ຮັບປະກັນສິດເສລີໃນການເຫລື້ອມໃສ ແລະ ສາສະຫນາ ໃຫ້ແກ່ປະຊາຊົນ ຢູ່ ແຂວງ ຮ່ວາບິ່ງ

(VOVWORLD) -ແຂວງ ຮ່ວາບິ່ງ ຍາມໃດກໍ່ເຄົາລົບສິດເສລີໃນການເຫລື້ອມໃສ ແລະ ສາສະຫນາ ຂອງປະຊາຊົນ. ບັນດາອົງການທີ່ມີບົດບາດຫນ້າທີ່ ກໍ່ໄດ້ແນະນຳ, ສ້າງເງື່ອນໄຂສະດວກເພື່ອໃຫ້ອົງການສາສະຫນາເຄື່ອນໄຫວຖືກຕ້ອງຕາມຄະຕິທຳ ຈຸດປະສົງ, ປະຕິບັດການເຄື່ອນໄຫວດ້ານສາສະຫນາຖືກຕາມກົດໝາຍ.

 
 
ຮັບປະກັນສິດເສລີໃນການເຫລື້ອມໃສ ແລະ ສາສະຫນາ ໃຫ້ແກ່ປະຊາຊົນ ຢູ່ ແຂວງ ຮ່ວາບິ່ງ - ảnh 1ໂບດແຫ່ງຫນຶ່ງຂອງ ວົງຕະກຸນ ຈູງມິງ ຢູ່ ແຂວງ ຮ່ວາບິ່ງ. ພາບ: Ngoc Anh

ປະຈຸບັນ ຢູ່ ບໍລິເວນແຂວງ ຮ່ວາບິ່ງ ມີ 3 ສາສະຫນາເຄື່ອນໄຫວ ຊື່ງລວມມີ: ກາໂຕລິກ, ໂປແຕັດສະຕັງ ແລະ ສາສະຫນາພຸດ, ໃນນັ້ນ ມີ 2 ສາສະຫນາໃຫຍ່ ນັ້ນແມ່ນ ກາໂຕລິກ ແລະ ສາສະຫນາພຸດ. ເພື່ອປະຕິບັດການຄຸ້ມຄອງຂອງລັດກ່ຽວກັບການເຫລື້ອມໃສ, ສາສະຫນາ, ແຂວງ ຮ່ວາບິ່ງ ໄດ້ຍູ້ແຮງການໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບການເຫລື້ອມໃສ, ສາສະຫນາ ເປັນຕົ້ນແມ່ນເຜີຍແຜ່ກົດໝາຍວ່າດ້ວຍການເຫລື້ອມໃສ, ສາສະຫນາ ຢູ່ບັນດາຕາແສງ, ບ້ານ ທີ່ມີຊາວຊົນເຜົ່າສ່ວນຫນ້ອຍ, ສາສະນິກກະຊົນດຳລົງຊີວິດເປັນຈຳນວນຫລວງຫລາຍ. ພະມະຫາອາຈານ ທິກຈິທິ້ງ, ຮອງຫົວຫນ້າຄະນະບໍລິຫານງານສະມາຄົມພຸດທະສາສະຫນາ ຫວຽດນາມ ຢູ່ ແຂວງ ຮ່ວາບິ່ງ ໃຫ້ຮູ້ວ່າ:

    “ຄະນະບໍລິຫານງານສະມາຄົມພຸດທະສາສະຫນາ ຫວຽດນາມ ຢູ່ແຂວງ ຮ່ວາບິ່ງ ໄດ້ປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍ ແລະ ແນະນຳໃຫ້ພຸດທະສາສະນິກກະຊົນ ປະຕິບົດຕາມກົດໝາຍວ່າດ້ວຍການ ເຫລື້ອມໃສ, ສາສະຫນາຕາມຂໍ້ກຳນົດລວມຂອງລັດກໍ່ຄືຂອງສະມາຄົມພຸດທະສາສະຫນາ. ສາສະນິກກະຊົນ ມີຄວາມສະຫນິດຕິດພັນນຳກັນ ແລະ ປະຕິບັດການເຄື່ອນໄຫວສາສະຫນາ ຕາມພະທຳຄຳສັ່ງສອນຂອງພຸດທະສາສະຫນາ ເຊິ່ງໄດ້ສອນໃຫ້ມະນຸດມຸ່ງເຖິງສິ່ງທີ່ດີງາມ. ພໍ່ແມ່ປະຊາຊົນຊາວຄຼິດ ຢູ່ໃນສິນກິນໃນທຳ ຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງທຸກຂັ້ນ, ບັນດາອົງການຈັດຕັ້ງປະຕິບັດວຽກງານຮັບປະກັນຊີວິດສັງຄົມໃນທຸກປີເປັນຢ່າງດີ.

    ອຳນາດການປົກຄອງທຸກຂັ້ນໃນແຂວງ ຮ່ວາບິ່ງ ກໍ່ເພີ່ມທະວີວຽກງານໂຄສະນາ, ຂົນຂວາຍປະຊາຊົນ; ຍົກສູງສະຕິຕື່ນຕົວ, ບໍ່ໃຫ້ພວກຄົນບໍ່ດີສວຍໃຊ້, ຍຸແຍ່ແກ່ດຶງເຂົ້າໃນການເຄື່ອນໄຫວສາສະຫນາທີ່ຜິດກົດໝາຍ. ອຳນາດການປົກຄອງທ້ອງຖິ່ນກໍ່ມີຄວາມເອົາໃຈໃສ່ຍົກສູງລະດັບຄວາມຮູ້ຂອງຖັນແຖວພະນັກງານປະຕິບັດວຽກງານສາສະຫນາ ແລະ ການຄຸ້ມຄອງລັດກ່ຽວກັບດ້ານສາສະຫນາ. ພ້ອມກັນນັ້ນ ກໍ່ເພີ່ມທະວີການໂອ້ລົມສົນທະນາກັບພຸດທະສາສະນິກກະຊົນ, ຊາວຄຼິດ. ເພາະສະນັ້ນ ປະຊາຊົນມີຄວາມປິຕິຊົມຊື່ນ, ເຊື່ອໝັ້ນຕໍ່ລັດ, ມີຄວາມອຸ່ນອ່ຽນໃຈທຳການເຄື່ອນໄຫວສາສະຫນາ. ລຸງ ເລວັນກວາງ, ຊາວຄຼິດ ຢູ່ ຕາແສງ ທິ້ງລາງ ນະຄອນ ຮ່ວາບິ່ງ ໃຫ້ຮູ້ວ່າ:

