ມານະພະຍາຍາມຫລຸດຜ່ອນຄວາມທຸກຍາກ, ຈຸດເດັ່ນໃນວຽກງານຄ້ຳປະກັນຊີວິດສັງຄົມຂອງນະຄອນຫຼວງ ຮ່າໂນ້ຍ

(VOVWORLD) - ການຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນແມ່່ນໜຶ່ງໃນບັນດາເປົ້າໝາຍເຊິ່ງຍາມໃດນະຄອນຫຼວງ ຮ່າໂນ້ຍ ກໍ່ໄດ້ມຸ່ງໄປເຖິງໃນວິວັດການພັດທະນາ.
 
ມານະພະຍາຍາມຫລຸດຜ່ອນຄວາມທຸກຍາກ, ຈຸດເດັ່ນໃນວຽກງານຄ້ຳປະກັນຊີວິດສັງຄົມຂອງນະຄອນຫຼວງ ຮ່າໂນ້ຍ - ảnh 1ໂຄງການມອບງົວພັນໃຫ້ບັນດາຄອບຄົວທຸກຍາກ
(ພາບ:ໜັງສືພິມ Hanoimoi)
 

ໃນຊຸມປີຜ່ານມາ, ນະຄອນໄດ້ປະກາດໃຊ້ຫຼາຍນະໂຍບາຍ, ມາດຕະການ, ພິເສດແມ່ນໄດ້ບຸລິມະສິດສະຫງວນຫຼາຍແຫຼ່ງກຳລັງ ເພື່ອໜູນຊ່ວຍບັນດານຄອບຄົວ ທຸກຍາກ. ຍ້ອນເຫດນັ້ນ, ຊີວິດການເປັນຢູ່ຂອງ ປະຊາຊົນນະຄອນຫຼວງ ນັບມື້ນັບ ໄດ້ຮັບການປົວແປງ.

-         ກ່ອນນີ້, ເຮືອນຂອງຂ້າພະເຈົ້າທັງນ້ອຍ, ທັງເກົ່າ. ຫວ່າງແລ້ວນີ້, ທາງນະຄອນ, ເມືອງ, ຕາແສງໄດ້ໜູນຊ່ວຍ, ໂດຍຍາດຕິພີ່ນ້ອງ, ເພື່ອນບ້ານໃກ້ຄຽງ ໄດ້ຮ່ວມແຮງຮ່ວມໃຈ, ຊ່ວຍກໍ່ສ້າງ ເຮືອນຫຼັງໃໝ່, ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ທີ່ສຸດ. ນັບແຕ່ເວລາສ້າງໄດ້ເຮືອນຫຼັງນັ້ນ, ຂ້າພະເຈົ້າຮູ້ສຶກມີສຸຂະພາບແຂງແຮງກ່ວາ, ພະຍາຍາມ ສູ້ຊົນຫລຸດພົ້ນອອກຈາກຄວາມທຸກຍາກ.

-         ຂ້າພະເຈົ້າໄດ້ຮັບງົວຄູ່ໜຶ່ງ, ທັງຄອບຄົວມີຄວາມດີໃຈທີ່ສຸດ. ພາຍຫຼັງລ້ຽງໄດ້ 1 ປີ, ຄູ່ງົວພັນນັ້ນກໍ່ໄດ້ເກີດງົວນ້ອຍໂຕໜຶ່ງ.

          ຄອບຄົວປ້າ ຫງວຽນທິດົງ, ບ້ານຊວງຕາງ, ຕາແສງ ບັກຝູ, ເມືອງ ຊອກເຊີນ ແລະ ປ້າ ກ໋ຽວທິມາຍ, ຕາແສງ ຕາມດົ່ງ, ເມືອງ ເມລິງ, ພຽງແຕ່ແມ່ນ 2 ໃນຈຳນວນບັນດາຄອບຄົວທຸກຍາກທີ່ໄດ້ຮັບນະໂຍບາຍໜູນຊ່ວຍໃນການຫາລ້ຽງຊີບ ຂອງນະຄອນ ຮ່າໂນ້ຍ ໃນໄລຍະຜ່ານມາ. ຈາກການໜູນຊ່ວຍກໍ່ສ້າງເຮືອນຢູ່, ໜູນຊ່ວຍພາຫະນະການຜະລິດ (ຄື: ງົວພັນ, ລົດຈັກ, ຈັກຫຍິບເຄື່ອງ, ຈັກໄຖນາ...) ບັນດາຄອບຄົວທຸກຍາກ, ກໍ່ມີຄວາມອຸ່ນອ່ຽນໃຈໃນການດຳລົງ ຊີວິດ, ທຳການຜະລິດ, ມີວຽກເຮັດງານທຳ, ມີລາຍຮັບຕື່ມອີກ, ຊີວິດການເປັນຢູ່ ໄດ້ຮັບການປົວແປງ. ບາງສະຖານທີ່ມີຫຼາຍຄອບຄົວທຸກຍາກຂອງນະຄອນ, ຄື: ບາວີ່, ຟຸກເທາະ, ການຫລຸດຜ່ອນຄວາມທຸກຍາກໄດ້ໄປຄວບຄູ່ກັບບັນດາໂຄງການກໍ່ສ້າງ ຊົນນະບົດໃໝ່. ທ່ານ ຫງວຽນດຶກແອັງ, ຮອງປະທານຄະນະກຳມະການປະຊາຊົນ ເມືອງ ບາວີ່, ໃຫ້ຮູ້ວ່າ:

