ບ່າເຣ້ຍ -ຫວູງເຕົາ ຍົກສູງຄຸນນະພາບແຫລ່ງແຮງງານ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄຫມ 4.0

(VOVWORLD)- ແຂວງ ບ່າເຣ້ຍ -ຫວູງເຕົາ ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ມີບາງຂະແຫນງອາຊີບເສດຖະກິດປາຍແຫລມຄື: ກັ່ນຕອງນ້ຳມັນ, logistics, ໄຟຟ້າ, ເຄມີ, ທ່າກຳປັ່ນ. ເພື່ອຮັບໃຊ້ການພັດທະນາເສດຖະກິດກໍ່ຄືດຶງດູດບັນດານັກລົງທຶນ, ເລື່ອງຍົກສູງຄຸນນະພາບແຫລ່ງແຮງງານ, ພິເສດ ແມ່ນແຮງງານທີ່ມີຄຸນນະພາບສູງແມ່ນຫນ້າທີ່ສຳຄັນຂອງແຂວງ.

ບ່າເຣ້ຍ -ຫວູງເຕົາ ຍົກສູງຄຸນນະພາບແຫລ່ງແຮງງານ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄຫມ 4.0 - ảnh 1ທ່ານກ່ຳປັ່ນທະເລຢູ່ແຂວງ ບ່າເຣ້ຍ - ຫວູງເຕົ່າ
(ພາບ:Gia Khang)
 
 

ແຂວງ ບ່າເຣ້ຍ -ຫວູງເຕົາ ປະຈຸບັນ ມີແຮງງານກວ່າ 575.000  ຄົນທີ່ພວມເຮັດວຽກໃນບັນດາວິສາຫະກິດ, ເຂດອຸດສາຫະກຳ.. ໃນນັ້ນ ແຮງງານເຮັດວຽກໃນຂົງເຂດອຸດສາຫະກຳກວມເອົາກວ່າ 37%, ກະສິກຳກວ່າ 20,5%, ການບໍລິການກວ່າ 42,4%. ອັດຕາສ່ວນແຮງງານຜ່ານການບຳລຸງສ້າງແມ່ນກວມເອົາ 80,8%;  ແຮງງານມີໃບປະກາດສະນິຍະບັດ, ໃບຢັ້ງຢືນ ແມ່ນ 33,8%, ເຊິ່ງຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການໃນການຮັບສະໝັກພະນັກງານຂອງບັນດາວິສາຫະກິດໃນໄລຍະປະຈຸບັນໂດຍພື້ນຖານ. ສະມັດຕະພາບແຮງງານຢູ່ບໍລິເວນແຂວງ ກໍ່ແມ່ນນອນໃນກຸ່ມສູງສຸດຂອງທົ່ວປະເທດ. ທ່ານ ເຈີນກວັກແຄງ, ຫົວຫນ້າພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ບ່າເຣ້ຍ -ຫວູງເຕົາ ໃຫ້ຮູ້ວ່າ:

 “ຄຸນນະພາບແຫລ່ງຊັບພະຍາກອນມະນຸດແມ່ນບັນລຸລະດັບສູງ, ອັດຕາແຮງງານຜ່ານການບຳລຸງສ້າງແມ່ນສູງເມື່ອທຽບໃສ່ລະດັບຂອງທົ່ວປະເທດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດຢູ່ບໍລິເວນໂດຍພື້ນຖານ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ ກໍ່ຍ້ອນການນຳແຂວງ ໄດ້ວາງອອກແຜນຮ່າງຮອດປີ 2025 ແຮງງານທີ່ມີໃບປະກາດສະນີຍະບັດບັນລຸອັດຕາ 35%, ຮອດປີ 2030 ແມ່ນ 43%”.

