Vinamart –ຢັ້ງ​ຢືນເຄື່ອງ​ໝາຍ​ການ​ຄ​້າຫວຽດນາມ ຢູ່ ກຳ​ປູ​ເຈຍ

(VOVWORLD) -   ດ້ວຍໄລຍະເກືອບ 20 ປີແຫ່ງການຄົງຕົວ ແລະ ຂະຫຍາຍຕົວຢູ່ຕະຫຼາດ ກຳປູເຈຍ, ມາຮອດປັດຈຸບັນ, ເຄື່ອງໝາຍ Vinamart ຢັ້ງຢືນໄດ້ຈຸດຢຶມ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມນິຍົມ ກໍຄືທ່າໄດ້ປຽບຂອງສິນຄ້າໃຊ້ສອຍຫວຽດນາມ ຢູ່ຕະຫຼາດກຳປູເຈຍ. ເຖິງຢ່າງໃດກໍຕາມ, ເພື່ອສາມາດຮັກສາຜົນສຳເລັດຂອງເຄື່ອງໝາຍການຄ້າຫວຽດນາມ ຢູ່ ກຳປູເຈຍ ຄືລະບົບຮ້ານສັບພະສິນຄ້າ Vinamart ຂອງນັກທຸລະກິດ ຮົ່ງທວຽນ ແມ່ນໄລຍະທາງທີ່ຫຍຸ້ງຍາກລໍາບາກພໍສົມຄວນ ສຳລັບວິສາຫະກິດຫວຽດນາມ. ໃນລາຍການຊາຍຄາອາຊຽນພາກນີ້, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ພາພວກທ່ານໄປຊອກຮູ້ກ່ຽວກັບຜົນສໍາເລັດ ກໍຄືບັນດາປະສົບການຂອງວິສາຫະກິດດັ່ງກ່າວ.

 

        ເຖິງວ່າແມ່ນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແດນທາງບົກ, ເລື່ອງຂົນສົ່ງ ກໍຄື ແຊກຊຶມເຂົ້າຕະຫຼາດຂອງກັນແມ່ນມີຄວາມສະດວກຫຼາຍກໍຕາມ, ແຕ່ສິນຄ້າຫວຽດນາມ ຍັງແມ່ນສິ່ງທີ່ແປກໃໝ່ສຳລັບປະຊາຊົນ ກໍາປູເຈຍ ຍ້ອນກຳລັງແກ້ງແຍ້ງກ່ຽວກັບດ້ານລາຄາ, ຄຸນນະພາບຂອງສິນຄ້າປະເພດຕ່າງໆທີ່ມາຈາກໄທ ແລະ ຈີນ. ດ້ວຍຄວາມຕັດສິນໃຈເຮັດແນວໃດເພື່ອໃຫ້ສິນຄ້າຫວຽດນາມ ໄດ້ນໍາໄປຂາຍຢູ່ຫຼາຍແຫ່ງໃນປະເທດ ກຳປູເຈຍ, ເອື້ອຍ ຮົ່ງທວຽນ - ເຈົ້າຂອງຮ້ານສັບພະສິນຄ້າສະດວກຊື້ ແລະ ພັດທະຄານ Vinamart ທີ່ໂດ່ງດັງຂອງຫວຽດນາມຢູ່ຖະໜົນ ມໍນີວົງ, ນະຄອນຫຼວງພະນົມເປັນ ໄດ້ຊອກຮູ້ຄວາມນິຍົມຊົມຊອບຂອງຜູ້ຂາຍຍ່ອຍ ແລະ ຄວາມຊິນເຄີຍຂອງຜູ້ບໍລິໂພກ ກໍາປູເຈຍ ຢ່າງລະອຽດລະອໍ ຈຶ່ງປະສົບຜົນສຳເລັດໄດ້ຄືໃນວັນນີ້, ເອື້ອຍຮົ່ງທວຽນແບ່ງປັນວ່າ:

