ແມ່ຍິງຊາວເຜົ່າໄຕຢູ່ຕາຈາຍເຮັດທ່ອງທ່ຽວ

(VOVWORLD) -ດ້ວຍບັນດາເງື່ອຍໄຂທີ່ມີຢູ່ແລ້ວ ພ້ອມກັບຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ, ບັນດາແມ່ຍິງຊາວເຜົ່າໄຕຢູ່ຕາຈາຍ, ເມືອງບັກຮ່າ, ແຂວງລ່າວກາຍມີຄວາມສາມັກຄີກັນ, ຊ່ວຍເຫຼືອຊຶ່ງກັນແລະກັນໃນການພັດທະນາ, ໂຄສະນາການທ່ອງທ່ຽວ, ປົວແປງຊີວິດເສດຖະກິດ
ແມ່ຍິງຊາວເຜົ່າໄຕຢູ່ຕາຈາຍເຮັດທ່ອງທ່ຽວ - ảnh 1 ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບວາດຟ້ອນແຊ

ໂດຍນອນແປະກັບເທດສະບານເມືອງບັກຮ່າ, ຕາແສງຕາຈາຍ, ເມືອງບັກຮ່າ, ແຂວງລ່າວກາຍມີ 9 ບ້ານຊຶ່ງຕົ້ນຕໍ່ແມ່ນພໍ່ແມ່ປະຊາຊົນເຜົ່າໄຕດຳລົງຊີວິດ. ມາຢ້ຽມຢາມ ຕາແສງຕາຈາຍ, ແຂກທ່ອງທ່ຽວບໍ່ພຽງແຕ່ມີໂອກາດໄດ້ເລາະຫຼິ້ນອ້ອມແອ້ມໝູ່ບ້ານບົນເສັ້ນທາງນ້ອຍທີ່ຄົດງໍ, ພ້ອມທັງໄດ້ຢ້ຽມຊົມບັນດາເຮືອນຮ້ານນ້ອຍໆໃນທ່າມກາງເຂດພູຜາປ່າໄມ້ທີ່ກ້ວາງໃຫຍ່ໄພສານ, ໄດ້ຮ່ວມດຳເນີນຊີວິດປະຈຳວັນພ້ອມກັບຊາວບ້ານເທົ່ານັ້ນ,  ຫາກຍັງມີໂອກາດໄດ້ຢ້ຽມຊົມວາດຊ້ອນແຊທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີນ້ອງຊາວເຜົ່າໄຕຢູ່ແຫ່ງນີ້ອີກດ້ວຍ.

     ເຮືອນຮ້ານຂອງຄູ່ຜົວເມຍ ນາງເຈີນທິເວີນ ຊາວເຜົ່າໄຕຢູ່ບ້ານນາລໍ, ຕາແສງຕາຈາຍ, ເມືອງບັກຮ່າ, ແຂວງລ່າວກາຍ ຫາກໍເປີດການບໍລິການທ່ອງທ່ຽວເຂດຊຸມຊົນໄດ້ເກືອບ 1 ປີແລ້ວ ຊຶ່ງມີຊື່ວ່າ : “ ເວີນຄິຍ Homestay” ແຕ່ກໍມີແຂກທ່ອງທ່ຽວມາພັກເຊົ່າເຕັມຫ້ອງ, ໂດຍສະເພາະແມ່ນໃນຍາມທ້າຍອາທິດ. ການບໍລິການພັກເຊົ່າ, ກິນດື່ມ, ຜະລິດຕະພັນຢູ່ເຂດຊົນເຜົ່າໄດ້ຊ່ວຍໃຫ້ນາງເວີນສາມາດປົວແປງລາຍຮັບໃຫ້ແກ່ຄອບຄົວໄດ້ຫຼາຍພໍສົມຄວນເມື່ອທຽບໃສ່ກ່ອນນີ້. ໂອກາດນີ້ໄດ້ມາສູ່ນາງເວີນໂດຍບັງເອີນ. ນາງເວີນ ເລົ່າສູ່ຟັງວ່າ : 

