ໂຄງການເຮືອນຄົວສະອາດ - ຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ຜູ້ຊົມໃຊ້ ເມື່ອນຳໃຊ້ຖ່ານສະອາດ ລາມອານ ຈະປະຢັດຄ່າໃຊ້ຈ່າຍໄດ້ 2/3. ປັດຈຸບັນ, ບໍລິສັດ ລາມອານ ພວມຂໍການໜູນຊ່ວຍຜັນຂະຫຍາຍໂຄງການກ່ຽວກັບເຮືອນຄົວປະຢັດພະລັງງານ ແລະ ຜະລິດ ຖ່ານເປັນກ້ອນ, ທາດເຜົາໄໝ້ ປ່ຽນແທນໃຫ້ບັນດາວັດຖຸດິບແບບເກົ່າ.

ຫວຽດນາມ ແມ່ນໜຶ່ງໃນ 5 ປະເທດໃນໂລກ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ. ສະພາບຕົວຈິງນີ້ ໄດ້ບັງຄັບໃຫ້ ຫວຽດນາມ ມານະພະຍາຍາມຊອກຫາບັນດາມາດຕະການໃໝ່, ໝູນໃຊ້ວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ຫົວຄິດປະດິດສ້າງ ເພື່ອປັບຕົວໃຫ້ແທດເໝາະກັບສະພາບຕົວຈິງ ແລະ ພັດທະນາເສດຖະກິດ, ສັງຄົມ. ນີ້ກໍ່ແມ່ນກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເລີ່ມຕົ້ນທຸລະກິດໃນຂົງເຂດເຕັກໂນໂລຊີ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂຄງການເຮືອນຄົວສະອາດ - ຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1 ອ້າຍ ເລເຈື່ອງອານ, ຜູ້ສ້າງຕັ້ງໂຄງການເຮືອນຄົວສະອາດ ແລະ ຖ່ານສະອາດ ລາມອານ 

ໂດຍໝູນໃຊ້ຂອງເສດເຫຼືອຈາກການຜະລິດກະສິກຳເປັນຕົ້ນແມ່ນເຟືອງ-ຕໍເຟືອງ, ລຳ-ກົກ-ຮາກ-ໃບໄມ້…ໂຄງການເລີ່ມຕົ້ນທຸລະກິດເຮືອນຄົວສະອາດ ແລະ ຖ່ານສະອາດ ລາມອານ ຂອງອ້າຍ ເລເຈື່ອງອານ ໄດ້ ແລະ ພວມໄດ້ຮັບຄວາມນິຍົມຊົມຊອບຈາກວົງຄະນະຍາດໃນສັງຄົມ. ອ້າຍ ເລເຈື່ອງອານ, ຜູ້ສ້າງຕັ້ງໂຄງການເຮືອນຄົວສະອາດ ແລະ ຖ່ານສະອາດ ລາມອານ ໃຫ້ຮູ້ວ່າ:

 “ໂຄງການຂອງພວກຂ້າພະເຈົ້າໄດ້ເລີ່ມຕົ້ນມາແຕ່ປີ 2016, ເມື່ອພວກຂ້າພະເຈົ້າໄດ້ທົດລອງບັນດາຂອງເສດເຫຼືອຈາກການຜະລິດກະສິກຳ, ປ່າໄມ້ ຫວຽດນາມ, ພວກຂ້າພະເຈົ້າໄດ້ມີບັນດາຮາກຖານຜະລິດອັດແບບດິບ, ຈາກຂີ້ແກບ, ຂີ້ເລື່ອຍ ພວກຂ້າພະເຈົ້າໄດ້ນຳໃຊ້ບັນດາເຄື່ອງຈັກອັດໃຫ້ເປັນຮູບຮ່າງ ແລະ  ຫລັງຈາກນັ້ນ ກໍ່ເອົາໄປອົບແຫ້ງຄືອົບຊາ…ແລະ ບາງຂະແໜງອຸດສາຫະກຳຜະລິດທີ່ນຳໃຊ້ອາຍໄດ້ນຳໃຊ້ຜະລິດຕະພັນຂອງພວກຂ້າພະເຈົ້າ ເປັນຕົ້ນແມ່ນການ ຍ້ອມຜ້າ, ຜະລິດຫົວອາຫານ, ອົບເຈ້ຍ.