          ເຖິງຢ່າງໃດກໍຕາມ, ຄາດວ່າ ໄລຍະຈະມາເຖິງ ຄວາມຕ້ອງການຮັບສະໝັກແຮງງານຂອງວິສາຫະກິດ ຢູ່  ບ່າເຣ້ຍ -ຫວູງເຕົາ ຈະເພີ່ມຂຶ້ນສູງ ເປັນຕົ້ນໃນບັນດາວິສາຫະກິດນຳໃຊ້ແຮງງານທີ່ມີຄຸນນະພາບສູງ. ຕົ້ນເດືອນ ພະຈິກ ຜ່ານມາ, ສະພາປະຊາຊົນ ແຂວງ ບ່າເຣ້ຍ -ຫວູງເຕົາ ໄດ້ຮັບຮອງເອົາມະຕິດັດປັບການວາງແຜນຜັງແຂວງ ໄລຍະ 2021 – 2030, ການກຳນົດທິດຮອດປີ 2050. ຕາມນັ້ນແລ້ວ, ຮອດປີ 2030 ທົ່ວແຂວງ ມີ 24 ເຂດອຸດສາຫະກຳ ແລະ ເຂດອຸດສາຫະກຳ - ຕົວເມືອງ - ການບໍລິການ.

       ເພື່ອກະກຽມແຫລ່ງແຮງງານທີ່ມີຄຸນນະພາບສູງ ຮັບໃຊ້ໃຫ້ຄວາມຕ້ອງການການພັດທະນາເສດຖະກິດ, ຂະແຫນງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ໄດ້ຊີ້ນຳໃຫ້ບັນດາຮາກການການສອນວິຊາຊີບປະຕິບັດການປ່ຽນແປງໃຫມ່ ຫລັກສູດການບຳລຸງສ້າງ ຕາມທິດຕອບສະຫນອງຄວາມຮຽກຮ້ອງຕ້ອງການການຮັບສະໝັກຂອງວິສາຫະກິດ; ທ່ານນາງ ຫງວຽນທິຮວ່າຍເຟືອງ, ອະທິການບໍດີ ມະຫາວິທະຍາໄລ ບ່າເຣ້ຍ -ຫວູງເຕົາ ແບ່ງປັນວ່າ:

   “ໃນໄລຍະກວ່າ 1 ປີຜ່ານມາ, ພິເສດ ພາຍຫລັງໂລກລະບາດໂຄວິດ 19, ທາງໂຮງຮຽນເຫັນວ່າ ຈະພັດທະນາຕາມການກຳນົດທິດໝູນໃຊ້ ໝາຍຄວາມວ່າ ຈະບຳລຸງສ້າງສິ່ງທີ່ວິສາຫະກິດຕ້ອງການ. ເລີ່ມແຕ່ປີກາຍນີ້ ທາງໂຮງຮຽນປະຕິບັດໄດ້ສິ່ງນັ້ນ ດ້ວຍວິທີດັດປັບຫລັກສູດການສິດສອນ, ເຊັນສັນຍາກັບບັນດາວິສາຫະກິດເພື່ອໃຫ້ເຂົາເຈົ້າພ້ອມກັນເຂົ້າຮ່ວມການສ້າງຫລັກສູດ ແລະ ເຂົ້າຮ່ວມການບຳລຸງສ້າງນັບແຕ່ປີທຳອິດ”.

ບ່າເຣ້ຍ -ຫວູງເຕົາ ຍົກສູງຄຸນນະພາບແຫລ່ງແຮງງານ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງຍຸກສະໄຫມ 4.0 - ảnh 2ແຮງງານຄຸນນະພາບສູງໃນໂຄງການ ກັ່ນຕ່ອງນ້ຳມັນ ລອງເຊີນ ຢູ່ ແຂວງ ບ່າເຣ້ຍ - ຫວູງເຕົາ
(ພາບ: Gia Khang)

