ກາລະໂອກາດລົງທຶນໃຫ້ແກ່ບັນດາວິສາຫະກິດຫວຽດນາມ ຢູ່ ຕະຫລາດການແພດການຢາ ມຽນມາ

(vovworld)- ງານ​ວາງສະ​ແດງ​ສາກົນ​ກ່ຽວ​ກັບ​ຂະ​ແຫນງ​ກາ​ນຢາ ​ແລະ ອຸປະກອນ​ການ​ແພດ ຈະ​ດ​ຳ​ເນີນ​ໄປ​ແຕ່​ວັນ​ທີ 10-12/7 ຢູ່ ມຽນ​ມາ. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ ມຽນມາ ​ແນະນຳ ກ່ຽວ​ກັບ​ຂະ​ແຫນງ​ການ​ແພດ​ການ​ຢາ​ຂອງ​ຕົນ, ພ້ອມ​ທັງ ​ດຶງ​ດູດບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ມາ​ລົງທຶນ​ຢູ່​ປະ​ເທດ​ນີ້. ຢູ່​ນອກ​ກອງ​ປະຊຸມ​ສຳ​ມະ​ນາ ​ແນະນຳ​ກ່ຽວ​ກັບ​ເຫດການ​ນີ້ ຊ່ື​ງຫາ​ກໍ່​ໄດ້​ຈັດ​ຕັ້ງ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ນັກ​ຂ່າວ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ​ໄດ້​ສຳ​ພາດ​ ດຣ Than Than Sein, ປະ​ທານ​ສະຫະ​ສະມາຄົມ​ການ​ແພດ​ການ​ຢາ ມຽນ​ມາ ກ່ຽວ​ກັບ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ແຫ່ງ​ການ​ລົງທຶນ​ເຂົ້າ​ຕະຫລາດ​ການ​ຢາ ​ແລະ ອຸປະ​ກອນ​ການ​ແພດ ຂອງ​ມຽນມາ. 

ກາລະໂອກາດລົງທຶນໃຫ້ແກ່ບັນດາວິສາຫະກິດຫວຽດນາມ ຢູ່ ຕະຫລາດການແພດການຢາ ມຽນມາ - ảnh 1
ພາບປະກອບ:internet


   ນັກ​ຂ່າວ! ຂໍ​ຮຽນ​ທ່ານ​ນາງ, ຂໍ​ໃຫ້​ທ່ານ​ແນະນຳ​ບາງ​ຈຸດ​ກ່ຽວ​ກັບ​ຂະ​ແຫນງ​ການ​ຢາ​ການ​ແພດ​ຂອງ​ມຽນມາ

        “ປະຈຸ​ບັນ ມີ​ໂຮງງານ​ຜະລິດ​ການ​ຢາ 3 ​ແຫ່ງ​​ຂຶ້ນ​ກັບ​ກຳມະສິດ​ຂອງ​ລັດ. ສຳລັບ​ຢາ​ຫລວງ, ກ່ອນນີ້ ຊາວ​ມຽນມາ ​ເຄີ​ຍນຳ​ໃຊ້​​ຢາ​​ຜະລິດ​ພາຍ​ໃນ​ປະ​ເທດ ຍ້ອນ​ຄຸນ​ນະພາ​ບດີ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ບັນດາ​ການ​ຫນູນ​ຊ່ວຍ​ຊອງ​ລັດຖະບານ ກ່ຽວ​ກັບ​ແຫ​ລ່ງວັດຖຸ​ດິບ​ເພື່ອ​ຜະລິດ​ຢາ​ບໍ່​ຕອບ​ສະຫນອງ​ຄວາມ​ຕ້ອງການ​ໄດ້. ສະ​ນັ້ນ,ພວກ​ຂ້າພະ​ເຈົ້າ ຮຽກຮ້ອງ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ພາກ​ເອກ​ຊົນ​ເຂົ້າຮ່ວມ​ໃນ​ຂົງ​ເຂດ​ນີ້.”

        ຂໍ​ຮຽນ​ທ່ານນາງ, ຂໍ​ໃຫ້​ທ່ານ​ນາງໃຫ້ຮູ້​ບັນດາ​ການ​ຫນູນ​ຊ່ວຍ​ຂອງ​ລັດຖະບານ ມຽນມາ ສຳລັບ​ຂະ​ແຫນງ​ການ​ຢາ ​ແລະ ອຸປະກອນ​ການ​ແພດ?

