ຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ ເກາະນ້ຳຖ້ວມເຈື່ອງຊາ


(vovworld)- ລະ​ດູ​ບານ​ໃຫມ່​ວຽນ​ມາ​ອີກວາ​ລະ​ຫນຶ່ງ ແລະ ຢູ່​ເກາະ​ທີ່​ຫ່າງ​ໄກ, ບັນ​ດາ​ນັກຮົບ​ຫານ​ເຮືອ ພວມ​ປະ​ຕິ​ບັດ​ຫນ້າ​ທີ່​ຢູ່ ບັນ​ດາ​ເກາະ​ນ້ຳ​ຖ້ວມ ຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊາ, ເມືອງ ເຈື່ອງ​ຊາ ແຂວງ ແຄງ​ຮ​ວາ ພວມພ້ອມ​ກັນ​ກະ​ກຽມ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ມະ​ແມ 2015. ນອກ​ຈາກ​ບັນ​ດາ​ເຄື່ອງ​ຂອງ​ຈຳ​ເປັນ​ທີ່ນຳ​ມາຈາກ​ເຂດ​ດິນ​ຕໍ່​ແຜ່ນ​ຄື: ຊີ້​ນງົວ, ເຂົ້າ​ຫນຽວ, ໃບຕອງ​ຈິງ,  ຄຳກອນ… ບຸ​ນ​ເຕັດ​ປີນີ້, ພ​ະ​ນ​ັກ​ງານ, ນັກ​ຮົບ ຢູ່​ບັນ​ດາ​ເກາະ​ນ​້ຳ​ຖ້ວມ ຍັງ​​ປູກ​ຜັກ ແລະ ລ້ຽງ​ສັດ​ໄດ້​ຫລາຍ  ​ຮັບ​ປະ​ກັນ​ດ້ານ​ອາ​ຫານ​ຢ່າງ​ພຽງ​ພໍ​ເພື່ອຕ້ອນ​ຮັບ​ບຸນ​ເຕັດ​ດ້ວຍ​ຄວາມ​ອົບ​ອຸ່ນ. ​​​ເພື່ອໃຫ້​ພະນັກງານ, ນັກຮົບອ​ຸ່ນ​ອ່ຽນ​ໃຈ​ປົກ​ປັກ​ຮັກ​ສາ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

ຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ ເກາະນ້ຳຖ້ວມເຈື່ອງຊາ - ảnh 1
ນັກ​ຮົບ​ຢູ່​ເກາະ ກະ​ກຽມ​ຕ້ອນ​ຮັບ​ບຸນ​ເຕັດ
ພາບ:internet

        ຕອນ​ບ່າຍ​ຂອງມື້​ທ້າຍ​ປີ​ເກົ່າ ຢູ່ ເກາະ ດາ​ທີ້, ຕັ້ງ​ຢູ່​ທິດ​ເຫນືອ​ເມືອງ ເກາະ ເຈື່ອງ​ຊາ, ໃນ​ເຮືອນ​ຄົວ​ນ້ອຍ​, ພົນ​ທະ​ຫານ​ຊັ້ນ​ຫນຶ່ງ ຟ້າມ​ຢູຍກວາງ ທັງ​​ເບິ່ງ​ແຍງ​ໝໍ້​ເຂົ້າ​ຕົ້ມ ທັງ​ກະກຽມຜັກ, ຜັກ​ບົວ…​ເພື່ອຂົ້ວ​ຊີ້ນ​ງົວ, ​ເຊິ່ງ​ແມ່ນໜຶ່ງ​ໃນ​ບັນດາ​ເຍື່ອງອາ​ຫານ​ໃນ​ພາ​ເຂົ້າ. ຟ້າມ​ຢູຍກວາງ ໃຫ້​ຮູ້​ວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດທີ່​ລາວ​​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ເກາະ​ແຫ່ງນີ້, ເຖິງວ່າ ຫ່າງ​ໄກ​ຈາກຄອບ​ຄົວ ແລະ ບໍ່​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ກໍ​ຕາມ, ແຕ່​ອາ​ລົມ​ຈິດ​ຄວາມ​ຮັ​ກ​ແພງ​ຂອງ​ອ້າຍ​ນ້ອງ​ຮ່ວມ​ກົມ​ກອງ​ຢູ່​ເກາະ ໄດ້​ເຮັດ​ໃຫ້ລາວ​ຮູ້​ສຶກ​ອົບ​ອ​ຸ່ນ​ໃຈ​ທີ່​ສຸດ.