      “ ຖ້າຫາກອາໄສແຕ່ເງິນເດືອນຂອງຜົວຂ້າພະເຈົ້າ ກໍປະສົບກັບຄວາມຫຍຸ້ງຍາກ. ເມື່ອໄດ້ຮັບການຊ່ວຍເຫຼືອຈາກຈາກເອື້ອຍນ້ອງແມ່ຍິງໃນເມືອງນັ້ນ, ທາງຕາແສງໄດ້ໃຫ້ຂ້າພະເຈົ້າໄປທັດສະນະສຶກສາ, ຮຽນຮູ້ກ່ຽວກັບບັນດາຮູບແບບຢູ່ອຽນບ້າຍ, ເຊີນລາ, ຮ່ວາບີງ, ຂ້າພະເຈົ້າໄດ້ເຫັນວ່າ ຮູບແບບເຫຼົ່ານັ້ນມີປະໂຫຍດທີ່ສຸດ ແລະ ກັບມາບ້ານເປີດການບໍລິການ Homestay ຢູ່ກັບເຮືອນ ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ ”

     ມີສິ່ງໜຶ່ງທີ່ຫຼາຍຄົນຍັງບໍ່ທັນຮູ້ຈັກເຖິງນັ້ນແມ່ນ ວາດຟ້ອນແຊຢູ່ ຕາແສງຕາຈາຍມີການປະສານກົມກືນ ແລະ ຄ້າຍຄືກັບວາດຟ້ອນ ວານ ຂອງຝະລັ່ງ. ໃນໄລຍະຊ່ວຍກໍ່ສ້າງທຳນຽບ ຮ່ວາງອາເຕືອງ( ແຕ່ປີ 1914 ຫາປີ 1921) ຊາວຝະລັ່ງໄດ້ນຳວາດຟ້ອນ ວານ ປະສານເຂົ້າກັບ ຟ້ອນແຊ, ອັນໄດ້ເຮັດໃຫ້ວາດຟ້ອນນີ້ ຍິ່ງເພີ່ມລັກສະນະຟົດຟື້ນ, ມ່ວນຊື່ນ. ສິ່ງນີ້ໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ ວາດຟ້ອນແຊຂອງຊົນເຜົ່າໄຕ ແລະ ມີຄວາມແຕກຕ່າງກັບ ວາດຟ້ອນແຊຂອງຊົນເຜົ່າເມື່ອງ, ຊົນເຜົ່າຜູ້ໄທ. ໃນວັນນີ້, ຟ້ອນແຊໄດ້ກາຍເປັນການເຄື່ອນໄຫວທີ່ຂາດບໍ່ໄດ້ໃນບັນດາການດຳເນີນຊີວິດວັດທະນະທຳຢູ່ເຂດຊຸມຊົນຂອງພໍ່ແມ່ປະຊາຊົນເຜົ່າໄຕຢູ່ ຕາແສງຕາຈາຍ.

    ເມື່ອຈັດພິທີ, ງານບຸນໃນແຕ່ລະຄັ້ງ ຄື : ພິທີລົງນາ, ພິທີໄຫວ້ບູຊາເຈົ້າປ່າ, ບຸນເຂົ້າໃໝ່…ຊາວເຜົ່າໄຕຢູ່ຕາຈາຍ ພັດຈັດຕັ້ງການຟ້ອນແຊ. ນີ້ກໍແມ່ນການດຳເນີນຊີວິດເພື່ອບັນເທົ່າຄວາມອິດເມື່ອຍໃນການອອກແຮງງານໃນຊີວິດປະຈຳວັນ. ພິເສດ, ຖ້າຫາກໄປຕາຈາຍໃນຍາມລະດູບານໃໝ່, ແຂກທ່ອງທ່ຽວຈະມີໂອກາດເຂົ້າຮ່ວມບຸນຟ້ອນແຊຊຶ່ງຖືກຈັດຂຶ້ນໃນວັນທີ 5 ເດືອນຈຽງເພື່ອພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ, ເຂົ້າເຕັມເລົ້າ, ສາລີເຕັມສາງ. ພາຍຫຼັງທີ່ໝໍພອນທຳພິທີພາວະນາ, ໃນທ່າມກາງສຽງກອງ, ສຽງຄ້ອງ, ສຽງແຄນດັງກ້ອງກັງວານຂຶ້ນນັ້ນ, ທຸກໆຄົນ, ທຸກເພດ, ທຸກໄວ ພ້ອມກັນຈັບແຈນກັນ ເຊື່ອມຕົວເຂົ້າກັບບັນດາວາດຟ້ອນທີ່ຟົດຟື້ນມ່ວນຊື່ນ. ຮູບແບບພັດທະນາການບໍລິການທ່ອງທ່ຽວທີ່ປະສານສົມທົບກັບບັນດາການເຄຶ່ອນໄຫວຊອກຮູ້ບັນດາຮີດຄອງປະເພນີ, ຈຸດວັດທະນະທຳສິລະປະວັນນະຄະດີທີ່ເປັນເອກະລັກສະເພາະຂອງຊົນເຜົ່າ, ອັນໄດ້ປະກອບສ່ວນດຶງດູດແຂກທ່ອງທ່ຽວ, ເປັນຕົ້ນແມ່ນແຂກທ່ອງທ່ຽວຊາວຕ່າງປະເທດມາຮ່ວມຢ່າງຫຼວງຫຼາຍ.