ໃນໄລຍະທົດລອງເມື່ອປີ 2016, ໂຄງການຂອງອ້າຍ ເລເຈື່ອງອານ ແລະ ບັນດາເພື່ອນຮ່ວມງານໄດ້ປະສົບກັບຄວາມຫຍຸ້ງຍາກ ແລະ  ບໍ່ປະສົບຜົນສຳເລັດ. ຮອດປີ 2018, ຜ່ານວິວັດການຄົ້ນຄວ້າ, ທົດລອງ, ອ້າຍ ເລເຈື່ອງອານ ໄດ້ຜະລິດສຳເລັດບັນດາຜະລິດຕະພັນຖ່ານສະອາດ ດ້ວຍວັດຖຸດິບ ແມ່ນບັນດາຂອງເສດເຫຼືອຈາກໂຮງງານຜະລິດຖ່ານໄຟ. ປັດຈຸບັນ, ຜະລິດຕະພັນຖ່ານສະອາດ ລາມອານ ໄດ້ສຳເລັດການທົດລອງຢູ່ຕະຫລາດແລ້ວ ແລະ ໄດ້ຕິດຕັ້ງເຄື່ອງຈັກເຕັກໂນໂລຊີໂດຍສົມບູນແລ້ວ ເພື່ອຜະລິດບັນດາຜະລິດຕະພັນອອກສູ່ທ້ອງຕະຫລາດ. ໃນເດືອນ ມິຖຸນາ, ໂຄງການດັ່ງກ່າວ ໄດ້ນຳເອົາຜະລິດຕະພັນຖ່ານສະອາດອອກສູ່ທ້ອງຕະຫລາດເກືອບ 30 ໂຕນ. ໃນ 3 ເດືອນ ຕໍ່ໄປ, ຕາມບໍລິສັດແລ້ວ ຈະສືບຕໍ່ສ້າງສຳເນົາເອກະສານກ່ຽວກັບດ້ານນິຕິກຳ, ກ່ຽວກັບເຮືອນຄົວໃຫ້ສຳເລັດ ແລະ ຈະເຮັດວຽກກັບພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມນະຄອນ ຮ່າໂນ້ຍ ເພື່ອສາມາດໂຄສະນາຜະລິດຕະພັນຢ່າງກ້ວາງຂວາງກ່ວາອີກ. ອ້າຍ ເລເຈື່ອງອານ ແບ່ງປັນວ່າ:

  “ບັນດາຜະລິດຕະພັນຂອງພວກຂ້າພະເຈົ້າ ມີຈຸດດີ ກ່ອນອື່ນໝົດແມ່ນໄດ້ນຳໃຊ້ບັນດາຂອງເສດເຫຼືອຈາກການຜະລິດກະສິກຳ, ປ່າໄມ້, ເຊິ່ງປັດຈຸບັນ ຫວຽດນາມ ມີປະລິມານຢ່າງຫລວງຫລາຍ. ຕາມກົມໃຫຍ່ປ່າໄມ້ແລ້ວ ປະຈຸບັນ ປະລິມານການຂຸດຄົ້ນປ່າໄມ້, ຂຸດຄົ້ນໄມ້ແມ່ນປະມານ 270 ລ້ານໂຕນ/ປີ, ປະລິມານທີ່ໄດ້ຈາກເປືອກໄມ້, ກົກໄມ້, ງ່າໄມ້…ກວມເອົາເຄິ່ງໜຶ່ງ. ສ່ວນຂະແໜງກະສິກຳ, ຕາມການສະຖິຕິຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມແລ້ວ ປະລິມານທີ່ໄດ້ຈາກເຟືອງ, ກໍເຟືອງ, ຂີ້ແກບ ແມ່ນກວມເອົາມປະມານ 9 ລ້ານໂຕນ/ປີ.”

ຕະຫລາດຈຳໜ່າຍຜະລິດຕະພັນຖ່ານສະອາດຢູ່ ຫວຽດນາມ ໄດ້ຮັບການຕີລາຄາວ່າ ມີຄວາມສາມາດບົ່ມຊ້ອນຫລາຍທີ່ສຸດ, ຍ້ອນວ່າ ປະຈຸບັນຍັງມີປະຊາກອນດຳລົງຊີວິດຢູ່ຊົນນະບົດເກືອບ 9% ແລະ ພະລັງງານໄຟຟ້າ, ພະລັງງານ fossil ໃຫ້ແກ່ເຕົາແກັດນັ້ນ ຍັງຂາດເຂີນຢູ່. ໃນຂະນະນັ້ນ ສົ້ນເຂົ້າເພື່ອຜະລິດຖ່ານສະອາດ ລາມອານ ແມ່ນນຳໃຊ້ບັນດາຂອງເສດເຫຼືອຈະຊ່ວຍຮັກສາສິ່ງແວດລ້ອມ ແລະ ປະຢັດແຫຼ່ງຊັບພະຍາກອນ fossil ແລະ ປະກອບສ່ວນຫລຸດຜ່ອນການນຳໃຊ້ໄຟຟ້າລົງ.