        “ນີ້​ເປັນ​ຄັ້ງ​ທຳ​ອິດ ຂ້າ​ພະ​ເຈົ້າ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ເກາະ ເຈື່ອງ​ຊາ. ຂ້າ​ພະ​ເຈົ້າ​ມານີ້ ໄດ້ 6 ເດືອນ ແລ້ວ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ອ້າຍນ​ອ້ງ​ຮ່ວມ​ກົມ​ກອງ​ຄື​ດັ່ງ​ຄອບ​ຄົວ​ດຽວ ສະ​ນັ້ນ ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ທີ່ນີ້ ຮູ້​ສຶກບໍ່​ເຫງົາ. ບ​ຸນ​ເຕັດ​ປີນີ້ ກົມ​ກອງ​ກໍ​ຈັດ​ຕັ້ງ​ການ​ຫໍ່​ເຂົ້າ​ຕົ້ມ, ກະ​ກຽມ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ. ອ້າຍ​ນ້ອງ​ໃນ​ກົມ​ກອງ​ກໍ​ຮູ້​ສຶກ​ເບິກ​ບານ​ມ່ວ​ນ​ຊ​ື່ນ​ທີ່​ສຸດ.”

        ຍ້ອນ​ປະ​ຕິ​ບັດ​ວຽກ​ງານ​ເພີ່ມ​ພູນ​ຜະ​ລິດ​ຜົນ​ເປັນ​ຢ່າງ​ດີ, ສະ​ນັ້ນ ບຸນ​ເຕັດ​ປີນີ້ ​ໃນຄາບ​ອາ​ຫານ​ຂອງ​ພະ​ນັກ​ງານ, ນັກ​ຮົບ ບໍ່​ພຽງແຕ່​ມີ​ຜັກ​ຂຽວ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ອາ​ຫານ​ສົດ​ຈາກ​ການ​ລ້ຽງສັດ​​ໃນ​ເກາະ ອີກ​ດ້ວຍ. ຮ້ອຍ​ໂທ ເລ​ວັນ​ເຕື໋ອງ, ພະ​ນັກ​ງາ​ນ​ການ​ເມືອງ ເກາະ ດາ​ທີ້ ແບ່ງ​ປັນ​ວ່າ:

        “ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ເຂດ​ດິນ​ຕໍ່​ແຜ່ນ, ບ​ຸນ​ເຕັດ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກໍ​ມີ​ທຸກ​ສິ່ງ​ທຸກ​ຢ່າງ​​. ເຖິງວ່າ ບໍ່​​ຄື​ຢູ່ເຂດ​ດິນ​ຕໍ່​ແຜ່ນ ແຕ່​ຮັບ​ປະ​ກັນ​ອາ​ຫານ​ຢ່າງ​ພຽງ​ພໍ​ເພື່ອ​ໃຫ້​ພ​ະ​ນັກ​ງານ, ນັກ​ຮົບ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ອົບ​ອຸ່ນ.ນອກນັ້ນ ພວກ​ຂ້າ​ພະ​ເຈົ້າ ຍັງ​ຈັດ​ຕັ້ງ​ລາຍ​ການ​ບັນ​ເທິງ​ຄື: ການ​ແຂ່ງ​ຂັນ​ໝາກ​ຮຸກ, ​ການ​ລະ​ຫລິ້ນ​ພື້ນ​ເມືອງ… ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ, ຕ້ອນ​ຮັບ​ປີ​ໃຫມ່, ພວກ​ຂ້າ​ພະ​ເຈົ້າ​ຍັງ​ໄດ້ຮັບ​ຟັງ​ຄຳ​ອວຍ​ພອນ​ປີ​ໃຫມ່​ຈາກການ​ນຳ​ພັກ, ລັດ.”