         “ກ່ຽວກັບຝ່າຍວິສາຫະກິດ, ຖ້າຫາກຢາກປະສົບຜົນສຳເລັດຢູ່ຕະຫຼາດ ກຳປູເຈຍ ນັ້ນ ກາໝາຍສິນຄ້າຕ້ອງໄດ້ຂຽນພາສາຂະແມພ້ອມ. ນອກຈາກນັ້ນ, ກ່ຽວກັບຄວາມຊິນເຄີຍຂອງຜູ້ບໍລິໂພກນັ້ນ ຄົນກຳປູເຈຍ ມັກຊື້ສິນຄ້າທີ່ມີລາຄາຖືກ, ມີຮູບແບບງາມຕາ, ມັກສີເດັ່ນແຈ້ງ ໂດຍສະເພາະແມ່ນໃນຍາມບຸນປີໃໝ່ປະຈໍາຊາດ ແລະ ເຂົາເຈົ້າມັກບຸລິມະສິດເລືອກເອົາສິນຄ້າທີ່ມີໂປໂມຊັນ, ສະນັ້ນຜູ້ຂາຍຕ້ອງມີນະໂຍບາຍເພື່ອໃຫ້ສິນຄ້າຂອງຕົນໄດ້ວາງຂາຍຢູ່ດ້ານນອກ ແລະ ເຫັນໄດ້ງ່າຍ. ບໍ່ພຽງແຕ່ເທົ່ານັ້ນ, ຄົນ ກຳປູເຈຍ ຖືກຜົນສະທ້ອນຈາກການໂຄສະນາຫຼາຍ. ເມື່ອໄດ້ຟັງວິທະຍຸ ຫຼື ເບິ່ງໂທລະທັດເຫັນເຂົາເຈົ້າໂຄສະນາອັນໃດ ແມ່ນມື້ໜ້າຈະໄປຊື້ອັນນັ້ນໂລດ”.

Vinamart –ຢັ້ງ​ຢືນເຄື່ອງ​ໝາຍ​ການ​ຄ​້າຫວຽດນາມ ຢູ່ ກຳ​ປູ​ເຈຍ - ảnh 1ແຕ່ລະປະເພດສິນຄ້າທີ່ໄດ້ວາງຂາຍຢູ່ Vinamart ແມ່ນລ້ວນແຕ່ມີໂປໂມຊັນ 

        ລະບົບຮ້ານສັບພະສິນຄ້າ ແລະ ພັດທະຄານ Vinamart ໄດ້ສ້າງຕັ້ງນັບແຕ່ປີ 2005 ດ້ວຍຈຸດປະສົງສຸມໃສ່ສິນຄ້າ ທີ່ເປັນປະເພດສະບຽງອາຫານ, ເຄື່ອງໃຊ້ສອຍຂາຍຍ່ອຍ ທີ່ຜະລິດຢູ່ຫວຽດນາມ ຄື ຢໍມິງເຈົາ, ນົມຂຸ້ນ ອົງເທາະ, ເກີບ Biti’s ແລະ ຜະລິດຕະພັນອາຫານສົດປະເພດຕ່າງໆ... ດ້ວຍແຫຼ່ງສິນຄ້າທີ່ຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ລາຄາເປັນກັນເອງ ບວກກັບບັນດານະໂຍບາຍຂາຍເຄື່ອງທີ່ມີໄຫວພິບ ຄື ແຕ່ລະປະເພດສິນຄ້າທີ່ໄດ້ວາງຂາຍຢູ່ Vinamart ແມ່ນລ້ວນແຕ່ມີໂປໂມຊັນ ແລະ ລູກຄ້າຈະໄດ້ຊີມຢູ່ກັບບ່ອນ, ສະນັ້ນ ຜູ້ບໍລິໂພກ ກຳປູເຈຍ ຈຶ່ງໄວ້ເນື້ອເຊື່ອໃຈ ແລະ ຖື Vinamart ເປັນສະຖານທີ່ດີ ເພື່ອຊື້ສິນຄ້າຫວຽດນາມຢູ່ ພະນົມເປັນ. ເພື່ອນ Sok Kimseng  ແບ່ງປັນວ່າ:

        “ສໍາລັບຄົນ ກໍາປູເຈຍ ຄືຂ້າພະເຈົ້າ ແມ່ນມັກບັນດາຜະລິດຕະພັນທີ່ຫວຽດນາມຜະລິດທີ່ສຸດ, ຢູ່ Vinamart ຂ້າພະເຈົ້າເຫັນວ່າມີສິນຄ້າເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນມີຄົບທຸກຢ່າງທີ່ສາມາດຮັບໃຊ້ໃນໂອກາດງານບຸນປີໃໝ່ໄດ້, ລາຄາເປັນກັນເອງ, ສະນັ້ນ ຂ້າພະເຈົ້າກໍມັກມາຊື້ເຄື່ອງຢູ່ທ່ີນີ້”.

        ພິເສດ, ຢູ່ພັດທະຄານຂອງລະບົບ Vinamart, ເອື້ອຍຮົ່ງທວຽນ ຍັງຮັບໃຊ້ບັນດາເຍື່ອງອາຫານຫວຽດຄື ເຝີ ແລະ ຈຸ່ມປາບູ ທີ່ເຂັ້ມຂຸ້ນໄປດ້ວຍລົດຊາດຂອງເຂດພາກຂອງຫວຽດນາມ, ນີ້ແມ່ນເຍື່ອງອາຫານ 2 ຢ່າງທີ່ລູກຄ້າກຳປູເຈຍ ນິຍົມ ແລະ ໃຫ້ການຕີລາຄາສູງ ຢູ່ພະນົມເປັນ. ຈຸດພິເສດຂອງ ເຝີ ແລະ ຈຸ່ມປາບູ ຢູ່ພັດທະານ Vinamart ແມ່ນວັດຖຸດິບທັງໝົດ ລ້ວນແຕ່ໄດ້ນຳເຂົ້າຈາກຫວຽດນາມ, ພໍ່ຄົວກໍແມ່ນຄົນຫວຽດ ສະນັ້ນ ລົດຊາດຂອງມັນຍັງຮັກສາລົດຊາດຂອງຫວຽດນາມໄວ້ໄດ້. ເມື່ອເຕື້ອງເຖິງ ສິນຄ້າ Vinamart ຄົນ ກໍາປູເຈຍ ກໍຄິດເຖິງເຝີ ແລະ ຈຸ່ມປາບູຫວຽດນາມ ເຊິ່ງມີພຽງແຕ່ຢູ່ພັດທະຄານດັ່ງກ່າວເທົ່ານັ້ນ. ເພື່ອນ ແທັ່ງວິງ - ນັກສຶກສາຫວຽດນາມ ພວມຮ່ຳຮຽນຢູ່ມະຫາວິທະຍາໄລ ລາຊະອານາຈັກ ກໍາປູເຈຍ ແບ່ງປັນວ່າ:

        “ໜຶ່ງໃນບັນດາຄວາມມັກຄວາມຊິນເຄີຍຂອງຂ້າພະເຈົ້າໃນວັນທ້າຍອາທິດ ແມ່ນໄປກິນເຝີຫວຽດ ຢູ່ Vinamart. ໂດຍໄປຮຽນຫ່າງໄກຈາກບ້ານເກີດເມືອງນອນ, ແປກທີ່ແປກທາງ, ສະນັ້ນ, ເລື່ອງຊອກໄດ້ບ່ອນເພື່ອໃຫ້ຫຼຸດຜ່ອນຄວາມຄິດຮອດບ້ານເມື່ອມາຢູ່ບ້ານເພິ່ນເມືອງເຂົາ ແມ່ນສິ່ງທີ່ໃຜໆກໍປາດຖະໜາ. ພິເສດ, ຂ້າພະເຈົ້າຮູ້ສຶກມ່ວນຫຼາຍເມື່ອໄດ້ມາຊື້ ເຂົ້າຕົ້ມ ແລະ ແນມໃນໂອກາດໃກ້ຮອດບຸນປີໃໝ່ຂອງຫວຽດນາມຢູ່ທີ່ນີ້”.

