ບົດລະຄອນ “ສະຫາຍຫວຽດ”ສະແດງບົນເວທີຂອງລາວ

(VOVWORLD) - ບົດ ລະຄອນ “ສະຫາຍຫວຽດ” ໂດຍນັກສິລະປິນດີເດັ່ນ ຫົງນະຄອນ ທູມພາລາ, ສັງກັດ ກົມສິລະປະການສະແດງ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ເປັນຜູ້ປະດິດແຕ່ງ ແລະ ກຳກັບການສະແດງ ໄດ້ຮັບການສ້າງຂຶ້ນຈາກເລື່ອງທີ່ມີແທ້ກ່ຽວກັບອ້າຍທະຫານອາສາສະໝັກ ຫວຽດນາມ ໄດ້ພ້ອມກັບບັນດາຜູ້ຮ່ວມກົມກອງລາວ ຕໍ່ສູ້ ແລະ ເສຍສະຫລະຊີວິດຢ່າງພິລະອາດຫານຢູ່ສະຫນາມຮົບ ຊຽງຂວາງ ພາກເຫນືອຂອງລາວເມື່ອປີ 1972. ເຖິງວ່າ ການສະແດງບົດລະຄອນຄັ້ງນີ້ແມ່ນຄັ້ງທີສາມແລ້ວ ແຕ່ຄັ້ງນີ້ຈະມີຈຸດພົ້ນເດັ່ນໃຫມ່ທີ່ຕ່າງກັບຄັ້ງກ່ອນນີ້, ນັ້ນແມ່ນ ຈະມີຕົວລະຄອນຫລາຍກວ່າ, ດຶງດູດໃຈກວ່າ. ບົດຂຽນຂອງນັກຂ່າວ ໝີບີງ.
ບົດລະຄອນ “ສະຫາຍຫວຽດ”ສະແດງບົນເວທີຂອງລາວ - ảnh 1 ນັກສະແດງລາວ ພວມຝືກແອບການສະແດງບົດລະຄອນ

ຢູ່ຫ້ອງຫນຶ່ງກວ້າງປະມານ 80 ຕາແມັດໃນສຳນັກງານຂອງກອງລະຄອນສູນກາງລາວ, ບັນດານັກສະແດງ ພວມຫ້າວຫັນຝືກແອບເຖິງແມ່ນວ່າ ອາກາດຮ້ອນເອົ້າໃນທ້າຍເດືອນ ມິຖຸນາກໍຕາມ. ບົນເວທີສະແດງນ້ອຍປະມານ 20 ຕາແມັດ, ມີນັກສະແດງຊາຍເກືອບສີບຄົນ ອາຍຸປະມານ 30 ປີ ພວມຫ້າວຫັນຝືກແອບ, ເຖິງວ່າ ອາກາດຈະຮ້ອນເອົ້າຄືແນວນັ້ນ ແຕ່ເຂົາເຈົ້າຍັງຄົງສຸດຈິດສຸດໃຈເຊື່ອມຕົວເຂົ້າເປັນຕົວລະຄອນ. ຮູບພາບບັນດາອ້າຍທະຫານຫນຸ່ມແບກປືນໄປລາດຕະເວນ ເຂົາເຈົ້າທັງໄປທັງເລົ່າໃຫ້ກັນຟັງກ່ຽວກັບຄອບຄົວ, ບ້ານເກີດເມືອງນອນ.

        ນັກສິລະປິນດີເດັ່ນ ຫົງນະຄອນ ທູມພາລາ, ຜູ້ປະດິດແຕ່ງບົດລະຄອນ ທັງເປັນຜູ້ກຳກັບການສະແດງໃຫ້ຮູ້ວ່າ: ຕົວລະຄອນເອກຂອງບົດລະຄອນ ແມ່ນຈິດຕະກອນ ຄຳແກນ ເຄີຍເປັນນັກຮົບຂອງກອງພັນທີ 1 ແລະ ອ້າຍກໍ່ແມ່ນຜູ້ສຸດທ້າຍທີ່ລອດຕາຍຈາກສົງຄາມທີ່ນອງເລືອດຢູ່ສະຫນາມຮົບພາກເຫນືອຂອງລາວໃນເມື່ອກອ່ນ. ບົດລະຄອນ “ສະຫາຍຫວຽດ” ກໍ່ແມ່ນເລື່ອງທີ່ອ້າຍເລົ່າໃຫ້ຟັງເມື່ອກັບຄືນເມືອພາຍຫລັງສົງຄາມ.

