ວິ​ສາ​ຫະ​ກິດ​ຫວຽດ​ນາມ ພັດ​ທະ​ນາ​ການ​ປູກ​ຢາງ​ພາ​ລາ ແລະ ປະ​ກອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ຜູ້​ອອກ​ແຮງ​ງານ​ຢູ່ ກຳ​ປູ​ເຈຍ

(VOVWORLD) -ບົນພື້ນຖານຂອງສົນທິສັນຍາວ່າດ້ວຍການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ກຳປູເຈຍ, ກຸ່ມບໍລິສັດອຸດສາຫະກຳຢາງພາລາຫວຽດນາມ (VRG) ເຊິ່ງໄດ້ຮັບຖືວ່າ ແມ່ນນັກລົງທຶນນຳໜ້າຂອງຫວຽດນາມ ທີ່ປະຕິບັດບັນດາໂຄງການຢາງພາລາຢູ່ ກຳປູເຈຍ ນັບແຕ່ປີ 2006. ໄລ່ມາຮອດປັດຈຸບັນ, ມີ 19 ໂຄງການຂອງບັນດາບໍລິສັດລູກຂອງ VRG ໄດ້ຮັບການຮັບຮອງ ແລະ ຜັນຂະຫຍາຍຢູ່ 8 ແຂວງ, ນະຄອນຂອງ ກຳປູເຈຍ, ອັນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາເສດຖະກິດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຂອງກຳປູເຈຍ ກໍຄື ປັບປຸງສາຍພົວພັນຖານບ້ານໃກ້ເຮືອນຄຽງ ລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບໝັ້ນແກ່ນກວ່າ.

     ຕາມຕົວເລກສະຖິຕິຂອງກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ກຳປູເຈຍ ແລ້ວ, ໄລ່ຮອດທ້າຍປີ 2019, ບັນດາບໍລິສັດລູກຂອງກຸ່ມບໍລິສັດ VRG ປູກຢາງພາລາຢູ່ກຳປູເຈຍ ໄດ້ເກືອບ 90.000 ເຮັກຕາ ແລະ ກໍຜັນຂະຫຍາຍການຂຸດຄົ້ນໄດ້ກວ່າເຄິ່ງໜຶ່ງຂອງເນື້ອທີ່ປູກແລ້ວ. ກ່ຽວກັບປະລິມານການຜະລິດ, ຄາດວ່າຮອດທ້າຍເດືອນມິຖຸນາ ປີ 2019, ບັນດາບໍລິສັດ ລູກ ຂຸດຄົ້ນຢາງພາລາໄດ້ 10.380 ໂຕນ, ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ປັດຈຸບັນ, ກຸ່ມບໍລິສັດອຸດສາຫະກຳຢາງພາລາຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດໃນຂົງເຂດນີ້ຢູ່ ກໍາປູເຈຍ. ທ່ານ Oknha Thy  - ຫົວໜ້າຄະນະຜູ້ຕາງໜ້າກຸ່ມບໍລິສັດອຸດສາຫະກຳຢາງພາລາຫວຽດນາມ ປະຈຳ ກຳປູເຈຍ ໃຫ້ຮູ້ວ່າ:

  “ໃນໄລຍະ 47 ປີ, ປະເທດຝລັ່ງປູກຢາງພາລາຢູ່ກຳປູເຈຍ ໄດ້ພຽງແຕ່ 53.000 ເຮັກຕາເທົ່ານັ້ນ. ແຕ່ໃນໄລຍະ 8 ປີ, ກຸ່ມບໍລິສັດຢາງພາລາຫວຽດນາມປູກຢາງພາລາໄດ້ເຖິງ 100.000 ເຮັກຕາ. ຂ້າພະເຈົ້າຖືວ່າ ນີ້ແມ່ນຂີດໝາຍທີ່ຍັງບໍ່ເຄີຍມີໃນປະຫວັດສາດ. ພິເສດ ແມ່ນໃນໄລຍະແຕ່ປີ 2008 2010 ເຊິ່ງເປັນໄລຍະເກີດວິກິດການດ້ານເສດຖະກິດໃນທົ່ວໂລກ. ຂະແໜງກະສິກຳເວົ້າລວມ ແລະ ກຸ່ມບໍລິສັດຢາງພາລາເວົ້າສະເພາະ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ຊ່ວຍພື້ນຖານເສດຖະກິດ ກຳປູເຈຍ ຫຼຸດພົ້ນອອກຈາກວິກິດການດັ່ງກ່າວ. ຍິ່ງໄປກວ່ານັ້ນ, ກຸ່ມບໍລິສັດຢາງພາລາ ກໍໄດ້ຊ່ວຍໃຫ້ກຳປູເຈຍ ໄດ້ຮັບການຮັບຮອງຈາກຂະແໜງຢາງພາລາສາກົນ ເຂົ້າໃນແຜນທີ່ຂະແໜງຢາງພາລາໂລກ ນັບແຕ່ປີ 2010”.

ວິ​ສາ​ຫະ​ກິດ​ຫວຽດ​ນາມ ພັດ​ທະ​ນາ​ການ​ປູກ​ຢາງ​ພາ​ລາ ແລະ ປະ​ກອບ​ສ່ວນ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ຜູ້​ອອກ​ແຮງ​ງານ​ຢູ່ ກຳ​ປູ​ເຈຍ - ảnh 1ທ່ານຮອງຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ VRG ເຈືອງມິນຈູງ (ຜູ້ຢູ່ກາງ) ພ້ອມກັບທ່ານ ຫວູກວາງມິນ - ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກຳປູເຈຍ ຢ້ຽມຢາມສວນປູກຢາງພາລາ ຂອງບໍລິສັດ ຈືເຊ – Kampong Thom (ພາບ: taptricaosu.vn)

ໄລຍະການປູກ ແລະ ພັດທະນາປ່າຢາງພາລາໄດ້ປະຕິບັດຢ່າງສຳເລັດຜົນນັ້ນ ກໍໝາຍຄວາມວ່າ ຈະເປີດໄລຍະໃໝ່ໃຫ້ແກ່ການຮ່ວມມືພັດທະນາ, ນຳມາເຊິ່ງຜົນປະໂຫຍດ, ກໍຄືບັນດາທິດທາງການຮ່ວມມືແບບຍືນຍົງ ແລະ ຍາວນານຈາກກຸ່ມບໍລິສັດອຸດສາຫະກຳຢາງພາລາຫວຽດນາມ.  ທ່ານ ເຈິ່ນຫວຽດຮຸ່ງ - ທີ່ປຶກສາຫ້ອງການຜູ້ຕາງໜ້າກຸ່ມບໍລິສັດ VRG ປະຈຳ ກຳປູເຈຍ ແບ່ງປັນວ່າ:

“ປັດຈຸບັນ, ພວກຂ້າພະເຈົ້າໄດ້ລົງທຶນກໍ່ສ້າງໂຮງງານປຸງແຕ່ງທີ່ທັນສະໄໝ. ໄລຍະຜ່ານມາ, ພວກຂ້າພະເຈົ້າ ກໍ່ສ້າງໄດ້ໂຮງງານໃຫຍ່ 3 ແຫ່ງ ຄື ໂຮງງານຈືເຊ, ໂຮງງານເຕິນບຽນ - Kompongthom, ໂຮງງານ Mang Yang Ratanakiri ແລະ ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າຈະກໍ່ສ້າງໂຮງງານແຫ່ງໜຶ່ງຢູ່ ດົ່ງຝູ. ເມື່ອທຽບໃສ່ບັນດາປະເທດຄື ອິນໂດເນເຊຍ, ໄທ, ມາເລເຊຍ... ເຊິ່ງເປັນບັນດາປະເທດທີ່ມີມູນເຊື້ອປູກຢ່າງພາລາມາແຕ່ດົນນານນັ້ນ ໂຮງງານປຸງແຕ່ງຂອງພວກເຮົາກໍ່ແມ່ນໂຮງງານທັນສະໄໝ. ວັດຖຸດິບ ແລະ ອຸປະກອນທັງໝົດແມ່ນໄດ້ເອົາມາຈາກຫວຽດນາມ ແລະ ປັດຈຸບັນ ກໍສາມາດຜະລິດຢາງພາລາຊຸດທຳອິດທີ່ບັນລຸຄຸນນະພາບສູງໄດ້ແລ້ວ”.