    ປະຈຸບັນ, ຢູ່ຕາຈາຍ, ເມືອງບັກຮ່າ ມີກວ່າ 10 ສະຖານທີ່ເຮັດການບໍລິການ Homestay  ແລະ 6 ກອງຟ້ອນແຊທີ່ຂຶ້ນກັບບ້ານ ນາລໍ, ນາໂຮ, ນາທ້າ, ນາລາງ, ນາກິມ ແລະ ນາປາກງາມ ຊຶ່ງມີການເຂົ້າຮ່ວມຂອງເອື້ອຍນ້ອງແມ່ຍິງຢ່າງຫຼວງຫຼາຍ. ພ້ອມກັນໜູນຊ່ວຍກັນເຮັດທ່ອງທ່ຽວ ແມ່ນບໍ່ພຽງແຕ່ຊ່ວຍເອື້ອຍນ້ອງແມ່ຍິງເພີ່ມລາຍຮັບເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງສະຕິຮັກສາສິ່ງແວດລ້ອມທຳມະຊາດ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ, ຍູ້ແຮງຂະບວນການແມ່ຍິງຢູ່ທ້ອງຖິ່ນ. ນາງ ວ່າງທິອ້ຽນ ຫົວໜ້າສະມາຄົມແມ່ຍິງຢູ່ຕາແສງຕາຈາຍ, ເມືອງບັກຮ່າໃຫ້ຮູ້ວ່າ : 

    “ ເມື່ອກ່ອນນີ້, ບັນດາສະມາຊິກສະມາຄົມເຂົ້າຮ່ວມວຽກງານສະມາຄົມເປັນຈຳນວນໜ້ອຍຍ້ອນຄວາມບົ່ມດ້ອຍຂອງຕົນ. ຍ້ອນມີວາດຟ້ອນແຊ ພ້ອມກັບການເຮັດທ່ອງທ່ຽວເຂດຊຸມຊົນ, ເອື້ອຍນ້ອງແມ່ຍິງໄດ້ເຂົ້າຮ່ວມ ແລະ ຮູ້ສຶກກ້າຫານກ່ວາ, ຈາກນັ້ນ ກໍມັກເຂົ້າຮ່ວມບັນດາການເຄື່ອນໄຫວ, ພິເສດແມ່ນການເຄື່ອນໄຫວຂອງສະມາຄົມ, ບັນດາສະມາຊິກສະມາຄົມກໍສາມັກຄີກັນ, ຜູກພັນກັນ ແລະ ຊ່ວຍເຫຼືອກັນຫຼາຍກ່ວາ   ”

     ໄປຢ້ຽມຢາມຕາຈາຍ ຊຶ່ງແມ່ນຕາແສງເຂດພູສູງ ນອນແປະກັບເທດສະບານເມືອງບັກຮ່າ, ແຄມຫ້ວຍນາໂກທີ່ຂຽວ ແລະ ໃສເຢັນ, ແຂກທ່ອງທ່ຽວຈະມີໂອກາດພົບປະກັບບັນດານາງສາວເຜົ່າໄຕ ຜູ້ໃຈດີ, ດຸໝັ້ນຂະຫຍັນພຽນ ແລະ ພ້ອມກັບເຂົາເຈົ້າເຊື່ອມຕົວເຂົົ້າກັບວາດຟ້ອນແຊ ຄຽງຂ້າງເຮືອນຮ້ານທີ່ສວຍງາມໃນທ່າມກາງເຂດພູຜາປ່າໄມ້.

ຕອບກັບ

ຂ່າວ/ບົດ​ອື່ນ