ຝລັ່ງຫວນຄືນດ້ຽນບຽນຝູແລະອິນດູຈີນ

ຝລັ່ງຫວນຄືນດ້ຽນບຽນຝູແລະອິນດູຈີນ - ảnh 1
ບັ້ນຮົບ ດ້ຽນບຽນຝູ
ພາບເອກະສານ:internet


(vovworld)-​ແຕ່​ວັນ​ທີ 13-27/11, ຫໍພິພິດທະພັນ​ກອງທັບ​ ຝລັ່ງ ສົມທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ຂຶ້ນ​ກັບ​ກະຊວງ​ປອ້ງກັນ​ປະ​ເທດ ຝລັ່ງ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຫລາຍ​ຄັ້ງ​ກ່ຽວ​ກັບ​ອິນດູຈີນ ​ແລະ ດ້ຽນບຽນ​ຝູ. ກອງ​ປະຊຸມ​ສຳມະ​ນາ​ຄັ້ງ​ຕ່າງໆ​ດັ່ງກ່າວ​ແມ່ນ​ເຕື້ອງ​ເຖິງ​ປະຫວັດສາດ​ການ​ທະຫານ, ປະຫວັດສາດ​ການ​ເມືອງ, ປະຫວັດສາດ​ວັດທະນະທຳ ຊ່ວຍ​ໃຫ້​ຜູ້​ຊົມ​ເຫັນ​​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ​ກວ່າ. ບັນດາ​ນັກຮຽນ​ຮູ້, ຜູ້​ຊ່ຽວຊານ​ປະຫວັດສາດ​ການ​ທະຫານ ຝລັ່ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ມີ​ທັດສະນະ​ວ່າ: ສົງຄາມ​ອິນດູຈີນ, ບັ້ນ​ຮົບ ດ້ຽນບຽນ​ຝູ ​ແມ່ນ​ໄລຍະ​ສຳຄັນ​ທີ່​ບໍ່​ທັນ​ເຕື້ອງ​ເຖິງ​ໃນ​ປະຫວັດສາດ ຝລັ່ງ. ສະ​ນັ້ນ ລົງ​ເລິກ​ຄົ້ນ​ຄ້ວາ​ປະຫວັດສາດ ດ້ວຍ​ແຫ​ລ່ງ​ເອກະສານ​ຫລາຍ​ຢ່າງ​ຈາກ​ບັນດາ​ຝ່າຍ ຍັງ​ຄົງ​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ດ້ຽນບຽນຝູ, ການ​ກະທົບ ​ແລະ ຄວາມ​ຊົງ​ຈຳ”, ທ່ານ Pierre Journoud ນັກ​ຄົ້ນ​ຄ້ວາ​ປະຫວັດສາດ​ການ​ທະຫານຊັ້ນ​ນຳ​ກ່ຽວ​ກັບ ດ້ຽນບຽນ​ຝູ ຢູ່ ຝລັ່ງປະຈຸ​ບັນ ​ໄດ້​​ແນະນຳ​ການ​ສັງ​ເກດ​ທີ່​ໃຫມ່​ອ່ຽມ ​ແລະ ​ເປີດອົກ​ເປີດ​ໃຈ​ຈາກ​ຝ່າຍ ຝລັ່ງ ​ເມື່ອ​ຫວນ​ຄືນ​ບັ້ນ​ຮົບ​ ດ້ຽນບຽນ​ຝູ. ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ຜູ້​ແທນ​ກ່ຽວ​ກັບ​ຍຸດ​ທະ​ສາດ​ຂອງ ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໃນ​ບັ້ນ​ຮົບ​ດຽນບຽນ​ຝູ, ທ່ານ Journoud ​ໃຫ້​ຮູ້​ວ່າ:

“ຍຸດ​ທະ​ສາດ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ເປັນ​ຫນ້າ​ທີ່​ສົນ​ໃຈ ​ເພາະ ພົນ​ເອກ​ໄດ້​ສືບ​ທອດ, ຮຳ່​ຮຽນ​ເອົາ​ບົດຮຽນ​ຈາກ​ຫລາຍ​ແຫ​ລ່ງ. ​ເພີ່ນ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ, ການ​ທະຫານ​ຂອງ ຝລັ່ງ ຢ່າງ​ຈະ​ແຈ້ງ. ​ເພີ່ນ​ໄດ້​ຄົ້ນ​ຄ້ວາຍຸ​ດທະ​ສາດ​ການ​ທະຫານ​ຂອງ​ນາຍ​ພົນ Bonapart ຢ່າງ​ລະອຽດ. ​ແຕ່​ສິ່ງ​ສຳຄັນ​ກວ່າ​ໝູ່​ນັ້ນ​ແມ່ນ ພົນ​ເອກ ຖອດ​ຖອນ​ບົດຮຽນ​ຈາກ​ບັນດາ​ນັກຍຸດ​ທະ​ສາດ​ການ​ທະຫານທີ່​ປີ​ຊາ​ສາມາດ​ຂອງ​ຫວຽດນາມ​ໃນ​ປະຫວັດສາດ​ແຫ່ງ​ການ​ຕ້ານ​ສັດຕູ​ຮຸກ​ຮານ​ຂອງ​ປະ​ເທດ​ຊາດ​ແຕ່​ສັດຕະວັດ​ທີ 13,15…”

ຂ່າວ/ບົດ​ອື່ນ