ຕ້ອນຮັບບຸນປີໃຫມ່ປະຈຳຊາດຢູ່ ເກາະນ້ຳຖ້ວມເຈື່ອງຊາ - ảnh 2
ບັນ​ດາ​ນັກ​ຮົບ​ຮັບ​ເຄື່ອງ​ຂອງ​ຈາກ​ເຂດ​ດິນ​ຕໍ່​ແຜ່ນ​ສົ່ງ​ໃຫ້
ພາບ:vinhphong vov

        ຢູ່​ຫໍ​ປະ​ຊຸມ​​ໃນເກາ​ະນ້ຳ​ຖ້ວມ ດ໋າ​ນາມ, ພ​ະ​ນັກ​ງານ, ນັກ​ຮົບ​ພວມ​ພ້ອມ​ກັນ​ເຮັດ​ອະ​ນາ​ໄມ, ປະ​ດັບ​ປະ​ດາ, ກະ​ກຽມ​ພາ​ໝາກ​ໄມ້, ​ດ​ອກ​ຄາຍ, ດອກ​ເໝີຍ​ທີ່​ໄດ້​ຮັບ​ຈາກເຂດ​ດິນ​ຕໍ່​ແຜ່ນ​. ຮ້ອຍ​ໂທ ຫວູ​ວັນ​ຄັກ​, ພະ​ນັກ​ງານ​ການ​ເມືອງ ເກາະ ດ໋າ​ນາມ ໃຫ້​ຮູ້​ວ່າ:

        “ເປັນ​ຄັ້ງ​ທຳ​ອິດທີ່​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່ ເກາະ ດ໋າ​ນາມ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ກຽດ ແລະ ຕື່ນ​ເຕັ້ນ​ທີ່​ສຸດ ເມື່ອ​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ພ້ອມກັບ​ພະ​ນັກ​ງານ, ນັກ​ຮົບ​ທີ່ມາຈາກ​ຫລາຍ​ເຂດ​ພາກ​ໃນ​ທົ່ວ​ປະ​ເທດ. ສິ່ງ​ດັ່ງ​ກ່າວ​ກໍ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ບັນ​ເທົາ​ຄວາມ​ຄິດ​ຮອດຄິດ​ເຖິງ​ຄອບ​ຄົວ​​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ ​ແລະ ມີ​ກຳລັງ​ໃຈ​ຕື່ມ​ອີກເພື່ອ​ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ຫນ້າ​ທີ່​ວຽກ​ງານ​​ເຊິ່ງໄດ້​ຮັບ​ມອບ​ໝາຍ.”

        ຢູ່​ເກາະນ້ຳ​ຖ້ວມ ດ໋າ​ດົງ, ດ໋າ​ໄຕ, ດ໋າ​ລາດ, ຕຽນ​ໜື.. ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ກໍ​ຟົດ​ຟື້ນ​ເຊັ່ນ​ດຽວ​ກັນ​ຢູ່​ບັນ​ດາ​ເກາະ​ ແລະ ເຂດ​ດິນ​ຕໍ່​ແຜ່ນ. ພະ​ນັກ​ງານ, ນັກ​ຮົບ​ຜູ​້​ລະ​ວຽກ​ ພ້ອມ​ກັນ​ກະ​ກຽມ​ຕ້ອນ​ຮັບບຸນ​ເຕັດທີ່​ເຕັມ​ໄປ​ດ້ວຍ​ອາ​ລົມ​ຈິດ​ຄວາມ​ຮັ​ກ​ແພງ​. ພັນ​ເອກ ໂງ​ຢູຍ​ໂດ໋, ຮອງ​ຜູ້​ບັນ​ຊາ​ການ ກອງ​ພົນ​ນ້ອຍ 146, ຊື່ງ​ແມ່ນ​ຜູ້​ທີ່​ປະ​ຕິ​ບັດ​ວຽກ​ງານ​ຢູ່​ເກາະ​ນ້ຳ​ຖ້ວມ​ມາ​ເປັນ​ເວ​ລາ​ຫລາຍ​ປີ​ໃຫ້​ຮູ້​ວ່າ: ກ່ອນນີ້ 10 ປີ, ເກາະ​ນ້ຳ​ຖ້ວມ ຍັງປະສົບ​ກັບ​ຄວາມ​ ລຳ​ບາກ​ຂາດ​ເຂີນ​ຫລາຍ. ແຕ່​ໃນ​ຊຸ​ມ​ປີມໍ່ໆ​ມານີ້ ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກພັກ, ລັດ, ກອ​ງ​ທັບ ແລະ ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ສະ​ນັ້ນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພະ​ນັກ​ງານ, ນັກ​ຮົບ ຢູ່​ເກາະ​ນ້ຳ​ຖ້ວມ ມີ​ການ​ປັບ​ປຸງ​ດີ​ຂຶ້ນ. ຢູ່​ບັນ​ດາເກາະນ້ຳ​ຖ້ວມ ລ້ວນ​ແຕ່​ໄດ້​ຮັບ​ຊົມ​ໂທ​ລະ​ພາບ, ຟັງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ສະ​ນັ້ນ ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ຢ່າງ​ອົບ​ອ​ຸ່ນ ແລະ​ ຮູ້​ສຶກຄື​ວ່າ​ເກາະ​ມີ​ຄວາມໃກ້​ຊິດກັບ​ເຂດ​ດິນ​ຕໍ່​ແຜ່ນກວ່າ. ພະ​ນັກ​ງານ, ນັກ​ຮົບ​ຢູ່​ເກາະ​ນ້ຳ​ຖ້ວມ ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ, ເບິກ​ບານ​ມ່ວນ​ຊື່ນ ແລະ ຕັດສິນ​ໃຈຈະ​ປະ​ຕິ​ບັດ​ຫນ້າ​ທ​ີ່​ວຽກ​ງານ​ທີ່​ໄດ້​ຮັບມອບ​ໝາຍ​ເປັນ​ຢ່າງ​ດີ.

