ແຜນການຮ່ວມມືແລກປ່ຽນພະນັກງານລະຫວ່າງວິທະຍຸກະຈາຍສຽງແຫ່ງຊາດໄທ ແລະ ວິທະຍຸກະຈາຍສຽງຫວຽດນາມ


(vovworld)-  ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ດ້ານວິ​ຊາ​ສະ​ເພາະ​ໃນ​ການ​ຂຽນ​ຂ່າວ, ຂຽນ​ບົດ, ເພີ່ມ​ທະ​ວີ​ການ​​ພົວ​ພັນແລກ​ປ່ຽ​ນ​​ດ້ານວັດ​ທະ​ນະ​ທຳ, ການ​ເມືອງ, ສັງ​ຄົມ​ລະ​ຫວ່າງ​ບັນ​ນາ​ທິ​ການ ແລະ ນັກ​ຂ່າວ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ປະ​ເທດ​ໄທ ( NBT ) ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ( VOV ) ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​​ແຜນການ​ແລກ​ປ່ຽ​ນ​ພະ​ນັກ​ງານ ລະ​ຫວ່າງ VOV ແລະ NBT. ​ແຜນການ​ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ຂົວ​ເຊື່ອມ​ຕໍ່​ຊ່ວຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ 2 ປະ​ເທດ​ຫວຽດ​ນາມ ແລະ ໄທ, ໃນ​ນັ້ນ​ມີ​ບັນ​ນາ​ທິ​ການ ແລະ ນັກ​ຂ່າວ​ຂອງ VOV ແລະ NBT.

 

ແຜນການຮ່ວມມືແລກປ່ຽນພະນັກງານລະຫວ່າງວິທະຍຸກະຈາຍສຽງແຫ່ງຊາດໄທ ແລະ ວິທະຍຸກະຈາຍສຽງຫວຽດນາມ  - ảnh 1
ການ​ນຳ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ​ເຮັດ​ວຽກ​ກັບ​
ຄະ​ນະ​ຜູ້​ແທນ​ກົມ​ປະ​ຊາ​ສຳ​ພັນ​ໄທ​ເມື່ອ​ປີ 2013
ພາບ:vov

        ​ແຜນ​ການ​ແລກ​ປ່ຽນ​ບັນ​ນາ​ທິ​ການ ແລະ ນັກ​ຂ່າວ​ລະ​ຫວ່າງ VOV ແລະ NBT ແມ່ນ​ເລີ່ມ​ມາ​ຈາກ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ( MOU ) ເຊິ່ງ​ໄດ້​ລົງ​ນາມ​ເປັນ​ປະ​ຈຳ​ປີ​ລະ​ຫວ່າງ​ກົມ​ປະ​ຊາ​ສຳ​ພັນ​ໄທ ( PRD ) - ​ ກັບ VOV. ຕາມນັ້ນ​ແລ້ວ, ແຕ່​ລະ​ປີ PRD ແລະ VOV ຈ​ະ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຄື: ແລກ​ປ່ຽ​ນ​​ຂ່າວ, ບົດ, ຈັດ​ຕັ້ງ​ການ​ໄປ​ຢ້ຽມ​ຢາມ​ຂອງ​ພະ​ນັກ​ງານ​ສອງ​ຝ່າຍ, ໃນ​ນັ້ນ​ມີ​ການ​ບຳ​ລຸງ​ກ່ຽວ​ກັບ​ວິ​ຊາ​ສະ​ເພາະ​ໃຫ້​ບັນ​ນາ​ທິ​ການ ແລະ ນັກ​ຂ່າວ.  ​ການ​ບຳ​ລຸງນີ້​ໄດ້​ມອບ​ໃຫ້​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ປະ​ເທດ​ໄທ​ຮ່ວມ​ມື​ກັບ​ວິ​ທ​ະ​ຍຸ​ກະ​ຈາຍ​ສ​ຽງ​ຫວຽດ​ນາມຮັບ​ຜິດ​ຊອບ. ທ່ານ​ນາງ ພິ​ຈາ ເມືອງ​ນາວ, ອຳ​ນວຍ​ການ​ວິ​ທະ​ຍຸ​ກະ​ຈາຍ​ສ​ຽງ​ແຫ່ງ​ປະ​ເທດ​ໄທ, ໃຫ້​ຮູ້​ວ່າ :

        ​ສຽງ​ທ່ານ​ນາງ​ພິ​ຈາ ເມືອງ​ນາວ


ນອກ​ຈາກ​ເລື່ອງຮັບ​ເອົາ​ຄວາມ​ຮູ້, ຍົກ​ສູງ​ຄວາມ​ສາ​ມາດ, ທັກ​ສະ​ໃນ​ການ​ຂຽນ​ຂ່າວ, ບົດ, ​ແຜນ​ການ​ດັ່ງ​ກ່າວ​ຍັງ​ຊ່ວຍ​ໃຫ້​ບັນ​ດາ​ນັກ​ຂ່າວ, ບັນ​ນາ​ທິ​ການ ຂອງ​ສອງ​ວິ​ທະ​ຍຸ ຂຽນ​ຂ່າວ ແລະ ບົດ​ສ່ອງ​ແສງ​ສະ​ພາບ​ຕົວ​ຈິງ​ຢູ່​ແຕ່​ລະ​ປະ​ເທດ​ຢ່າງ​ຊັດ​ເຈນ. ທ່ານ​ນາງ ພິ​ຈາ ເມືອງ​ນາວ ໃຫ້​ຮູ້​ຕື່ມ​ອີກວ່າ:

ສຽງ​ທ່ານ​ນາງ ພິ​ຈາ ເມືອງ​ນາວ

 

        ທ່ານ ຣັກ​ທະ​ນີ ນອນ​ປະ​ເສີດ, ນັກ​ຂ່າວ​ຂອງ NBT ​ຊື່ງ​ແມ່ນ​ຜູ້​ໄດ້​ມີ​ໂອ​ກາດ​ໄປ​​ຝືກ​ຫັດ ​ຢູ່ VOV ເມື່ອ​ເດືອນ 7/2014 ຜ່ານ​ມາ ໃຫ້​ຮູ້​ວ່າ: ຊ່ວງ​ເວ​ລາ​ຝຶກ​ຫັດ​ຢູ່ VOV ພຽງ​ໃນ 1 ເດືອນ​ເທົ່າ​ນັ້ນ ແຕ່​ໄດ້​​ເປັນ​ອະ​ນຸ​ສອນ​ກ່ຽວ​ກັບ​ວຽກ​ງານ​ກໍ​ຄື​ໃນ​ຊີ​ວິດ​ຍາກ​ທີ່​ຫລົງ​ລືມ​ໄດ້, ​ນອກນັ້ນ ທ່ານ​ມີ​ຄວາມເຂົ້າ​ໃຈ​​ຕື່ມ​ອີກກ່​ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ.

ສຽງ​ຂອງ​ທ່ານ ຣັກ​ທະ​ນີ ນອນ​ປະ​ເສີດ


         ສຳ​ລັບ​ນາງ ຫງວ​ຽນ​ທິ​ອຽນ, ບັນ​ນາ​ທິ​ການພາກ​ພາ​ສາ​ໄທ​ຂອງ VOV ແລ້ວ, ​ເລື່ອງໄດ້​ເຂົ້າ​ຮ່ວມ​​ລາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງວິ​ທະ​ຍຸ​ແມ່ນ​ກາ​ລະ​ໂອ​ກາດ​ດີ​ທີ່​ສຸດ ເພື່ອ​ຝືກ​ຝົນ​ຫລໍ່​ຫລອມ​​ດ້ານພາ​ສາ​ໄທ,  ​ວິ​ຊາ​ສະ​ເພາະ ແລະ ໄດ້​ສຳ​ພັດ​ກັບ​ວິ​ທີ​ຂຽນ​ຂ່າວ, ​ບົດ, ຜະ​ລິດ​ລາຍ​ການ​ກະ​ຈາຍ​ສຽງ​ຂອງ NBT ກໍ​ຄ​ື​ມີ​ໝູ່​ເພື່ອນ​ໃຫມ່​ຕື່ມ​ອີກ.

        “ແຕ່​ລະ​ມື້​ໄດ້​ໂອ້​ລົມ​ກັບ​ບັນ​ດາ​ເພື່ອນ​ໄທ ສະ​ນັ້ນ ຄວາມ​ສາ​ມາດ​ນຳ​ໃຊ້​ພາ​ສາ​ໄທ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ດີກວ່າ. ບັນ​ດາ​ເພື່ອນ​ໄທ​ໄດ້​ຊ່ວຍ​ເຫລືອ​ຂ້າ​ພະ​ເຈົ້າ​ດ້ານ​ວິ​ຊາ​ສະ​ເພາະຢ່າງ​ສຸດ​ອົກ​ສຸດ​ໃຈ. ຊ່ວງ​​ເວ​ລາຝືກ​ອົບ​ຮົມ​ຢູ່ NBT ໄດ້​ສ້າງ​ ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ຫລາຍ​ຢ່າງ ໃຫ້​ຂ້າ​ພະ​ເຈົ້າ​.”

        ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ​ລະ​ຫວ່າງ VOV ແລະ NBT ໄດ້​ປະ​ກອບ​ສ່ວນບໍ່​ຫນ້ອຍ ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ໄທ ເຂົ້າ​ໃຈ​ກັນ​ກວ່າ, ພິ​ເສດ ແມ່ນ​ລະ​ຫວ່າງ​ຜູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ​ຂອງ​ສອງ​ປະ​ເທດ. ລາຍ​ການ​ດັ່ງ​ກ່າວ​ແມ່ນ​ການ​ຮ່ວມ​ມື​ຢ່າງມ​ີ​ປະ​ສິດ​ທິ​ຜົນ​ຂອງ​ສອງ​ປະ​ເທດ​ໃນ​ການ​ຫັນ​ບັນ​ດາ​ຈຸດ​ໝາຍ​ທີ່​ໄດ້​ວາງ​ອອກ​ເປັນ​ລະ​ອຽດ ເພື່ອ​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