ເຮືອນປອດໄພເພື່ອຕ້ານນ້ຳຖ້ວມ- ໂຄງການໜູນຊ່ວຍຄອບຄົວທຸກຍາກຢູ່ບັນດາແຂວງແຄມທະເລພາກກາງຫວຽດນາມ

(VOVWORLD) -ໂຄງການ “ເພີ່ມທະວີຄວາມສາມາດຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ວົງຄະນະຍາດທີ່ມີຄວາມສ່ຽງ ຢູ່ ເຂດແຄມທະເລຫວຽດນາມ” ໂດຍລັດຖະບານ ຫວຽດນາມ ສົມທົບກັບອົງການພັດທະນາສະຫະປະຊາຊາດປະຈຳ ຫວຽດນາມ (UNDP) ຜັນຂະຫຍາຍແຕ່ປີ 2018 ເປັນຕົ້ນມາ. ຫລືເອີ້ນຫຍໍ້ວ່າ ໂຄງການ GCF. ໄລ່ມາຮອດປະຈຸບັນ ມີ ເຮືອນປອດໄພ ເພື່ອຕ້ານພາຍຸ, ນ້ຳຖ້ວມ 4.100 ຫລັງ ຂອງໂຄງການ ໜູນຊ່ວຍຄອບຄົວທຸກຍາກຢູ່ບັນດາແຂວງແຄມທະເລພາກກາງ ຫວຽດນາມ ໄດ້ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈ ບໍ່ກັງວົນເປັນຫ່ວງຕໍ່ນ້ຳຖ້ວມ ຫລື ເຮືອນຖືກເພພັງເມື່ອພາຍຸນ້ຳຖວມພັດມາ.

ເຮືອນປອດໄພເພື່ອຕ້ານນ້ຳຖ້ວມ- ໂຄງການໜູນຊ່ວຍຄອບຄົວທຸກຍາກຢູ່ບັນດາແຂວງແຄມທະເລພາກກາງຫວຽດນາມ - ảnh 1ກໍ່ສ້າງເຮືອນປອດໄພຕ້ານນ້ຳຖ້ວມໃຫ້ແກ່ປະຊາຊົນຢູ່ບັນດາແຂວງແຄມທະລ. ພາບ: nhandan.vn

ປະຊາຊົນຖືເຮືອນຊານແມ່ນຊັບສົມບັດອັນລ້ຳຄ່າທີ່ສຸດຂອງເຂົາເຈົ້າ. ຍ້ອນວ່າຢູ່ໃນເຮືອນບໍ່ແໜ້ນໜາຖາວອນນັ້ນ ເມື່ອນ້ຳຖ້ວມໄຫລເຂົ້າ, ເຮືອນຊານຂອງປະຊາຊົນກໍ່ຈົມຢູ່ໃຕ້ນ້ຳໝົດ. ແຕ່ລະປີ, ມີເຮືອນເກືອບ 60.000 ຫລັງຖືກເພພັງ, ເສຍຫາຍຍ້ອນນ້ຳຖ້ວມ. ສິ່ງນີ້ເຮັດໃຫ້ຫລາຍຄອບຄົວຍາກທີ່ຈະຫລຸດພົ້ນອອກຈາກຄວາມທຸກຍາກໄດ້.

ເຖິງຢ່າງໃດກໍຕາມ, ໃນໄລຍະກວ່າ 4 ປີຜ່ານມາ, ພາຍໃຕ້ການຫນູນຊ່ວຍຈາກລັດຖະບານ ຫວຽດນາມ, ການຮ່ວມມືຢ່າງແຫນ້ນແຟ້ນຂອງ UNDP ແລະ ກອງທຶນອາກາດຂຽວ, ໄດ້ມີເຮືອນປອດໄພກວ່າ 4000 ຫລັງໄດ້ຮັບການກໍ່ສ້າງຂຶ້ນ ດ້ວຍລັກສະນະຮັບມືກັບພາຍຸນ້ຳຖ້ວມໄດ້, ຊ່ວຍກູ້ເອົາຊີວິດຂອງມະນຸດຕຈາກໄພທຳມະຊາດ. ຄອບຄົວ ທີ່ໄດ້ຮັບການຫນູນຊ່ວຍທັງໝົດນີ້ແມ່ນຄອບຄົວທຸກຍາກ. ຫລາຍຄອບຄົວ ເສົາຄາໍ້ແມ່ນແມ່ຍິງ, ຜູ້ເຖົ້າແກ່. ປ້າ ເລທິລ່າຍ ຢູ່ບ້ານ ຫ່ຽນລີງ ຕາແສງ ຢູຍນີງ ເມືອງ ກວ໋າງນີງ ແຂວງ ກວ໋າງບີ່ງ ມີຄວາມຕື້ນຕັນໃຈເມື່ອໄດ້ມາຢູ່ໃນເຮືອນປອດໄພໂດຍໂຄງການຫນູນຊ່ວຍ ແບ່ງປັນວ່າ:

“ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈໂຄງການ, ນັບແຕ່ນີ້ຕໍ່ໄປ ຄອບຄົວຂ້າພະເຈົ້າຈະມີຄວາມສຸກຫລາຍ, ມີຄວາມເພິ່ງພໍໃຈເມື່ອມີເຮືອນປອດໄພ ນັບແຕ່ນີ້ຕໍ່ໄປເມື່ອພາຍຸນ້ຳຖ້ວມພັດມາກໍ່ບໍ່ກັງວົນເປັນຫ່ວງອີກແລ້ວ

ເດືອນກັນຍາ, ຕຸລາ ປີ 2020, ແຂວງ ເທື່ອທຽນເຫ້ວ ຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກພາຍຸຮ້າຍແຮງ 2 ລູກ ແລະ ເກີດນ້ຳຖ້ວມຄັ້ງປະຫວັດສາດ. ຍ້ອນວ່ານອນໃນເຂດຕ່ຳ, ເຮືອນຂອງປ້າ ຮ່ວາງທິທ່ວານ ຢູ່ ບ້ານ ຟູລົກ ຕາແສງ ຟອງເຈືອງ ເມືອງຟອງດ່ຽນ ແຂວງ ເທື່ອທຽນເຫ້ວ ຖືກນ້ຳຖ້ວມຮ້າຍແຮງທີ່ສຸດ, ລະດັບນ້ຳແມ່ນຂຶ້ນເຖິງ 1,4 ແມັດ ແຕ່ຍ້ອນມີໂຄງສ້າງເຮືອນປອດໄພທີ່ມີພື້ນເຮືອນຕ້ານນ້ຳຖ້ວມສູງປະມານ 2,5 ແມັດ ຮັບປະກັນຄວາມປອດໄພໃຫ້ ປ້າ ທ່ວານ.

 “ຂ້າພະເຈົ້າ ດຳລົງຊີວິດຢູ່ຜູ້ດຽວ ສະນັ້ນເມື່ອພາຍຸນ້ຳຖ້ວມພັດມາ ຂ້າພະເຈົ້າຮູ້ສຶກກັງວົນຫລາຍ. ນັບແຕ່ໄດ້ມາຢູ່ເຮືອນປອດໄພ  ຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈ ແລະໄດ້ຮັບສະບຽງອາຫານ, ໝີ່ສຳເລັດຮູບກິນໃນ 10 ມື້ຈາກລັດ. ຂ້າພະເຈົ້າດີໃຈຫລາຍ ນັບແຕ່ນີ້ໄປກໍ່ບໍ່ໄດ້ເປັນຫ່ວງກັງວົນຕໍ່ໄພທຳມະຊາດອີກແລ້ວ”

ກໍ່ມີຄວາມປິຕິຊົມຊື່ນເມື່ອໄດ້ຮັບການຫນູນຊ່ວຍເຮືອນປອດໄພຕ້ານນ້ຳຖ້ວມ, ປ້າ ຫງວຽນທິຮວຽນ ຢູ່ ຕາແສງ ທ້ວນບີ່ງ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ: ໃນພາຍຸນ້ຳຖ້ວມພັດມາເມື່ອເດືອນ ຕຸລາ ປີ 2020, ໃນຂະນະທີ່ເຮືອນຊານຂອງພີ່ນ້ອງອ້ອມຂ້າງຕ້ອງຍົກຍ້າຍໄປເຖິງບ່ອນປອດໄພ, ແຕ່ສະເພາະຄອບຄົວຂ້າພະເຈົ້າໄດ້ຢູ່ໃນເຮືອນປອດໄພຫລັງນີ້ ນອກນັ້ນຍັງແມ່ນບ່ອນເພືື່ອໃຫ້ບັນດາຄອບຄົວອ້ອມຂ້າງມາຢູ່ນຳເພື່ອຫລີກລ້ຽງພາຍຸ.

