ໂຄງການ ສາມັກຄີ - ດົນຕີຕິດພັນລຸ້ນໜຸ່ມ ຫວຽດນາມ - ລາວ

(VOVWORLD) - ໃນໂຄງການດົນຕີ “ສາມັກຄີ”, ຕວນງອັກ ໄດ້ປະດິດແຕ່ງເພງ ບົດເພງທີ່ສະຫງວນໃຫ້ລຸ້ນໜຸ່ມ, ດ້ວຍສຽງດົນຕີທີ່ຟົດຟື້ນ, ມີເນື້ອໃນທີ່ລຽບງ່າຍ
ໂຄງການ ສາມັກຄີ - ດົນຕີຕິດພັນລຸ້ນໜຸ່ມ ຫວຽດນາມ - ລາວ - ảnh 1

     ພາຍຫຼັງເປີດຕົວມາເປັນເວລາກວ່າ 3 ປີ, ດ້ວຍການຮັບຊົມ 2,1 ລ້ານເທື່ອຄົນຢູ່ Youtube, ມາຮອດປະຈຸບັນ MV “ນາງສາວ ວຽງຈັນ” ມີເພື່ອນໜຸ່ມຫຼາຍຄົນຍັງຈື່ຈຳບົດເພງນີ້ຂອງນັກຮ້ອງ,  ນັກດົນຕີໜຸ່ມ ເກີດປີ 2000 ບຸຍຕວນງອັກ ທີ່ໄດ້ແຕ່ງຂຶ້ນມາສະຫງວນໃຫ້ລຸ້ນໜຸ່ມ ຫວຽດນາມ - ລາວ. ເພື່ອສືບຕໍ່ນຳສຽງດົນຕີເປັນຂົວເຊື່ອມຕໍ່ ລະຫວ່າງໄວໜຸ່ມ 2 ປະເທດ, ຕວນງອັກ ສືບຕໍ່ປະດິດແຕ່ງບົດເພງ, MV ຈຳນວນໜຶ່ງ ສະຫງວນໃຫ້ລຸ້ນໜຸ່ມ 2 ປະເທດໃນປີ 2023 – 2024, ເພື່ອຮັດແໜ້ນສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ, ຜ່ານໂຄງການດົນຕີທີ່ມີຊື່ວ່າ “ສາມັກຄີ”.

 (ບົດເພງ ນາງຊາວວຽງຈັນ)

   ເມື່ອພົບ ຕວນງອັກ ໃນຕອນເຊົ້າລະດູໃບໄມ້ຫຼົ່ນຂອງ ຮ່າໂນ້ຍ, ດ້ວຍຊົນຜົມຟູຂອງນັກຮ້ອງໜຸ່ມ, ສຽງເວົ້າອັນອົບອຸ່ນຄືເມື່ອກ່ອນ, ແຕ່ແນວຄວາມຄິດເບິ່ງຄືວ່າເປັນຜູ້ໃຫຍ່ກວ່າຫຼາຍ ເມື່ອທຽບໃສ່ກ່ອນນີ້ 3 ປີ, ເມື່ອ ຕວນງອັກ ຍັງເປັນນັກສຶກສາຂອງມະຫາວິທະຍາໄລວັດທະນະທຳສິລະປະກອງທັບ. ປະຈຸບັນ, ຕວນງອັກ ພວມແມ່ນເລຂາຄະນະຊາວໜຸ່ມໂຮງລະຄອນດົນຕີກອງທັບ, ກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດ ຫວຽດນາມ. ຕວນງອັກ ແບ່ງປັນວ່າ: ໜ້າທີ່ຄວາມຮັບຜິດຊອງຂອງໄວໜຸ່ມໂຮງລະຄອນດົນຕີກອງທັບ ແມ່ນຕ້ອງອຸທິດສ່ວນ, ແຜ່ຂະຫຍາຍບົດເພງ, ວາດຟ້ອນ ເພື່ອຈຸດປະສົງຮັດແໜ້ນນ້ຳໃຈລະຫວ່າງກອງທັບ - ປະຊາຊົນ ແລະ ສາຍພົວພັນແບບພິເສດ ຫວຽດນາມ - ລາວ.