Vinamart –ຢັ້ງ​ຢືນເຄື່ອງ​ໝາຍ​ການ​ຄ​້າຫວຽດນາມ ຢູ່ ກຳ​ປູ​ເຈຍ - ảnh 2ພັດທະຄານ Vinamart 

        ເຖິງຢ່າງໃດກໍຕາມ, ບຸນວາດສະໜາພັດທະນາເຄື່ອງໝາຍການຄ້າຫວຽດນາມຢູ່ ກໍາປູເຈຍ ຂອງເອື້ອຍຮົ່ງທວຽນ ກໍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອສ່ວນໃດສ່ວນໜຶ່ງຈາກບັນດາອົງການ, ຫົວໜ່ວຍຕາງໜ້າຫວຽດນາມ ປະຈໍາ ກໍາປູເຈຍ ແລະ ອົງການຕ່າງໆຂອງກໍາປູເຈຍ ຢ່າງຫຼວງຫຼາຍ.

        “ຂ້າພະເຈົ້າຮູ້ສຶກໂຊກດີ ເມື່ອໄດ້ຮັບການຊ່ວຍເຫຼືອກຈາກສະຖານທູດ, ທູດການຄ້າຫວຽດນາມ ປະຈໍາ ກໍາປູເຈຍ. ແຕ່ລະເທື່ອເມື່ອງານຕະຫຼາດນັດຂອງບັນດາປະເທດ ອາຊຽນ ຖືກຈັດຂຶ້ນຢູ່ ກໍາປູເຈຍນັ້ນ, ເຂົາເຈົ້າລ້ວນແຕ່ມາ Vinamart ເພື່ອເອົາສິນຄ້າໄປວາງສະແດງ. Vinamart ນັບມື້ນັບເປັນສະຖານທີ່ຮູ້ຈັກດີຂອງບັນດາວິສາຫະກິດຫວຽດນາມ ແລະ ເຂົາເຈົ້າກໍໄດ້ຝາກເຄື່ອງມາໃຫ້ເຮົາຂາຍ, ເພາະສະນັ້ນ ສິນຄ້າຢູ່ຮ້ານສັບພະສິນຄ້ານັບມື້ນັບອຸດົມສົມບູນ ແລະ ຫຼາກຫຼາຍກວ່າ. ຮອດຍາມບຸນໄຫວ້ພະຈັນ, ບຸນປີໃໝ່, ທາງຮ້ານຂອງພວກຂ້າພະເຈົ້າກໍໄດ້ວາງຂາຍເຂົ້າໜົມໄຫວ້ພະຈັນ, ເຂົາໜົມປະເພດຕ່າງໆເພື່ອຮັບໃຊ້ວັນບຸນດັ່ງກ່າວຕື່ມອີກ”.

        ນອກຈາກການສຸມໃສ່ພັດທະນາໃຫ້ແກ່ການດໍາເນີນທຸລະກິດຂອງຕົນແລ້ວ, Vinamart ຍັງຕັ້ງໜ້າເປັນຂົວຕໍ່ໃຫ້ບັນດາວິສາຫະກິດຂອງຫວຽດນາມ ທີ່ຢາກດໍາເນີນທຸລະກິດຢູ່ຕະຫຼາດກໍາປູເຈຍ. ປີໃດ ຮ້ານສັບພະສິນຄ້າ Vinamart ກໍຈັດຕັ້ງງານລ້ຽງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ສົນທະນານໍາລູກຄ້າປະຈໍາ ແລະ ຈັດງານລ້ຽງຢູ່ພັດທະຄານ ເປັນຕົ້ນແມ່ນລາຍການ “ຊາຍຄາຫວຽດນາມ” ເຊິ່ງໄດ້ຈັດຕາມລາຍການຂອງງານວາງສະແດງສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງ, ສ່ວນຫຼາຍແມ່ນໄດ້ວາງສະແດງສິນຄ້າປະເພດຕ່າງໆຂອງບໍລິສັດ ແລະ ບັນດາວິສາຫະກິດຫວຽດນາມ ທີ່ພວມຈໍາໜ່າຍຢູ່ ກໍາປູເຈຍ ເພື່ອແນະນໍາໃຫ້ຜູ້ບໍລິໂພກກໍາປູເຈຍ ໄດ້ຮູ້ຈັກ. ເອື້ອຍ ຫາຍແອັງ - ປະທານສະພາບໍລິຫານ ບໍລິສັດ ຊາ ລິນຈື່ ກິມເກືອງຫວຽດ ຈໍາກັດ ກໍແມ່ນໜຶ່ງໃນບັນດາວິສາຫະກິດພວມຈໍາໜ່າຍຜະລິດຕະພັນ ຊາ ລິນຈື່ ຂອງຫວຽດນາມ ຢູ່ ກໍາປູເຈຍ ໄດ້ເປັນຢ່າງດີ.

