ຂຸມບັນຊາການຮົບ - ພະຍານຫຼັກຖານປະຫວັດສາດ ແຫ່ງບັ້ນຮົບດ້ຽນບຽນຝູທາງອາກາດ

(vovworld) - ໂດຍນອນ​ໃນ​ເຂດ​ພະ​ລາດ​ຊະ​ວັງ ທັງ​ລອງ - ຮ່າ​ໂນ້ຍ, ເຊິ່ງ​ແມ່ນ​ມໍ​ລະ​ດົກ​ໂລກ, ແຕ່​ຂຸມ​ບັນ​ຊາ​ການ​ຮົບ​ຂອງກອງ​ເສ​ນາ​ທິ​ການ​ໃຫ​ຍ່ ພັດ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ພິ​ເສດ​ແມ່ນ 12 ວັນ ແລະ ​ຄືນ​ຂອງ​ບັ້ນ​ຮົບ​ດ້ຽນ​ບຽນ​ຝູ​ທາງ​ອາ​ກາດ​ກ່ອນນີ້ 40 ປີ. ຫວ່າງ​ແລ້ວນີ້, ຂຸມ​ດັ່ງ​ກ່າວ​ໄດ້​ຮັບ​ການ​ບຸ​ລະ​ນະ​ຄືນ​ໃໝ່​ເພື່ອຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢາມ. ຄວາມ​ລັບ​ຂອງ​ຂຸມຄ່ອຍໆ​ໄດ້​ຮັບ​ການ​ເປີດເຜີຍຜ່ານອະ​ນຸ​ສອນ​ຂອງ​ພົນ​ຕີ ຫງວຽນ​ວັນ​ນິງ ແລະ ເພື່ອນ​ຮ່ວມ​ກົມ​ກອງ, ບັນ​ດາ​ຜູ້​ທີ່​ເຄີຍ​ເຮັດ​ວຽກ​ໃນ​ຂຸມ​ບັນ​ຊາ​ການ​ຮົບ​ນີ້.

ຂຸມບັນຊາການຮົບ - ພະຍານຫຼັກຖານປະຫວັດສາດ ແຫ່ງບັ້ນຮົບດ້ຽນບຽນຝູທາງອາກາດ - ảnh 1
ປະຕູໜາເຂົ້າຂຸມບັນຊາການຮົບ
(ພາບ ອິນເຕີແນດ)

        ນຳ​ພາ​ຂະ​ບວນ​ຄົນ​ເຂົ້າ​ຢ້ຽມ​ຢາມ​ຂຸມ​ບັນ​ຊາ​ການ​​ຮົບ, ພົນ​ຕີ ຫງວຽນ​ວັນ​ນິງ​ໄດ້​ແນະ​ນຳ​ໂດຍ​ລະ​ອຽດ​ບ່ອນ​ທີ່​ທ່ານ​ໄດ້​ປະ​ຕິ​ບັດ​ງານ​ມາ​ເປັນ​ເວ​ລາ 10 ປີ​ ໃນ​ຖາ​ນະ​ແມ່ນ​ຮອງ​ຫົວ​ໜ້າ​ຄະ​ນະປະ​ຈຳ​ການ​ຮົບ ໃນ​ຊຸມ​ປີ 70 ຂອງ​ສະ​ຕະ​ວັດ​ກ່ອນ.

        ໃນ​ຕະຫຼອດ 12 ວັນ ແລະ ຄືນ​ຂອງ​ບັ້ນ​ຮົບ ດ້ຽນ​ບຽນ​ຝູ​ທາງ​ອາ​ກາດ, ຂຸມ​ນ້ອຍ​ໃຕ້​ດິນ​ແຫ່ງນີ້ ແມ່ນ​ສູນ​ບັນ​ຊາ, ບ່ອນ​ຮັບ ແລະ ແກ້​ໄຂ​ບັນ​ດາ​ຂ່າວ​ສືບ​ລາ​ຊາ​ການ​ລັບ​ກ່ຽວ​ກັບ​ທາງບິນ​ຂອງ​​ເຮືອບິນ​ B52, ແມ່ນແຫ່ງ​ຕິດ​ຕາມ​ສະ​ພາບ​ການ​ສູ້​ຮົບ​ຢູ່​ສະ​ໜາມ​ຮົບ​ພາກ​ເໜືອ ກໍ່​ຄື​ຢູ່ອິນ​ດູ​ຈີນ, ແມ່ນ​ແຫ່ງ​ທີ່​ການ​ນຳ​ກອງ​ເສ​ນາ​ທິ​ການ​ອອກ​ຄຳ​ສັ່ງ​ສູ້​ຮົບ​ໃນ​ທັນ​ທີ. ຫວນ​ຄືນ​ອະ​ນຸ​ສອນ​ໃນ​ຊຸມມື້​ທຳ​ອິດ​ທີ່​ເຮືອ​ບິນ​ຂອງ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ຮ່າ​ໂນ້ຍ, ພົນ​ຕີ​ຫງວ​ຽນວັນ​ນິງ​ເວົ້າ​ວ່າ:

        “4 ໂມງ​ແລງ​ຂອງວັນ​ທີ 18 ທັນ​ວາ ( ວັນ​ເປີດ​ສາກ​ຂອງ​ບັ້ນ​ຮົບ) ໄດ້​ຮັບ​ຂ່າວການ​ທະ​ຫານ. ຕໍ່​ມາທ່ານ​ຮອງ​ເສ​ນາ​ທິ​ການ​ໃຫ​ຍ່ ຟຸ່ງ​ເທ໋​ຕ່າຍ ໃຫ້​ຮູ້​ວ່າ, ສະ​ຫາຍ ເລ​ເດິກ​ທໍ້ ໄດ້​ກັບ​ເມືອ​ປະ​ເທດ​ ແລະ ອາ​ເມ​ລິ​ກາ​ກໍ່​ຢຸດ​ຕິ​ການ​ເຈ​ລະ​ຈາ. ຮອດ 18 ໂມງ 20 ນາ​ທີ ມີ​ສັນ​ຍານຍົນ B52. ອິງ​ໃສ່ແຫຼ່ງ​ຂ່າວ​ດັ່ງ​ກ່າວ ພ້ອມ​ກັບ​ການ​ກຽມ​ພ້ອມ​ສູ້​ຮົບ​ຂອງກອງ​ບັນ​ຊາ​ການ​ທຸກ​ຂັ້ນ, ໜ່ວຍ​ພວກ​ເຮົາ​ໄດ້​ປະ​ຊຸມ​ກັນ ແລະ ໃຫ້​ຂໍ້​ສັງ​ເກດ​ວ່າ, ອາ​ເມ​ລິ​ກາ​ຈະ​ຖີ້ມ​ລະ​ເບີດ ຮ່າ​ໂນ້ຍ. 19 ໂມງ, ຂ້າ​ພະ​ເຈົ້າ​ລາຍ​ງານ​ຕໍ່​ທ່ານ​ເສ​ນາ​ທິ​ການ​ໃຫ​ຍ່ ວັນ​ຕ໋ຽນຢຸງ ເພື່ອ​ຂໍ​ອະ​ນຸ​ຍາດ​ໃຫ້​ອອກ​ສັນ​ຍານ​ໄພ​ກ່ອນ. ແລະ ພວກ​ເຮົາ​ໄດ້​ຕົກ​ລົງ​ອອກສັນ​ຍານ​ເຕືອນ​ໄພ​ກ່ອນ​ທີ່​ອາ​ເມ​ລິ​ກາ​ຖີ້ມ​ລະ​ເບີດ​ລົງ 25 ນາ​ທີ.”

         12 ວັນ ແລະ ຄືນ​ຂອງ​ບັ້ນ​ຮົບ​ດ້ຽນ​ບຽນ​ຝູ ທາງ​ອາ​ກາດ, ຢູ່​ຂຸມ​ບັນ​ຊາ​ການ​ຮົບ​, ຍາ​ມ​ໃດ​ກໍ່​ມີ​ໜ່ວຍ​ປະ​ຈຳ​ການ​ຮົບ 24/24 ຊົ່ວ​ໂມງ. ປ້າ ຟ້າມ​ທິ​ແທງ, ແມ່ນ​ຜູ້​ທີ່​ໄດ້ຕິດ​ຕາມ ແລະ ແຕ້ມ​ທາງບິນ​ຂອງ​ກອງທັບ​ອາ​ກາດ ອາ​ເມ​ລິ​ກາ​ຢ່າງ​​ຄົບ​ຖ້ວນ ແລະ ຊັດ​ເຈນ​ນັບ​ພັນ​ສາຍ, ໃຫ້​ຮູ້​ວ່າ:

        “ໃນ​ຫ້ອງນີ້, ພວກ​ຂ້າ​ພະ​ເຈົ້າຕ້​ອງໃສ່ ສາຍ​ຟັງຫູ ຕະຫຼອດ 2 ຊົ່ວ​ໂມງ. ເມື່ອ​ຮັບສັນ​ຍານຈາກ​ສະ​ຖາ​ນີ ຣາ​ດາ ຂອງກອງ​ທັບ​ປ້ອງ​ກັນ​ອາ​ກາດ, ຂ້າ​ພະ​ເຈົ້າ​ກໍ່​ແຕ້ມ​ໃສ່​ແຜນ​ທີ່​ໃນ​ທັນ​ທີ. ຖ້າ​ຍົນ​ B52 ຫ່າງ​ຈາກ ຮ່າ​ໂນ້ຍ 50 ກມ, ນາຍ​ທະ​ຫານ​​ຈະ​ຕິດ​ຕາມ​ແຜນ​ທີ່ນີ້ ແລະ ອິງ​ໃສ່​ສະ​ພາບ​ຕົວ​ຈິງ​ເພື່ອ​ອອກຄຳ​ສັ່ງ​ເຕືອນ​ໄພ.”

ຂຸມບັນຊາການຮົບ - ພະຍານຫຼັກຖານປະຫວັດສາດ ແຫ່ງບັ້ນຮົບດ້ຽນບຽນຝູທາງອາກາດ - ảnh 2

ປື້ມບັນທຶກວຽກງານ, ສູນວິທະຍຸ, ໂທລະສັບທີ່ຮັບໃຊ້ໃຫ້ແກ່ຂຸມບັນຊາການຮົບ

(ພາບ ອິນເຕີແນດ)

        ຜູ້​ແຕ້ມ​ທາງ​ບິນ​ຂອງ​ຍົນ B52 ​ປ້າ ຫວູ​ທິ​ທູ​ຮ່າ ໄດ້​ແນະ​ນຳ​ໂດຍລະ​ອຽດ​ກ່ຽວ​ກັບ​ວຽກ​ງານຂອງ​ປ້າ ໃນ 40 ປີ​ກ່ອນນີ້​ຢູ່​ຂຸມ​ບັນ​ຊາ​ການ​ຮົບ​ດັ່​ງກ່າວ​ວ່າ:

        “ພວກ​ເຮົາ​ຕ້ອງ​ຕິດ​ຕາມ​ເພື່ອ​ຊ່ວຍ​ການ​ນຳ​ຮູ້​ໄດ້​ບ່ອນ​ທີ່​ສັດ​ຕູ​ຈະ​ບຸກ​ໂຈມ​ຕີ​ທຳ​ລາຍ. ແຕ່​ສິ່ງ​ສຳ​ຄັນ​ກວ່າ, ນັ້ນ​ແມ່ນ​ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ພາ​ທາງ ເພື່ອ​ໃຫ້​ຜູ້​ບັນ​ຊາ​ຢູ່​ທີ່ນີ້​ອອກ​ຄຳ​ສັ່ງ​ເຕືອນ​ໄພ​ໃຫ້​ທົ່ວ​ນະ​ຄອນ​ຮ່າ​ໂນ້ຍ”

        ພັນ​ເອກ ຫງວຽນ​ກວ໋ານ​ຮົ່ງ, ນັກ​ວິ​ສາ​ວະ​ກອນ​ອອກ​ແບບ​ຂຸມ​ບັນ​ຊາ​ການ​ຮົບ​ນີ້​ໃຫ້​ຮູ້​ວ່າ, ຂຸມ​ໄດ້​ຮັບ​ການ​ກໍ່​ສ້າງ​ນັບ​ແຕ່​ຊຸມມື້​ຕົ້ນ​ທີ່​ອາ​ເມ​ລິ​ກາ​ກໍ່​ສົງ​ຄາມ​ທຳ​ລາຍ​ພາກ​ເໜືອ (ເມື່ອ​ທ້າຍ​ປີ 1964 ຕ້ົນ​ປີ 1965). ຂຸມ​ມີ​ເນື້ອ​ທີ່  64 ຕາ​ລາງ​ແມດ, ແບ່​ງອອກເປັນ 3 ຫ້ອງ, ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ໄລ​ຍະ​ນັ້ນ, ມີ​ລະ​ບົບ​ປັບ​ອາ​ກາດ​ດ້ວຍ​ອາຍນ້ຳ, ມີ​ຊ່ອງ​ປ່ອງ​ອາຍ, ກັນ​ພິດ, ..

