ຈາກ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ໂລກ​ລະ​ບາດ​ໃນ ອາ​ຊີ ມາ​ເປັນ​ປະ​ເທດ​ບໍ່​ມີ​ເຂດ​ແດງ ໂຄວິດ - 19, ​ອິນ​ໂດ​ເນ​ເຊຍ ໄດ້​ເຮັດ​ແນວ​ໃດ?

(VOVWORLD) -ຈາກປະເທດໜຶ່ງທີ່ເຄີຍເປັນຈຸດຮ້ອນເຮັ່ງໃນພາກພື້ນ ອາຊີພາຍຫຼັງ 2 ເດືອນອິນໂດເນເຊຍ ໄດ້ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນເປັນປະເທດທີ່ມີຄວາມສາມາດຟື້ນຟູພາຍຫຼັງໂລກລະບາດສູງສຸດໃນ ອາຊີຕາເວັນອອກສ່ຽງໃຕ້ ຕາມຕາຕະລາງຈັດອັນດັບຂອງ Nikkei Asia. ເຄັດລັບວິທີການຄວບຄຸມການແຜ່ລະບາດຮອບທີ 2 ຂອງ ອິນໂດເນເຊຍ ແມ່ນຫຍັງເຊີນທ່ານຕິດຕາມບົດຂຽນຂອງ ເຮືອງຈ່າ - ນັກຂ່າວ VOV ປະຈຳ ຫວຽດນາມ.

ັດແບ່ງເຂດມີຄວາມສ່ຽງ, ນຳໃຊ້ມາດຕະການຈຳກັດອີງຕາມລະດັບ

ຕາມຂໍ້ມູນຂອງກຳລັງຮັບຜິດຊອບສະເພາະວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ອິນໂດເນເຊຍ ແລ້ວ, ນັບແຕ່ວັນທີ 10 ຕຸລາ 2021, ອິນໂດເນເຊຍ ບໍ່ມີເຂດແດງກ່ຽວກັບພະຍາດໂຄວິດ - 19, ໃນຂະນະທີ່ ຈຳນວນເຂດຂຽວນັບມື້ນັບໄດ້ເພີ່ມຂຶ້ນ. ແຜນທີ່ເຂດມີຄວາມສ່ຽງກັບໂລກລະບາດໂຄວິດ - 19 ຂອງ ອິນໂດເນເຊຍ ໄດ້ຈັດແບ່ງຕາມດັດຊະນີສຸຂະພາບຂອງຊຸມຊົນ ເຊິ່ງລວມມີ ດັດຊະນີກ່ຽວກັບພະຍາດລະບາດວິທະຍາ, ການຕິດຕາມກວດກາສຸຂະພາບຊຸມຊົນ ແລະ ການບໍລິການສາທາລະນະສຸກ. ດ້ວຍການນຳໃຊ້ວິທີຈັດແບ່ງນີ້ ໄດ້ຊ່ວຍໃຫ້ ອິນໂດເນເຊຍ ຈັດວາງມາດຕະການຈຳກັດການເຄື່ອນໄຫວໃນຊຸມຊົນ ແຕ່ລະດັບ 1 ຫາ ລະດັບ 4  - ລະດັບສູງສຸດໄດ້ຢ່າງງ່າຍດາຍ, ຈາກນັ້ນ ຈຶ່ງວາງອອກນະໂຍບາຍຟື້ນຟູການເຄື່ອນໄຫວ ຫຼື ເພີ່ມທະວີຄວາມເຂັ້ມງວດ. ນະໂຍບາຍນີ້ໄດ້ຮັບການຕີລາຄາຄືນເປັນປະຈຳອາທິດ ໂດຍອີງໃສ່ບົດລາຍງານຂອງກຳລັງຮັບຜິດຊອບສະເພາະວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະເຂດ,ພາກ.

