ເບິ່ງແຍງພໍ່ແມ່ປະຊາຊົນບັນດາ, ເຜົ່າຜູ້ທຸກຍາກ ໃນໂອກາດບຸນເຕັດ

(VOVWORLD) -           ການເບິ່ງແຍງຜູ້ທຸກຍາກ, ເປົ້າໝາຍຊ່ວຍເຫຼືອສັງຄົມ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍໃນໂອກາດບຸນເຕັດນັ້ນ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈວັດທະນະທຳຂອງມະນຸດ ເຊິ່ງລັດຖະບານ ຫວຽດນາມ ກໍ່ຄືບັນດາກະຊວງ ຂະແໜງການ ແລະ ທ້ອງຖິ່ນຕ່າງໆມີຄວາມເອົາໃຈໃສ່. ພິເສດສຳລັບຜູ້ທຸກຍາກແລ້ວ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ບຸນເຕັດປີກຸນປີນີ້ກໍ່ແມ່ນບຸນເຕັດທີ່ອົບອຸ່ນ ແລະ ສະຫງົບສຸກ.

ເບິ່ງແຍງພໍ່ແມ່ປະຊາຊົນບັນດາ, ເຜົ່າຜູ້ທຸກຍາກ ໃນໂອກາດບຸນເຕັດ - ảnh 1ການມອບຂອງຂວັນໃຫ້ພໍ່ແມ່ພີນ້ອງບັນດາເຜົ່າ, ຜູ້ທຸກຍາກໃນໂອກາດບຸນເຕັດ 

 ໂດຍໄດ້ກາຍເປັນປະເພນີ, ແຕ່ລະປີເມື່ອບຸນເຕັດລະດູບານໃໝ່ວຽນມາ, ຢູ່ທຸກແຖບຖິ່ນໃນແຂວງ ເຊີນລາ, ຂະບວນການເບິ່ງແຍງບຸນເຕັດໃຫ້ຜູ້ທຸກຍາກພັດຟົດຟື້ນມ່ວນຊື່ນຫຼາຍຂຶ້ນ. ຂະບວນການໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ, ບັນດາຂະແໜງການຂັ້ນຕ່າງໆຢ່າງຫຼວງຫຼາຍ ດ້ວຍຄວາມຫວັງຢາກປະກອບສ່ວນໃດສ່ວນໜຶ່ງ ເພື່ອຊ່ວຍບັນດາຄອບຄົວທຸກຍາກ, ຄອບຄົວຊາວເຜົ່າສ່ວນໜ້ອຍໃນບໍລິເວນແຂວງ ເພື່ອໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ. ຢູ່ເມືອງ ມົກເຈົາ ໃນປັດຈຸບັນມີຄອບຄົວທຸກຍາກເກືອບ 2.900 ຄອບຄົວ, ມີ 500 ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ເກືອບ 200 ເປົ້າໝາຍນະໂຍບາຍແມ່ນເດັກກຳພ້າ, ເດັກພິການ, ຜູ້ເຖົ້າຜູ້ແກ່ຢູ່ປ່ຽວບໍ່ມີບ່ອນເພິ່ງພາອາໄສ. ດ້ວຍຄວາມຕັດສິນໃຈບໍ່ປະໃຫ້ຄອບຄົວໃດຖືກອຶດຫິວໃນໂອກາດບຸນເຕັດ, ບໍ່ປະໃຫ້ຜູ້ທຸກຍາກຖືກປະຢູ່ທາງຫຼັງ, ເມືອງ ມົກເຈົາ  ໄດ້ດຳເນີນການລົງໄປຢ້ຽມຢາມອວຍພອນບຸນເຕັດແລະ ມອບຂອງຂວັນບຸນເຕັດ ຢູ່ບັນດາໝູ່ບ້ານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ໝູ່ບ້ານຕັ້ງຖິ່ນຖານຄືນໃໝ່ໃນບໍລິເວນ, ມອບຂອງຂວັນບຸນເຕັດໃຫ້ແກ່ເປົ້າໝາຍຕ່າງໆ.  ທ່ານ ນາງ ຫງວຽນທິຮວາ ຮອງປະທານຄະນະກຳມະການປະຊາຊົນເມືອງ ມົກເຈົາ ໃຫ້ຮູ້ວ່າ:

      “ກະກຽມໃຫ້ບຸນເຕັດປີ 2019, ພວກຂ້າພະເຈົ້າກໍ່ໄດ້ມີການກະກຽມຢ່າງຮອບຄອບຖີ່ຖ້ວນ. ທຳອິດພວກຂ້າພະເຈົ້າຕ້ອງຮັບປະກັນວ່າ ຕ້ອງເຮັດແນວໃດປະຊາຊົນຕ້ອນຮັບບຸນເຕັດດ້ວຍຄວາມປອດໄພ. ນອກຈາກນັ້ນ ພວກຂ້າເຈົ້າກໍ່ໄດ້ສຸມໃສ່ວຽກງານຊ່ວຍໜູນສັງຄົມ ເພື່ອເຮັດແນວໃດໃຫ້ທຸກໆຄົນ: ທຸກໆຄອບຄົວກໍ່ລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ. ພວກຂ້າພະເຈົ້າກໍ່ໄດ້ສະຫງວນເງິນກວ່າ 500 ລ້ານດົ່ງ ເພື່ອຊື້ເຂົ້າສານ ແລະ ແຈກຢາຍໃຫ້ແກ່ພໍ່ແມ່ພີ່ນ້ອງເຊິ່ງແມ່ນເປົ້າໝາຍຜູ້ທຸກຍາກ, ຄອບຄົວທີ່ບໍ່ສາມາດພົ້ນທຸກ ແລະ ເປົ້າໝາຍຮັບຜົນສະທ້ອນຈາກພະຍຸນ້ຳຖ້ວມໃນປີຜ່ານມາ, ບັນດາຄອບຄົວຊົນເຜົ່າທີ່ທຸກຍາກ. ໃນໂອກາດບຸນເຕັດປີກຸນ 2019, ໂຮງລະຄອນ ເດືອງດ້າຍ ຫວຽດນາມ ຈະແຕ່ງຕັ້ງຄະນະສິລະປະກອນໄປສະແດງໂດຍບໍ່ເກັບຄ່າໃຫ້ແກ່ພໍ່ແມ່ພີ່ນ້ອງຢູ່ເຂດຫ່າງໄກສອກຫຼີກ, ເຂດປະຊາຊົນບັນດາເຜົ່າ ເພື່ອສ້າງບັນຍາກາດຄວາມເບີກບານມ່ວນຊື່ນ ເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດ”.

      ເມື່ອໄດ້ຮັບເຂົ້າສານ 10 ກິໂລກຣາມ ຈາກອຳນາການປົກຄອງເມືອງ ມົກເຈົາ ທີ່ໄດ້ໃຫ້ການຊ່ວຍໜູນເນື່ອງໃນໂອກາດບຸນເຕັດ, ນາງ ຈາງທິເສີ ຢູ່ບ້ານ    ກອັກ ຕາແສງ ດົງຊາງ ເມືອງ ມົກເຈົາ ໃຫ້ຮູ້ວ່າ ຮອດຍາມບຸນເຕັດຫຼາຍປີແລ້ວ, ຄອບຄົວຂ້າພະເຈົ້າກໍ່ໄດ້ຮັບການເບິ່ງແຍງດູແລຈາກການນຳອຳນາດການປົກຄອງ ແລະ ອົງການຈັດຕັ້ງຕ່າງໆໃນບໍລິເວນເມືອງ. ນາງໃຫ້ຮູ້ວ່າ:

     “ປີໃດກໍ່ເຊັ່ນດຽວກັນ ຄອບຄົວຂອງຂ້າພະເຈົ້າກໍ່ໄດ້ຮັບເຂົ້າສານ. ບຸນເຕັດປີນີ້ຂ້າພະເຈົ້າກໍ່ໄດ້ຮັບເຂົ້າສານ, ດັ່ງນັ້ນດີໃຈຫຼາຍ, ເມື່ອໄດ້ຮັບເຂົ້າສານໃຫ້ທັງຄອບຄົວພ້ອມກັນກິນ. ບຸນເຕັດປີນີ້ກໍ່ມີຂອງກິນ, ມີເຂົ້າຕົ້ມແລ້ວມ່ວນຫຼາຍ”.