        “ໃນກ່ວາ 10 ປີຜ່ານມາ ຈຳນວນຜູ້ທຸກຍາກໃນບໍລິເວນເມືອງ ໄດ້ຫລຸດລົງ ກ່ວາ 5.000 ຄອບຄົວ. ຜ່ານການກໍ່ສ້າງຊົນນະບົດໃໝ່ ປະຊາຊົນໄດ້ຮັບ ຜົນປະໂຫຍດ ແລະ ຊ່ວຍໃຫ້ຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ ນັບມື້ນັບ ໄດ້ຮັບການຍົກສູງຂຶ້ນ, ພິເສດແມ່ນ ສຳລັບບັນດາຄອບຄົວທຸກຍາກ”.

          ປະຈຸບັນ, 16 ໃນຈຳນວນ 30 ເມືອງຂອງນະຄອນ ບໍ່ມີຄອບຄົວທຸກຍາກ. ໝາກຜົນດັ່ງກ່າວໄດ້ເປັນສິ່ງພິສູດໃຫ້ຜົນສຳເລັດຂອງນະຄອນ ຮ່າໂນ້ຍ ເມື່ອ ຜັນຂະຫຍາຍບັນດາໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ສົມທົບກັບການຈັດແບ່ງກອງທຶນ “ເພື່ອຄົນທຸກຍາກ” ໃຫ້ເໝາະສົມໃນ 2 ປີຜ່ານມາ (2022 – 2023). ຕາມນັ້ນແລ້ວ, ນະຄອນໄດ້ສະໜອງຈຳນວນເງິນ 114 ຕື້ດົ່ງ (ກ່ວາ 4,65 ລ້ານໂດລາສະຫະລັດ) ເພື່ອກໍ່ສ້າງເຮືອນມະຫາສາມັກຄີ; ໜູນຊ່ວຍພາຫະນະການຜະລິດໃຫ້ນັບພັນຄອບຄົວທຸກຍາກບໍລິເວນ. ພ້ອມກັນນັ້ນ, ແມ່ນການຜັນຂະຫຍາຍບັນດາໂຄງການສິນເຊື່ອ, ນະໂຍບາຍສັງຄົມ, ສ້າງເງື່ອນໄຂໃຫ້ບັນດາຄອບຄົວທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍອື່ນໆ ໄດ້ກູ້ຢຶມທຶນຢູ່ບັນດາທະນາຄານນະໂຍບາຍ ສັງຄົມ.

          ຕາມມາດຖານຄອບຄົວທຸກຍາກ ໄລຍະ 2022 – 2025, ປະຈຸບັນ, ຢູ່ນະຄອນ ຮ່າໂນ້ຍ ຍັງມີກ່ວາ 2.100 ຄອບຄົວທຸກຍາກ. ມີກ່ວາ 2.600 ຄອບຄົວປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ ຕ້ອງໄດ້ຮັບການໜູນຊ່ວຍເພື່ອກໍ່ສ້າງ ເຮືອນໃໝ່ ແລະ ປົວແປງ, ຫຼາຍຄອບຄົວມີ ຄວາມຕ້ອງການໃຫ້ໜູນຊ່ວຍດ້ານຍານພາຫະນະ, ເຄື່ອງມືອອກແຮງງານ, ທຳການ ຜະລິດ, ສ້າງວຽກເຮັດງານທຳ ເພື່ອບືນຕົວໃຫ້ ຫລຸດພົ້ນອອກຈາກຄວາມທຸກຍາກ. ດັ່ງນັ້ນ, ໄລຍະຈະມາເຖິງ, ອຳນາດການປົກຄອງນະຄອນ ຈະສືບຕໍ່ຜັນຂະຫຍາຍຫຼາຍ ມາດຕະການເພື່ອຮອດປີ 2025 “ຈະບໍ່ມີຄອບຄົວທຸກຍາກຕາມມາດຖານໃໝ່ໂດຍພື້ນຖານ”. ທ່ານ ຫງວຽນວັນຟອງ, ຮອງເລຂາຄະນະພັກ ນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ຕ້ອງປະຕິບັດປະລິມານວຽກງານ ໃຫຍ່ຫຼວງ ເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຮັດແຄບຊ່ອງຫວ່າງ ການພັດທະນາລະຫວ່າງ ເຂດສູນກາງກັບບັນດາເຂດຢູ່ໄກຈາກສູນກາງ, ຍົກສູງຊີວິດ ການເປັນຢູ່ໃຫ້ແກ່ປະຊາຊົນໃນທຸກດ້ານ. ບັນດາວຽກງານນີ້ ຮຽກຮ້ອງໃຫ້ອຳນາດ ການປົກຄອງ ກໍ່ຄືແນວໂຮມປະເທດຊາດ ແລະ ບັນດາໝູ່ຄະນະ ຕ້ອງສືບຕໍ່ເອົາໃຈໃສ່ ເຖິງວຽກງານນີ້ຫຼາຍກ່ວາອີກ. ນະຄອນກໍ່ມານະພະຍາຍາມ ເພື່ອໃຫ້ປະຊາຊົນ ຮ່າໂນ້ຍ ມີຊີວິດການເປັນຢູ່ທີ່ນັບມື້ນັບດີງາມກ່ວາ, ມີຄວາມຜາສຸກກ່ວາ”.

