ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ ຫາຍ​ເຢືອງ: ສືບ​ທອດ ແລະ ພັດ​ທະ​ນາ - ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳໃຈ​ສາ​ມັກ​ຄີ ຫວຽດ​ນາມ - ລາວ

(VOVWORLD) -ດ້ວຍຄວາມຮັກປະເທດ ລາວ ກໍຄືມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມສາມັກຄີຜູກພັນອັນໜຽວແໜ້ລະຫວ່າງ 2 ປະເທດ ຫວຽດນາມ - ລາວໃນຊຸມປີຜ່ານມາສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາເຢືອງ ໄດ້ມານະພະຍາຍາມຈັດການເຄື່ອໄຫວແທດຈິງຫຼາຍຢ່າງປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ  - ລາວບັນດາການເຄື່ອນໄຫວຮ່ວມມືລະຫວ່າງ ແຂວງຫາຍເຢືອງ ແລະ ແຂວງວຽງຈັນ ໃນຂົງເຂດກະສິກຳການສຶກສາການສ້າງພື້ນຖານໂຄງລ່າງ… ແລະ ຫຼ້າສຸແມ່ນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ລ້ວນແຕ່ມີການປະກອບສ່ວນບໍ່ແມ່ນໜ້ອຍ ຂອງສະມາຄົມມິດຕະພາບ ຫວຽດນາມລາວ ແຂວງ ຫາຍເຢືອງ
ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ ຫາຍ​ເຢືອງ: ສືບ​ທອດ ແລະ ພັດ​ທະ​ນາ - ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳໃຈ​ສາ​ມັກ​ຄີ ຫວຽດ​ນາມ - ລາວ - ảnh 1ກອງປະຊຸມໃຫຍ່ ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ ອາຍຸການ 2017 - 2022 (ພາບ:mattrantoquoc.haiduong.gov.vn)

ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2003. ໃນຊຸມວັນທຳອິດ, ສະມາຄົມມີສະມາຊິກພຽງ 5 ຄົນ, ແຕ່ຫຼັງຈາກນັ້ນ ພຽງແຕ່ 1 ປີ, ຈຳນວນສະມາຊິກໄດ້ເພີ່ມຂຶ້ນເຖິງ 1.300 ຄົນ ແລະ ມີ 20 ຫົວໜ່ວຍຂຶ້ນກັບ. ໃນນັ້ນ, ກຳລັງຫຼັກແຫຼ່ງແມ່ນຊາວຫາຍເຢືອງ ຜູ້ເປັນທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເຄີຍຊ່ວຍເຫຼືອການປະຕິວັດລາວ. ສະມາຄົມໄດ້ກຳນົດວ່າ ໜ້າທີ່ຕົ້ນຕໍແມ່ນປະຕິບັດວຽກງານການຕ່າງປະເທດປະຊາຊົນ, ເປັນເສນາທິການໃຫ້ແກ່ອຳນາດການປົກຄອງແຂວງ ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງ ລາວ ແລະ ພິເສດແມ່ນກັບແຂວງ ວຽງຈັນ - ແຂວງແຮກສ່ຽວກັບແຂວງ ຫາຍເຢືອງ. ໃນຊຸມປີຜ່ານມາ, ການເຄື່ອນໄຫວຂອງສະມາຄົມ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ ແລະ ໄດ້ຮັບການຕີລາຄາສູງຈາກສະຫະພັນບັນດາອົງການມິດຕະພາບແຂວງ. ທ່ານ ດ້າວຮ້າງ - ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ ແຂວງ ຫາຍເຢືອງ - ຜູ້ທີ່ເຂົ້າຮ່ວມສະມາຄົມນັບແຕ່ຊຸມວັນທຳອິດໃຫ້ຮູ້ວ່າ:

ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ ໄດ້ເປັນເສນາທິການໃຫ້ແກ່ແຂວງ ຈັດຄະນະຜູ້ແທນຢ້ຽມຢາມ, ຊ່ວຍເຫຼືອລາວ ກໍຄືຕ້ອນຮັບຄະນະຜູ້ແທນ ລາວ ມາແຂວງ ຫາຍເຢືອງ ເພື່ອພົບປະແລກປ່ຽນ ແລະ ຮ່ຳຮຽນ; ລົງທຶນຊ່ວຍເຫຼືອອຸປະກອນຕ່າງໆໃຫ້ແກ່ໂຮງຮຽນ, ສຸກສາລາຕ່າງໆຢູ່ ແຂວງ ວຽງຈັນ; ເຂົ້າຮ່ວມຄະນະພົບປະລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ ເຊັ່ນ: ບຳລຸງສ້າງກ່ຽວກັບເຕັກນິກໃນການລ້ຽງສັດ, ປູກຝັງ ແລະ ເສດຖະກິດ, ຈັດຊຸດຝຶກອົບຮົມໃຫ້ແກ່ຄູຝຶກກິລາກາຍຍະກຳ, ຈັດກິດຈະກຳສະເຫຼີມສະຫຼອງວັນບຸນໃຫຍ່ຂອງທັງສອງປະເທດ; ຈັດຄະນະໄປຄົ້ນຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ; ໄປຢ້ຽມຢາມສະໜາມຮົບເກົ່າ; ຈັດການໂອ້ລົມສົນທະນາກ່ຽວກັບມູນເຊື້ອຮ່ວມສໍພັນສູ້ຮົ ຫວຽດນາມ - ລາວ ຢູ່ໂຮງຮຽນແຫ່ງຕ່າງໆ, ພິເສດແມ່ນຮັບນັກສຶກສາ ແຂວງວຽງຈັນ ເປັນລູກຮັກ ແລະ ຊ່ວຍເຫຼືອເຂົາເຈົ້າໃນໄລຍະທີ່ຮ່ຳຮຽນຢູ່ແຂວງ ຫາຍເຢືອງ.”

ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ ຫາຍ​ເຢືອງ: ສືບ​ທອດ ແລະ ພັດ​ທະ​ນາ - ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳໃຈ​ສາ​ມັກ​ຄີ ຫວຽດ​ນາມ - ລາວ - ảnh 2ທ່ານ ດ້າວຮ້າງ ກ່າວຄໍາເຫັນໃນການພົບປະສັງສັນກັບນັກສຶກສາ ລາວ ເນື່ອງໃນໂອກາດບຸນປີໃໝ່ລາວ (ພາບ: ມະຫາວິທະຍາໄລ ຫາຍເຢືອງ)
ແຂວງ ຫາຍເຢືອງ (ຫວຽດນາມ) ແຂວງ ວຽງຈັນ (ລາວ) ແຮກສ່ຽວກັນມາແຕ່ປີ 1984. ການກຳເນີດຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ ບໍ່ພຽງແຕ່ຊ່ວຍເສີມຂະຫຍາຍ ແລະ ສືບທອດມູນເຊື້ອອັນດີງາມຂອງສອງຊາດເທົ່ານັ້ນ ຫາກຍັງແມ່ນຂົວຕໍ່ຊ່ວຍປະຊາຊົນສອງປະເທດ, ສອງແຂວງ ມີໂອກາດໄດ້ພົບປະແລກປ່ຽນກັນຫຼາຍກວ່າ, ເຂົ້າໃຈກັນກວ່າ, ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງ ຫາຍເຢືອງ - ວຽງຈັນ ເວົ້າສະເພາະ. ທ່ານ ຫງວຽນກວາງຝຸກ, ກຳມະການຄະນະປະຈຳຄະນະພັກແຂວງ - ຫົວໜ້າຄະນະໂຄສະນາສຶກສາ - ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ ໃຫ້ຮູ້ວ່າ:
ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ ແມ່ນອົງການມິດພາບເຄື່ອນໄຫວດ້ວຍຄວາມສະໝັກໃຈ, ຄຸ້ມຄອງດ້ວຍຕົນເອງ ແລະ ປະຕິບັດໜ້າທີ່ຕົ້ນຕໍ ເປັນຂົວຕໍ່ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ ກໍຄື ລະຫວ່າງແຂວງ ຫາຍເຢືອງ - ວຽງຈັນ. ຂ້າເຈົ້າຄິດວ່າ ວິວັດານນີ້ ປຽບເໝືອນຄື້ນທົບຝັ່ງ, ແຕ່ລະເທື່ອທີ່ກະທົບນັ້ນ ຕ້ອງໄດ້ເອົາດິນສັນດອນມາຖົມໃສ່ຕື່ມ, ພິເສດ ເປັນຂົວຕໍ່ລະຫວ່າງຄົນລຸ້ນຕ່າງໆນຳກັນເພື່ອເສີມຂະຫຍາຍ, ສືບທອດ ແລະ ພັດທະນາ”.
ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແຂວງ ຫາຍ​ເຢືອງ: ສືບ​ທອດ ແລະ ພັດ​ທະ​ນາ - ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳໃຈ​ສາ​ມັກ​ຄີ ຫວຽດ​ນາມ - ລາວ - ảnh 3ທະຫານອາສາສະໝັກ ຫວຽດນາມ ຊ່ວຍເຫຼືອລາວ ແມ່ນກຳລັງຫຼັກແຫຼ່ງຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ ແລະ ປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານການທູດປະຊາຊົນ (ພາບ: mattrantoquoc.haiduong.gov.vn)