     ດ້ວຍສານທີ່ວ່າ “ທົ່ວປະເທດຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ-ບໍ່ມີໃຜຖືກປະຢູ່ທາງຫຼັງ”. ໃນໂອກາດບຸນເຕັດປີກຸນ 2019, ແຂວງ ດັກລັກ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວເບິ່ງແຍງບຸນເຕັດໃຫ້ແກ່ຜູ້ທຸກຍາກ. ທ່ານ ຟ້າມເຟື້ອງ ຮອງຫົວໜ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມແຂວງ ດັກລັກ ໃຫ້ຮູ້ວ່າ ໃນໂອກາດບຸນເຕັດປີກຸນ 2019, ຄະນະກຳມະແນວໂຮມປະເທດຊາດແຂວງກໍ່ໄດ້ຫັກເງິນກວ່າ 300 ລ້ານດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ”  ເພື່ອໄປຢ້ຽມຢາມຖາມຂ່າວ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວທຸກຍາກ, ຂອງຂວັນແຕ່ລະພູດມີມູນຄ່າ 500.000 ດົ່ງ. ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມແຂວງກໍ່ໄດ້ສົມທົບກັບສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າແຂວງມອບຂອງຂວັນ 3.500 ພູດໃຫ້ແກ່ຄົນພິການ ເດັກກຳພ້າ ແລະ ຜູ້ທຸກຍາກໃນບໍລິເວນລວມມູນຄ່າ 1,2 ຕື້ດົ່ງ. ສະພາກາແດງແຂວງກໍ່ໄດ້ສົມທົບກັບຫົວໜ່ວຍທັງຢູ່ພາຍໃນ ແລະ ຕ່າງແຂວງມອບຂອງຂວັນບຸນເຕັດກວ່າ 5.200 ພູດໃຫ້ແກ່ຜູ້ທຸຍາກຢູ່ເມືອງ ກຣົງແບັກ, ກືເມີກາ, ບ້ານ ໂດນ, ອີອາຊູບ, ກຣົງນັງ ລວມມູນຄ່າກວ່າ 2,5 ຕື້ດົ່ງ. ທ່ານ ຟ້າມເຝື້ອງ ກ່າວວ່າ:

    “ໃນໂອກາດບຸນເຕັດປີກຸນ 2019, ແຂວງ ດັກລັກ ກໍ່ໄດ້ມີແຜນການເບິ່ງແຍງຜູ້ທຸກຍາກ, ໄດ້ຊີ້ນຳບັນດາເມືອງ, ເທດສະບານ, ນະຄອນຂຶ້ນແຜນການຢ້ຽມຢາມຖາມຂ່າວ,  ມອບຂອງຂວັນ, ເປັນເຈົ້າການຈັດຕັ້ງການຊ່ວຍເຫຼືອຜູ້ທຸກຍາກອຶດຫິວ.”

        ພ້ອມກັບບັນດາທ້ອງຖິ່ນໃນທົ່ວປະເທດ, ເນື່ອງໃນໂອກາດບຸນເຕັດ,  ພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມແຂວງ ເຫງ້ອານ ກໍ່ໄດ້ມອບຂອງຂວັນບຸນເຕັດກວ່າ 50.000 ພູດລວມມູນຄ່າກວ່າ 18 ຕື້ດົ່ງ ໂດຍຫັກຈາກແຫຼ່ງງົບປະມານແຫ່ງລັດ ແລະ ຈາກແຫຼ່ງເງິນສະໜັບສະໜູນຈາກບັນດາອົງການ, ວິສາຫະກິດທີ່ ມອບໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ. ຈາກການແບ່ງປັນຂອງອຳນາດການປົກຄອງຂັ້ນຕ່າງໆ, ບັນດາອົງການສັງຄົມທັງຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ນຳຄວາມອົບອຸ່ນ, ຄວາມອີ່ມໝຳສຳລານ ແລະ ຄວາມເບີກບານມ່ວນຊື່ນມາສູ່ບັນດາຄອບຄົວທຸກຍາກ, ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ,  ພໍ່ແມ່ພີ່ນ້ອງບັນດາເຜົ່າໃນໂອກາດບຸນເຕັດປີກຸນ 2019.

ຕອບກັບ

ຂ່າວ/ບົດ​ອື່ນ