ຈາກ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ໂລກ​ລະ​ບາດ​ໃນ ອາ​ຊີ ມາ​ເປັນ​ປະ​ເທດ​ບໍ່​ມີ​ເຂດ​ແດງ ໂຄວິດ - 19, ​ອິນ​ໂດ​ເນ​ເຊຍ ໄດ້​ເຮັດ​ແນວ​ໃດ? - ảnh 1ອິນໂດເນເຊຍ ເພີ່ມທະວີການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ

ອິນໂດເນເຊຍ ໄດ້ສ້າງແຜນການຮັບມື ເມື່ອຈຳນວນຜູ້ຕິດເຊື້ອໂຄວິດ - 19 ເພີ່ມຂຶ້ນກາຍຕົວເລກ 30.000 ຄົນ, ແລ້ວ 50.000 ຄົນ, ຊ້ຳບໍ່ໜຳ ຍັງມີແຜນການສຳລັບຜັນຂະຫຍາຍໃນກໍລະນີມີຜູ້ຕິດເຊື້ອຫຼາຍກວ່າ 100.000 ຄົນຕໍ່ວັນ. ນອກຈາກນັ້ນ, ນັບແຕ່ເກີດການແຜ່ລະບາດຮອບທີ 2 ໃນ ເດືອນກໍລະກົດ 2021 ເປັນຕົ້ນມາ ຍ້ອນກວດພົບໄວຣັດສາຍພັນ Delta, ອິນໂດເນເຊຍ ມີການປັບປຸງສະມັດຕະພາບຂອງໂຮງໝໍ, ຕຽງນອນຄົນເຈັບ, ເພີ່ມກຳລັງຄວາມສະມາດສະໜອງຢຸກຢາ ແລະ ອົກຊີ, ຍູ້ໄວການສັກວັກຊິນ ແລະ ເພີ່ມທະວີພະນັກງານການແພດ.

ຮຽກຮ້ອງ ແລະ ລະດົມການຊ່ວຍເຫຼືອຈາກຕ່າງປະເທດ ແລະ ການຮ່ວມມືສາກົນ

ຕາມທ່ານ Luhut Binsar Pandjaitan ລັດຖະມົນຕີກະຊວງປະສານງານບັນດາບັນຫາການລົງທຶນ ແລະ ການເດີນເຮືອ ອິນໂດເນເຊຍ ແລ້ວ, ເມື່ອເຊື້ອໄວຣັດສາຍພັນ Delta ແຜ່ລະບາດຢູ່ເກາະຫຼັກແຫຼ່ງຕ່າງໆຂອງ ອິນໂດເນເຊຍ ໄດ້ເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເພີ່ມຂຶ້ນນັບມື້ນັບນັບຫຼາຍ, ໄປຄຽງຄູ່ກັນນັ້ນແມ່ນຈຳນວນຜູ້ເສຍຊີວິດໄດ້ຂຶ້ນເຖິງລະດັບເກືອບ 2.000 ກໍລະນີຕໍ່ວັນ, ລັດຖະບານ ອິນໂດເນເຊຍ ກໍບໍ່ລັງເລໃຈຮຽກຮ້ອງການຊ່ວຍເຫຼືອຈາກສາກົນ. ລັດຖະບານ ອິນໂດເນເຊຍ ຍາມໃດກໍເນັ້ນໜັກເຖິງຄວາມສາມັກຄີ, ການຮ່ວມມືລະຫວ່າງປະເທດນຳກັນແມ່ນມີຄວາມໝາຍສຳຄັນເປັນພິເສດໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ບໍ່ພຽງແຕ່ເທົ່ານັ້ນ, ຜ່ານ ສະຫະພັນ ປ່ຽນແປງໃໝ່ປະດິດຄິດສ້າງ ກຽມພ້ອມຮັບມືກັບໂລກລະບາດ (CEPI) ແລະ ທັງເປັນປະທານກຸ່ມ COVAX, ອິນໂດເນເຊຍ ຍາມໃດກໍຮຽກຮ້ອງການຊ່ວຍເຫຼືອຈາກທຸກປະເທດສຳລັບກົນໄກແບ່ງປັນ ວັກຊິນ COVAX ເໝືອນດັ່ງພື້ນຖານທົ່ວໂລກໜຶ່ງດຽວ ທີ່ຮັບປະກັນສິດເຂົ້າເຖິງວັກຊິນຢ່າງຍຸຕິທຳໃຫ້ແກ່ປະຊາຊົນທຸກຄົນ.  

