ອະ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ສັນ​ຍາ​ລັກ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) -ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແມ່ນລະບົບກິດຈະກຳສະຖາປັດຕະຍາກຳທີ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ບັນດາແຂວງ, ນະຄອນຂອງປະເທດ ກຳປູເຈຍ, ໂດຍເລີ່ມຈາກຄວາມມຸ່ງມາດປາດຖະໜາຂອງປະຊາຊົນກຳປູເຈຍ ເພື່ອຈາລຶກຄຸນງາມຄວາມດີຂອງນັກຮົບສອງປະເທດທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດລົບລ້າງລະບອບດັບສູນເຊື້ອຊາດປອນປົດ,     ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ ກຳປະເຈຍ.
ອະ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ສັນ​ຍາ​ລັກ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 1ອະນຸສາວະລີ ມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ນະຄອນຫຼວງ ພະນົມເປັນ

ອະນຸສາວະລີ ມິດຕະພາບ ຫວຽດນາມ - ກຳປູເຈຍ ແມ່ນກິດຈະກຳໄດ້ຮັບການກໍ່ສ້າງຂຶ້ນດ້ວຍເບຕົງແຕ່ທ້າຍຊຸມປີ 1980 ຢູ່ ກຳປູເຈຍ ເພື່ອລະນຶກເຖິງການຮ່ວມສໍາພັນສູ້ຮົບ ຫວຽດນາມ - ກຳປູເຈຍ ພາຍຫຼັງກອງທັບປະຊາຊົນ ຫວຽດນາມ ຈັດສົ່ງກຳລັງໄປຍັງປະເທດ ກຳປູເຈຍ ເພື່ອໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ. ອະນຸສາວະລີດັ່ງກ່າວມີຄວາມສູງປະມານ 11 ແມັດ, ເຊິ່ງເປັນຮູບປັ້ນນັກຮົບ ຫວຽດນາມ ແລະ ກຳປູເຈຍ ມືຈັບປືນປົກປ້ອງແມ່ຍິງຜູ້ທີ່ພວມອຸ້ມລູກ ແລະ ນີ້ກໍແມ່ນກິດຈະກຳສະຖາປັດຕະຍາກຳທີ່ມີຊື່ສຽງທີ່ສຸດ ສະແດງໃຫ້ເຫັນນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍ. ທ່ານປະທານສະພາສູງ ລາຊະອານາຈັກ ກຳປູເຈຍ Samdech Vibol Sena Pheakdei Say Chhum  ແບ່ງປັນວ່າ: ພັກ, ລັດ, ແນວໂຮມປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ຍາມໃດກໍຈົດຈຳບຸນຄຸນເຊິ່ງພັກ, ລັດ, ແນວໂຮມປະເທດຊາດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ໄດ້ຊ່ວຍປົດປ່ອຍປະເທດ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ແລະ ປະກອບສ່ວນເຂົ້າໃນການສ້າງສັນຕິພາບໃຫ້ແກ່ ກຳປູເຈຍ.

ໃນປາງສົງຄາມໂຄ່ນລົ້ມລະບອບດັບສູນເຊື້ອຊາດປອນປົດ, ມີນັກຮົບ, ຜູ້ຮັກຊາດ ກຳປູເຈຍ ແລະ ທະຫານອາສາສະໝັກ ຫວຽດນາມ ຫຼາຍຄົນ ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດ ກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ. ເພື່ອລະນຶກເຖິງການອຸທິດສ່ວນ ແລະ ຄຸນງາມຄວາມດີຢ່າງໃຫຍ່ຫຼວງນີ້, ນັບແຕ່ຊຸມປີ 1980, ສອງປະເທດ ຫວຽດນາມ - ກຳປູເຈຍ ໄດ້ສ້າງອະນຸສາວະລີ ຫວຽດນາມ - ກຳປູເຈຍ ຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ແລະ ບັນດາແຂວງ, ນະຄອນ ຂອງ ກຳປູເຈຍ”.

ອະ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ສັນ​ຍາ​ລັກ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 2ທ່ານປະທານສະພາສູງ ລາຊະອານາຈັກ ກຳປູເຈຍ Samdech Vibol Sena Pheakdei Say Chhum (ພາບ: TTXVN)
ມີອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ 23 ແຫ່ງ ໄດ້ສ້າງຂຶ້ນຢູ່ບັນດາແຂວງ, ນະຄອນຢູ່ ກຳປູເຈຍ, ເພື່ອຈາລຶກບຸນຄຸນຂອງບັນດານັກຮົບ, ທະຫານອາສາສະໝັກຫວຽດນາມ ແລະ ທະຫານແນວໂຮມກູ້ຊາດ ກຳປູເຈຍ ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດ ກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ. ໂດຍແມ່ນໜຶ່ງໃນບັນດາບຸກຄົນທີ່ຊີ້ນຳໂດຍກົງວຽກງານພັດທະນາລະບົບອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ, ທ່ານ Nhem Valy, ຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ໄດ້ປະຕິບັດວຽກງານນີ້ດ້ວຍຈິດໃຈຂອງຜູ້ໜຶ່ງທີ່ຍາມໃດກໍເຄົາລົບນັບຖື ແລະ ຢາກແຜ່ຂະຫຍາຍບັນດາເລື່ອງລາວປະຫວັດສາດນີ້.

