ການເຊື່ອມໂຍງເຂົ້າກັບ ASEAN ແລະ ມອບສິດເສດຖະກິດໃຫ້ແມ່ຍິງໃນພາກພື້ນແມ່ນ້ຳຂອງ

(vovworld)-

​ແຕ່ລະ​ປີ, ພາກ​ພື້ນ​ອາຊີ-ປາຊີ​ຟິກ​ໄດ້​ຖືກ​ເສຍ​ຫາຍ​ເກືອບ 90 ຕື້​ໂດ​ລາ​ສະຫະລັດ ​ເຊິ່ງ​ເລີ່​ມມາ​ຈາກ​ແມ່ຍິງ “ ພາດໂອກາດ ” ​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ : ຄວນ​ສົ່ງ​ເສີມ​ການ​ປະກອບສ່ວນ​ຂອງ​ແມ່ຍິງ​ ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ ກວ່າ​ອີກ​. ​ໃນ​ສະພາບ​ການ​ສ້າງ​ຕັ້ງປະຊາ​ຄົມ​ເສດຖະກິດ ASEAN ຈະ​ສຳ​ເລັດ​ໃນ​ທ້າຍ​ປີ 2015, ຈະຊຸກຍູ້​ການ​ຄ້າ ​ແລະ ​ການລົງທຶນ​ເຂົ້າ​ ASEAN, ​​ແລະແມ່ຍິງ ASEAN ຈະສາມາດ​ເຂົ້າ​ຮ່ວມ ​ແລະ ຍາດ​ແຍ່ງ​ກາລະ​ໂອກາດ​ທີ່​ດີ​ນີ້, ຈາກ​ນັ້ນ​ຈຶ່ງ​ຍົກ​ສູງ​ບົດບາດ​ຂອງ​ແມ່​ຍິງໄດ້​ຫລືບໍ່.

ການເຊື່ອມໂຍງເຂົ້າກັບ ASEAN ແລະ ມອບສິດເສດຖະກິດໃຫ້ແມ່ຍິງໃນພາກພື້ນແມ່ນ້ຳຂອງ - ảnh 1
ທ່ານ Hugh Borrowman, ​ເອກ​ອັກຄະ​ລັດຖະທູດ​ອົດ​ສະ​ຕາ​ລີ​ປະຈຳ​ຫວຽດນາມ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:congan.com.vn

    ທີ່​ເວທີ​ປາ​ໄສ​ດ້ວຍ​ຫົວ​ຂໍ້​ທີ່​ວ່າ : “​ເຊື່ອມ​ໂຍງ​ເຂົ້າ​ກັບ ASEAN ​ແລະ​ມອບ​ສິດ​ເສດຖະກິດ​ໃຫ້​ແມ່ຍິງ​​ໃນພາກ​ພື້ນ​ແມ່​ນ້ຳຂອງ” ​ໂດຍ​ລັດຖະບານ​ອົດ​ສະ​ຕາ​ລີ​ຈັດ​ຕັ້ງ​ຫາ​ກໍ່​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ ຢັ້ງຢືນ​ວ່າ : ການ​ເຊື່ອມ​ໂຍງ​ເຂົ້າ​ກັບ ASEAN ​ອາດ​ສາມາດ​ແມ່ນ​ກຳລັງ​ກະຕຸກ​ຊຸກຍູ້​ທີ່​ແຂງ​ແຮງ​ໃຫ້​ແກ່​ວິ​ວັດ​ການ​ເຂົ້າ​ຮ່ວມ​ພັດທະນາ​ເສດຖະກິດ​ຂອງ​ແມ່ຍິງ. ທ່ານ Hugh Borrowman, ​ເອກ​ອັກຄະ​ລັດຖະທູດ​ອົດ​ສະ​ຕາ​ລີ​ປະຈຳ​ຫວຽດນາມ​ ໃຫ້​ຮູ້​ວ່າ :

    “ປີ 2015, ປະຊາ​ຄົມ​ເສດຖະກິດ ASEAN ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ສິ່ງ​ດັ່ງ​ກ່າວ​ຈະ​ນຳ​ມາ​ການ​ປ່ຽນ​ແປງ, ບັນດາ​ກາລະ​ໂອກາດ​ເສດຖະກິດ​ໃຫ້​ແກ່ ASEAN. ສິ່ງ​ສຳຄັນ​ແມ່ນ​ບັນດາ​ພື້ນຖານ​ເສດຖະກິດ​ຕ້ອງ​ຫັນ​ກຳລັງ​ແຮງ​ງານ​ເຂົ້າ​ຮ່ວມ​ ວິ​ວັດ​ການ ​ນີ້​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​ໃນ​ນັ້ນ​ມີ​ແມ່ຍິງ​ເຊິ່ງກວມ​ເອົາ​ເຄິ່ງໜຶ່ງ​ຂອງ​ຈຳ​ນວນພົນລະ​ເມືອງ”

    ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ : ບັ້ນ​​ລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງ​ທຸກ​ກຳລັງ​​ໃນສັງຄົມ, ​ໃນ​ນັ້ນ​ມີ​ແມ່ຍິງ​ຈະ​ບໍ່​ພຽງ​ແຕ່ພັດທະນາ​ເສດຖະກິດ​ຂອງ​​ບັນ​ດາປະ​ເທດ​ສະມາຊິກ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຍົກ​ສູງທີ່​ຕັ້ງ​ບົດ​ບາດ​ຂອງ ASEAN, ຊ່ວຍ ASEAN ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ກວ່າ​ອີກ. ສະ​ນັ້ນ ​ເລື່ອງ​ການ​ສ້າງ​ຕາ​​ຫນ່າງ​​ນັກ​ທຸ​ລະ​ກິດຍິງ ASEAN ​ຖືກ​ເຕື້ອງ​ເຖິງ​ໃນ​ແຜນການ​ລວມຂອງ​ປະຊາ​ຄົມ​ ASEAN. ​ເມື່ອ​ເດືອນ 4 ຜ່ານ​ມາ, ຕາ​​ຫນ່າງ​ນັກ​ທຸ​ລະ​ກິດຍິງ ASEAN ​ໄດ້ຮັ​ບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຫວຽດນາມ ​ເພື່ອ​ແນ​ໃສ່​ສ້າງ​ເວທີ​ປາ​ໄສ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໄດ້​ແບ່ງປັນ, ຮ່ວມ​ມື ​ແລະ ຊຸກຍູ້​ທັກ​ສະການ​ທຳ​ທຸລະ​ກິດ​ໃຫ້​ບັນດາ​​ນັກ​ທຸ​ລະ​ກິດ, ມຸ່ງ​ໄປ​ເຖິງ​ການ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາ​ມາ​ດ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ແມ່ຍິງ. ປະຈຸ​ບັນ, ຫຼາຍ​ປະ​ເທດ​ສະມາຊິກ ASEAN ກໍ່​ບັນລຸ​ໄດ້ຜົນ​ສຳ​ເລັດ​ໃນ ວິ​ວັດ​ການ​ຍົກ​ສູງ​ບົດບາດ​ຂອງ​ແມ່ຍິງ. ດ​ຣ Kantha Phavi, ລັດຖະມົນຕີ​ກະຊວງ​ແມ່ຍິງ​ກຳປູ​ເຈຍ ຢືນຢັນ : ຫຼາຍ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານຢູ່ກຳ​ປູ​ເຈຍ​ໄດ້​ຫັນປ່ຽນ​ແຕ່​ຮູບການ​ຊ່ວຍ​ເຫລືອ, ຜ່ານ​ບັນດາ​ໂຄງການ​ພັດທະນາ​ການ​ກຸສົນ, ​ເປັນ​ບັນດາ​ອົງການ “ວິ​ສາ​ຫະກິດ​ສັງຄົມ” ທີ່​ມີ​​ອິດ​ທິ​ພົນຊື່​ສຽງ :

    “ຕາມ​ການ​ເວລາ, ​ໂຄງການ​ສິ້ນ​ສຸດ, ​ແຫຼ່ງສະໜັບສະໜູນ​ໝົດ​ກຳນົດ​ເວ​ລາສ້າງ​ ອັນ​ໄດ້​ສ້າງຊ່ອງ​ຫວ່າງ​ໃນ​ການ​ສະໜອງ​ບໍລິການ​ເມື່ອ​ຍັງ​ມີ​ຄວາມ​ຕ້ອງການ. ນີ້​ແມ່ນ​ຈຸດ​ເວລາ​ເຊິ່ງບາງ​ອົງການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໄດ້​ຕົກ​ລົງ​ກາຍ​ເປັນ​ວິ​ສາ​ຫະກິດ​ສັງຄົມ. ປະຈຸ​ບັນ​ຢູ່ກຳ​ປູ​ເຈຍ ມີ​ບາງ​ວິ​ສາ​ຫະກິດ​ສັງຄົມ​​ໄດ້​​ຮັບ​ການຮູ້​ຈັກເຖິງ​ຄື: Hagar, Friends ຫຼື Artian Angkor ​ພວມ​ປະສົບ​ຜົນ​ສຳ​ເລັດ​ໃນ​ຂົງ​ເຂດ​ພັດ​ຕະ​ຄາ​ນ​ເຂດ​ຕົວ​ເມືອງ, ບໍລິການ​ກິນ​ດຶ່ມ​ລະ​ດັບ​ສູງ ຫຼື​ສົ່ງ​ອອກ ສິນຄ້າ​ສິລະ​ປະ​ຫັດຖະກຳ​ມີ​ຄຸນຄ່າ​ສູງ. ທັງ​ໝົດ​ນີ້​ລ້ວນ​ແຕ່​ສ້າງ​​ລາຍ​ຮັບ​ສູງ ​ແລະ ບໍ​ລິ​ການ​ທີ່ດີ​ສຳລັບ​ແມ່ຍິງ

    ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ​​ຈຳ​ນວນ​ແມ່ຍິງ​ເປັນ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ໃຫຍ່​ໃນ​ພາກ​ພື້ນ ASEAN ຍັງ​ບໍ່​ທັນ​ມີ​ຫຼາຍ. ທີ່​ເວທີ​ປາ​ໄສ “​ເຊື່ອມ​ໂຍງ​ເຂົ້າ​ກັບ ASEAN ​ແລະ​ມອບ​ສິດ​ເສດຖະກິດ​ໃຫ້​ແມ່ຍິງ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ”, ທ່ານນາງ Gillian Brown, ຊ່ຽວຊານ​ເອກະລາດ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ເພື່ອ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ :

​ເປີດ​ກວ້າງ​ ວິ​ວັດ​ການ ​ເຂົ້າ​ຮ່ວມ​ການ​ປະມູນ, ຕິດ​ພັນ​ກັບ​ການ​ເພີ່ມ​ລັກ​ສະ​ນະ​ໂປ່​ງ​ໃສ​ຈະ​ສົ່ງ​ເສີມ​ແມ່ຍິງ​ເຂົ້າ​ຮ່ວມ. ດ້ານ​ອື່ນ​ແມ່ນ ສົ່ງ​ເສີມ​ບັນດາ​ອົງການ, ບັນດາ​ວິ​ສາ​ຫະກິດ​ທີ່​ນຳ​ໃຊ້​ແຮງ​ງານ​ຍິງ, ພິ​ເສດ​​ແມ່ນໃນ​ຂົງ​ເຂດ​ດຳ​ເນີນທຸລະ​ກິດ. ພວກ​ເຮົາກໍ່​ຄວນ​​ສະໜອງ​ໃຫ້​ແມ່ຍິງ​ບັນດາ​ຄວາມ​ຮູ້ ​ແລະ ທັກ​ສະ​ດຳ​ເນີນທຸລະ​ກິດ. ນອກນັ້ນ​ ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​​ເຖິງ​ບັນດາ​ແມ່ຍິງ​ທີ່​ເຮັດ​ວຽກ​ຢູ່​ບັນດາ​ຟາ​ມຕ່າງໆຕື່ມ​ອີກ, ສົ່ງ​ເສີມ​ບັນດາ​ບໍລິສັດ​ຜະລິດ ຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ແຮງ​ງານ​ຍິງ​ໃຫ້​ດີກ​ວ່າ​ອີກ

    ​ເລື່ອງ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ ASEAN ສຳ​ເລັດ​ໃນ​ປີ 2015 ຈະ​ສ້າງ​ຫຼາຍ​ກາລະ​ໂອກາດ​​ຮ່ວມ​ມື​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ບັນດາ​ປະ​ເທດ ASEAN ນຳ​ກັນ ​ແລະ ລະຫວ່າງ​ບັນດາ​ປະ​ເທດ ASEAN ກັບ​ບັນດາ​ປະ​ເທດ​ຕ່າງໆ​ໃນ​ພາກ​ພຶ້ນ ​ແລະ ​ໃນ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ແມ່ຍິງ ASEAN ສາມາດ​ຍາດ​ແຍ່ງ​ກາລະ​ໂອກາດ​ທີ່​ດີ​ນີ້ ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ ຍົກ​ສູງ​ບົດບາດ​ ຫຼື​ ບໍ່​ແມ່ນ​ອີງ​ໃສ່​ກັບ​ການ​ສະໜັບສະໜູນ​ຂອງ​ລັດຖະບານ, ບັນດາ​ອົງການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ຂອງ​ບັນດາ​ແມ່ຍິງ ASEAN ເອງ./.


ຕອບກັບ

ຂ່າວ/ບົດ​ອື່ນ