ມານະພະຍາຍາມຫລຸດຜ່ອນຄວາມທຸກຍາກ, ຈຸດເດັ່ນໃນວຽກງານຄ້ຳປະກັນຊີວິດສັງຄົມຂອງນະຄອນຫຼວງ ຮ່າໂນ້ຍ - ảnh 2ທ່ານ ເຈິ່ນສີແທັງ, ປະທານຄະນະ ກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ (ພາບ:hanoimoi.vn)

 

          ພ້ອມກັບບັນດານະໂຍບາຍໄດ້ຮັບການຜັນຂະຫຍາຍເປັນປະຈຳ, ໃນເດືອນ ຕຸລາ ປີ 2023 ນີ້, ນະຄອນ ຮ່າໂນ້ຍ ໄດ້ປຸກລະດົມເດືອນຈຸດສຸມ “ເພື່ອຄົນທຸກຍາກ” ເພື່ອແນໃສ່ລະດົມແຫຼ່ງ ກຳລັງຂອງທົ່ວສັງຄົມໃນວຽກງານໜູນຊ່ວຍຄົນທຸກຍາກ, ຄອບຄົວນະໂຍບາຍໃນບໍລິເວນ. ກ່າວຄຳເຫັນທີ່ພິທີປຸກລະດົມເດືອນ “ເພື່ອຄົນທຸກຍາກ” ໃນວັນທີ 4 ຕຸລາຜ່ານມາ, ທ່ານ ເຈິ່ນສີແທັງ, ປະທານຄະນະ ກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ, ຮຽກຮ້ອງວ່າ:

“ເດືອນຈຸດສຸມ “ເພື່ອຄົນທຸກຍາກ” ປີ 2023 ແມ່ນໂອກາດເພື່ອ ໃຫ້ແຕ່ລະອົງການ, ຫົວໜ່ວຍ, ວິສາຫະກິດໃນບໍລິເວນນະຄອນ ແລະ ປະຊາຊົນ ນະຄອນຫຼວງສືບຕໍ່ສະແດງ “ນຳ້ໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ”, ດ້ວຍບັນດາ ວຽກງານລະອຽດ, ແທດຈິງ, ໜູນຊ່ວຍຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈປະຕິບັດເປົ້າໝາຍ ໜູນຊ່ວຍເຮືອນຢູ່ໃຫ້ບັນດາຄອບຄົວທຸກຍາກ, ສ້າງວຽກເຮັດງານທຳ, ຊ່ວຍເຫຼືອຄົນທຸກຍາກໃຫ້ມີ ຊີວິດການເປັນຢູ່ທີ່ດີກ່ວາ ແລະ ມີໂອກາດປ່ຽນແປງຊີວິດ, ຮັບປະກັນຊີວິດສັງຄົມ”.

ແລະ ການປະຕິບັດບັນດາເປົ້າໝາຍຫລຸດຜ່ອນຄວາມທຸກຍາກ ແມ່ນໜ້າທີ່ການ ເມືອງສຳຄັນຂອງ ນະຄອນ ຮ່າໂນ້ຍ. ບັນດາຄວາມມານະພະຍາຍາມຫລຸດຜ່ອນ ຄວາມທຸກຍາກເຊິ່ງນະຄອນ ບັນລຸໄດ້ໃນໄລຍະຜ່ານມາ ໄດ້ສ້າງຈຸດເດັ່ນໃນການ ຄ້ຳປະກັນຊີວິດສັງຄົມຂອງນະຄອນຫຼວງ ຮ່າໂນ້ຍ./.

ຕອບກັບ

ຂ່າວ/ບົດ​ອື່ນ