 ເມື່ອຂ້າພະເຈົ້າໄປສະແດງຢູ່ ລາວ ແລະ ພົບປະກັບບັນດາເພື່ອໜຸ່ມຢູ່ທີ່ນັ້ນ, ຫັນວ່າ ມີຫຼາຍຄົນຮູ້ຈັກເຖິງ ບົດເພງ ນາງສາວວຽງຈັນ” ແລະ ທຸກຄົນໄດ້ສົ່ງຄຳລະດົມກຳລັງໃຈ ແລະ ປາດຖະໜາວ່າ ຂ້າພະເຈົ້າຈະ ສືບຕໍ່ແຕ່ງເພງກ່ຽວກັບນ້ຳໃຈສາມັກຄີ ຫວຽດນາມ - ລາວ ຫຼາຍເພງຕື່ມອີກ. ຈາກນັ້ນ, ນ້ອງກໍ່ໄດ້ຄິດໄວ້ວ່າ ຈະແຕ່ງບັນດາບົດເພງທີ່ມີຄຳສັບເພື່ອຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດກວ່າອີກ. ຖ້າຫາກວ່າ, ຄືມິດເພງຮັບຟັງບົດເພງ ນາງສາວ ວຽງຈັນ ນັ້ນມີພຽງແຕ່ຄຳສັບສະບາຍດີ”, ແຕ່ຂ້າພະເຈົ້າ ຢາກເນັ້ນໜັກຫຼາຍກວ່ານັ້ນກໍຄືຄຳສັບທີ່ວ່າສາມັກຄີເພື່ອແຜ່ຂະຫຍາຍນ້ຳໃຈມິດຕະພາບ ຢ່າງກວ້າງຂວາງກວ່າ”.

 (Demo ບົດເພງ ນ້ຳໃຈສາມັກຄີ)

  ປະຈຸບັນ, ເພື່ອນໜຸ່ມຫຼາຍຄົນມີທ່າອ່ຽງສຳຜັດກັບບົດເພງທີ່ມີຈັງຫວະຟົດຟື້ນກ່ຽວກັບຄວາມຮັກ ແລະ ຊີວິດຫຼາຍກວ່າ ແຕ່ບໍ່ສົນໃຈເຖິງບັນດາບົດເພງທີ່ເປັນມູນເຊື້ອຫຼາຍປານໃດ. ດ້ວຍແນວຄວາມຄິດນັ້ນ, ໃນໂຄງການດົນຕີ “ສາມັກຄີ”, ຕວນງອັກ ໄດ້ປະດິດແຕ່ງເພງບົດເພງທີ່ສະຫງວນໃຫ້ລຸ້ນໜຸ່ມ, ດ້ວຍສຽງດົນຕີ ທີ່ຟົດຟື້ນ, ມີເນື້ອໃນທີ່ລຽບງ່າຍ, ຈື່ງ່າຍ, ຫຼາຍຄົນສາມາດຂັບຮ້ອງໄດ້ ແລະ ສາມາດໂຄສະນາກ່ຽວກັບ ວັດທະນະທຳເຖິງລຸ້ນໜຸ່ມໃນປະຈຸບັນ:

        ພາຍຫຼັງການໄປປະຕິບັດງານຢູ່ ລາວ 4 ຄັ້ງ, ຂ້າພະເຈົ້າປາດຖະໜາວ່າ ບັນດາບົດເພງເຊິ່ງຕົນປະດິດແຕ່ງ ຕ້ອງມີລັກສະນະປະຊາຄົມຫຼາຍກວ່າເກົ່າ. ຂ້າພະເຈົ້າຢາກປະດິດແຕ່ງບົດເພງທີ່ສ້າງເປັນຄຸນຄ່າ ໃນບັນດາງານບຸນພົບແລປ່ຽນວັດທະນະທຳ, ເພື່ອສ້າງຄວາມສະໜິດຕິດພັນ, ເພື່ອສົ່ງສານ, ເນື້ອໃນໃດໜຶ່ງ ແລະ ບົດເພງ ສາມັກຄີ” ຈະປະກອບສ່ວນເລັກໆນ້ອຍໆເພື່ອສ້າງເປັນຄຸນຄ່າອັນໃຫຍ່ຫຼວງກວ່າ. ຄຳສັບທີ່ໄດ້ໃຊ້ ໃນບົດເພງກໍ່ເປັນສັບທຳມະດາ, ທຸກຄົນສາມາດຈື່ໄດ້”.

ໂຄງການ ສາມັກຄີ - ດົນຕີຕິດພັນລຸ້ນໜຸ່ມ ຫວຽດນາມ - ລາວ - ảnh 2(ພູມພິທັດ ອຸປະເສີດ, ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ)