ແຂວງ ກໍ່ໄດ້ກຳນົດທິດຮ່ວມມືກັບບັນດາປະເທດຄື: ສ ເກົາຫລີ, ຍີ່ປຸ່ນ.. ແລະບັນດາອົງການບໍ່ຂຶ້ນກັບລັດຖະບານ; ຄຽງຄູ່ກັບເລື່ອງຜ່ານບັນດານັກລົງທຶນຕ່າງປະເທດທີ່ພວມລົງທຶນຢູ່ແຂວງ ເພື່ອຍູ້ແຮງການຮ່ວມສຳພັນບຳລຸງສ້າງ ແລະ ກໍ່ສ້າງບັນດາຫລັກສູດສິດສອນໃຫ້ແຮງງານມີສີມືສູງ, ສ້າງ, ອັບເດດມາດຖານວິຊາຊີບແຫ່ງຊາດ ຮັບປະກັນການຕອບສະຫນອງຕາມມາດຖານວິຊາຊີບຂອງ ອາຊຽນ, ເອເປັກ, ຍູ້ແຮງການຕີລາຄາ, ອອກໃບຢັ້ງຢືນທັກສະວິຊາຊີບແຫ່ງຊາດໃຫ້ແຮງງານ. ທ່ານ ເຈີນກວັກແຄງ, ຫົວຫນ້າພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫູ້ຮ້ວ່່າ:

         “ໃນບັນດາແຜນການພັດທະນາເສດຖະກິດ ສັງຄົມ ຂອງແຂວງໄລຍະຈະມາເຖິງ, ຄວນຜັນຂະຫຍາຍບັນດາມາດຕະການຫນູນຊ່ວຍພັດທະນາຕະຫລາດແຮງງານຢູ່ບໍລິເວນແຂວງ; ສ້າງນະໂຍບາຍດຶງດູດແຮງງານມາເຮັດວຽກ, ນະໂຍບາຍຍົກສູງກຳລັງຄວາມສາມາດແຮງງານ, ນະໂຍບາຍຊຸກຍູ້ການຍົກຍ້າຍແຮງງານຈາກຂົງເຂດກະສິກຳ ມາຍັງເຮັດວຽກໃນຂົງເຂດອຸດສາຫະກຳ ການບໍລິການ.. ເພື່ອໃຫ້ເໝາະສົມກັບນະໂຍບາຍລວມຂອງແຂວງ. ທາງແຂວງ ກໍ່ຕັ້ງຫນ້າປະກາດໃຊ້ບັນດານະໂຍບາຍດຶງດູດແຫລ່ງແຮງງານທີ່ມີຄຸນນະພາບສູງ, ຫນູນຊ່ວຍການເຊື່ອມຕໍ່ການສະຫນອງ ແລະ ຄວາມຕ້ອງການແຮງງານທີ່ມີຄຸນນະພາບສູງ, ກຳແຫນ້ນຂໍ້ມູນກ່ຽວກັບຄວາມຕ້ອງການຂອງບັນດາໂຄງການທີ່ຫາກໍ່ລົງທຶນ, ຄວາມຕ້ອງການຂອງວິສາຫະກິດໃນໄລຍະສັ້ນ, ໄລຍະຍາວ ກໍຄືຮັບປະກັນແຫລ່ງແຮງງານ ຕອບສະຫນອງບັນດາຂະແຫນງເສດຖະກິດຈຸດສຸມ”.

ເພື່ອໃຫ້ກາຍເປັນສູນເສດຖະກິດທະເລແຫ່ງຊາດ ຕາມເນື້ອໃນຈິດໃຈມະຕິເລກທີ 24 ຂອງກົມການເມືອງນັ້ນ, ເລື່ອງຮັບປະກັນ ແລະ ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນແຖວຫນ້າຂອງ ແຂວງ ບ່າເຣ້ຍ -ຫວູງເຕົາ. ເພື່ອຜັນຂະຫຍາຍປະສິດທິຜົນຫນ້າທີ່ນີ້, ແຂວງ ຈະຍົກສູງດັດຊະນີແກ້ງແຍ່ງຂັ້ນແຂວງ, ຮັກສາຄວາມດູດດື່ມຕໍ່ບັນດານັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