ແຂວງ ຊອກຈັງ ສຳເລັດແຜນຮ່າງຫນູນຊ່ວຍກໍ່ສ້າງເຮືອນຢູ່ ໃຫ້ແກ່ຜູ້ທຸກຍາກ

(VOVWORLD) -ແຜນຮ່າງຫນູນຊ່ວຍກໍ່ສ້າງເຮືອນຢູ່ ໃຫ້ແກ່ຜູ້ທຸກຍາກ, ຊາວຊົນເຜົ່າສ່ວນຫນ້ອຍຢູ່ ບໍລິເວນແຂວງ ຊອກຈັງ  ໄດ້ຮັບການຜັນຂະຫຍາຍ ແຕ່ເດືອນ ມິຖຸນາ ຮອດເດືອນ ກັນຍາ ປີ 2023. ມີເຮືອນ 1.200 ຫລັງໄດ້ຮັບການກໍ່ສ້າງໃຫ້ຜູ້ທຸກຍາກ, ຊ່ວຍໃຫ້ເຂົາເຈົ້າມີຊີວິດທີ່ເປັນປົກກະຕິ.

ແຂວງ ຊອກຈັງ ສຳເລັດແຜນຮ່າງຫນູນຊ່ວຍກໍ່ສ້າງເຮືອນຢູ່ ໃຫ້ແກ່ຜູ້ທຸກຍາກ - ảnh 1ຜູ້ຕາງຫນ້າຕຳຫລວດແຂວງ ຊອກຈັງ ມອບເຮືອນຫລັງໃຫມ່ໃຫ້ປະຊາຊົນທຸກຍາກ. ພາບ:congantinhsoctrang

ໂດຍແມ່ນຄອບຄົວທຸກຍາກໃນຊາວເຜົ່າ ຂະແມ, ຍາມໃດຜົວເມຍອ້າຍ ແທັກກວິດ ຢູ່ ຕາແສງ ໄຊກາບ ເທດສະບານ ເຈົາແທ່ງ ກໍ່ມີຄວາມໄຝ່ຝັນຢາກໄດ້ເຮືອນຫລັງໃຫມ່ ແຕ່ຄິດວ່າມັນໄກເກີນໄປ.  ປະຈຸບັນ ຄວາມຝັນນັ້ນໄດ້ປະກົດຜົນເປັນຈິງແລ້ວ ພາຍຫລັງອຳນາດການປົກຄອງທ້ອງຖິ່ນພິຈາລະນາຄັດເລືອກຄອບຄົວອ້າຍແມ່ນຫນຶ່ງໃນບັນດາຄອບຄົວທີ່ໄດ້ຮັບການຫນູນຊ່ວຍກໍ່ສ້າງເຮືອນຢູ່. ອ້າຍ ແທັກກວິດ ແບ່ງປັນວ່າ:

 “ເຮືອນຢູ່ຂອງຄອບຄົວ ກ່ອນນີ້ແມ່ນລັດມອບໃຫ້ພໍ່ແມ່, ແຕ່ພໍ່ແມ່ໄດ້ມອບໃຫ້ຄອບຄົວຂ້າພະເຈົ້າມາເປັນເວລາ 20 ປີແລ້ວ ປະຈຸບັນມັນກໍ່ຊຸດໂຊມໄປຫລາຍແລ້ວ. ກະຊວງຕຳຫລວດ, ອຳນາດການປົກຄອງທ້ອງຖິ່ນໄດ້ລົງປຸກສ້າງເຮືອນຢູ່ໃຫ້ພວກຂ້າພະເຈົ້າຄືນໃຫມ່. ສະນັ້ນ ຄອບຄົວຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈທຳມາຫາກິນ, ດຳລົງຊີວິດຢ່າງເປັນປົກກະຕິ”.

