ຫລາຍຄອບຄົວທຸກຍາກຢູ່ເຂດຊາຍແດນແຂວງ ລອງອານ ໄດ້ຮັບເຮືອນຫລັງໃຫມ່ກ່ອນບຸນເຕັດວຽນມາ

(VOVWORLD) -ໃນຊຸມມື້ນີ້, ມີຫລາຍຄອບຄົວຢູ່ເຂດຊາຍແດນຂອງແຂວງ ລອງອານ ມີຄວາມປິຕິຊົມຊື່ນໄດ້ຮັບເຮືອນຫລັງໃຫມ່ ກ່ອນທີ່ບຸນເຕັດປີ ມະໂລງ 2024 ວຽນມາ. ຈາກບັນດາຫລັງເຮືອນທີ່ຊຸດໂຊມ ປະຈຸບັນໄດ້ຍ້າຍມາຢູ່ເຮືອນຫລັງໃຫມ່ໂຫຍ່ໂຕ ສວຍງາມ ແລະ ຖາວອນນັ້ນ ພໍ່ແມ່ປະຊາຊົນມີຄວາມປິຕິຊົມຊື່ນທີ່ສຸດ. ຍິ່ງກວ່ານັ້ນ ອຳນາດການປົກຄອງທ້ອງຖິ່ນ ໄດ້ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ປະຊາຊົນຍ້າຍມາຢູ່ເຮືອນຫລັງໃຫມ່ໂດຍມີນ້ຳສະອາດ, ໄຟຟ້າໃຊ້.

ຫລາຍຄອບຄົວທຸກຍາກຢູ່ເຂດຊາຍແດນແຂວງ ລອງອານ ໄດ້ຮັບເຮືອນຫລັງໃຫມ່ກ່ອນບຸນເຕັດວຽນມາ - ảnh 1ຄອບຄົວ ປ້າ ອຸດ ແລະ ພໍ່ແມ່ປະຊາຊົນ ມີຄວາມປິຕິຊົມຊື່ນເມື່ອໄດ້ຮັບເຮືອນຫລັງໃຫມ່. ພາບ: VOV

ເຮືອນຫລັງເກົ່າຂອງຄອບຄົວ ປ້າ ຮີ່ງທິອຸດ ຢູ່ ຕາແສງ ໝີບີ່ງ ເມືອງດຶກເຫ້ວ ແຂວງ ລອງອານ ແມ່ນຊຸດໂຊມ ແລະ ຕັ້ງຢູ່ໃນສວນຕົ້ນໄມ້ ຫ່າງຈາກເສັ້ນທາງລາດຕະເວນຊາຍແດນປະມານ 3 ກິໂລແມັດ ສະນັ້ນ ການໄປມາແມ່ນຫຍຸ້ງຍາກຫລາຍ.ເດືອນ ທັນວາປີ 2023, ຄອບຄົວປ້າ ໄດ້ຊັບຊ້ອນມາຢູ່ໃນຫລັງເຮືອນທີ່ຖາວອນ, ເສັ້ນທາງຕໍ່ຫນ້າເຮືອນແມ່ນໄດ້ປູດ້ວຍເບຕົງ, ມີໄຟຟ້າ ແລະ ນ້ຳສະອາດໃຊ້. ຄວາມມ່ວນຊື່ນນັ້ນໄດ້ທະວີຄູນເມື່ອຄອບຄົວລູກສອງຄົນຂອງປ້າ ກໍ່ໄດ້ຮັບເຮືອນຫລັງໃຫມ່ຢູ່ໃກ້ໃນເຂດນີ້. ເມື່ອໄດ້ຮັບເຮືອນຫລັງໃຫມ່ນັ້ນ ສິ່ງທຳອິດທີ່ປ້າເຮັດແມ່ນເລືອກບ່ອນແຂວນທຸງຊາດ ແລະ ວາງພາບປະທານໂຮ່ຈິມີນ. ທ່ານນາງ ຮີ່ງທິອຸດ ເວົ້າຄວາມຕື້ນຕັນໃຈວ່າ:        ກ່ອນນີ້ຄອບຄົວຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່. ແຕ່ປະຈຸບັນ ເມື່ອມີທະຫານມາຊ່ວຍ ປະຊາຊົນມີຄວາມອີ່ມຫນຳສຳລານຄືແນວນີ້. ພໍ່ແມ່ປະຊາຊົນດີໃຈຫລາຍ ມີຊີວິດດີຄືປະຈຸບັນແມ່ນທຸກຄົນຕ່າງກໍ່ດີໃຈຫລາຍ”

