ການນຳພັກ, ລັດ ລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະໜັບສະໜູນຂໍ້ລິເລີ່ມຂອງສະພາແຫ່ງຊາດ 2 ປະເທດກ່ຽວກັບການຮຽບຮຽງ, ພິມຈຳໜ່າຍປື້ມ 50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລາວ
ການນຳພັກ, ລັດ ລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ - ảnh 1(ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນເຊົ້າວັນທີ 05 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະໜັບສະໜູນຂໍ້ລິເລີ່ມຂອງສະພາແຫ່ງຊາດ 2 ປະເທດກ່ຽວກັບການຮຽບຮຽງ, ພິມຈຳໜ່າຍປື້ມ 50 ປີແຫ່ງການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລາວ; ທ່ານປາດຖະໜາວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ສະໜັບສະໜູນ, ແບ່ງປັນບົດຮຽນໃນປີ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ 2024 ແລະ ປະທານ AIPA ຄັ້ງທີ 45.

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ສະເໜີ ແລະ ປາດຖະໜາຢາກໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນສະພາແຫ່ງຊາດ 2 ປະເທດເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ສະໜັບສະໜູນ, ໜູນຊ່ວຍເຊິ່ງກັນ ແລະກັນໃນທຸກດ້ານ, ໃຫ້ສົມກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ.

ການນຳພັກ, ລັດ ລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ - ảnh 2(ທີ່ກອງປະຊຸມສຳມະນາ)

ກ່ອນໜ້ານັ້ນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ໄດ້ເປັນປະທານຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ.

ຕອບກັບ

ຂ່າວ/ບົດ​ອື່ນ