ບົດບາດຂອງນັກສຸຂາພິບານວິທະຍາ ຢູ່ພາຍໃນປະເທດ

ນັບແຕ່ຕົ້ນເດືອນຕຸລາ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ອິນໂດເນເຊຍ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ. ທ່ານ Luhut Binsar Pandjaitan ລັດຖະມົນຕີກະຊວງປະສານງານ ທັງເປັນຜູ້ປະສານງານວຽກງານກອບຈຳກັດການເຄື່ອນໄຫວວົງຄະນະຍາດ ເກາະ Java ແລະ Bali ເປີດເຜີຍຕື່ມວິທີໜຶ່ງທີ່ຊ່ວຍໃຫ້ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ອິນໂດເນເຊຍ ຫຼຸດລົງຢ່າງໄວວາ. ຕາມທ່ານແລ້ວ, ນອກຈາກການຊີ້ນຳຂອງທ່ານປະທານາທິບໍດີແລ້ວ, ລັດຖະບານໄດ້ຮັບຟັງຄຳເຫັນຂອງນັກສຸຂາພິບານວິທະຍາພາຍໃນປະເທດ. ນີ້ແມ່ນບຸກຄົນທີ່ມີການຄົ້ນຄວ້າເປັນປະຈຳ, ມີການຄິດໄລ່ ແລະ ຍົກອອກຫຼັກສູດອີງໃສ່ພື້ນຖານວິທະຍາສາດ, ຊ່ວຍໃຫ້ລັດຖະບານ ວາງອອກລັດຖະນະໂຍບາຍອັນຖືກຕ້ອງ ແລະ ທັນການ.

ປັດຈຸບັນ, ອິນໂດເນເຊຍ ພວມບົ່ງຕົວນັກສຸຂາພິບານວິທະຍາຕິດຕາມກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ. ເປັນຕົ້ນແມ່ນຢູ່ນະຄອນ Blitar, ພາກຕາເວັນອອກ Java ຂອງ ອິນໂດເນເຊຍ, ນັກສຸຂາພິບານວິທະຍາຈາກມະຫາວິທະຍາໄລ Airlangga, ທ່ານ Windhu Purnomo ໄດ້ຮັບການບົ່ງຕົວເພື່ອຕິດຕາມກວດກາວຽກງານປະຕິບັດກອບຈຳກັດການເຄື່ອນໄຫວວົງຄະນະຍາດລະດັບໜຶ່ງ, ເຊິ່ງເປັນເຂດທີ່ທຸກກິດຈະກຳລ້ວນແຕ່ກັບມາເຄື່ອນໄຫວເປັນປົກກະຕິ ເວັ້ນແຕ່ການຮັກສາຂໍ້ກຳນົດໃຊ້ຜ້າອັດປາກ - ດັງຂອງປະຊາຊົນ. ນັກສຸຂາພິບານວິທະຍາທ່ານນີ້ ຈະສົມທົບກັບກອງທັບ, ຕຳຫຼວດ, ຜູ້ສຳເລັດຊາຊະການ ເພື່ອມີບົດລາຍງານໂດຍສັງເຂບກ່ຽວກັບສະພາບການໂລກລະບາດໂຄວິດ - 19 ໃນແຕ່ລະວັນ ໃນຂະນະທີ່ທ້ອງຖິ່ນດັ່ງກ່າວພວມທົດລອງການເຄື່ອນໄຫວຕາມປົກກະຕິ.

ຜົນງານໃນການສັກວັກຊິນກັພະຍາໂຄວິດ - 19

ຕາມທ່ານ Budi Gunadi Sadikin ລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ແລ້ວ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ອິນໂດເນເຊຍ ມີການຫຼຸດລົງຢ່າງວ່ອງໄວນັ້ນ ແມ່ນຍ້ອນ ປະຊາຊົນ ອິນໂດເນເຊຍ ຫຼາຍຄົນມີພູມຕ້ານທານ ຈາກວັກຊິນ ຫຼື ພູມຕ້ານທານຕາມທຳມະຊາດ.