ໂດຍດຳລົງຊີວິດ ແລະ ສູ້ຮົບຢູ່ດິນແດນປະເທດລາວມາໄດ້ຫຼາຍປີ, ທະຫານອາສາສະໝັກ ຫວຽດນາມ ຊ່ວຍເຫຼືອ ລາວ ໄດ້ຕັ້ງໜ້າເປັນເສນາທິການໃຫ້ແກ່ສະມາຄົມ ແລະ ອຳນາດການປົກຄອງແຂວງ ຫາຍເຢຶອງ ຈັດການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມື, ນຳການພົວພັນມິດຕະພາບລະຫວ່າງ ແຂວງຫາຍເຢືອງ ແລະ ວຽງຈັນ ໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນກວ່າອີກ. ຕາມທ່ານ ດ້າວຮ້າງ ແລ້ວ, ການເຂົ້າຮ່ວມສະມາຄົມມິດຕະພາບ ຫວຽດນາມ - ລາວ ບໍ່ພຽງແຕ່ຊ່ວຍຮັດແໜ້ນສາຍພົວພັນທີ່ສະໜິດຕິດພັນ, ຄວາມສາມັກຄີ ແລະ ປຸກລຸກຄວາມເອກອ້າງທະນົງໃຈຂອງນັກຮົບໃນຄາວນັ້ນ ເມື່ອໄດ້ປະກອບສ່ວນເລັກໆນ້ອຍໆ ຂອງຕົນເຂົ້າໃນການສ້າງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ເທົ່ານັ້ນ ຫາກຍັງແມ່ນໂອກາດ ເພື່ອສະແດງຄວາມຮັບຜິດຊອບຖ່າຍທອດມູນເຊື້ອອັນດີງາມນັ້ນໃຫ້ແກ່ຄົນລຸ້ນຫຼັງອີກດ້ວຍ.

ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ ແມ່ນປັດໄຈເປັນຕາຍຂອງປະເທດຊາດ. ໃນຊຸມປີຜ່ານມາ, ພວກເຮົາປະຕິບັດໄດ້ເປັນຢ່າງດີທີ່ສຸດ. ການສ້າງສາຍພົວພັນໄດ້ຄືແນວນັ້ນ ແມ່ນຍ້ອນຄົນລຸ້ນກ່ອນໄດ້ທຸ້ເທເຫື່ອແຮງເພີ່ມພູນຄູນສ້າງ ດ້ວຍເລືອດເນື້ອຂອງນັກຮົບ ແລະ ພໍ່ແມ່ປະຊາຊົນສອງປະເທດ ນັບຫຼາຍລ້ານຄົນ ແລະ ດຽວນີ້ໄດ້ຖ່າຍທອດໃຫ້ຄົນລຸ້ນຫຼັງ. ດັ່ງນັ້ນ, ພວກຂ້າພະເຈົ້າຄິດວ່າ: ສິິ່ທີ່ສຳຄັນ ແລະ ຈຳເປັນທີ່ສຸດແມ່ນສ້າງຄົນລຸ້ນໜຸ່ມໃຫ້ມີຄວາມຮັບຜິດຊອບສູງຕໍ່ການພົວພັນລະຫວ່າງ ຫວຽດນາມ - ລາວ”.

ປີ 2022 ແມ່ນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ແລະ ກໍແມ່ນປີດຳເນີນກອງປະຊຸມໃຫຍ່ເທື່ອທີ IV ຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ດ້ວຍບົດຮຽນປະສົບການ ແລະ ຫົວຄິດປະດິດສ້າງ, ສະມາຄົມໄດ້ວາງອອກທິດນຳເຄື່ອນໄຫວໃຫ້ແກ່ອາຍຸການຕໍ່ໄປ ແລະ ໃນໄລຍະຈະມາເຖິງ. ນອກຈາກການສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້ແລ້ວ, ທາງສະມາຄົມຍັງຂະຫຍາຍສະມາຊິກ ແລະ ເຮັດໃຫ້ພາກສ່ວນສະມາຊິກໃນສະມາຄົມມີຫຼາກຫຼາຍຮູບແບບກວ່າ, ຮັບນັກສຶກສາຢູ່ມະຫາວິທະຍາໄລແຫ່ງຕ່າງໆ, ພະນັກງານຄະນະຊາວໜຸ່ມແຂວງເຂົ້າໃນຄະນະບໍລິຫານງານ ແລະ ກາຍເປັນກຳລັງສືບທອດຫຼັກແຫຼ່ງຂອງສະມາຄົມ, ປະກອບສ່ວນເຮັດໃຫ້ການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືລະຫວ່າງສອງແຂວງ ຫາຍເຢືອງ ແລະ ວຽງຈັນ ມີຊີວິດຊີວາ, ຫຼາຍຮູບຫຼາຍແບບ, ແທດຈິງ ແລະ ມີປະສິດທິຜົນຂຶ້ນຕື່ມ./.


ຕອບກັບ

ຂ່າວ/ບົດ​ອື່ນ