 ດ້ວຍໂຄງການດົນຕີ “ສາມັກຄີ”, ຄາດວ່າ ຈະມີນັກຮ້ອງໜຸ່ມຂອງ 2 ປະເທດ ໄດ້ຮັບຄວາມນິຍົມຈາກມິດເພງຫຼາຍຄົນພ້ອມກັນສະແດງ. ໃນນັ້ນ, ພູມພິທັດ ອຸປະເສີດ, ຜູ້ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ພູມພິທັດ ພວມເປັນເຈົ້າຂອງຊ່ອງ Youtube ມີຊື່ວ່າ “ບ້ານລາວ ທີວີ” (Xom Lao TV) ແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ… ໄດ້ພ້ອມກັບ ຕວນງອັກ ສ້າງແນວຄິດຖ່າຍທຳບັນດາ MV ໃໝ່ໂດຍ ຕວັນງອກ ປະດິດແຕ່ງ. ພູມພິທັດ ແບ່ງປັນວ່າ ຈະເຊື່ອມຕໍ່ບັນດານັກຮ້ອງໜຸ່ມທີ່ມີຊື່ສຽງຂອງລາວ ພ້ອມກັບ ຕວນງອັກ ເປີດຕົວ 2 – 3 ບົດເພງໃໝ່, ດ້ວຍການສະແດງເປັນຫຼາຍຮູບຫຼາຍແບບ, ຄື: ສະແດງຢູ່ບັນດາງານມະໂຫລານ, ງານພົບປະ; ນັກຮ້ອງໜຸ່ມທີ່ມີຊື່ສຽງຂອງ ລາວ ຂັບຮ້ອງ ແລະ ຮ້ອງລວມໝູ່ລະຫວ່າງໄວໜຸ່ມ ຫວຽດນາມ - ລາວ. ແລະຄາດວ່າ, ບັນດາບົດເພງໃນໂຄງການ “ສາມັກຄີ” ຈະເປີດຕົວອອກສູ່ຜູ້ຊົມໃນຊຸມເດືອນທ້າຍປີ 2023, ຕົ້ນປີ 2024. ພູມພິທັດ ແບ່ງປັນວ່າ:

   “ຂ້າພະເຈົ້າ ແລະ ຕວນງອັກ ໄດ້ໂອ້ລົມນຳກັນ ແລະ ມີແນວຄິດພ້ອມກັນຜະລິດ MV ຕາມຮູບແບບໃໝ່, ເພງສະຫງວນໃຫ້ໄວໜຸ່ມ, ແຕ່ຍັງຮັກສາລັກສະນະນ້ຳໃຈມິດຕະພາບພິເສດ ລາວ - ຫວຽດນາມ ແລະ ຕວນງອັກ ກໍ່ເອົາໃຈໃສ່ເຖິງແນວຄິດນັ້ນ. ຖ້າປະຕິບັດໄດ້ນັ້ນ, ນັ້ນຈະແມ່ນບາດກ້າວໃໝ່ໃນການແຕງບັນດາບົດເພງ ກ່ຽວກັບສາຍພົວພັນ ລາວ - ຫວຽດນາມ. ປະຈຸບັນ, ຍ້ອນແຫຼ່ງທຶນເພື່ອຜະລິດ MV ກໍ່ຕ້ອງໃຊ້ຈ່າຍຫຼາຍ, ສະນັ້ນພວມໃນໄລຍະກະກຽມ ແລະ ກໍ່ຫວັງຢາກໄດ້ຮັບການຮ່ວມເດີນທາງສະໜັບສະໜູນ, ຊ່ວຍເຫຼືອຈາກບັນດາ ອົງການຈັດຕັ້ງ, ວິສາຫະກິດ, ສ່ວນບຸກຄົມ”.

(Demo ບົດເພງ ສາມັກຄີ)

        ບັນດາບົດເພງດັງກ່ຽວກັບ ຫວຽດນາມ - ລາວ ເຄີຍໄດ້ສະແດງໃນບັນດາງານພົບປະໃນຫຼາຍປີຜ່ານມາ ສ່ວນຫຼາຍແມ່ນບັນດາລຸ້ນກ່ອນໆປະດິດແຕ່ງ ແລະ ສະແດງ. ສຳລັບລຸ້ນໜຸ່ມໃນປະຈຸບັນ, ຄວາມນິຍົມຂອງ ເຂົາເຈົ້າກໍ່ມີການປ່ຽນແປງສ່ວນໃດໜຶ່ງແລ້ວ. ສະນັ້ນ, ໂຄງການ MV ດົນຕີ  “ສາມັກຄີ” ດ້ວຍບັນດາບົດເພງ ທີ່ມີທຳນອງເພງມ່ວນໆ, ມີຄວາມໝາຍ, ສາມາດຮ້ອງໄດ້ໃນທຸກເວລາ ສະຫຼັບກັບ ບັນດາຄຳສັບທີ່ສະແດງໃຫ້ເຫັນ ສາຍພົວພັນແບບພິເສດ ຫວຽດນາມ - ລາວ ຈະເຮັດໃຫ້ເພື່ອນໜຸ່ມ ມີຄວາມນິຍົມທີ່ສຸດ. ໃນອະນາຄົດ, ລຸ້ນໜຸ່ມນັ້ນ ຈະເປັນຜູ້ສືບທອດການຮັກສານ້ຳໃຈສາມັກຄີມິດຕະພາບ ລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