          ໜຶ່ງໃນບັນດາຄວາມຫຍຸ້ງຍາກຂອງກຸ່ມບໍລິສັດ VRG ຢູ່ ກຳປູເຈຍ ແມ່ນກຳລັງແຮງງານ ຈາກ ຫວຽດນາມ, ເພາະວ່າ ຄວາມຈິງແມ່ນ ພາຍຫຼັງໄລຍະເຮັດວຽກມາເປັນເວລາ 3 – 4 ປີ  ເຂົາເຈົ້າລ້ວນແຕ່ຢາກກັບເມືອຢູ່ນຳຄອບຄົວ, ໃນຂະນະນັ້ນ ຊາວຜູ້ອອກແຮງງານຂອງກຳປູເຈຍ ພັດມີການຜັນປ່ຽນຫຼາຍຢ່າງ, ດັ່ງນັ້ນ ບັນດາວິສາຫະກິດປູກຢາງພາລາຢູ່ກຳປູເຈຍ ລ້ວນແຕ່ຕ້ອງເປັນເຈົ້າການໃນການຊອກຫາແຮງງານຢູ່ທ້ອງຖິ່ນ. ກຳແໜ້ນໄດ້ສະພາບການດັ່ງກ່າວ, ກຸ່ມບໍລິສັດ VRG ໄດ້ເປັນເຈົ້າການປະຕິບັດບັນດາມາດຕະການທີ່ມີປະສິດທິຜົນ, ຂະຫຍັນຂັນເຄື່ອນ ແລະ ທັນການໃນຂອດຮັບສະໝັກພະນັກງານ, ລະບອບເງິນເດືອນເງິນອຸດໜູນ, ປະກັນໄພ ແລະ ສັບຊ້ອນບ່ອນພັກອາໄສໃຫ້ເຂົາເຈົ້າໄດ້ຢ່າງສະດວກທີ່ສຸດ. ໄລ່ມາຮອດປັດຈຸບັນ, VRG ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນກວ່າ 15.000 ຄົນ, ໃນນັ້ນ ມີທັງຊາວຜູ້ອອກແຮງງານຄົນກຳປູເຈຍ ເຊື້ອຊາດຫວຽດ ແລະ ສ່ວນຫຼາຍ ແຮງງານຢູ່ທີ່ນີ້ ລ້ວນແຕ່ມີຄວາມປາດຖະໜາຢາກເຮັດວຽກໃນໄລຍະຍາວນານ ແລະ ຜູກພັນກັບບັນດາບໍລິສັດລູກຂອງກຸ່ມບໍລິສັດ VRG. ເພື່ອນ  Ung Chanty ແລະ Kim Rattana ແບ່ງປັນວ່າ:

 “ຂ້າພະເຈົ້າຫາກໍ່ມາເຮັດວຽກຢູ່ທີ່ນີ້ ໄດ້ 3 ເດືອນ ເທົ່ານັ້ນ, ແຕ່ວຽກງານນີ້ກໍເໝາະສົມກັບຂ້າພະເຈົ້າແລະ ເງິນເດືອນກໍຫຼາຍພໍສົມຄວນສຳລັບຂ້າພະເຈົ້າ. ຂ້າພະເຈົ້າປາດຖະໜາວ່າ ຈະໄດ້ເຮັດວຽກຖາວອນຢູ່ທີ່ນີ້”.

“ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ເຮັດວຽກຢູ່ທີ່ນີ້, ວຽກງານ ໄດ້ສັບຊ້ອນ ແລະ ຈັດແບ່ງເໝາະສົມ, ພິເສດແມ່ນພະນັກງານຄຸ້ມຄອງມີການປະພຶດດີ ແລະ ສະໜິດສະໜົມກັບພວກຂ້າພະເຈົ້າ. ຂໍອວຍພອນໄຊໃຫ້ການນຳບໍລິສັດຈົ່ງມີສຸຂະພາບເຂັ້ມແຂງ ພະລານະໄມສົມບູນ ເພື່ອສືບຕໍ່ນຳພາບໍລິສັດໃຫ້ນັບມື້ນັບພັດທະນາກວ່າອີກ”.

ນອກຈາກເລື່ອງພັດທະນາເນື້ອທີ່ປູກຢາງພາລາແລ້ວ, ທາງກຸ່ມບໍລິສັດ VRG ກໍໄດ້ປະກອບສ່ວນປ່ຽນໂສມໜ້າຊົນນະບົດຢູ່ກຳປູເຈຍ, ໂດຍຜ່ານການປະກອບສ່ວນກໍ່ສ້າງ ແລະ ຍົກຄຸນນະພາບຂອງຖະໜົນຫົນທາງລະຫວ່າງບ້ານ, ຕາແສງ ດ້ວຍຄວາມຍາວເກືອບ 1.000km ພ້ອມກັບຕາໜ່າງໄຟຟ້າ, ໂຮງຮຽນ, ສຸກສາລາ, ເຮືອນຢູ່.... ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກກຳປູເຈຍ ຫວູກວາງວິງ ໃຫ້ຮູ້ວ່າ:

“ການນຳທ້ອງຖິ່ນກໍຄືສູນກາງຂອງ ກຳປູເຈຍ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວ, ໝາກຜົນການດຳເນີນທຸລະກິດ ກໍຄືການປະກອບສ່ວນ, ການປະຕິບັດພັນທະໜ້າທີ່, ຄວາມຮັບຜິດຊອບຕໍ່ສັງຄົມຂອງບັນດາວິສາຫະກິດຫວຽດນາມ, ພິເສດແມ່ນຂະແໜງຢາງພາລາ ເມື່ອເຄື່ອນໄຫວຢູ່ເຂດຫ່າງໄກສອກຫຼີກຂອງກຳປຸູເຈຍ, ອັນໄດ້ປະກອບສ່ວນຍົກສູງຊີວິດການເປັນຢູ່ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ”.

ດ້ວຍບັນດາມາດຕະການຕັ້ງໜ້າ ແລະ ທັນການ, ປ່າຢາງພາລາຂອງ VRG ຢູ່ ກຳປູເຈຍ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານທ້ອງຖິ່ນ ດ້ວຍລະດັບລາຍຮັບທີ່ເໝາະສົມ ເພື່ອໃຫ້ເຂົາເຈົ້າອຸ່ນອ່ຽນໃຈເຮັດວຽກ ແລະ ໃຊ້ຈ່າຍໃນຊີວິດປະຈຳວັນຂອງຄອບຄົວ. ໃນອະນາຄົດ, ຫວັງວ່າ ບັນດາໂຄງການປູກຢາງພາລາ, ປຸງແຕ່ງ ແລະ ຜະລິດຢາງພາລາຢູ່ທີ່ນີ້ຈະນຳມາເຊິ່ງປະສິດທິຜົນເສດຖະກິດນັບມື້ນັບສູງກວ່າ ໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ກຳປູເຈຍ./.

ຕອບກັບ

ຂ່າວ/ບົດ​ອື່ນ