ຂ້າພະເຈົ້າມີລູກ 5 ຄົນ ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນເມື່ອປະເທດຊາດມີສັນຕິພາບແລ້ວ, ເຂົາເຈົ້າບໍ່ຮູ້ຫຍັງກ່ຽວກັບປາງສົງຄາມທີ່ເຈັບແສບ, ຫຍຸ້ງຍາກລຳບາກ. ຂ້າພະເຈົ້າໄດ້ນຳເອົາເລື່ອງລາວລະອຽດຂອງບັນດາອະນຸສາວະລີນີ້ ເພື່ອເວົ້າກັບລູກຂອງຂ້າພະເຈົ້າວ່າ ນີ້ແມ່ນການອຸທິດສ່ວນ, ແມ່ນຄຸນງາມຄວາມດີ, ແມ່ນນ້ຳໃຈໄມຕີຈິດມິດຕະພາບ, ການອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນ ກຳປູເຈຍ ແລະ ຫວຽດນາມ. ຜ່ານວຽກງານການກະທຳຂອງຕົນ, ຂ້າພະເຈົ້າຢາກສຶກສາໃຫ້ລູກໆຂອງຕົນ ໄດ້ຮູ້ຈັກເຖິງນ້ຳໃຈໄມຕີຈິດມິດຕະພາບ ກຳປູເຈຍ - ຫວຽດນາມ. ອະນຸສາວະລີນີ້ ກໍແມ່ນສັນຍາລັກຂອງການເສຍສະຫຼະອັນສູງສົ່ງຂອງລຸ້ນພໍ່, ລຸ້ນອ້າຍຂອງທັງ ຫວຽດນາມ ແລະ ກຳປູເຈຍ ເພື່ອຍາດເອົາເອກະລາດ ແລະ ນຳເອົາຄວາມຜາສຸກມາໃຫ້ປະຊາຊົນ ກຳປູເຈຍໃນທຸກວັນນີ້”.

ອະ​ນຸ​ສາ​ວະ​ລີ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ສັນ​ຍາ​ລັກ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 3ທ່ານ Nhem Valy, ຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ (ພາບ: TTXVN)
ປັດຈຸບັນ, ປະຊາຊົນຢູ່ບັນດາແຂວງ, ນະຄອນຂອງ ກຳປູເຈຍ ມີສະຖານທີ່ອີກແຫ່ງໜຶ່ງເພື່ອຕັກເຕືອນກ່ຽວກັບຄວາມຜູກພັນກັບທະຫານອາສາສະໝັກ ຫວຽດນາມ ໃນຊຸມປີນັ້ນ. ຜູ້ເຖົ້າຜູ້ແກ່ມີຄວາມຕື້ນຕັນໃຈ, ສ່ວນຄົນລຸ້ນໜຸ່ມແມ່ນ ມີຄວາມກະຕືລືລົ້ນ ແລະ ຕັ້ງແງ່ຫວັງກ່ຽວກັບອະນາຄົດທີ່ໝັ້ນແກ່ນກວ່າລະຫວ່າງ ກຳປູເຈຍ - ຫວຽດນາມ.

ຂໍຂອບໃຈປະຊາຊົນ ຫວຽດນາມ ຫຼາຍໆທີ່ໄດ້ຊ່ວຍປະເທດ ກຳປູເຈຍ ພວກຂ້າພະເຈົ້າ”.

ພາຍໃຕ້ລະບອບປອນປົດ, ປະຊາຊົນ ກຳປູເຈຍ ຕ້ອງດຳລົງຊີວິດໃນສະພາບທີ່ເຈັບປວດ, ທໍລະມານ ແລະ ເສຍຫາຍຢ່າງໃຫຍ່ຫຼວງ ນັບທັງດ້ານວັດຖຸ ແລະ ຊີວິດອິນຊີ. ແຕ່ໂດຍໄດ້ຮັບການຊ່ວຍເຫຼືອຈາກທະຫານອາສາສະໝັກ ຫວຽດນາມ, ປະເທດ ກຳປູເຈຍ ຈຶ່ງຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດທີ່ໂຫດຫ້ຽມ. ພວກນ້ອງມີຄວາມເອກອ້າງທະນົງໃຈຕໍ່ການເສຍສະຫຼະຢ່າງອົງອາດກ້າຫານຂອງທະຫານອາສາສະໝັກ ຫວຽດນາມ ໃນພາລະກິດປົດປ່ອຍປະເທດ ກຳປູເຈຍ”.

ປີ 2022, ຈະມີອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ 5 ແຫ່ງຕື່ມອີກ ໄດ້ກໍ່ສ້າງສຳເລັດ ແລະ ເປີດສະຫຼອງນຳໃຊ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 55 ປີ ຢູ່ທ້ອງຖິ່ນຕ່າງໆຂອງ ກຳປູເຈຍ ຄື: Siem Riep, Odor Meanchey, Tbong Khmum, Kampong Speu ແລະ ແຂວງ Pailin. ປະຊາຊົນ ກຳປູເຈຍ ທຸກຄົນ ຕ່າງກໍເຄົາລົບຕໍ່ກິດຈະກຳອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ທຸກແຫ່ງນີ້ ແລະ ຈະອະນຸລັກຮັກສາ ເພາະວ່ານີ້ແມ່ນບ່ອນຊ່ວຍໃຫ້ປະຊາຊົນ ກຳປູເຈຍ ໃນວັນນີ້ ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບປະຫວັດສາດຂອງປະເທດຕົນຕື່ມອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