    ຢູ່ຕາແສງ ໝີບິ່ງ ເມືອງ ດຶກເຫວະ, ຄອບຄົວອ້າຍ ເລວັນຢຽງ ຫາກໍ່ຮັບເຮືອນຫລັງໃຫມ່ ທັງມີວຽກເຮັດງານທຳນຳອີກ. ອ້າຍເປີດຮ້ານຂາຍນ້ຳເພື່ອໃຫ້ພໍ່ແມ່ປະຊາຊົນຢູ່ອ້ອມບ້ານ ມີບ່ອນນັ່ງພັກຜ່ອນ ໂອ້ລົມກັນພາຍຫລັງການເຮັດວຽກຢ່າງອິດເມື່ອຍ.        

“ປີນີ້ ຄອບຄົວຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດທຳອິດໃນເຮືອນຫລັງໃຫມ່. ພວກຂ້າພະເຈົ້າຮູ້ສຶກດີໃຈຫລາຍ. ປະຊາຊົນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແຕ່ເມື່ອໄດ້ຮັບເຮືອນຫລັງໃຫມ່ ນີ້ໃຜກໍ່ດີໃຈ, ຂໍຂອບອົກຂອບໃຈອຳນາດການປົກຄອງ, ທະຫານປ້ອງກັນຊາຍແດນໄດ້ຊ່ວຍເຫລືອປຸກສ້າງເຮືອນໃຫ້ພໍ່ແມ່ປະຊາຊົນ ແລະ ຍັງຫນູນຊ່ວຍພວກຂ້າພະເຈົ້າອີກດ້ວຍ”

ຢູ່ແຂວງ ລອງອານ, ທະຫານເຂດ 7 ແລະ ບັນດາຫົວຫນ່ວຍກ່ຽວຂ້ອງ ໄດ້ປຸກສ້າງ, ເປີດສະຫລອງ ແລະ ມອບເຮືອນ 105 ຫລັງຢູ່ເຂດຊາຍແດນ; 25 ຫລັງຢູ່ໃກ້ປ້ອມປ້ອງກັນຊາຍແດນເພື່ອຮັບປະກັນດ້ານເຮືອນຢູ່ໃຫ້ແກ່ປະຊາຊົນ. ພ້ອມກັບການກໍ່ສ້າງເຮືອນຢູ່, ໂຄງການກໍ່ສ້າງ ຕິດຕັ້ງໄຟຟ້າຢູ່ເສັ້ນຊາຍແດນກໍ່ໄດ້ຊຸກຍູ້ປະຕິບັດ. ນັບແຕ່ຕົ້ນປີ, ນ້ຳສະອາດກໍ່ໄດ້ເຊື່ອມຕໍ່ເຖິງ ເຮືອນໃຫມ່ ແຕ່ລະຫລັງຢູ່ລຽບຕາມຊາຍແດນ.