 “ຢູ່ທີ່ນີ້ ອາທິດຫນຶ່ງ ຊາວຄຼິດ ໄປໂບດ 2 ຄັ້ງ ໃນວັນເສົາ ແລະ ວັນອາທິດ, ມື້ທຳພິທີກຳຕົ້ນຕໍແມ່ວັນອາທິດ. ໃນວັນບຸນ ຄຼິດສະມາດ ຜູ້ຕາງຫນ້າ ບັນດາຄະນະ, ຂະແຫນງການ ລ້ວນແຕ່ມີຫນ້າຢູ່ ໂບດ ເພື່ອຈັດຕັ້ງວັນບຸນ. ຄຸນພໍ່ສອນໃຫ້ຊາວຄຼິດ ຢູ່ ໃນສິນກິນໃນທຳ.

ຮັບປະກັນສິດເສລີໃນການເຫລື້ອມໃສ ແລະ ສາສະຫນາ ໃຫ້ແກ່ປະຊາຊົນ ຢູ່ ແຂວງ ຮ່ວາບິ່ງ - ảnh 2ໂບດຂອງເຂດຊາວຄິິຼດ ຢູ່ ແຂວງ ຮ່ວາບິ່ງ. ພາບ: Ngoc Anh

ການເຄື່ອນໄຫວສາສະຫນາຂອງບັນດາກຸ່ມປະຊາຊົນເຊື່ອຖືສາສະຫນາ ລ້ວນແຕ່ປະຕິບັດຕາມການກຳນົດຂອງກົດໝາຍ. ແຕ່ລະປີ ບັນດາກຸ່ມປະຊາຊົນເຊື່ອຖືສາສະຫນານັ້ນ ລ້ວນແຕ່ຈົດທະບຽນໂຄງການເຄື່ອນໄຫວກັບອຳນາດການປົກຄອງທ້ອງຖິ່ນ, ຕາມຄະຕິທຳ, ຈຸດປະສົງ, ຕອບສະຫນອງຄວາມຕ້ອງການອັນຊອບທຳຂອງບັນດາສາສະນິກກະຊົນ. ທ່ານ ບູ່ຍຊີ້ດົ້ງ, ຮອງຫົວຫນ້າຄະນະວັດທະນະທຳພຸດທະສາສະຫນາແຂວງ ຮ່ວາບິ່ງ ໃຫ້ຮູ້ວ່າ:

ໃນຊຸມປີຜ່ານມາ, ການເຄື່ອນໄຫວສາສະຫນາຢູ່ໃນແຂວງ ແມ່ນປະຕິບັດຕາມການກຳນົດ, ມີແບບມີແຜນ, ບໍ່ມີປະກົດການສວຍໃຊ້ສາສະຫນາເພື່ອເສກສັນປັ້ນແຕ່ງແນວທາງ, ນະໂຍບາຍຂອງພັກ ພິເສດແມ່ນນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດ. ໃນໂອກາດວັນບຸນ, ບຸນເຕັດ, ພຸດທະສາສະຫນາແຂວງ ກໍ່ເຂົ້າຮ່ວມຢ່າງຕັ້ງຫນ້າດ້ວຍທຸກຮູບການ, ສະຫນັບສະຫນູນດ້ານວັດຖຸກໍ່ຄືຈິດໃຈ. ນອກນັ້ນ ກໍ່ຍັງສົມທົບກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຢູ່ແຂວງ ຮວ່າບິ່ງ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ປ່ອຍປາຢູ່ ແມ່ນ້ຳ ຊົງດ່າ ໃນທຸກປີ.

ແຂວງ ຮ່ວາບິ່ງ ປະຕິບັດບັນດາມາດຕະການຢ່າງຄົບຊຸດເພື່ອແນໃສ່ຮັບປະກັນສິດເສລີໃນການເຫລື້ອມໃສສາສະຫນາໃຫ້ແກ່ປະຊາຊົນ. ບັນດາອົງການສາສະຫນາເຄື່ອນໄຫວຕາມທິດນຳ “ຮ່ວມເດີນທາງພ້ອມກັບຊາດ”. ປະຊາຊົນບັນດາເຜົ່າຢູ່ ແຂວງ ຮວ່າບິ່ງ ເຖິງວ່າເຊື່ອຖືສາສະຫນາໃດ ກໍ່ລ້ວນແຕ່ມີຄວາມສະເຫມີພາບ, ສາມັກຄີກັນ, ຫ້າວຫັນແຂ່ງຂັນຮັກຊາດ. ຍ້ອນເຫດນັ້ນ ການເຄື່ອນໄຫວດ້ານສາສະຫນາຢູ່ທີ່ນີ້ ລ້ວນແຕ່ມີຄວາມເສລີໃນການຂອບເຂດກົດໝາຍຂອງລັດ, ປະກອບສ່ວນຮັກສາດ້ານການເມືອງໃຫ້ມີສະຖຽນລະພາບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