        “ຢູ່​ທີ່ນີ້ ພະ​ນັກ​ງານ, ນັກ​ຮົບ ລ້ວນ​ແຕ່​ຖື​ກັນເປັນ​ຄອບ​ຄົວ​ດຽວ. ການ​ນຳ, ຜູ້​ບັນ​ຊາ​ການ​ຄື​ດັ່ງ​ຜູ້​ເປັນ​ພໍ່, ເປັນ​ອ້າຍ​ໃນ​ຄອບ​ຄົວ. ສະ​ນັ້ນ ເມື່ອ​ກະ​ກຽມ​ຕ້ອນ​ຮັບ​ບຸນ​ເຕັດ, ບັນ​ດາ​ສະ​ມາ​ຊິກ​ກໍ​ມີ​ຫນ້າ​ທີ່​ສະ​ເພາະ​ຂອງ​ຕົນຄື​ດັ່ງ​ໃນ​ຄອບ​ຄົວ​ຫນຶ່ງ. ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ທີ່ນີ້​ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ເຕັມ​ໄປ​ດ້ວຍ​ອາ​ລົມ​ຈິດ​ຄວາມ​ຮັ​ກ​ແພງ.”

        ບຸນ​ເຕັດ​ຢູ່​ເກາະ ເຈື່ອງ​ຊາ, ເຖິງວ່າ ຫ່າງ​ໄກ​ຈາກ​ບ້ານ​ເກີ​ດ​ເມືອງນອນ, ຍາດ​ຕິ​ພີ່​ນ້ອງ​ກໍ​ຕາມ, ແຕ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ ຍາ​ມ​ໃດ​ກໍ​ຮູ້​ສຶກ​ອົບ​ອຸ່ນ ຍ້ອນ​ຄວາມ​ສາ​ມັກ​ຄີ, ຮັກ​ແພງ, ອຸມ​ຊູ​ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ​ກັນ ຂອງ “ຄອບ​ຄົວ​ນ້ອຍ​ຢູ່​ເກາະ​ນ້ຳ​ຖ້ວມ”. ພ້ອມ​ກັບ​ເຂດ​ດິນ​ຕໍ່​ແຜ່ນ ແລະ ບັນ​ດາ​ເກາະ​ຂຶ້ນ​ກັບ​ໝູ່​ເກາະ ເຈື່ອງ​ຊ​າ, ບັນ​ດາ​ເກາະ​ນ້ຳ​ຖ້ວມ ພວມ​ຕ້ອນ​ຮັບ​ບ​ຸນ​ເຕັດ​ຢ່າງ​ອົບ​ອຸ່ນ​ ​ໃນ​ລະ​ດູ​ບານ​ໃຫມ່​ດ້ວຍ​ຄວາມສະ​ຫງົບ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