        “ລັດຖະບານ ມຽນມາ ພະຍາ​ມຍາມ​ຄຸ້ມ​ຄອງ​ຄຸນ​ນະ​ພາບ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຈຸ​ບັນ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ໂຮງງານ​ຜະລິດ​ຢາ ​ແລະ ອຸປະກອນ​ການ​ແພດ ບໍ່​ທັນ​ດີ​ປານ​ໃດ. ​ໃນ​ຂະນະ​ນັ້ນ, ຄວາມ​ຕ້ອງການ​ກ່ຽວ​ກັບ​ການ​ຢາ ​ແລະ ອຸປະກອນ​ການ​ແພດ​ຂອງ ມຽນມາ ​ແມ່ນ​ເພີ່ມ​ຂຶ້ນ. ສະ​ນັ້ນ, ມຽນມາ ຕ້ອງ​ນຳ​ເຂົ້າ​ຢາ​ຫລວງ​ຈາກ​ປະ​ເທດ​ຈຳນວນ​ຫນຶ່ງ​ຄື: ອິນ​ເດຍ, ​ໄທ. ສະ​ນັ້ນ ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເປີດ​ກວ້າງ​ຕະຫລາດ​ການ​ຢາ​ຢູ່ ມຽນມາ.”

        ນັກ​ຂ່າວ: ຂໍຮຽນ​ທ່ານ, ຕາມ​ທ່ານ​ນາງ​ແລ້ວ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຈະ​​ໄດ້​ຮັບ​ຄວາມ​ສະດວກ​ຫຍັງ​ແດ່​ເມື່ອ​ລົງທຶນ​ຢູ່ ມຽນມາ?

        “ປະຈຸ​ບັນ, ມຽນມາ ພວມ​ມານະ​ພະຍາຍາມ​ກະກຽມ​ໃຫ້​​ແກ່​ປີ 2015, ​ເມື່ອ​ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ​ແລະ ຫວຽດນາມ ກໍ​ຄື ມຽນມາ ​ແມ່ນ​ສະມາຊິກ​ຂອງ​ປະຊາ​ຄົມ​ອາ​ຊຽນ. ນີ້​​ແມ່ນ​ສິ່ງ​ທີ່​ສະດວກ​ສຳລັບ​ຫວຽດນາມ. ນອກ​ນັ້ນ ຕາມ​ຂ້າພະ​ເຈົ້າ​ແລ້ວ, ບັນດາ​ເຍື່ອງ​ອາຫານ​ຂອງ​ຫວຽດນາມສ່ວນ​ຫລາຍ​ແມ່ນ​ບຳລຸງ​ສຸຂະພາບ​. ຢາ​ສະ​ໝູນ​ໄພ​ຂອງ​ຫວຽດນາມ ແມ່ນ​ດີ​ທີ່​ສຸດ​ສຳລັບ​ສຸຂະພາບ. ສະ​ນັ້ນ ຫວຽດນາມ ສາມາດ​ສຸມ​ໃສ່​ພັດທະນາ​ຕະຫລາດ​​ໂພຊະ​ນາ​ການ ​ແລະ ຜະລິດ​ຕະພັນ​ຈາກ​ທຳ​ມະ​ຊາດ. ຜ່ານ​ບັນດາ​ຫລັກສູດ ​ແລະ ລະບົບ​ການ​ສຶກສາ​ຂອງ​ມຽນມາ, ຫວຽດນາມ ສາມາດ​ໂຄສະນາ​​ໃຫ້​ແກ່​ປະຊາຊົນ ມຽນມາ ບັນດາ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຜະລິດ​ຕະພັນ​ນີ້. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຈະ​ສຳ​ເລັດ​ຜົນ​ເມື່ອ​ລົງທຶນ​ເຂົ້າ​ຕະຫລາດ​ການ​ຢາ ​ແລະ ອຸປະກອນ​​ການ​ແພດ ຂອງ​ມຽນມາ.”

        ຂໍ​ຂອບ​ໃຈ​ທ່ານ​ນາງ.

ຕອບກັບ

ຂ່າວ/ບົດ​ອື່ນ