ໂຄງການເຮືອນຄົວສະອາດ - ຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 2 ຖ່ານສະອາດ  0,6 ກິໂລກຼາມ ຂອງ ລາມອານ ສາມາດຕົ້ມນ້ຳໄດ້ 6 ລິດ

ຕາມທ່ານ ເຈິ່ນຢຸຍແຄັງ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ບຳລຸງສ້າງນັກທຸລະກິດ APEC ໃຫ້ຮູ້ວ່າ: ເມື່ອທຽບໃສ່ກັບການນຳໃຊ້ໄຟຟ້າ, ເຕົາແກັດ, ຜະລິດຕະພັນເຮືອນຄົວ ແລະ ຖ່ານສະອາດຂອງ ລາມອານ ປະຢັດໄດ້ແຕ່ 30 – 40% ແລະ ມີຕະຫລາດກ້ວາງໃຫຍ່ ປະມານ 25 ລ້ານຄອບຄົວ. ນີ້ແມ່ນໂຄງການໄດ້ຮັບການຕີລາຄາສູງທີ່ສຸດຈາກທະນາຄານໂລກ ຍ້ອນມັນໄດ້ຊ່ວຍໃຫ້ປະຢັດພະລັງງານ, ປະຢັດເຊື້ອເຜີງ ແລະ ພິເສດແມ່ນ ສາມາດປ່ຽນແທນໃຫ້ທາດເຜົາໄໝ້ທີ່ກໍ່ມົນລະຜິດຕໍ່ສິ່ງແວດລ້ອມ. ນີ້ແມ່ນໜຶ່ງໃນບັນດາໂຄງການດີເດັ່ນຂອງສູນປ່ຽນແປງໃໝ່ຫົວຄິດປະດິດສ້າງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (VCIC). ທ່ານ ເຈິ່ນຢຸຍແຄັງ ຕີລາຄາວ່າ:

ຂ້າພະເຈົ້າຕີລາຄາສູງທີ່ສຸດຕໍ່ແນວຄວາມຄິດຂອງບໍລິສັດ ລາມອານ, ເພາະວ່າ ປະຈຸບັນ ບັນດາຂອງເສດເຫຼືອຈາກການຜະລິດກະສິກຳ ແລະ ໃນການດຳເນີນຊີວິດແມ່ນຫລວງຫລາຍ, ສຳລັບບັນດາປະເທດພັດທະນາ, ເຂົາເຈົ້າຖືນີ້ແມ່ນແຫຼ່ງຊັບພະຍາກອນ, ສ່ວນສຳຄັນພວກເຮົາແລ້ວແມ່ນພັດທະນາຍັງບໍ່ທັນເໝາະສົມເທື່ອ. ຖ້າພວກຂ້າພະເຈົ້ານຳໃຊ້ຊັບພະຍາກອນດັ່ງກ່າວໄດ້ ຈະປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ຂຸດຄົ້ນແຫຼ່ງຂອງເສດເຫຼືອໃຫ້ກາຍເປັນຜະລິດຕະພັນທີ່ມີຄຸນຄ່າ.

ຕາມໝາກຜົນແຫ່ງການຄົ້ນຄວ້າກ່ຽວກັບປະສິດທິຜົນການນຳໃຊ້ ເມື່ອທຽບໃສ່ບາງເຊື້ອເຜີງ fossil, ຖ່ານສະອາດ  0,6 ກິໂລກຼາມ ຂອງ ລາມອານ ສາມາດຕົ້ມນ້ຳໄດ້ 6 ລິດ, ປະສິດທິພາບສູງກ່ວາເກືອບທົບ 3 ເທົ່າ. ຜູ້ຊົມໃຊ້ ເມື່ອນຳໃຊ້ຖ່ານສະອາດ ລາມອານ ຈະປະຢັດຄ່າໃຊ້ຈ່າຍໄດ້ 2/3. ປັດຈຸບັນ, ບໍລິສັດ ລາມອານ ພວມຂໍການໜູນຊ່ວຍຜັນຂະຫຍາຍໂຄງການກ່ຽວກັບເຮືອນຄົວປະຢັດພະລັງງານ ແລະ ຜະລິດ ຖ່ານເປັນກ້ອນ, ທາດເຜົາໄໝ້ ປ່ຽນແທນໃຫ້ບັນດາວັດຖຸດິບແບບເກົ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