        “ຂຸມ​ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ເບ​ຕົງເສີມ​ເຫຼັກ. ເພ​ດານ​ມີ 3 ຊັ້ນ, ຊັ້ນ​ເທິງ ແລະ ໃຕ້ແມ່ນ​ເບ​ຕົງ, ສ່ວນ​ຊັ້ນກາງ​ແມ່ນຂີ້​ຊາຍ. ຖ້າ​ລະ​ເບີດ​ຕົກ​ໃສ່, ຄົນ ແລະ ອຸ​ປະ​ກອນ​ພາຍ​ໃນ​ຂຸມ​ກໍ່​ບໍ່​ເປັນ​ຫ​ຍັງ. ສ່ວນ​ປະ​ຕູ​ກໍ່​ມີ​ສອງ​ຊັ້ນ. ປະ​ຕູ​ຊັ້ນ​ນອກ​ໜາ, ຕ້ານ​ໄດ້​ຄື້ນປະ​ລະ​ມະ​ນູ”.

ຂຸມບັນຊາການຮົບ - ພະຍານຫຼັກຖານປະຫວັດສາດ ແຫ່ງບັ້ນຮົບດ້ຽນບຽນຝູທາງອາກາດ - ảnh 3

ພາກສ່ວນໜຶ່ງຂອງຂຸມບັນຊາການຮົບ

(ພາບ ອິນເຕີແນດ)

        ພາຍຫຼັງ 40 ປີ ນັບ​ແຕ່​ວັນ​ດຳ​ເນີນ​ບັ້ນ​ຮົບ​ຮ່າ​ໂນ້ຍ - ດ້ຽນ​ບຽນ​ຝູ​ທາງ​ອາ​ກາດ, ໃນ​ຂຸມ​ບັນ​ຊາ​ການ​ຮົບ​ຍັງ​ຄົງ​ມີ​ວັດ​ຖຸ​ພັນຫຼາຍ​ຢ່າງ​ທີ່​ເຄີຍ​ຕິດ​ພັນ​ກັບ​ພົນ​ຕີ ຫງວຽນ​ວັນ​ນິງ ແລະ ເພື​່ອນ​ຮ່ວມ​ກົມ​ກອງ, ນັບ​ແຕ່​ໂຕະ​ເຮັດ​ວຽກ​ຂອງກອງ​ເສ​ນາ​ທິ​ການ, ແຜນ​ກຳ​ນົດ​ທິດ​​ບິນຂອງ​ຍົນ​ອາ​ເມ​ລິ​ກາ, ວິ​ທະ​ຍຸ, ໂທ​ລະ​ສັບ, ກາ, ຈອກ​ຊົງ​ນ້ຳຊາ… ກໍ່​ເຊັ່ນ​ດຽວ​ກັບ​ຂຸມ​ບັນ​ຊາ​ການ​ຮົບ, ວັດ​ຖຸ​ເຫຼົ່າ​ນັ້ນແມ່ນ​ອະ​ນຸ​ສອນ​ແຫ່ງ​ໄລ​ຍະ​ປະ​ຫວັດ​ສາດ​ວິ​ລະ​ຊົນ​ຂອງ​ຊາດ.

        ຜ່ານ​ການ​ເວ​ລາ, ແຕ່​ບົດ​ບາດ​​​ຂອງ​ຂຸມ​ບັນ​ຊາ​ການ​ຮົບ ແລະ ບັນ​ດາ​ຜູ້​ທີ່​ເຄີຍ​ເຮັດ​ວຽກ​ຢູ່​ທີ່ນີ້ ໄດ້ກ້າວ​ເຂົ້າ​ສູ່​ປະ​ຫວັດ​ສາດ​ຄື​ດັ່ງ​ບັນ​ດາ​ປັດ​ໃຈ​ສຳ​ຄັນ​ທີ່​ສຸດ​ເພື່ອ​ສ້າງ​ເປັນ​ໄຊ​ຊະ​ນະ​ຂອງ​ບັ້ນ​ຮົບ​ດ້ຽນ​ບຽນ​ຝູ​ທາງ​ອາ​ກາດ, ໃນ​ລະ​ດູ​ໜາວ​ປີ 1972.

ຕອບກັບ

ຂ່າວ/ບົດ​ອື່ນ