາດເຂີນຫລາຍ, ບໍ່ມີໄຟຟ້າໃຊ້, ໂຮງຮຽນກໍ່ໄດ້ກໍ່ສ້າງແບບປະຖົມປະຖານ ດ້ວຍໄມ້ໄຜ່ ແຕ່ບັນດາຄູອາຈານຄື ເອື້ອຍຄູ ດິງທິທາຍ ບໍ່ເຄີຍຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ.

 “ຢູ່ເຂດພູສູງນີ້ ປະຊາຊົນດຳລົງຊີວິດແບບກະແຈກກະຈາຍ ບ້ານຫນຶ່ງແມ່ນຢູ່ 4, 5 ໜ່ວຍພູ. ບາງມື້ບໍ່ເຫັນນັກຮຽນມາ ພວກຂ້າພະເຈົ້າຕ້ອງຂຶ້ນໄປຊອກຢູ່ໄຮ່. ມາເກ້ຍກ່ອມພໍ່ແມ່ນັກຮຽນ ຕ້ອງເວົ້າໃຫ້ເຂົາເຈົ້າເຂົ້າໃຈໄດ້ຄວາມສຳຄັນຂອງການຮ່ຳຮຽນຂັ້ນອະນຸບານ, ໂອ້ລົມກັບເຂົາເຈົ້າຫລາຍສິ່ງຫລາຍຢ່າງ ເວລານັ້ນເຂົາເຈົ້າຈຶ່ງໃຫ້ລູກຂອງຕົນໄປໂຮງຮຽນ. ເລື່ອງລະດົມນັກຮຽນມາໂຮງຮຽນແມ່ນສິ່ງບໍ່ງ່າຍດ່າຍ ແຕ່ຕົນເອງຕ້ອງຜ່ານຜ່າຄວາມຫຍຸ້ງຍາກ ເມື່ອເຮົາພະຍາຍາມ ທຸກສິ່ງທຸກຢ່າງຈະປະສົບຜົນສຳເລັດ ແລະ ພວກເຮົາຖືນັ້ນແມ່ນຄວາມປິຕິຊົມຊື່ນ”

ບັນດາເອື້ອຍຄູຢູ່ເຂດທົ່ງພຽງຕິດພັນກັບເຂດພູສູງ ປາອູ໊ ແຂວງ ລາຍເຈົາ - ảnh 2ເອື້ອຍ ຄູ່ ດິງທິທາຍ ໄປໂຄສະນາເພື່ອໃຫ້ພໍ່ແມ່ນັກຮຽນຕົກລົງໃຫ້ລູກຂອງຕົນໄປໂຮງຮຽນ. (ພາບ:VOV)

ໃນວຽກງານວິຊາສະເພາະ, ບັນດາເອື້ອຍຄູ ຍາມໃດກໍ່ຕັ້ງຫນ້າຝຶກຝົນຫລໍ່ຫລອມຄວາມຮູ້, ອົດທົນ, ຄົ້ນຄວ້າ, ຮ່ຳຮຽນນຳເພື່ອນຮ່ວມງານ ເພື່ອຍົກສູງຄຸນນະພາບການລ້ຽງດູ, ເບິ່ງແຍງ, ສຶກສາພວກນ້ອງນ້ອຍ. ໂດຍໄດ້ຮັບຄວາມເອົາໃຈໃສ່, ຄວາມມານະພະຍາຍາມຂອງຖັນແຖວຄູອາຈານຄື ເອື້ອຍຄູ ຮ່າ, ເອື້ອຍຄູ ທາຍ, ໃນຊຸມປີມໍ່ໆມານີ້ ໂຮງຮຽນ ອະນຸບານ ປາອູ໊ ເມືອງເມື່ອງແຕ່ ແຂວງ ລາຍເຈົາ ແມ່ນປະຕິບັດໄດ້ສິ່ງທີ່ ລໍຄອຍມາແຕ່ຫລາຍໆປີ ນັ້ນແມ່ນພໍ່ແມ່ນັກຮຽນຊົນເຜົ່າ ລາຫູ ໝົດທຸກຄົນ ຕ້ອງຕົກລົງໃຫ້ລູກໆໄປຮຽນ. ລຸງ ລີສະປູ ປະຊາຊົນຕາແສງ ປາອູ໊ ເລົ່າສູ່ຟັງດ້ວຍ ຄວາມຕຶ້ນຕັນໃຈວ່າ:

 “ຄູອາຈານຢູ່ເຂດທົ່ງພຽງ ຂຶ້ນມາເຮັດວຽກຢູ່ທີ່ນີ້ ແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍ, ປະຊາຊົນດຳລົງຊີວິດ, ກິນຢູ່ ຄືແນວໃດ ເຂົາເຈົ້າກໍ່ເຊັ່ນດຽວກັນ. ເສັ້ນທາງໄປມາກໍ່ຫຍຸ້ງຍາກ ເຂົາເຈົ້າບໍ່ໄດ້ກັບບ້ານເປັນປະຈຳ ຮອດຍາມພັກແລ້ງ, ບຸນເຕັດຈຶ່ງໄດ້ກັບ. ຄູອາຈານມາຈາກເຂດທົ່ງພຽງບໍ່ມີຫລາຍ ຍ້ອນວ່າຢູ່ທີ່ນີ້ແມ່ນຫຍຸ້ງຍາກ”

ເຖິງວ່າ ຊີວິດຍັງຫຍຸ້ງຍາກ, ໃນຫລາຍປີມານີ້ ບໍ່ມີຄູອາຈານຈາກເຂດທົ່ງພຽງ ມາຮັບຫນ້າທີ່ວຽກງານຢູ່ເຂດພູສູງກໍ່ຕາມ, ແຕ່ບັນດາເອື້ອຍຄູມາເຮັດວຽກຢູ່ທີ່ນີ້ ເຂົາເຈົ້າລ້ວນແຕ່ຕິດພັນກັບເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກ. ສຳລັບ ພວກເອື້ອຍຄູແລ້ວ ທຸກໆເຊົ້າທີ່ ເຫັນພວກນ້ອງນ້ອຍມາໂຮງຮຽນ, ໄດ້ຮ່ຳຮຽນໃຫ້ມີຄວາມກ້າວຫນ້າ ແລະ ມີຊີວິດທີ່ອີ່ມຫນຳສຳລານກວ່າ ນັ້ນກໍ່ແມ່ນຄວາມປິຕິຊົມຊື່ນ, ຄວາມຜາສຸກຂອງພວກເອື້ອຍຄູແລ້ວ./.

ຕອບກັບ

ຂ່າວ/ບົດ​ອື່ນ