ຫລາຍຄອບຄົວທຸກຍາກຢູ່ເຂດຊາຍແດນແຂວງ ລອງອານ ໄດ້ຮັບເຮືອນຫລັງໃຫມ່ກ່ອນບຸນເຕັດວຽນມາ - ảnh 2ເຮືອນຫລັງໃຫມ່ຂອງຄອບຄົວອ້າຍ ເລວັນຢຽງ. ພາບ: VOV

       ອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ກໍ່ສ້າງເສັ້ນທາງຊົນນະບົດເຊື່ອມຕໍ່ເສັ້ນທາງລາດຕະເວນຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ພໍ່ແມ່ປະຊາຊົນໄປມາ, ແລກປ່ຽນຄ້າຂາຍສິນຄ້າ ແລະ ຂົນສົ່ງຜະລິດຕະພັນກະເສດ. ຫລາຍຄອບຄົວຢູ່ລຽບຕາມຊາຍແດນ ຫວຽດນາມ - ກຳປູເຈຍ ຍັງໄດ້ເອື້ອອຳນວຍໃຫ້ກູ້ຢຶມເງິນຈາກທະນາຄານເພື່ອທຳມາຫາກິນ ຄ້າຂາຍ, ຜະລິດກະສິກຳ. ນອກຈາກຊ່ວຍປະຊາຊົນສ້າງຊີວິດການເປັນຢູ່ເປັນປົກກະຕິແລ້ວ, ກຳລັງມີຫນ້າທີ່ຮັບຜິດຊອບຍັງເອົາໃຈໃສ່ເຖິງຊີວິດດ້ານຈິດໃຈຂອງພໍ່ແມ່ປະຊາຊົນ ເປັນຕົ້ນໃນໂອກາດບຸນເຕັດນີ້. ພັນໂທ ບຸ່ຍງອັກທຽບ, ພະນັກງານການເມືອງ ປ້ອມປ້ອງກັນຊາຍແດນ ຫມີແທ້ງໄຕ ເມືອງ ດຶກເຫ້ວ ແຂວງ ລອງອານ ໃຫ້ຮູ້ວ່າ:

 “ເພື່ອຊ່ວຍປະຊາຊົນໄດ້ຕ້ອນຮັບບຸນເຕັດຢ່າງຄົບຖ້ວນສົມບູນກວ່າ, ບັນດາປ້ອມປ້ອງກັນຊາຍແດນກໍ່ໄດ້ຈັດຕັ້ງລາຍການ “ລະດູບານໃຫມ່ຢູ່ເຂດຊາຍແດນເຕັມໄປດ້ວຍຄວາມຮັກແພງ”. ນີ້ກໍ່ແມ່ນການເຄື່ອນໄຫວມຸ່ງໄປເຖິງວຽກງານເອົາໃຈໃສ່ເບິ່ງແຍງດູແລໃຫ້ບັນດາຄອບຄົວຢູ່ລຽບຕາມຊາຍແດນ ພິເສດແມ່ນປະຊາຊົນຢູ່ໃນບັນດາຫລັງເຮືອນໄດ້ຮັບການຊ່ວຍເຫລືອປຸກສ້າງໃຫມ່ຢູ່ເຂດຊາຍແດນ, ໃກ້ປ້ອມປ້ອງກັນຊາຍແດນ”

ບັນດາຫລັງເຮືອນໃຫມ່ ບໍ່ພຽງແຕ່ແມ່ນຄວາມເບິກບານມ່ວນຊື່ນຂອງປະຊາຊົນເທົ່ານັ້ນ ຫາກນັບທັງກຳລັງພວມປະຕິບັດຫນ້າທີ່ຢູ່ເສັ້ນຊາຍແດນອີກດ້ວຍ. ຄວາມເອົາໃຈໃສ່ເບິ່ງແຍງດູແລຂອງກອງບັນຊາການທະຫານເຂດ 7, ກອງບັນຊາການກຳລັງປ້ອງກັນຊາຍແດນແຂວງ ລອງອານ ແລະ ບັນດາຫົວຫນ່ວຍຂອງທ້ອງຖິ່ນ ໄດ້ປະກອບສ່ວນຊ່ວຍໃຫ້ຫລາຍຄອບຄົວມີຊີວິດເປັນປົກກະຕິ, ຕ້ອນຮັບບຸນເຕັດຢ່າງອົບອຸ່ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຮັກແພງສາຍຈິດມິດໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