        ສຽງທ່ານຫົງນະຄອນ

ບົດລະຄອນ “ສະຫາຍຫວຽດ” ໂດຍນັກສິລະປິນຫົງນະຄອນ ປະດິດແຕ່ງ ແລະ ສະແດງກ່ອນນີ້ຫລາຍປີແລ້ວ ແຕ່ມາຮອດປະຈຸບັນ ບົດລະຄອນນີ້ໄດ້ຮັບການສ້າງຂຶ້ນໃຫມ່ ດ້ວຍຄວາມປາດຖະຫນາຢາກໃຫ້ປະຊາຊົນສອງປະເທດ ລາວ ແລະຫວຽດນາມ, ເປັນຕົ້ນແມ່ນຄົນລຸ້ນຫນຸ່ມມີຄວາມເຂົ້າໃຈກວ່າກ່ຽວກັບສາຍພົວພັນສະຫນິດຕິດພັນລະຫວ່າງສອງຊາດ ລາວ ແລະ ຫວຽດນາມ. ເນື້ອໃນຂອງບົດລະຄອນແມ່ນເວົ້າເຖິງອ້າຍທະຫານຫວຽດນາມ ມາຊ່ວຍປະຊາຊົນລາວ ປົດປ່ອຍປະເທດຊາດ ແລະ ອາລົມຈິດຖານສະຫາຍອ້າຍນ້ອງ, ຜູ້ຮ່ວມກົມກອງ ນັ້ນແມ່ນ ອາລົມຈິດຂອງ ຄຳແກນ ແລະ ອ້າຍທະຫານຫວຽດນາມ ມີຊື່ວ່າ “ນາມ” ຜູ້ທີ່ໄດ້ເສຍສະຫລະຊີວິດເພື່ອກູ້ເອົາຊີວິດ ຄຳແກນ. ນັກສິລະປິນ ຫົງນະຄອນໃຫ້ຮູ້ວ່າ: ຕ່າງກັນກັບການສະແດງຄັ້ງກ່ອນນີ້, ບົດລະຄອນທີ່ນຳສະແດງໃນຄັ້ງນີ້ແມ່ນບົດລະຄອນໄດ້ສ້າງຂຶ້ນຄືນໃຫມ່ດ້ວຍຮູບການໃຫມ່ເພື່ອສ້າງບັນຍາກາດມ່ວນຊື່ນກວ່າ ແລະ ສ້າງຄວາມປະເອີບໃຈກວ່າ ດ້ວຍຈຸດພົ້ນເດັ່ນແມ່ນບັນດາບົດເພງ, ວາດຟ້ອນພື້ນເມືອງຂອງຫວຽດນາມ ແລະລາວ, ບັນດາບົດເພງຍ້ອງຍໍສັນລະເສີນອາລົມຈິດຄວາມສະຫນິດຕິດພັນລະຫວ່າງອ້າຍທະຫານອາສາສະໝັກຫວຽດນາມ ແລະ ທະຫານປະເທດລາວ, ອາລົມຈິດຄວາມຮັກແພງຄອບຄົວ ແລະ ບ່າວສາວ.

ບົດລະຄອນ “ສະຫາຍຫວຽດ”ສະແດງບົນເວທີຂອງລາວ - ảnh 2 ນັກຂ່າວ VOV  ຖ່າຍຮູບກັບກອງສິລະປະກອນລາວ

ອາທິດ ສີດາວົງ, ນັກສະແດງຫນຸ່ມຂອງກອງສິລະປະກອນ ສາຍຂອງ, ຜູ້ທີ່ສວມເປັນຕົວລະຄອນອ້າຍທະຫານ ຄຳແກນ ໃນຄາວຍັງຫນຸ່ມ ໄດ້ມີຄວາມຮູ້ສຶກຫລາຍຢ່າງກ່ຽວກັບຕົວລະຄອນ.

