ກຳປູເຈຍແລະໄທຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາເຂດຊາຍແດນ

ກຳປູເຈຍແລະໄທຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາເຂດຊາຍແດນ - ảnh 1
​ຮອງ​ນາ​ຍົກ​ລັດຖະມົນຕີກຳ​ປູ​ເຈຍ Hor Namhong
ພາບ:internet


(vovworld)-   ວັນ​ທີ 11/6, ຢູ່​ພະນົມ​ເປັນ, ກຳປູ​ເຈຍ ​ແລະ ​ໄທ ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ກຳມະການ​ຮ່ວມ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ​ເຊື່ອມ​ຈອດ​ເຂດ​ຊາຍ​ແດນ ​ເພື່ອ​ຊອກ​ຫາ​ກົນ​ໄກ​ຮ່ວມ​ມື​ພັດທະນາ​ຢູ່​ລຽບ​ຕາມ​ຊາຍ​ແດນ​ສອງ​ປະ​ເທດ. ກອງ​ປະຊຸມ​ດັ່ງກ່າວ​ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກຳ​ປູ​ເຈຍ Hor Namhong ​ແລ​ະຄູ່​ຕຳ​ແຫນ່​ງ ​ໄທ, ສຸຣະພົງ ​ໂຕ​ວິຈັກ​ໄຊ​ຄູນ ​ເປັນ​ປະທານ​ຮ່ວມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hor Namhong ຢືນຢັນ​​ເຖິງ​ລັກສະນະ​ສຳຄັນ​ຂອງ​ກອງ​ປະຊຸມ​ສຳລັບ​ສອງ​ປະ​ເທດ​ໃນ​ການ​ຮ່ວມ​ມື​ເພື່ອ​ພັດທະນາ​ທຸກ​ຂົງ​ເຂດ​ຢູ່​ເຂດ​ຊາຍ​ແດນ​ຮ່ວມ. ສ່ວນ​ທ່ານສຸຣະພົງ ​ໂຕ​ວິຈັກ​ໄຊ​ຄູນ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ໄທ ​ແລະ ກຳປູ​ເຈຍ, ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ກາຍ​ເປັນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ ​ແລະ ວັດທະນາ​ຖາວອນ.

ຂ່າວ/ບົດ​ອື່ນ