ຈາກ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ໂລກ​ລະ​ບາດ​ໃນ ອາ​ຊີ ມາ​ເປັນ​ປະ​ເທດ​ບໍ່​ມີ​ເຂດ​ແດງ ໂຄວິດ - 19, ​ອິນ​ໂດ​ເນ​ເຊຍ ໄດ້​ເຮັດ​ແນວ​ໃດ? - ảnh 2ອິນໂດເນເຊຍ ເປີດປະຕູການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຄືນໃໝ່

ປັດຈຸບັນ, ອິນໂດເນເຊຍ ແມ່ນປະເທດຢືນອັນດັບທີ 5 ໃນໂລກກ່ຽວກັບລະດັບຄວາມໄວການສັກວັກຊິນກັນພະຍາດໂຄວິດ - 19. ໄລ່ມາຮອດກາງເດືອນຕຸລາ 2021, ຜົນງານການສັກວັກຊິນກັນພະຍາດໂຄວິດ - 19 ເຂັມທຳອິດຢູ່ ອິນໂດເນເຊຍ ແມ່ນຫຼາຍກວ່າ 100 ລ້ານເຂັມ. ໃນນັ້ນ, ມີປະຊາຊົນເກືອບ 65 ລ້ານຄົນສັກວັກຊິນຄົບສອງເຂັມ ໃນມາດຖານການສັກວັກຊິນທັງໝົດໃຫ້ແກ່ປະຊາຊົນກວ່າ 208 ລ້ານຄົນ. ມີຍຸດທະສາດຈຳນວນໜຶ່ງ ໄດ້ຮັບການປະຕິບັດເພື່ອເພີ່ມທະວີການສັກວັກຊິນໃຫ້ທົ່ວເຖິງ ນັ້ນແມ່ນ ເປີດການສັກວັກຊິນຢ່າງກວ້າງຂວາງ, ສົມທົບກັບພາກສ່ວນຕ່າງໆຂອງສັງຄົມ, ສັກວັກຊິນໂດຍບໍ່ຈຳແນກຖິ່ນຖານ, ບ້ານເກີດ ແລະ ບ່ອນພັກອາໄສ. ປັດຈຸບັນ, ອິນໂດເນເຊຍ ພວມກະກຽມໃຫ້ແກ່ວິວັດທະນາການຫັນປ່ຽນ ຈາກໂລກລະບາດມາເປັນໂລກປະຈຳຖິ່ນ. ຂໍ້ກຸນແຈຕົ້ນຕໍນັ້ນແມ່ນ ອັດຕາສັກວັກຊິນໄດ້ຮັບການຍົກສູງຂຶ້ນ; ເພີ່ມທະວີການຄົ້ນຫາປະຫວັດການໄປ-ມາຂອງຜູ້ຕິດເຊື້ອ, ກວດວິໄຈຫາເຊື້ອ ແລະ ປິ່ນປົວ, ສຸດທ້າຍແມ່ນເພີ່ມມາດຕະການທາງດ້ານສາທາລະນະສຸກ ໃນນັ້ນມີການນຳໃຊ້ໂປແກຼມຕິດຕາມກວດກາສາທາລະນະສຸກ PeduliLindungi.

ອິນໂດເນເຊຍ, ຈາກປະເທດໜຶ່ງທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກວ່າ 4 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 140.000 ຄົນ, ມາຮອດປັດຈຸບັນ ພວມຄ່ອຍໆເປີດປະຕູຄືນໃໝ່ຢ່າງລະມັດລະວັງ ແລະ ກາຍເປັນປະເທດທີ່ມີດັດຊະນີການຟື້ນຟູຫຼັງ ໂຄວິດ - 19 ສູງກວ່າໝູ່ ໃນອາຊີຕາເວັນອອກ ສ່ຽງໃຕ້ດ້ວຍດັດຊະນີການດຳເນີນທຸລະກິດຟື້ນຟູໄດ້ 91% ໃນເດືອນ ຕຸລາ 2021./.

ຕອບກັບ

ຂ່າວ/ບົດ​ອື່ນ