ໃນທົ່ວເມືອງ ເຈົາແທ່ງ, ມີ 70 ຄອບຄົວໄດ້ຮັບການຫນູນຊ່ວຍລາຍຈ່າຍເພື່ອປຸກສ້າງເຮືອນຄື  ອ້າຍ ແທັກກວິດ. ທ່ານ ເລຮວ່າງນວຍ ເລຂາພັກ ເທດສະບານ ເຈົາແທ່ງ ໃຫ້ຮູ້ວ່າ:

“ເທດສະບານ ເຈົາແທ່ງ ໄດ້ມອບໝາຍຫນ້າທີ່ປຸກສ້າງເຮືອນທົດລອງໃຫ້ແກ່ບັນດາຕາແສງທີ່ຍັງເຫລືອປະຕິບັດຕາມ.ໃນວິວັດການປະຕິບັດ, ພວກຂ້າພະເຈົ້າ ໄດ້ຕິດຕາມເປັນປະຈຳ, ກວດກາຕິດຕາມບັນດາຫົວຫນ່ວຍປະຕິບັດ, ຮັບປະກັນໃຫ້ຖືກຕ້ອງຕາມການອອກແບບ, ມາດຖານດ້ານເຕັກນິກ, ຄວາມຄືບຫນ້າດ້ານເວລາປະຕິບັດ.  ບຸລິມະສິດເຮືອນຢູ່ໃຫ້ແກ່ບັນດາຄອບຄົວທຸກຍາກຈົດທະບຽນຮັບເຮືອນຢູ່ ຕາມມາດຕະຖານຂອງກະຊວງຕຳຫລວດ. ປະຊາຊົນມີຄວາມເຫັນດີເຫັນພ້ອມ”.

ກໍ່ເຊັ່ນດຽວກັນກັບເມືອງ ເຈົາແທ່ງ, ເທດສະບານ ຫວີງເຈົາ ແລະເມືອງ ເກແຊັກ ກໍ່ໄດ້ຮັບການຈັດແບ່ງງົບປະມານກໍ່ສ້າງເຮືອນຢູ່ 580 ຫລັງ, ໃນນັ້ນ ສ່ວນຫລາຍແມ່ນສະຫງວນໃຫ້ແກ່ຄອບຄົວຊາວເຜົ່າຂະແມ ທີ່ທຸກຍາກ. ເອື້ອຍ ເຈືອງທິທູຊວນ, ຢູ່ ຕາແສງ 1 ເທດສະບານ ຫວີງເຈົາ ແລະ ເອື້ອຍ ຫງວຽນທູຈາງ ຢູ່ ຕາແສງ ເກແທ່ງ ເມືອງເກແຊັກ ແບ່ງປັນວ່າ:

“ກ່ອນນີ້ ເຮືອນຢູ່ແມ່ນຊຸດໂຊມ, ແຄບ... ດຳລົງຊີວິດແມ່ນຫຍຸ້ງຍາກລຳບາກຫລາຍ. ແຕ່ປະຈຸບັນ ຄອບຄົວມີເຮືອນຫລັງໃຫມ່ແລ້ວ ພວກຂ້າພະເຈົ້າດີໃຈຫລາຍ ແລະ ຈະພະຍາຍາມທຳມາຫາກິນໃຫ້ດີກວ່າ, ເພື່ອສ້າງຊີວິດທີ່ອີ່ມໜຳສຳລານກວ່າ”.

“ໂດຍໄດ້ຮັບການຫນູນຊ່ວຍຈາກຕຳຫລວດເພື່ອປຸກສ້າງເຮືອນຢູ່, ຂ້າພະເຈົ້າດີໃຈຫລາຍ. ພວກຂ້າພະເຈົ້າມີຄວາມເພິ່ງພໍໃຈທີ່ສຸດຕໍ່ເຮືອນຫລັງໃຫມ່ນີ້”.

ແຂວງ ຊອກຈັງ ສຳເລັດແຜນຮ່າງຫນູນຊ່ວຍກໍ່ສ້າງເຮືອນຢູ່ ໃຫ້ແກ່ຜູ້ທຸກຍາກ - ảnh 2ບັນດາກຳລັງກ່ຽວຂ້ອງມາຊ່ວຍປະຊາຊົນກໍ່ສ້າງເຮືອນ. ພາບ: congantinhsoctrang