        “ຂ້າພະເຈົ້າຮູ້ສຶກໂຊກດີເມື່ອ Vinamart ວາງຂາຍ ແລະ ແນະນໍາຜະລິດຕະພັນຂອງພວກຂ້າພະເຈົ້າ ນັບແຕ່ຕອນຫາກໍນໍາເຂົ້າຕະຫຼາດ ກໍາປູເຈຍ ຈົນຮອດຕອນມີທີ່ມີຈຸດຢືນໃນຕະຫຼາດກໍາປູເຈຍຄືໃນທຸກວັນນີ້. ຂ້າພະເຈົ້າຫວັງວ່າ ຈະສືບຕໍ່ໄດ້ສົມທົບ ແລະ ຂຸດຄົ້ນທ່າແຮງທີ່ພວມມີຢູ່ແລ້ວໃຫ້ເປັນຢ່າງດີ, ພ້ອມທັງເປັນເຈົ້າການອັບເດັດຂໍ້ມູນຂ່າວສານກ່ຽວກັບນະໂຍບາຍການລົງທຶນ, ການຄ້າໃໝ່ຂອງກໍາປູເຈຍ ຢ່າງເປັນປະຈໍາ, ກໍຄືແບ່ງປັນປະສົບການຂອງບັນດາວິສາຫະກິດແຫ່ງຕ່າງໆທີ່ບັນລຸຜົນສໍາເລັດແລ້ວ”.

        ຕະຫຼາດກໍາປູເຈຍ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນສໍາລັບບັນດາວິສາຫະກິດຂອງຫວຽດນາມ, ຢາກມີຈຸດຢືນຢູ່ຕະຫຼາດ ກໍາປູເຈຍ ນັ້ນ ຕ້ອງເຮັດແນວໃດໃຫ້ຜູ້ບໍລິໂພກຄິດເຖິງສິນຄ້າຂອງຕົນ ແລະ ໄວ້ເນື້ອເຊື່ອໃຈຕົນຫຼາຍທີ່ສຸດ, ເພາະວ່າ ເຖິງວ່າເຂົາເຈົ້າມັກສິນຄ້າທີ່ມີລາຄາຖືກ ແຕ່ເມື່ອເຂົາມີຄວາມຊິນເຄີຍກັບສິນຄ້າໃດໜຶ່ງແລ້ວ ເຂົາກໍຢາກຊື້ແຕ່ສິນຄ້າເຫຼົ່ານັ້ນ ແລະ ຍາກທີ່ຈະປ່ຽນມາໃຊ້ສິນຄ້າຍີ່ຫໍ້ອື່ນໄດ້. ນີ້ແມ່ນໜຶ່ງໃນບັນດາເຄັດລັບຊ່ວຍໃຫ້ເອື້ອຍ ຮົ່ງທວຽນ ມີກໍາລັງໃຈສ້າງທີ່ຕັ້ງອັນໝັ້ນແກ່ນໃຫ້ສິນຄ້າຫວຽດນາມ ຢູ່ ກໍາປູເຈຍ./.


ຕອບກັບ

ຂ່າວ/ບົດ​ອື່ນ