ສຽງຂອງອາທິດ ສີດາວົງ

ເຖິງວ່າຍັງບໍ່ທັນຮອດມື້ກວດບົດລະຄອນຄັ້ງສຸດທ້າຍ ແຕ່ກໍ່ມີຜູ້ຊົມຫລາຍຄົນມາ ຊົມ ນັ້ນແມ່ນ ຜູ້ກຳກັບການສະແດງ, ນັກສະແດງໃນກອງສິລະປະກອນ ແລະ ຜູ້ຕາງຫນ້າສະຖານທູດ ຫວຽດນາມ ປະຈຳ ສປປ ລາວ. ທ່ານນາງ ບີກງາ, ທູດວັດທະນະທຳ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ເຫັນປະຈັກຕາບັນດານັກສະແດງລາວ ພວມຝືກແອບການສະແດງບົດລະຄອນ, ເຖິງວ່າ ບໍ່ຮູ້ພາສາລາວ ແຕ່ເມື່ອໄດ້ຊົມນັກສະແດງລາວ ສະແດງບົດລະຄອນກ່່ຽວກັບຮູບພາບອ້າຍທະຫານອາສາສະໝັກຫວຽດນາມ ນັ້ນ ໄດ້ເຮັດໃຫ້ທ່ານນາງມີຄວາມຕື້ນຕັນໃຈທີ່ສຸດ.

        “ບົດລະຄອນມີຄວາມໝາຍແທ້ຈິງ ໃນໄລຍະນີ້. ເພາະ ບົດລະຄອນຄືດັ່ງສານສົ່ງເຖິງລຸ້ນຫນຸ່ມສອງປະເທດຫວຽດນາມ ແລະ ລາວ ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈກວ່າ ກ່ຽວກັບການເສຍສະຫລະ, ການອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນຂອງບັນດາທະຫານຫວຽດນາມ ແລະ ລາວ ໃນສົງຄາມ, ຜ່ານນັ້ນ ເພື່ອໃຫ້ເຂົາເຈົ້າເຄົາລົບນັບຖື, ຮັກສາ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ ແລະລາວ ກໍຄື ຖະຫນຸຖະຫນອມຊີວິດສະຫງົບສຸກປະຈຸບັນກວ່າ.”

        ຕອນທ້າຍຂອງບົດລະຄອນ ແມ່ນຮູບພາບ ອ້າຍຄຳແກນ ກອດອ້າຍທະຫານຫວຽດນາມ ທີ່ໄດ້ເສຍສະຫລະຊີວິດຢ່າງພິລະອາດຫານ. ທັງກອດອ້າຍທະຫານຫວຽດນາມ ຄຳແກ່ນທັງຮ້ອງເພງ “ສາຍພູຫລວງຕາເວັນອອກ ສາຍພູຫລວງຕາເວັນຕົກ” ນັ້ນແມ່ນບົດເພງຊື່ງນັກຮົບ ຫວຽດນາມ ເຄີຍຂັບຮ້ອງໃຫ້ ຄຳແກນ ຟັງເມື່ອອ້າຍຍັງມີຊີວິດຢູ່. ບົດລະຄອນ “ສະຫາຍຫວຽດ” ມີຄວາມຍາວ 90 ນາທີ ຈະໄດ້ນຳສະແດງຄັ້ງທີ 3 ໃນວັນທີ 13 ກໍລະກົດ ຢູ່ຫໍວັດທະນະທຳແຫ່ງຊາດລາວ ເພື່ອສະເຫລີມສະຫລອງ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ. ທ່ານຢ່າລືມສະຫລະເວລາມາຊົມບົດລະຄອນທີ່ເຕັມໄປດ້ວຍຄວາມໝາຍນີ້ແດ່ເດີ.

ຕອບກັບ

ຂ່າວ/ບົດ​ອື່ນ