ງົບປະມານເພື່ອກໍ່ສ້າງເຮືອນຢູ່ 1.200 ຫລັງ ໂດຍແມ່ນກະຊວງຕຳຫລວດ ຂົນຂວາຍຈາກສັງຄົມໄດ້ກວ່າ 60 ຕື້ດົ່ງ (ເກືອບ 2,5 ລ້ານ USD). ເຮືອນແຕ່ລະຫລັງລວມມູນຄ່າປະມານ 60 ລ້ານດົ່ງ (ເກືອບ 2.500  USD), ໃນນັ້ນ ກະຊວງຕຳຫລວດຫັກຈາກກອງທຶນປະກອບສ່ວນຈາກສັງຄົມກວ່າ 50 ລ້ານດົ່ງ (ກວ່າ 2000 USD), ສ່ວນຍັງເຫລືອໂດຍແມ່ນທ້ອງຖິ່ນຫນູນຊ່ວຍ. ກຳລັງຕຳຫລວດກໍ່ຕັ້ງຫນ້າຫນູນຊ່ວຍກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນ. ພັນໂທ ໂດ໋ວັນເຕີນ, ຫົວຫນ້າຕຳຫລວດ ຕາແສງ ທ້ວນຮວ່າ, ເມືອງເຈົາແທ່ງ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າ ລະດົມ 100% ກຳລັງພະນັກງານ, ນັກຮົບ ຊ່ວຍປະຊາຊົນກໍ່ສ້າງເຮືອນຢູ່. ລະດົມນັກສຶກສາປ້ອງກັນຄວາມສະຫງົບທີ່ພວມຝຶກຫັດ ລົງຕາແສງເພື່ອຊ່ວຍພໍ່ແມ່ປະຊາຊົນ”.

ສຳລັບອຳນາດການປົກຄອງທ້ອງຖິ່ນ, ທ່ານ ເລວັນຫຍ່ຽວ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ລາກຮວ່າ ເທດສະບານ ຫວີງເຈົາ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ໄດ້ສົມທົບກັບບັນດາພະແນກ, ຂະແຫນງການ ພ້ອມກັບອຳນາດການປົກຄອງຕາແສງ ຫນູນຊ່ວຍໃຫ້ພໍ່ແມ່ປະຊາຊົນມ້າງເຮືອນເກົ່າ, ດຳເນີນການກໍ່ສ້າງເຮືອທີ່ຍັງເຫລືອ. ເຮືອນຢູ່ ໂດຍກະຊວງຕຳຫລວດ ກໍ່ສ້າງດັ່ງກ່າວແມ່ນເພື່ອປະກອບສ່ວນໃຫ້ທ້ອງຖິ່ນມີເຮືອນຢູ່ໃຫ້ສຳລັບຄອບຄົວທຸກຍາກ, ຢາກໃຫ້ເຂົາເຈົ້າມີບ່ອນຢູ່ທີ່ດີກວ່າ, ອຸ່ນອ່ຽນໃຈອອກແຮງງານທຳການຜະລິດ”.

ໂດຍຫນູນຊ່ວຍດ້ານເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ, ຂັ້ນໃກ້ທຸກຍາກ ແມ່ນເນື້ອໃນໃນໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2021- 2025 ພວມໄດ້ຮັບການຍູ້ແຮງຈາກແຂວງ ຊອກຈັງ. ບັນດາເຮືອນຫລັງໃຫມ່ໃຫ້ແກ່ຜູ້ທຸກຍາກ ລ້ວນແຕ່ແມ່ນມອບໃຫ້ປະຊາຊົນກ່ອນວັນຊາດ ທີ 2 ກັນຍາ ປີ 2023, ຊ່ວຍໃຫ້ຜູ້ທຸກຍາກຫັນຄວາມໄຝ່ຝັນຢາກມີເຮືອນຢູ່ຖາວອນໃຫ້ປະກົດຜົນເປັນຈິງ. ບັນດາຫລັງເຮືອນໃຫມ່ໂຫຍ່ດີກວ່ານັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການຄ້ຳປະກັນຊີວິດສັງຄົມຢູ່ທ້ອງຖິ່ນ ພ້ອມທັງສະແດງໃຫ້ເຫັນມູນເຊື້ອ “ອຸ້ມຊູຊ່ວຍເຫລືອ, ເມດຕາປານີ” ຂອງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