ເມື່ອແບ່ງປັນກ່ຽວກັບປະສິດທິຜົນຂອງເຮືອນປອດໄພເພື່ອຮັບມືກັບພາຍຸ, ທ່ານ ຫງວຽນແທ່ງເລີມ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ທ້ວນບີ່ງ ແຂວງ ກວ໋າງຫງາຍ ໃຫ້ຮູ້ວ່າ:

“ໂຄງການ GCF ໄດ້ຊ່ວຍກໍ່ສ້າງເຮືອນປອດໄພ 30 ຫລັງໃຫ້ແກ່ຕາແສງພວກຂ້າພະເຈົ້າ. ປະຊາຊົນໃນຕາແສງດີໃຈຫລາຍ ແລະ ຂໍສະແດງຄວາມຂອບອົກຂອບໃຈໂຄງການ, ພັກ, ລັດ. ເຂົາເຈົ້າເວົ້າວ່າ ບໍ່ເຄີຍຄິດເຄີຍຝັນວ່າຈະໄດ້ເຮືອນງາມແໜ້ນໜາຖາວອນຄືແນວນີ້. ທາງທ້ອງຖິ່ນກໍ່ປາດຖະຫນາຢາກໃຫ້ໂຄງການຫນູນຊ່ວຍເຮືອນປອດໄພໃຫ້ຫລາຍຫລັງຕື່ມອີກເພື່ອໃຫ້ປະຊາຊົນໄດ້ດຳລົງຊີວິດຢ່າງປອດໄພກວ່າ”

ຫວຽດນາມ ນອນໃນພາກພື້ນ ອາຊີ - ປາຊີຟິກ, ຊື່ງແມ່ນເຂດຖືກຜົນກະທົບຢ່າງຫນັກຫນ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ບັນດາແຂວງ ເຂດແຄມທະເລພາກກາງ ຫວຽດນາມ ແຕ່ລະປີ ລ້ວນແຕ່ຖືກຜົນກະທົບຈາກພາຍຸນ້ຳຖ້ວມ, ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ. ຍ້ອນມີເຮືອນປອດໄພເພື່ອຮັບມືກັບພາຍຸນ້ຳຖ້ວມ, ປະຊາຊົນຈຶ່ງມີຄວາມອຸ່ນອ່ຽນໃຈ ແລະ ໄດ້ຢູ່ຢ່າງປອດໄພກວ່າຕໍ່ຄວາມສ່ຽງ, ຜົນກະທົບທີ່ກ່ຽວຂ້ອງຈາກການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ພາຍຸນ້ຳຖ້ວມເກີດຂຶ້ນໃນໄລຍະຜ່ານມາ.

ປະຈຸບັນ ຕາມການສະຖິຕິ, ຍັງມີກວ່າ 110.000 ຄອບຄົວຍັງຄົງດຳລົງຊີວິດໃນສະພາບບໍ່ມີເຮືອນຢູ່ປອດໄພ ຢູ່ 28 ແຂວງແຄມທະເລ, ໃນນັ້ນ ມີກວ່າ 25.000 ຄອບຄົວຢູ່ບັນດາເມືອງແຄມທະເລ. ລັດຖະບານ ຫວຽດນາມ ຍັງສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມມືພັດທະນາເພື່ອສືບຕໍ່ຮັກສາຄວາມປອດໄພໃຫ້ຊີວິດການເປັນຢູ່ ແລະ ການຫາເງິນລ້ຽງຊີບຂອງປະຊາຊົນຢູ່ ວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